ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ສະພາບອາກາດ

  • Home
  • ພາກສະເໜກີ ່ ຽວກບັ ສາທາລ ະນະລດັ ເກາົ ຫຼ
  • ສະພາບອາກາດ

ສະພາບອາກາດ

ປະເທດເກົາຫຼີ ນອນຢູ່ໃນເຂດອົບອຸ່ນ ໂດຍແບ່ງອອກເປັນ 4 ລະດູ ຄື: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ.

01ລະດູບານໃໝ່

ຕັ້ງແຕ່ເດືອນມີນາຫາພຶດສະພາ ອາກາດໃນປະເທດເກົາຫລີມີແນວໂນ້ມທີ່ຈະເຢັນໃນຕອນເຊົ້າ ແລະ ໃນຕອນກາງຄືນ ແລະ ອົບອຸ່ນໃນຕອນບ່າຍ. ຕົ້ນໄມ້ ແລະດອກໄມ້ເບັ່ງບານ. ຍັງຈຳເປັນຕ້ອງນຸ່ງເສື້ອຜ້າລະດູໜາວຈົນຮອດທ້າຍເດືອນມີນາ. ຜູ້ຄົນມັກຈະນຸ່ງເສື້ອຜ້າສະບາຍໆໃນເດືອນເມສາ ແລະໃນບາງຄັ້ງ ອາດກາດຈະຮ້ອນໃນເດືອນພຶດສະພາ.

  • 봄
    < ລະດູບານໃໝ່ >

02ລະດູຮ້ອນ

ເລີ່ມແຕ່ເດືອນມິຖຸນາເຖິງເດືອນສິງຫາ ອາກາດຈະຮ້ອນ ໂດຍມີອຸນຫະພູມຕັ້ງແຕ່ 25°C ຫາ 35°C. ຝົນຕົກໜັກເຊິ່ງເອີ້ນວ່າ ຈາງມາ ມັກຈະເກີດຂຶ້ນໃນລະຫວ່າງທ້າຍເດືອນມິຖຸນາຫາທ້າຍເດືອນກໍລະກົດ. ບາງຄັ້ງກໍ່ມີໃຕ້ຝຸ່ນທີ່ມີຝົນຕົກໜັກ ແລະລົມພັດແຮງໃນລະຫວ່າງເດືອນສິງຫາຫາເດືອນກັນຍາ.

  • 여름
    < ລະດູຮ້ອນ >

03ລະດູໃບໄມ້ຫຼົ່ນ

ເລີ່ມແຕ່ເເດືອນກັນຍາຫາເດືອນພະຈິກ, ອຸນຫະພູມສະເລ່ຍແມ່ນຢູ່ລະຫວ່າງ 10°C ຫາ 25°C ທ້ອງຟ້າຈະແຈ້ງ ແລະ ແຫ້ງແລ້ງເປັນສ່ວນຫຼາຍຂອງມື້. ໃນເດືອນພະຈິກ ບາງມື້ ຈະໜາວຄືກັນກັບອາກາດຢູ່ໃນລະດູໜາວ. ກຽມເຄື່ອງກັນໜາວ ທີ່ໜາ ແລະ ເຄື່ອງທຳຄວາມຮ້ອນສຳລັບຫ້ອງ ໄວ້ລ່ວງໜ້າ. ລະດູໃບໄມ້ຫຼົ່ນສວຍງາມຫຼາຍ.

  • 가을
    < ລະດູໃບໄມ້ຫຼົ່ນ >

04ລະດຸໜາວ

ໃນລະດູໜາວ, ສະພາບອາກາດໜາວຫຼາຍ ໂດຍມີອຸນຫະພູມຢູ່ລະຫວ່າງ -10°Cຫາ 10°C ແຕ່ເດືອນທັນວາ ຫາເດືອນກຸມພາ. ໃນຊ່ວງໄລຍະນີ້, ອາກາດປະກົດວ່າຈະໝູນວຽນເປັນວົງຮອບສາມວັນທີ່ໜາວຫຼາຍ ຕາມດ້ວຍອາກາດໜາວນ້ອຍກວ່າສີ່ວັນ. ອາດຈະມີຫິມະ ແລະ ກະແສລົມແຮງ ຊຶ່ງຕ້ອງໄດ້ມີເສື້ອກັນໜາວ ແລະ ເຄື່ອງທຳຄວາມຮ້ອນພາຍໃນເຮືອນ, ແຕ່ເມື່ອກ້າວເດືອນ ກຸມພາແລ້ວ ອາກາດ ກໍ່ຈະນັບມື້ອຸ່ນຂື້ນໄປ.

  • 겨울
    < ລະດຸໜາວ >
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.