ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ການນຳໃຊ້ສະຖານທີ່ສີຂຽວ ສາທາລະນະ

  • Home
  • ວັດທະນະທໍາ ແລະ ຊີວິດຂອງຄົນເກົາຫຼີ
  • ການນຳໃຊ້ສະຖານທີ່ສີຂຽວ ສາທາລະນະ

ການນຳໃຊ້ສະຖານທີ່ສີຂຽວ ສາທາລະນະ

01ຮ້ານເສີມສວຍ

ຮ້ານເສີມສວຍຈະໃຫ້ບໍລິການຫຼາຍຢ່າງ ເຊິ່ງອາດລວມມີການຈັດຊົງຜົມ, ແຕ່ງໜ້າ, ແຕ່ງເລັບ. ສຳລັບການຕັດຜົມໂດຍທົ່ວໄປອາດຈະຕົກຢູ່ໃນລາຄາ 10,000-30,000 ວອນ. ສຳລັບການດັດຜົມ ແມ່ນມີລາຄາແຕກຕ່າງກັນໄປ ເຊິ່ງເລີ່ມແຕ່ລາຄາ 20,000 ວອນ ໄປຈົນຮອດ 100,000 ວອນ.

02ປະເພດຂອງສະຖານທີ່ອາບນ້ຳສາທາລະນະ

ສະຖານທີ່ອາບນ້ຳສາທາລະນະຈະຖືກເອີ້ນວ່າໂມກິໂອຕັງ (Mogyoktang), ຊາວນ່າ (Sauna), ຫຼືຈີມຈິງບັງ (Jjimjilbang).

  • ມົກຢົກທັງ(Mogyoktang): ເປັນສະຖານທີ່ທີ່ມີອ່າງອາບນ້ຳອຸ່ນ ແລະ ຫົວບົວອາບນ້ຳ. ລາຄາຈະຕົກຢູ່ປະມານ 6,000 - 10,000 ວອນຕໍ່ຄົນ.
  • ຫ້ອງຮົມຢາ: ປະກອບດ້ວຍອ່າງອາບນ້ຳ, ຫົວບົວອາບນ້ຳ ແລະ ພື້ນທີ່ສຳລັບພັກຜ່ອນ. ສ່ວນລາຄາແມ່ນອີງຕາມສິ່ງອຳນວນຄວາມສະດວກ.
  • ຊາວນ່າແຫ້ງແອບເກົາຫຼີ(Jjimjilbang): ປະກອບດ້ວຍ ອ່າງອາບນ້ຳ, ຫົວບົວອາບນ້ຳ, ພື້ນທີ່ ສຳລັບພັກຜ່ອນ, ຫ້ອງນອນ, ອຸປະກອນອອກກຳລັງກາຍ ນອກຈາກອ່າງອາບນ້ຳແລ້ວ ທັງຊາຍ ແລະ ຍິງ ສາມາດໃຊ້ພື້ນທີ່ອື່ນຮ່ວມກັນໄດ້. ສ່ວນລາຄາແມ່ນອີງຕາມສິ່ງອຳນວນຄວາມສະດວກ.
  • ຄ່າທຳນຽມການນຳໃຊ້ຫ້ອງຮົມຢາ ແລະ ຫ້ອງຈິມຈິນບັງ ແມ່ນລວມຄ່ານຳໃຊ້ສິ່ງອຳນວຍຄວາມສະດວກພາຍໃນ ເຊັ່ນ: ຫ້ອງພັກຜ່ອນ, ຫ້ອງນອນ, ເຄື່ອງອອກກຳລັງກາຍ ແລະ ອື່ນໆ ແມ່ນໄດ້ຖືກລວມເຂົ້າໃນຄ່າຜ່ານປະຕູເປັນທີ່ຮຽບຮ້ອຍແລ້ວ. ຖ້າທ່ານ ຊື້ອາຫານ, ນຳໃຊ້ຮ້ານເສີມສວຍ, ຫ້ອງຮົມຢາ, ທ່ານ ຕ້ອງໄດ້ຈ່າຍເງີນເພີ່ມ. ສ່ວນລາຄາ ແມ່ນເພີ່ນ ຈະໄດ້ຕິດໃສ່ເປັນລະອຽດແລ້ວ ສາມາດໃຊ້ ບໍລິການ ໄດ້ຢ່າງສະດວກສະບາຍ.
  • ອ່າງນ້ຳຮ້ອນ-ນ້ຳອຸ່ນ ເຊິ່ງອຸ່ນຫະພູມຈະຢູ່ທີ່ 43 - 45°C, ໃນຂະນະທີ່ອຸນຫະພູມຂອງຫ້ອງອົບຈະຢູ່ທີ 70 - 100°C, ແລະສຳລັບຢູ່ຫ້ອງອົບຮ້ອນເພື່ອຂັບເຫື່ອອຸນຫະພູມຈະຕົກ70 ເຖິງ 130°C. ຖ້າໃຊ້ຖືກວິທີການອາບນ້ຳອຸ່ນ ແລະການຂັບເຫື່ອຈະຊ່ວຍໃຫ້ທ່ານສາມາດຂັບສານພິດອອກຈາກຮ່າງກາຍ, ຫຼຸດຜ່ອນຄວາມຕຶງຄຽດ, ແລະ ເຮັດໃຫ້ອາການບາດເຈັບຂອງກ້າມເນື້ອດີຂຶ້ນ.
ຂໍ້ມູນທີ່ເປັນປະໂຫຍດ!
ການອາບນ້ຳສາທາລະນະ ຢູ່ເກົາຫຼີ

ວັດທະນະທຳກ່ຽວກັບການອາບນ້ຳຢູ່ສະລອຍນ້ຳສາທາລະນະ ຢູ່ເກົາຫຼີ ແມ່ນມີຄວາມຈະເລີນຮຸ່ນເຮືອງມາແລ້ວ. ທຸກໆໜຶ່ງຫຼືສອງອາທິດ ຄົນເກົາຫຼີ ສ່ວນໃຫຍ່ ຈະນິຍົມໄປອາບນ້ຳໃນສະຖານທີ່ອາບນ້ຳສາທາລະນະ ເພື່ອການພັກຜ່ອນ ແລະ ທຳຄວາມສະອາດຮ່າງກາຍ. ເນື່ອງຈາກວ່າຜູ້ຄົນໃນຫ້ອງອາບນ້ຳຈະແກ້ເຄື່ອງນຸ່ງຈົນໝົດໂຕ, ສະນັ້ນ, ການໄປອາບນ້ຳຮ່ວມກັນແບບປະເປື່ອຍນັ້ນ ສະແດງໃຫ້ເຫັນ ເຖີງຄວາມສະໜິດສະໜົມກັນ. ເຊິ່ງເລື່ອງນີ້ອາດເປັນເລື່ອງທີ່ບໍ່ຄ່ອຍສະດວກກັບຊາວຕ່າງປະເທດທີ່ບໍ່ເຄີຍອາບນ້ຳຮ່ວມກັບໝູ່ເພື່ອນ ຫຼື ເພື່ອນຮ່ວມງານ. ຊາວຕ່າງປະເທດບາງຄົນຍັງຢືນຢັນທີ່ຈະນຸ່ງເຄື່ອງເຂົາໄປໃນອ່າງນ້ຳອຸ່ນ ເຊິ່ງເຮັດໃຫ້ຄົນເກົາຫຼີຮູ້ສຶກບໍ່ສະດວກ. ດັ່ງນັ້ນການວາງຕົວຫຼືມາລະຍາດ ຈິ່ງເປັນສິ່ງສຳຄັນ ເພື່ອໃຫ້ແນ່ໃຈເຖິງຄວາມສະດວກຂອງທຸກໆຄົນໃນສະຖານທີ່ອາບນ້ຳສາທາລະນະ. ເນື່ອງຈາກວ່າທຸກຄົນຕ້ອງໄດ້ໃຊ້ສິ່ງອຳນວຍຄວາມສະດວກຕ່າງໆຮ່ວມກັນດັ່ງນັ້ນ, ຖ້າທ່ານຮູ້ສຶກບໍ່ສະດວກທ່ານອາດຈະໄດ້ລໍຖ້າ ແລະ ລອງໃຊ້ບໍລິການໃນເວລາອື່ນກໍ່ໄດ້.

ຂໍ້ຄວນລະວັງ ໃນເວລາໄປອາບນ້ຳ ຢູ່ສະຖານທີ່ອາບນ້ຳສາທາລະນະ

ເຖິງວ່າທ່ານຈະເປັນຄົນແຂງແຮງ, ແຕ່ກໍ່ບໍ່ເປັນການດີຫາກທ່ານຢູ່ໃນສະຖານທີ່ໆຮ້ອນດົນເກີນໄປ. ແມ່ຍິງຖືພາ ແລະຜູ້ທີ່ມີບັນຫາເລື່ອງລະບົບຫົວໃຈຄວນຫຼີກລ້ຽງຫ້ອງອົບອາຍນ້ຳຢ່າງເດັດຂາດ. ດື່ມນ້ຳທຸກໆ 30 ນາທີ ເພື່ອຫຼີກລ້ຽງອາການຂາດນ້ຳຈາກການເສຍເຫື່ອ. ນ້ຳດື່ມຈະມີໃຫ້ໂດຍບໍ່ເສຍຄ່າຫຼືທ່ານສາມາດຊື້ນ້ຳອັດລົມຫຼືນ້ຳດື່ມອື່ນໆກໍ່ໄດ້. ຫຼັງຈາກດື່ມກິນຈົນເດິກແລ້ວທ່ານອາດຈະຖືກໝູ່ເພື່ອນຄົນເກົາຫຼືໃຫ້ພັກຄ້າງຄືນໃນ Jjingjilbang, ແລະຈິ່ງໄປເຮັດວຽກໃນເຊົ້າມື້ຖັດໄປ, ແຕ່ຕ້ອງຄຳນຶງວ່າ ເຫຼົ້າເຮັດໃຫ້ທ່ານສູນເສຍນ້ຳ, ແລະການເສຍເຫື່ອໃນຫ້ອງອົບອາຍນ້ຳພາຍຫຼັງດື່ມເຫຼົ້າຖືວ່າເປັນແນວຄວາມຄິດທີ່ອັນຕະລາຍຫຼາຍ. ນອກຈາກນີ້, ຖ້າທ່ານມີໂລກຜິວໜັງຫຼືພະຍາດຕິດຕໍ່, ຫ້າມໄປໃຊ້ບໍລິການອາບນ້ຳສາທາລະນະຢ່າງເດັດຂາດ.

ດ້ານລຸ່ມນີ້ແມ່ນບາງຄຳແນະນຳກ່ຽວກັບການໃຊ້ບໍລິການອາບນ້ຳສາທາ
  1. 1ອາບນ້ຳ ແລະສະຜົມກ່ອນຈະໄປລົງອ່າງນ້ຳຮ້ອນ-ນ້ຳອຸ່ນ.
  2. 2ແຊ່ຢູ້ໃນນ້ຳປະມານ 5-10 ນາທີ ເພື່ອໃຫ້ເຫື່ອອອກ.
  3. 3ອອກໄປນັ່ງຢູ່ຂອບອ່າງເພື່ອຮຸກຖູຮ່າງກາຍດ້ວນແພເຊັດໂຕ(ຜ້າແພຂົນໜູ).
  4. 4ໃຊ້ບໍລິການຫ້ອງອົບອາຍນ້ຳຫຼືອ່າງນ້ຳເຍັນລອງເບິ່ງຖ້າທ່ານຕ້ອງການ
  5. 5ອາບນ້ຳອີກເທື່ອໜຶ່ງກ່ອນຈະກັບບ້ານ.
ສາມຢ່າງທີ່ບໍ່ຄວນເຮັດຢູ່ໃນບ່ອນອາບນ້ຳສາທາລະນະ

ຢ່ານຸ່ງແຕ່ໂສ້ງຊ້ອນລົງໃນອ່າງ, ຢ່າຮຸກຖູຮ່າງກາຍໃນອ່າງ ແລະຢ່າຊັກເຄື່ອງນຸ່ງຫົ່ມໃນຂອບເຂດບໍລິເວນອ່າງ.

03ໂຮງໝໍ ແລະ ສະຖານບັນການແພດ

ເປັນສະຖານທີ່ ທີ່ມີອຸປະກອນອຳນວຍຄວາມສະດວກ ໃນການບໍລິການປີ່ນປົວຄົນເຈັບ, ປ້ອງກັນພະຍາດ ແລະ ຟື້ນຟູສຸຂະ ພາບ. ໂຮງໝໍ ປະກອບມີ ໂຮງໝໍທົ່ວໄປ ທີ່ບໍລິການປີ່ນປົວສະເພາະຕາມປະເພດພະຍາດ, ໂຮງໝໍ ທີ່ບໍລິການປີ່ນປົວພະຍາດ ແບບທົ່ວໄປ ແລະ ສະຖານບັນຢາພື້ນເມືອງ ທີ່ບໍລິການປີ່ນປົວແບບແຜນບູຮານ. ຄ່າປີ່ນປົວ ແມ່ນຂື້ນກັບອາການຂອງພະ ຍາດ ແລະ ວິທີການປີ່ນປົວ.

  • ສຳລັບ ຂໍ້ມູນລາຍລະອຽດຂອງໂຮງໝໍ ແລະ ສະຖານບັນການແພດ ແມ່ນແນະນຳໃຫ້ທ່ານເບີ່ງ ຄືນຕຶ່ມຢູ່ໃນ “ພາກທີ່ 7 ສຸຂະພາບ ແລະ ການປີ່ນປົວ”.

04ຮ້ານຂາຍຢາ

ເປັນສະຖານທີ່ທ່ານໝໍປະກອບຢາຂື້ນມາ ເພື່ອຈຸດປະສົງ ການຊ່ວຍເຫຼືອປີ່ນປົວສຸຂະພາບ ແລະ ຂາຍຢາ ທີ່ຈຳເປັນສຳລັບ ສຸຂະພາບ. ຮ້ານຂາຍຢາ ຕ້ອງແມ່ນທ່ານໝໍຫຼວງ ຫຼື ໝໍຢາພື້ນເມືອງ ທີ່ໄດ້ຮັບໃບຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງລັດຖະບານເທົ່ານັ້ນ ຈຶ່ງມີສິດເປີດ, ໄປຄຽງຄູ່ກັບການຜະລິດຢາແລ້ວ ຍັງມີການແນະນຳວິທີການນຳໃຊ້ຢາ ແລະ ວິທີກິນຢາອີກດ້ວຍ. ຕ້ອງໄດ້ຮັບໃບສັ່ງຢາ ຈາກໂຮງໝໍ ຈຶ່ງສາມາດໄປຊື້ຢາຢູ່ຮ້ານຂາຍຢາໄດ້.

05ຮ້ານຄ້າ

ເປັນຮ້ານທີ່ບໍລິການຂາຍອາຫານການກິນ, ເຄື່ອງດຶ່ມ ແລະ ວັດຖຸສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດຫຼາຍໆຢ່າງ. ຂະ ໜາດ ແມ່ນຈະມີນັບແຕ່ຮ້ານຄ້າຂະໜາດນ້ອຍ ໄປຈົນເຖີງຮ້ານຄ້າຂະໜາດໃຫຍ່. ເປັນຮ້ານຄ້າທີ່ມີໄດ້ປັບປຸງສະພາບແວດ ລ້ອມການຊື້ຂາຍ ໄດ້ຢ່າງເປັນລະບຽບ ພ້ອມທັງບໍລິການລູກຄ້າ ດ້ວຍສິນຄ້າຄຸນນະພາບສູງ ສະນັ້ນ ມີລູກຄ້າມານຳໃຊ້ ສະເໝີ. ມີບາງໄລຍະ ຈະມີການຈັດກິດຈະກຳສ່ວນຫຼຸດລາຄາສິນຄ້າ, ເພາະສະນັ້ນ ຖ້າທ່ານເລືອກໄປຊື້ໃນວັນເວລາດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຈຳນວນໃດໜຶ່ງໄດ້.

06ໂຮງຮູບເງົາ

ເປັນສະຖານທີ່ ບໍລິການສາຍຮູບເງົາເລື່ອງຕ່າງ ທີ່ມີຫຼາຍຂະໜາດນັບແຕ່ນ້ອຍ ຫາໃຫຍ່. ໃນປະຈຸບັນ, ແຕ່ລະໂຮງຮູບເງົາ ຈະມີການພັດທະນາເປັນລັກສະນະເອກະລັກ ໂດຍມີການບໍລິການສາຍຮູບເງົາ ແກ່ຜູ້ຊົມ ເປັນ 3 ມີຕິ ແລະ 4 ມິຕິ. ໃນແຕ່ ລະວັນ ຈະເປີດແຕ່ເຊົ້າ ຈົນຮອດຄ່ຳ ຊຶ່ງໄດ້ຜູ້ຊົມທັງຫຼາຍ ສາມາດເລືອກໄປເບີ່ງໄດ້ ຕາມວັນເວລາທີ່ຕົນສະດວກ.

07ສວນສາທາລະນະສີຂຽວ

ເປັນສວນສາທາລະນະ ທີ່ສ້າງຂື້ນມາ ເພື່ອໃຫ້ຊາວບ້ານ ສາມາດໄປພັກຜ່ອນຢ່ອນໃຈ ໄດ້ຢ່າງອິດສະຫຼະ. ໃນແຕ່ລະເຂດ ຈະມີສວນຂະໜາດແຕກຕ່າງກັນ, ບາງເຂດ ຈະມີການຕິດຕັ້ງອຸປະກອການຫຼີ້ນສຳລັບເດັກນ້ອຍ ແລະ ມີອຸປະກອນອອກກຳ ລັງກາຍ ສຳລັບຜູ້ໃຫຍ່ ເພື່ອຊ່ວຍຮັກສາສຸຂະພາບຂອງຊາວບ້ານໃນເຂດນັ້ນ.

ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.