ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ລະບົບການສຶກສາຂອງປະເທດເກົາຫຼີ

  • Home
  • ການສຶກສາຂອງເດັກ
  • ລະບົບການສຶກສາຂອງປະເທດເກົາຫຼີ

ລະບົບການສຶກສາຂອງປະເທດເກົາຫຼີ

01ສະພາບລວມຂອງລະບົບການສຶກສາໃນປະເທດເກົາຫຼີ

ລະບົບການສຶກສາໃນເກົາຫຼີ ປະກອບດ້ວຍຊັ້ນປະຖົມສຶກສາມີ 6 ປີ, ຊັ້ນມັດທະຍົມຕົ້ນ 3 ປີ, ມັດທະຍົມຕອນປາຍມີ 3 ປີ ແລະ ຢູ່ມະຫາວິທະຍາໄລ 4ປີ (ສຳລັບ ວິທະຍາໄລ ແມ່ນ 2ປີ). ໂດຍທີ່ຫຼັກສູດຫົກປີທີ່ຊັ້ນປະຖົມສຶກສາແລະຫຼັກສູດ ອ3ປີ ຢູ່ຊັ້ນມັດທະຍົມ ຕົ້ນແມ່ນເປັນພາກບັງຄັບແລະບໍ່ຕ້ອງເສຍຄ່າຮຽນໃນຊ່ວງໄລຍະນີ້.

02ຫຼັກສູດການສຶກສາ

ໃນເກົາຫຼີ, ປີການສຶກສາໄດ້ແບ່ງອອກເປັນສອງພາກຮຽນ. ພາກຮຽນທີ 1 ແມ່ນແຕ່ວັນທີ 1 ມີນາ ເຖິງວັນທີທີ່ອຳນວຍການໂຮງຮຽນໄດ້ກຳນົດໄວ້, ໂດຍພິຈາລະນາຈຳນວນມື້ຮຽນ, ວັນພັກຜ່ອນ ແລະ ຫຼັກສູດການຮຽນການສອນ. ພາກຮຽນທີ 2 ເລີ່ມຕົ້ນໃນມື້ສຸດທ້າຍຂອງພາກຮຽນທີ 1 ແລະ ສິ້ນສຸດໃນມື້ສຸດທ້າຍຂອງເດືອນກຸມພາຂອງປີຕໍ່ໄປ. ໂດຍທົ່ວໄປແລ້ວ, ພາກຮຽນທີ 1 ຈະເລີ່ມໃນຕົ້ນເດືອນມີນາ ແລະ ພາກຮຽນທີ 2 ເລີ່ມແຕ່ທ້າຍເດືອນສິງຫາຫາຕົ້ນເດືອນກັນຍາ. ຫຼັກສູດການຮຽນການສອນຊັ້ນປະຖົມ, ກາງ ແລະ ມັດທະຍົມຕອນປາຍ ແບ່ງອອກເປັນ 2 ພາກຄື: ຫຼັກສູດມາດຕະຖານ ແລະ ກິດຈະກຳການຮຽນຮູ້ທີ່ສ້າງສັນດ້ວຍຕົນເອງ.

03ການຊ່ວຍເຫຼືອດ້ານການສຶກສາ ແກ່ນັກຮຽນຈາກຄອບຄົວຫຼາຍວັດທະນະທຳ

ການສຶກສາພາສາເກົາຫຼີ (ການຢ້ຽມຢາມການສຶກສາພາສາເກົາຫຼີ)

ສຳລັບການສະໜອງການສຶກສາພາສາເກົາຫຼີໃຫ້ແກ່ຜູ້ເຂົ້າເມືອງເມື່ອບໍ່ດົນມານີ້ ແລະ ນັກຮຽນຕ່າງປະເທດ (ຫຼື ເດັກອະນຸບານ) ທີ່ຂາດຄວາມຄ່ອງແຄ້ວທາງດ້ານພາສາເກົາຫຼີ, ຫ້ອງຮຽນພາສາເກົາຫຼີ ໄດ້ເປີດຢູ່ໃນໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍ ເພື່ອສະໜັບສະໜູນການສຶກສາດ້ານພາສາ ແລະ ວັດທະນະທຳເກົາຫຼີ. ມີຫ້ອງຮຽນພາສາເກົາຫຼີທັງໝົດ 444 ແຫ່ງໃນ 291 ໂຮງຮຽນໃນທົ່ວປະເທດ (ຮອດປີ 2022), ແລະ ຖ້າໂຮງຮຽນຂອງລູກທ່ານບໍ່ໄດ້ຮຽນພາສາເກົາຫຼີ, ການຊ່ວຍເຫຼືອດ້ານການສຶກສາພາສາເກົາຫຼີ ສາມາດໄດ້ຮັບຜ່ານ 'Visit-Based Korean Language Education'. ກະລຸນາກວດສອບເບິ່ງຫ້ອງຮຽນພາສາເກົາຫຼີໃນເຂດຂອງທ່ານ ໂດຍຜ່ານຫ້ອງການຂອງການສຶກສາຢູ່ໃນເທດສະບານຂອງໜຶ່ງ ຫຼື ປະຕູການສຶກສາຫຼາຍວັດທະນະທໍາ (www.edu4mc.or.kr)

ການຮຽນສອງພາສາ

ເພື່ອອໍານວຍຄວາມສະດວກ ແລະ ປັບປຸງການສຶກສາສອງພາສາ, ປຶ້ມແບບຮຽນສອງພາສາ ແລະ e-books ໄດ້ຖືກພັດທະນາ ແລະ ແຈກຢາຍ. ການແຂ່ງຂັນເວົ້າສອງພາສາແມ່ນຈັດຂຶ້ນທຸກໆປີ. ທ່ານສາມາດເຂົ້າໄປທີ່ມູນນິທິ MiraeAsset Park Hyeon Joo (foundation.miraeasset.com) ຫຼື ຊ່ອງທາງສູນການສຶກສາຫຼາຍວັດທະນະທຳ (Multicultural Education Portal) (www.edu4mc.or.kr) ເພື່ອດາວໂຫຼດປຶ້ມແບບຮຽນສອງພາສາ (ພາສາທີ່ຕ້ອງຮຽນຮູ້ກັບແມ່ ແລະ ພໍ່)*, ແລະອື່ນໆ). ການປະກວດສຽງເວົ້າສອງພາສາໄດ້ຄັດເລືອກເອົານັກຮຽນຜ່ານການປະກວດໃນໂຮງຮຽນ ແລະ ທ້ອງຖິ່ນ ດ້ວຍການປະກວດລະດັບຊາດທີ່ຈັດຂຶ້ນທຸກໆຕົ້ນເດືອນທັນວາ.

  • ສີ່ພາສາຂອງຈີນ, ຫວຽດນາມ, ຍີ່ປຸ່ນ ແລະ ຕາກາລັອກໄດ້ຖືກຕິດຕັ້ງສໍາລັບ Mirae Asset Park Hyeon Joo Foundation, ແລະ ຫ້າພາສາລັດເຊຍ, ກໍາປູເຈຍ, ໄທ, ມົງໂກນ ແລະ ອິນໂດເນເຊຍໄດ້ຖືກຕິດຕັ້ງຢູ່ໃນປະຕູການສຶກສາຫຼາຍວັດທະນະທໍາ.
ການໃຫ້ຄຳປືກສາ ນັກຮຽນ, ນັກສຶກສາ ທີ່ມາຈາກຄອບຄົວຫຼາຍວັດທະນະທຳ

ພວກ​ເຮົາ​ສະ​ໜັບສະໜູນການສິດສອນແບບ 1:1 ກັບ​ນັກ​ສຶກ​ສາ​ວິ​ທະ​ຍາ​ໄລ​ ເພື່ອ​ອໍາ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ປັບ​ຕົວ​ຂອງ​ໂຮງ​ຮຽນ ​ແລະ​ ການ​ຮຽນ​ຮູ້​ພື້ນ​ຖານ​. ຄູສອນນັກສຶກສາວິທະຍາໄລໄປຢ້ຽມຢາມໂຮງຮຽນທີ່ເຂົ້າຮ່ວມ ໂດຍນັກສຶກສາຫຼາຍວັດທະນະທໍາ ເພື່ອຊ່ວຍໃຫ້ເຂົາເຈົ້າຮຽນຮູ້ຫຼັງຈາກໂຮງຮຽນ ຫຼື ໃນໄລຍະພັກພາກຮຽນ. ທ່ານສາມາດເຂົ້າຮ່ວມໂດຍການສົ່ງໃບຄໍາຮ້ອງໄປຫາໂຮງຮຽນ ຫຼື ສູນເດັກທ້ອງຖິ່ນຂອງທ່ານ.

ສິ່ງທີ່ຄວນຮູ້ໄວ້!
ໂຮງຮຽນສຳຮອງນາໆຊາດ

ຢູ່ໃນປະເທດເກົາຫຼີ ຍັງມີໂຮງຮຽນສຳຮອງ ທີ່ສາມາດຢັ້ງຢືນການສຶກສາ ເພື່ອນັກຮຽນ ທີ່ມາຈາກຄອບຄົວຫຼາຍວັດທະນະທຳ ທີ່ໄດ້ອອກໂຮງຮຽນແລ້ວ ຫຼື ນັກຮຽນ ທີ່ຕ້ອງການລະບົບການສຶກສາໃຫ້ສອດຄ່ອງກັບຈຸດພິເສດຂອງຕົນເອງ

다문화 대안학교 : 학교명, 학교급, 특징, 교육비, 문의처를 포함한 표입니다.
ຊືໂຮງຮຽນ ຊັ້ນ ຈຸດພິເສດ ຄ່າຮຽນ ເບີສອບຖາມ
ໂຮງຮຽນຈິກູໂຊ່ນ (ເມືອງກູໂຣ, ເຊອຸນ)
www.globalsarang.com
ໂຮງ​ຮຽນ​ປະ​ຖົມ · ໂຮງ​ຮຽນ​ມັດທະຍົມຕົ້ນ · ໂຮງ​ຮຽນມັດທະຍົມປາຍ
  • ບໍລິການສິດສອນສອງພາສາ ຄືພາສາເກົາຫຼີ, ອັງກິດ ແລະ ພາສາຕ່າງປະເທດອື່ນໆໄປພ້ອມກັນ
ບໍ່ເສຍຄ່າ 02-6910-1004
ໂຮງຮຽນອຸດົມທ່ອງທ່ອງດາໂຊມເຊອຸນ(ໂຮງຮຽນດາໂຊມເຊອຸນ, ເມືອງຈົງໂນ, ເຊອຸນ)
www.sds.hs.kr
ອຸດົມ
  • ບໍລິການຝືກອົບຮົມວິຊາຊີບ ເພື່ອສ້າງຄວາມເຂັ້ມແຂງໃນການຊອກຫາວຽກເຮັດ, ສິດສອນພາສາເກົາຫຼີ, ໂປແກມການທ່ອງ ທ່ຽວ ແລະ ການບໍລິການທ່ອງທ່ຽວ
ບໍ່ເສຍຄ່າ 070-8685-7798
ໂຮງຮຽນອຸດົມໂປລິເຕັກດາໂຊມເກົາຫຼີ (ເມືອງເຈຊ່ອນ, ແຂວງຊຸ່ງບຸກ)
dasom.kopo.ac.kr
ອຸດົມ
  • ບໍລິການຝືກອົບຮົມເຕັກນິກວິຊາຊີບ ເພື່ອເສີມສ້າງຄວາມສາມາດໃນການສະໝັກວຽກ ໃຫ້ໄດ້ດີ
  • ມີຮຽນວິສະວະກອນຄອມພິວເຕີ
  • ຮຽນທາສີ ແລະ ໄຟຟ້າ
ບໍ່ເສຍຄ່າ (ມີຫໍພັກໃຫ້ຢູ່ຫຼ້າ) 043-649-2800
ໂຮງຮຽນອິນຊອນຮັນນູຣີ (ເມືອງນຳດົງ, ອິນຊອນ)
(www.hanuri.icesc.kr)
ປະຖົມ, ມັດທະຍົມ ແລະ ອຸດົມ
  • ບໍລິການສອນພາສາເກົາຫຼີ ແລະ ວິຊາສະເພາະພິເສດຫຼາຍໆຢ່າງ(ກະຈາຍຄວາມຮູ້, ສ້າງແຜນອານາຄົດ, ຈັດການທັດສະນະສຶກສາ ) ນັກຮຽນ ທີ່ສັງກັດປໍ5 ຂື້ນປ ສາມາດເຂົ້າຢູ່ຫໍພັກໂຮງຮນໄດ້.
ປະຖົມ ແລະ ມັດຖະຍົມ ແມ່ນບໍ່ເສຍຄ່າ ອຸດົມ : ຕ້ອງເສຍຄ່າຮຽນ (ບວກຄ່າຫໍພັກອີກ) 032-442-2104
032-442-2109
ໂຮງຮຽນເຮມິ່ນ (ເມືອງຮົງຊ່ອນ ແຂວງກັງວອນ)
(haemillschool.com)
ມັດທະຍົມ
  • ໂຮງຮຽນເຕັກນິກຂະໜາດນ້ອຍ (ແຕ່ລະຊັ້ນ20ຄົນ)
  • ການສຶກສາລວມໝູ່ລະຫວ່າງ ນັກຮຽນລູກຊ໊ອດ ແລະ ນັກຮຽນເກົາຫຼີ
  • ສອນພາສາເກົາຫຼີ ແລະ ພາສາຕ່າງປະເທດປະເທດ(ພາສາຈີນ ແລະ ຍີ່ປຸ່ນ)
ບໍ່ໄດ້ເສຍຄ່າ (ລວມທັງຄ່າຫໍພັກ) 033-433-8761
ໂຮງຮຽນຕ່າງປະເທດ

ໂຮງຮຽນຕ່າງປະເທດ ແມ່ນສະຖານບັນການສຶກສາ ທີ່ເປີດສຳລັບນັກຮຽນທີ່ພໍ່ແມ່ ເປັນຄົນຕ່າງຊາດ ຫຼື ນັກຮຽນເກົາຫຼີ ທີ່ໄປຢູ່ຕ່າງປະ ເທດ ບໍ່ຕ່ຳກວ່າ 3 ປີ ຂື້ນ ໂດຍທີ່ບໍ່ໄດ້ພາສາເກົາຫຼີດີເທົ່າທີ່ຄວນ ຊຶ່ງພວກນັກຮຽນເຫຼົ່ານີ້ ຈະບໍ່ສາມາດຮຽນ ເປັນຫຼັກສູດພາສາເກົາຫຼີ ນຳນັກ ຮຽນເກົາຫຼີທົ່ວໄປໄດ້, ຈຶ່ງຈຳເປັນຕ້ອງໄດ້ໄປຮຽນ ໃນໂຮງຮຽນນາໆຊາດ. ໃນປະຈຸບັນ, ໂຮງຮຽນນານາຊາດ ໃນປະເທດເກົາຫຼີ ມີທັງໝົດ 39 ແຫ່ງ ໃນນັ້ນ ຢູ່ເຂດນະຄອນຫຼວງເຊອຸ່ນ ມີ 18 ແຫ່ງ, ແຂວງກ່ຽງກີ 6 ແຫ່ງ, ແຂວງບູຊັນ 5 ແຫ່ງ, ເມືອງອີນຊອນ 2 ແຫ່ງ, ແຂວງກຽງນຳ 2 ແຫ່ງ, ເມືອງແດກູ 2 ແຫ່ງ, ແລະ ຢູ່ແດຈອນ, ກວາງຈູ, ອຸ່ນຊັນ, ກັງວວນ ແຂວງຈອນບຸກ ເຂດລະ 1 ແຫ່ງ.

ເງື່ອນໄຂຂອງເດັກ ທີ່ຈະເຂົ້າຮຽນໂຮງຮຽນຕ່າງປະເທດ
  • ໜຶ່ງໃນພໍ່ ຫຼື ແມ່ຂອງເດັກ ຕ້ອງເປັນຄົນຕ່າງປະເທດ
  • ພົນລະເມືອງປະເທດເກົາຫຼີ ທີ່ເຄີຍອາໄສຢູ່ຕ່າງປະເທດຫຼາຍກ່ວາ 3 ປີ (ລວມທັງບຸກຄົນທີ່ມີຫຼາຍສັນຊາດ)
  • ສຳລັບ ນັກຮຽນ ທີ່ບໍ່ສາມາດຮຽນຕໍ່ໃນໂຮງຮຽນທົ່ວໄປໄດ້ ຍ້ອນເຫດຜົນດັ່ງຕໍ່ໄປນີ້(ຕ້ອງໄດ້ຮັບການພິຈາລະນາຈາກ ຄະນະກຳມະ ການບໍລິຫານໂຮງຮຽນ)
    • ນັກຮຽນ ທີ່ບໍ່ສາມາດຮຽນນຳໝູ່ໄປໄດ້ ຍ້ອນບໍ່ມີຄວາມສາມາດດ້ານພາສາເກົາຫຼີ ບໍ່ພຽງພໍ.
    • ນັກຮຽນທີ່ປັບຕົວເຂົ້າກັບສະພາບການຮຽນການສອນ ບໍ່ໄດ້ ຍ້ອນວັດທະນະທຳແຕກຕ່າງກັນ.
    • ນັກຮຽນ ທີ່ບໍ່ສາມາດສືບຕໍ່ຮຽນໄປໄດ້ ຍ້ອນເຫດຜົນອື່ນໆທີ່ກ່ຽວຂ້ອງກັບໂຮງຮຽນ.
ການຄັດເລືອກນັກຮຽນ
  • ການຄັດເລືອກນັກຮຽນແມ່ນດຳເນີນການໂດຍໂຮງຮຽນ. ລາຍລະອຽດວິທີການຄັດເລືອກແຕກຕ່າງກັນ, ແຕ່ມີແນວໂນ້ມທີ່ຈະ ເນັ້ນການກວດກາເອກະສານ ແລະ ການສຳພາດຕົວຈິງ. ໂດຍທົ່ວໄປ, ສາມາດສະໝັກໄດ້ຕະຫຼອດໄປ.
  • ເອກະສານຈຳເປັນສຳລັບການຄັດເລືອກນັກຮຽນຂອງແຕ່ລະໂຮງຮຽນມີຄວາມແຕກຕ່າງກັນ, ແຕ່ໂດຍທົ່ວໄປແລ້ວເຂົາເຈົ້າ ຕ້ອງການໃບຢັ້ງຢືນການຍ້າຍຖິ່ນຖານ, ໜັງສືຜ່ານແດນ, ໃບລົງທະບຽນຂໍ້ມູນປິ່ນປົວພະຍາດ, ໃບຢັ້ງຢືນການ ຮຽນໃນໂຮງຮຽນຜ່ານມາ, ໃບຢັ້ງຢືນຜົນການຮຽນ, ແລະຄະແນນຜົນການສອບເສັງພາສາທີ່ເປັນທາງການຈາກປະເທດນັ້ນໆແລະອື່ນໆ. ເຖິງຢ່າງໃດກໍ່ຕາມ, ທ່ານຕ້ອງໄດ້ກວດສອບກ່ອນລ່່ວງໜ້າເພາະວ່າແຕ່ລະໂຮງຮຽນມີຄວາມແຕກຕ່າງກັນ.
ເວບໄຊ້ຂອງໂຮງຮຽນຕ່າງປະເທດ
  • ຢູ່ທີ່ໜ້າຫຼັກແນະນຳສະຖາບັນການສຶກສາ ແລະ ໂຮງຮຽນນານາຊາດ(www.isi.go.kr), ມີລາຍລະອຽດຂໍ້ມູນ ເຊັ່ນຂັ້ນຕອນ ການສະໝັກແລະຄ່າຮຽນຂອງແຕ່ລະໂຮງຮຽນ.
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.