ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ແນະນຳການປົກປ້ອງຂໍ້ມູນສ່ວນຕົວ

  • Home
  • ເອກະສານອ້າງອີງ
  • ແນະນຳການປົກປ້ອງຂໍ້ມູນສ່ວນຕົວ

ແນະນຳການປົກປ້ອງຂໍ້ມູນສ່ວນຕົວ

(1)ຄໍານິຍາມຂອງຂໍ້ມູນສ່ວນຕົວ

ຂໍ້ມູນສ່ວນຕົວ, ເຊິ່ງເປັນຂໍ້ມູນກ່ຽວກັບບຸກຄົນທີ່ດຳລົງມີຊີວິດ, ອະນຸຍາດໃຫ້ບຸກຄົນສະເພາະສາມາດລະບຸໄດ້ໂດຍຜ່ານການນໍາໃຊ້ ຫຼື ການເຊື່ອມໂຍງກັບຂໍ້ມູນອື່ນໆ, ເຊັ່ນ: ຊື່, ເລກທະບຽນຜູ້ຢູ່ອາໄສ, ໜັງສືຜ່ານແດນ, ແລະ ໝາຍເລກທະບຽນຄົນຕ່າງດ້າວ.

(2)ປະເພດ ແລະ ຄວາມໝາຍແຕ່ລະຢ່າງຂອງຂໍ້ມູນສ່ວນຕົວ

  1. 1 ຂໍ້ມູນສ່ວນຕົວ
    • ຂໍ້​ມູນ​ທົ່ວ​ໄປ​: ຊື່​, ໝາຍ​ເລກ​ການ​ຈົດ​ທະ​ບຽນ​, ທີ່​ຢູ່​, ຂໍ້​ມູນ​ການ​ຕິດ​ຕໍ່​, ວັນ​ທີ ​ແລະ/ຫຼື​ ສະ​ຖານ​ທີ່​ເກີດ​, ເພດ​, ແລະ​ອື່ນໆ
    • ຂໍ້ມູນຄອບຄົວ: ຄວາມສຳພັນຂອງຄອບຄົວ ແລະ ຂໍ້ມູນສະມາຊິກໃນຄອບຄົວ, ແລະອື່ນໆ.
  2. 2 ຂໍ້​ມູນ​ທາງ​ດ້ານ​ຮ່າງ​ກາຍ​
    • ຂໍ້ມູນທາງດ້ານຮ່າງກາຍ: ລັກສະນະໃບຫນ້າ, ໄອຣິສ, ສຽງ, ຂໍ້ມູນພັນທຸກໍາ, ລາຍນິ້ວມື, ຄວາມສູງ, ນ້ໍາໜັກ, ແລະອື່ນໆ.
    • ຂໍ້ມູນທາງການແພດ/ສຸຂະພາບ: ຂໍ້ມູນການກວດຮ່າງກາຍ. ເຊັ່ນ: ສະຖານະພາບສຸຂະພາບ, ບັນທຶກທາງການແພດ, ຄວາມພິການທາງດ້ານຮ່າງກາຍ, ລະດັບຄວາມພິການ, ປະຫວັດທາງການແພດ, ປະເພດເລືອດ, ໄອຄິວ, ການທົດສອບຢາ, ແລະອື່ນໆ.
  3. 3 ຂໍ້​ມູນ​ທາງ​ຈິດ​ໃຈ​
    ອຸດົມ​ຄະຕິ, ສາສະໜາ, ຄຸນຄ່າ, ສະມາຊິກ​ພັກ​ການ​ເມືອງ/​ສະ​ມາ​ຊິກ​ສະ​ຫະ​ພັນ ​ແລະ ປະຫວັດ​ການ​ເຄື່ອນ​ໄຫວ, ​ແລະອື່ນໆ.
  4. 4 ຂໍ້ມູນສັງຄົມ
    ປະຫວັດການສຶກສາ, ຊັ້ນຮຽນ, ບັນທຶກຊີວິດຂອງໂຮງຮຽນ, ສະຖານະພາບການເປັນທະຫານ, ຈໍານວນທະຫານ ແລະ ລະດັບ, ປະເພດຂອງການປົດຕໍາແໜ່ງທະຫານ, ໜ້າທີ່, ຕໍາແໜ່ງວຽກ, ນາຍຈ້າງ, ສະຖານທີ່ເຮັດວຽກ, ບັນທຶກການປະເມີນຜົນວຽກ, ບັນທຶກຄະດີອາຍາ, ບັນທຶກການພິຈາລະນາຂອງສານ, ປະຫວັດການປັບໄໝ, ແລະອື່ນໆ .
  5. 5 ຂໍ້ມູນສ່ວນຕົວ ກ່ຽວກັບຊັບສິນ
    ຈໍານວນເງິນເດືອນ, ລາຍຮັບດອກເບ້ຍ, ລາຍຮັບທຸລະກິດ, ເລກບັດເຄຣດິດ, ເລກບັນຊີ, ຂໍ້ມູນການປະເມີນສິນເຊື່ອ, ເຈົ້າຂອງເຮືອນ, ເຈົ້າຂອງທີ່ດິນ, ພາຫະນະສ່ວນຕົວ, ຮ້ານຄ້າ ແລະ ອາຄານ ແລະອື່ນໆ.

(3)ແນະນຳວິທີການປ້ອງກັນຂໍ້ມູນສ່ວນຕົວ

  1. 1 ເຮັດໃຫ້ລະຫັດຜ່ານຂອງທ່ານຍາກໃຫ້ຄົນອື່ນເດົາໄດ້ ແລະ ປ່ຽນພວກມັນເປັນປົກກະຕິ
    • ຕັ້ງລະຫັດຜ່ານຂອງທ່ານເປັນຕົວອັກສອນແປດ ຫຼື ຍາວກວ່ານັ້ນດ້ວຍການປະສົມກັນລະຫວ່າງຕົວອັກສອນ, ຕົວເລກ, ສັນຍາລັກພິເສດ, ແລະ ອື່ນໆ ເປັນສາມຕົວເລກ ຫຼື ຫຼາຍກວ່າໃນເວລາລົງທະບຽນເປັນສະມາຊິກ.
    • ປ່ຽນລະຫັດຜ່ານຂອງທ່ານຢ່າງເປັນປົກກະຕິ, ຢ່າງໜ້ອຍໜຶ່ງຄັ້ງທຸກໆສາມເດືອນ, ແລະ ຫຼີກເວັ້ນການໃຊ້ລະຫັດຜ່ານອັນດຽວກັນຢູ່ໃນເວັບໄຊທ໌ຕ່າງໆທີ່ແຕກຕ່າງກັນ.
  2. 2 ບໍ່ຄວນເອົາຂໍ້ມູນສ່ວນຕົວຂອງຕົນເອງ ໃຫ້ຄົນອື່ນຮູ້ ແລະ ບໍ່ຕ້ອງເອົາລົງໃນສື່ອອນລາຍ
    • ພະຍາຍາມ ຢ່າບອກ ID, ລະຫັດຜ່ານ, ເລກບັດປະຈຳຕົວ ແລະ ຂໍ້ມູນສ່ວນຕົວອື່ນໆ ໃຫ້ບັນດາໝູ່ເພື່ອນ ຫຼື ຄົນອື່ນ ຮັບຮູ້ເດັດຂາດ.
    • ກະລຸນາ ບໍ່ເປີດເຜີຍເບີໂທຕິດຕໍ່ສ່ວນຕົວ, ຈຸດທີ່ຕັ້ງ, ທີ່ຢູ່ ລົງໃນສື່ອອນລາຍ(SNS) ຢ່າງເກີນຂອບເຂດ ທີ່ບໍ່ຈຳເປັນ.
    • ເວລາຈະເຂົ້າເປັນສະມາຊິກໃດໜຶ່ງ ໃນເວັບໄຊ້ ຫຼື ໄດ້ຮັບຂອງຂັວນ-ຂອງແຖມໃດໜຶ່ງ ທີ່ຈະຕ້ອງໄດ້ສະໜອງຂໍ້ມູນສ່ວນຕົວ ໃຫ້ອົງການ ຈັດຕັ້ງໃດໜຶ່ງ, ຕ້ອງໄດ້ອ່ານເບິ່ງເງື່ອນໄຂ, ຂອບເຂດການນຳໃຊ້ ລວມທັງ ຈຸດປະສົງຂອງເຂົາເຈົ້າ ທີ່ຢາກນຳໃຊ້ຂໍ້ມູນສ່ວນຕົວຂອງເຮົານັ້ນ ໃຫ້ລະອຽດ.
  3. 3 ພະຍາຍາມ ບໍ່ກົດເບິ່ງຂໍ້ຄວາມ ຫຼື ອີເມວທາງອິນເຕີເນັດ(URL) ທີ່ບໍ່ຮູ້ທີ່ຢູ່ ແລະ ທີ່ມາ ແນ່ນອນ
    • ມີກຸ່ມຄົນບໍ່ດີ ຈຳນວນໜຶ່ງ ມັກສົ່ງໂປແກມແຮັກທາງຂໍ້ຄວາມ ຫຼື ອີເມວມາຫາເຮົາ ເພື່ອຫວັງລັກເອົາຂໍ້ມູນສ່ວນຕົວ ໄປນຳໃຊ້ ໃນທາງທີ່ບໍ່. ເພາະສະນັ້ນ, ເວລາເຫັນຂໍ້ຄວາມ ຫຼື ອີເມວ ທີ່ມີການຕິດຂັດຟ່າຍໃດໜຶ່ງມານຳ ໂດຍທີ່ເຮົາບໍ່ຮູ້ຊື່ຜູ້ສົ່ງ ແລະ ທີ່ມາແນ່ນອນນັ້ນ ບໍ່ຄວນກົດດາວໂຫຼດຟ່າຍ ທີ່ເຂົາເຈົ້າສົ່ງມາ ແລະ ບໍ່ຄວນກົດເຊື່ອມຕໍ່ລິ້ງ(URL) ທີ່ສົ່ງມານຳອີເມວ.
  4. 4 ລະມັດລະວັງ ການສະໜອງຂໍ້ມູນສ່ວນຕົວ ໃຫ້ຄົນອື່ນ ໃນເວລາເຮັດທຸລະກຳທາງການເງິນ
    • ເວລາເຮັດທຸລະກຳການເງິນ ໃນອິນເຕີເນັດ, ມີກຸ່ມຄົນບໍ່ດີ ມັກໃຊ້ບັນຊີປອມ ຫຼື ລະຫັດໃດໜຶ່ງ ແຮັກເອົາຂໍ້ມູນສ່ວນຕົວ ຊຶ່ງໄດ້ສ້າງຜົນເສຍຫາຍທາງການເງິນ ມາແລ້ວຫຼາຍຄັ້ງ. ສະນັ້ນ ຕ້ອງໄດ້ລະມັດລະວັງເປັນພິເສດ ໃນເວລາສະໜອງຂໍ້ມູນສ່ວນຕົວຂອງຕົນເອງ ໃຫ້ແກ່ອົງການຈັດຕັ້ງໃດໜຶ່ງ ເພື່ອເຮັດທຸລະກຳການເງິນ.
    • ພະຍາຍາມປົກປ້ອງ ບໍ່ໃຫ້ລະຫັດບັດເຄຣດິດ ແລະ ຂໍ້ມູນອື່ນໆທາງການເງິນຂອງຕົນເອງ ຮົ່ວໄຫຼສູ່ຄົນອື່ນ, ຄວນຕິດຕັ້ງລະຫັດເຂົ້າ ແລະ ຖ້າເປັນໄປໄດ້ ພະຍາຍາມບໍ່ນຳໃຊ້ຄອມພິວເຕີໃນຫ້ອງອິນເຕິເນັດສ່ວນບຸກຄົນ.
  5. 5 ພາຍໃຕ້ກົດໝາຍຂອງເກົາຫຼີ, ຂໍ້ມູນສ່ວນຕົວຂອງລູກທີ່ມີອາຍຸຕ່ຳກວ່າ 14 ປີ ສາມາດຖືກເກັບກຳໄດ້ໂດຍການຍິນຍອມຈາກຕົວແທນທາງກົດໝາຍ (ຜູ້ປົກຄອງ). ຜູ້ປົກຄອງຕ້ອງຢືນຢັນຢ່າງຈະແຈ້ງກ່ຽວກັບເນື້ອໃນຂອງການບໍລິການທີ່ຕ້ອງການໃຫ້ຂໍ້ມູນສ່ວນຕົວຂອງລູກ ແລະ ຂອບເຂດຂອງການນໍາໃຊ້ຂໍ້ມູນສ່ວນບຸກຄົນ.
  6. 6 ໃຊ້ສູນໂທ☎ 118 ເພື່ອສອບຖາມກ່ຽວກັບຂໍ້ມູນສ່ວນຕົວ
    ໂທຫາ ☎118 ສຳລັບບັນຫາທາງອິນເຕີເນັດເຊັ່ນ: ການລັກເຈາະຂໍ້ມູນ, ຂໍ້ມູນສ່ວນຕົວ, ສະແປມ, ແລະອື່ນໆ (ຕະຫຼອດ 24 ຊົ່ວໂມງ, 365 ມື້ຕໍ່ປີ)

(4)ຂໍ້ມູນກ່ຽວກັບການສຶກສາການປົກປ້ອງຂໍ້ມູນສ່ວນບຸກຄົນ

  • ຖ້າຕ້ອງການການຝຶກອົບຮົມກ່ຽວກັບແນວຄວາມຄິດ ແລະ ວິທີການປົກປ້ອງຂໍ້ມູນສ່ວນຕົວ, ກະລຸນາເຂົ້າຮ່ວມການຝຶກອົບຮົມອອນໄລນ໌ຢູ່ “ປະຕູຂໍ້ມູນສ່ວນຕົວ (www.privacy.go.kr)”.
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.