ສູນ Danuri Helpline☎1577-1366 (ສູນໃຫ້ຂໍ້ມູນຂ່າວສານຄົບວົງຈອນສຳລັບຄອບຄົວຫຼາຍວັດທະນະທໍາ), ສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາ, ແລະສູນຊ່ວຍເຫຼືອແຮງງານຕ່າງຊາດ ໂດຍສູນເຫຼົ່ານີ້ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະການອຸປະຖໍາຈາກທຸລະກິດພາກເອກະຊົນ ເພື່ອສະໜອງການຊ່ວຍເຫຼືອໃຫ້ແກ່ຄອບຄົວຫຼາຍວັດທະນະທໍາ ແລະຄົນຕ່າງຊາດທີ່ອາໄສຢູ່ໃນເກົາຫຼີ. ນອກນັ້ນ ມີສູນຊ່ວຍເຫຼືອອື່ນສຳລັບຄອບຄົວຫຼາຍວັດທະນະທໍາ ທີ່ດຳເນີນໂດຍສະຖາບັນລະດັບພາກພື້ນ ຫຼືເອກະຊົນ ເຊັ່ນວ່າ ສູນທົ່ວໂລກ ແລະອື່ນໆ. ສູນຊາວຕ່າງຊາດ ທີ່ສ້າງຕັ້ງຂຶ້ນໃນເມືອງອານຊັງ ໃນແຂວງກຽງກີໂດ ເພື່ອສະໜອງຂໍ້ມູນຂ່າວສານຕ່າງໆກ່ຽວກັບການບໍລິຫານ. ສູນນີ້ກຳລັງໃຫ້ການບໍລິການທີ່ຫຼາກຫຼາຍແກ່ຜູ້ຢູ່ອາໄສຊາວຕ່າງຊາດ. ນອກນັ້ນ, ບັນດາສະຖາບັນ ເຊິ່ງໃຫ້ການບໍລິການແກ່ຄົນເກົາຫຼີທົ່ວໄປ ເຊັ່ນວ່າ ສູນຊຸມຊົນ, ສູນວັດທະນະທໍາປະຈຳພາກພື້ນ ກໍ່ໃຫ້ການບໍລິການແກ່ຄອບຄົວຫຼາຍວັດທະນະທໍາ ແລະຄົນຕ່າງຊາດເຊັ່ນກັນ.
ປະເພດລາຍການລາຍການ | ເນື້ອໃນ |
---|---|
ທົ່ວໄປ |
|
ບໍລິການໃຫ້ຄໍາຊ່ວຍເຫຼືອທາງໂທລະສັບ ແກ່ບັນດາແມ່ຍິງຕ່າງຊາດ ທີ່ຖືກໃຊ້ຄວາມຮຸ່ນແຮງ |
|
ສະໜອງຂໍ້ມູນກ່ຽວກັບຊີວິດໃນເກົາຫຼີ |
|
ການບໍລິການລ່າມແປພາສາ ແລະການສື່ສານກັບພາກສ່ວນທີສາມ |
|
ພື້ນທີ່ | ເບີໃຫ້ຄໍາປຶກສາ | ສາຍດ່ວນເຊື່ອມຕໍ່ທ້ອງຖີ່ນ |
---|---|---|
ນະຄອນຫຼວງເຊອຸ່ນ | ☎1577-1366 | 1577-1366 |
ເມືອງຊູວວນ, ແຂວງກຽງກີ່ | 031-257-1841 | |
ແດຈອນ | 042-488-2979 | |
ກວາງຈູ | 062-366-1366 | |
ບູຊານ | 051-508-1366 | |
ເມືອງກູມີ, ແຂວງກ່ຽງບຸກ | 054-457-1366 | |
ເມືອງຊອນຈູ, ແຂວງຈອນບຸກ | 063-237-1366 |
ສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາແມ່ນອົງການຈັດຕັ້ງທີ່ໃຫ້ຝືກອົບຮົມກ່ຽວກັບ(ຄອບຄົວ, ຄວາມສະເໝີພາບຍິງຊາຍ, ສິດທິມະນຸດ ແລະອື່ນໆ), ການສອນພາສາເກົາຫຼີ, ການສອນເຖິງເຮືອນ, ການບໍລິການໃຫ້ຄໍາປຶກສາ, ການບໍລິການຂໍ້ມູນຂ່າວສານ ແລະການບໍລິການແປເອກະສານ ແລະລ່າມແປພາສາສຳລັບຄົນເຂົ້າເມືອງຈາກການແຕ່ງງານ, ນອກຈາກການບໍລິການເພື່ອຊ່ວຍເຫຼືອການພັດທະນາທັກສະດ້ານພາສາຂອງເດັກນ້ອຍທີ່ເປັນລູກຂອງຜູ້ເຂົ້າເມືອງເນື່ອງຈາກການແຕ່ງງານ ເພື່ອສົ່ງເສີມສາຍສຳພັນຄອບຄົວໃຫ້ດີຂຶ້ນໃນບັນດາຄອບຄົວຫຼາຍວັດທະນະທໍາ ແລະຊ່ວຍໃຫ້ຄອບຄົວຫຼາຍວັດທະນະທໍາປັບຕົວເຂົ້າກັບສັງຄົມເກົາຫຼີ. ມາຮອດປີ 2022 ປະຈຸບັນ, ໄດ້ເປີດສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາ 231 ແຫ່ງ ໃນຂອບ ເຂດທົ່ວປະເທດເກົາຫຼີ.
ໝວດໝູ່ | ຂໍ້ກຳນົດການທົ່ວໄປ | ວິຊາເລືອກ (ຕົວຢ່າງ) | ໝາຍເຫດ |
---|---|---|---|
ຄອບຄົວ |
|
|
ປະຈໍາປີ ບັງຄັບ 14 ຊົ່ວໂມງ, ການເລືອກວິຊາ 26 ຊົ່ວໂມງ ຫຼື ຫຼາຍກວ່ານັ້ນ (ສູນນັດໝາຍຄູຝຶກສອງພາສາສະເໜີໂຄງການກໍ່ສ້າງສະພາບແວດລ້ອມສອງພາສາຫຼາຍກວ່າ 160 ຊົ່ວໂມງຕາມຂໍ້ກຳນົດການທົ່ວໄປ) |
ຄວາມສະເໝີພາບທາງເພດ ແລະສິດທິມະນຸດ |
|
|
ໄດ້ດຳເນີນຫຼາຍກວ່າ 20 ຊົ່ວໂມງ |
ການເຊື່ອມໂຍງສັງຄົມ |
|
- | ການລົງທະບຽນສຸດທິເຮັດວຽກທີ່ກ່ຽວຂ້ອງກັບລະບົບ e-Saeil ແລະ ເຊື່ອມຕໍ່ກັບສູນ Saeil (ຫຼາຍກວ່າ 10 ກໍລະນີ) |
|
|
ດໍາເນີນການຫຼາຍກ່ວາ 15 ຊົ່ວໂມງ (ລວມທັງ 4 ຊົ່ວໂມງຂອງການສຶກສາພື້ນຖານສໍາລັບອາສາສະໝັກ) |
|
ການໃຫ້ຄໍາປຶກສາ | ການໃຫ້ຄໍາປຶກສາຄອບຄົວ |
|
ໄດ້ຈັດຂຶ້ນຫຼາຍກວ່າ 80 ເຊດຊັນປະຈໍາປີ |
ສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາໃຫ້ບໍລິການຕາມເຂດພື້ນທີ່. ຖ້າທ່ານໂທຫາສູນ Danuri Helpline 1577-1366, ທ່ານຈະໄດ້ຮັບການແຈ້ງບອກກ່ຽວກັບເບີໂທລະສັບຂອງສູນຊ່ວຍເຫຼືອທີ່ຢູ່ໃກ້ທ່ານທີ່ສຸດ (ໂດຍປົກກະຕິແລ້ວ ທ່ານສາມາດຕິດຕໍ່ຫາສູນໄດ້ໃນເວລາ 09:00 ໂມງ ~18:00 ໂມງ).(ເບີ່ງໃນຕາຕະລາງເພີ່ມເຕີມ ໃນພາກທີ່ 10)
ສູນເຍົາວະຊົນສາຍຮຸ້ງຂອງມູນນິທິເຍົາວະຊົນເຂົ້າເມືອງຖາວອນ ເປັນອົງການ ທີ່ໃຫ້ການຊ່ວຍເຫຼືອ ແກ່ບັນດາເຍົາວະຊົນ ຕ່າງປະເທດ ທີ່ເຂົ້າເມືອງເກົາຫຼີ ຖາວອນ(ເດັກນ້ອຍເກົາຫຼີເຫຼືອ ແລະ ເດັກນ້ອຍຈາກຄອບຄົວຫຼາຍ ວັດທະນະທຳ)ຕາມ ທີ່ກຳນົດໄວ້ໃນມາດຕາ 18ຂອງ ກົດໝາຍວ່າດ້ວຍການຊ່ວຍເຫຼືອສະຫວັດດີການ ສຳລັບເຍົາວະຊົນ, ສູນຊ່ວຍເຫຼືອເຍົາວະ ຊົນເຂົ້າເມືອງຖາວອນ ຕາມທີ່ກຳນົດໄວໃນມາດຕາ30 ຂອງກົດໝາຍດັ່ງກ່າວ ແມ່ນເປັນມູນນິທິ ທີ່ບໍ່ຫວັງຜົນກຳໄລ ໂດຍທີ່ມີພາລະບົດບາດໃນການຮັບຜິດຊອບວຽກງານຊ່ວຍເຫຼືອເຍົາວະຊົນ ທີ່ເຂົ້າເມືອງຖາວອນ ໃຫ້ສາມາດຕັ້ງຖີ່ນຖານໄດ້ ຢູ່ໃນສັງຄົມເກົາຫຼີ ແລະ ສົ່ງເສີມການຮຽນ ແລະ ສ້າງຄວາມເຂັ້ມແຂງດ້ານ ການສ້າງຄວາມກຸ້ມ ຕົນເອງ.(*ເຍົາວະຊົນເຂົ້າເມືອງຖາວອນ ໝາຍເຖິງເດັກນ້ອຍ ທີ່ພໍ່ ຫຼື ແມ່ ຜູ້ໃດຜູ້ໜຶ່ງ ເປັນຄົນຕ່າງປະເທດ ຫຼື ເດັກທີ່ເກີດຢູ່ຕ່າງປະເທດ, ຫຼື ເດັກທີ່ເກີດໃນເກົາຫຼີ ແຕ່ໄປອາໄສຢູ່ຕ່າງປະເທດ ເປັນໄລຍະຍາວ).
ລາຍການ | ເນື້ອໃນ |
---|---|
ໂຄງການສະໜັບສະໜູນການສຶກສາສໍາລັບໄວໜຸ່ມທີ່ມີພື້ນຖານຫຼາຍວັດທະນະທໍາ ໂຮງຮຽນສາຍຮຸ້ງ |
|
ໂຄງການພັດທະນາອາຊີບ • ວຽກ Rainbow! • ຈັບມື້ອື່ນ (Catch Tomorrow) |
|
ການແນະນຳໂຄງການສັງຄົມເບື້ອງຕົ້ນສໍາລັບໄວລຸ້ນຊາວອົບພະຍົບເກົາຫຼີ ເໜືອ • ປະສົບການດ້ານວັດທະນະທໍາປຽບທຽບ • ຂັ້ນຕອນທໍາອິດໃນອະນາຄົດ |
|
ການໃຫ້ຄໍາປຶກສາ ແລະ ໂຄງການທີ່ກ່ຽວຂ້ອງກັບຊຸມຊົນທ້ອງຖິ່ນ ຂໍ້ມູນທີ່ກໍານົດເອງ ☎ 02-722-2585 |
|
ການອຸປະຖໍາຂອງນາຍພາສາໃຫ້ຄໍາປຶກສາ |
|
ຕົວຊີ້ວັດຂອງການປັບຕົວທາງດ້ານຈິດໃຈທາງສັງຄົມຂອງໄວໜຸ່ມທີ່ມີພື້ນຖານຫຼາຍວັດທະນະທໍາ |
|
ສົ່ງເສີມຊັບພະຍາກອນມະນຸດເພື່ອສະໜັບສະໜູນ ຊາວໜຸ່ມທີ່ມີພື້ນຖານຫຼາຍວັດທະນະທໍາ |
|
ການປັບປຸງໂຄງການຄວາມເຂົ້າໃຈຫຼາຍວັດທະນະທໍາຂອງຊາວໜຸ່ມ “ດາກາກຳ (Dagagam)” |
|
ຊື່ | ສູນໃຫ້ຄຳປຶກສາຄົນງານຕ່າງປະເທດ (☎1577-0071) |
---|---|
ທີ່ຢູ່ | Gyeonggi-do Ansan-si Danwon-gu Gojan 2-gil 16 Emerald Building Fl. 3 |
ຊົ່ວໂມງໃຫ້ບໍລິການ | ເປີດໃຫ້ບໍລິການຕະຫຼອດປີ (09:00 ໂມງ~18:00 ໂມງ
|
ພາສາທີ່ຮອງຮັບ | • 17 ພາສາ ລວມມີ ພາສາເກົາຫຼີ, ພາສາຈີນ, ພາສາຫວຽດນາມ, ພາສາຟິລິບປິນ, ພາສາອັງກິດ, ພາສາໄທ, ພາສາອິນໂດເນເຊຍ, ພາສາຊີນຮາ, ພາສາມົງໂກ, ພາສາອຸດສະເບກ, ພາສາຂະແມ(ກໍາປູເຈຍ), ພາສາເບັນກາລີ, ພາສາອູດູ (ປາກິດສະຖານ), ພາສາເນປານ, ພາສາມ່ຽນມ້າ, ພາສາເຄີກິດສະຖານ ແລະພາສາອີດສະຕີມໍ |
ຂົງເຂດການໃຫ້ຄໍາປຶກສາ | ເຊັ່ນດຽວກັນກັບການໃຫ້ຄໍາປຶກສາກ່ຽວກັບຄວາມຫຍຸ້ງຍາກສ່ວນຕົວ, ມັນໃຫ້ຂໍ້ມູນທີ່ຈຳເປັນກ່ຽວກັບການໃຊ້ຊີວິດໃນເກົາຫຼີ ແລະການປັບຕົວຢູ່ບ່ອນເຮັດວຽກສຳລັບຄົນງານຕ່າງດ້າວ ແລະນາຍຈ້າງຂອງເຂົາເຈົ້າ. |
ອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ(ເບິ່ງລາຍລະອຽດຂອງອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ ແນະນຳໃຫ້ທ່ານ ໄປເບີ່ງໃນເອກະສານຊ້ອນທ້າຍ) ຮັບຜິດຊອບວຽກງານບໍລິຫານໂດຍລວມຕໍ່ໄປນີ້ທີ່ກ່ຽວຂ້ອງກັບສະຖານະພາບຂອງຄົນຕ່າງປະເທດທີ່ເກົາຫຼີ; ການກວດການເຂົ້າເມືອງຕໍ່ກັບນັກເດີນທາງພາຍໃນ ແລະຕ່າງປະເທດ, ການອອກວີຊາ, ການລົງທະບຽນຄົນຕ່າງດ້າວ, ການອະນຸຍາດໃຫ້ພັກເຊົາຫຼາກຫຼາຍປະເພດ (ການຂະຫຍາຍເວລາການພັກເຊົາ, ການປ່ຽນແປງສິດທິໃນການພັກເຊົາ ແລະອື່ນໆ), ການກວດກາການລະເມີດ, ສັນຊາດ, ຜູ້ອົບພະຍົບ ແລະອື່ນໆ
ເພາະວ່າເກົາຫຼີມີເຄືອຂ່າຍໄອຊີທີທີ່ທັນສະໄໝ, ຄົນຕ່າງປະເທດສາມາດໄດ້ຮັບຂໍ້ມູນກ່ຽວກັບການໃຊ້ຊີວິດໃນເກົາຫຼີຜ່ານບັນດາເວັບໄຊທ໌ຕ່າງໆ ແລະສາມາດໃຊ້ໂປຣແກຣມຮຽນຮູ້ຜ່ານອິນເຕີເນັດ ເຊັ່ນວ່າ ໂປຣແກຣມຮຽນພາສາເກົາຫຼີ ແລະໂປຣແກຣມຮຽນຮູ້ວັດທະນະທໍາເກົາຫຼີໄດ້. ໂດຍສະເພາະແລ້ວ, ເວັບໄຊທ໌ທີ່ດໍາເນີນໂດຍອົງການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອຜູ້ຢຸ່ອາໄສຊາວຕ່າງປະເທດແມ່ນມີປະໂຫຍດຫຼາຍ ເພາະວ່າພວກມັນຮອງຮັບຫຼາຍພາສາ.
ເວັບໄຊທ໌ບໍລິການຫຼາຍພາສາ | ຊື່ອົງການພັດທະນາ | ໃຫ້ບໍລິການໂດຍ | |
---|---|---|---|
ອົງການຂອງລັດ ທີ່ໃຫ້ການຊ່ວຍເຫຼືອ | |||
ດານຸຣີ (ເວັບໄຊ້ຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳ) | www.liveinkorea.kr | ສະຖາບັນສົ່ງເສີມ ສຸຂະພາບຄອບຄົວ | ບໍລິການໃຫ້ຄຳປືກສາ ແລະ ຊ່ວຍລ່າມແປພາສາ ແລະ ຊ່ວຍແປເອກະສານ ແກ່ແມ່ຍິງ ທີ່ມາສ້າງຄອບຄົວຢູ່ໃນເກົາຫຼີ ໃນກໍລະນີ ໄດ້ຮັບເຄາະຮ້າຍ ຈາກການໃຊ້ຄວາມຮຸ່ນແຮງ ແລະ ຖືກຂົ່ມຂືນ ໃນຄອບຄົວ, ຖືກບັງຄັບໃຫ້ເປັນໂສເພນີ, ພ້ອມທັງ ສະໜອງຂໍ້ມູນກ່ຽວກັບການໃຊ້ຊີວິດໃນເກົາຫຼີ, ການຊອກຮຽນຮູ້, ສູນຂໍ້ມູນຂ່າວສານ, ເປີດຫ້ອງໃຫ້ຄຳປືກສາ, ການຂໍ້ມູນ, ຂ່າວສານຄອບຄົວຫຼາຍວັດທະນະທຳໃນເກົາຫຼີ, ສ້າງເວັບກະຕຸນ ແກ່ແມ່ຍິງ ທີ່ມາສ້າງຄອບຄົວໃນເກົາຫຼີ ໃຫ້ເຂົ້າໃຈວິຖີວີຊິດໃນເກົາຫຼີ |
Hi Korea | www.hikorea.go.kr | ສະຫນອງຂໍ້ມູນກ່ຽວກັບການເຂົ້າເມືອງ, ການພັກເຊົາ, ສັນຊາດ, ການຈ້າງງານ, ການລົງທຶນ, ຄວາມສະດວກສະບາຍໃນການດໍາລົງຊີວິດ, ແລະອື່ນໆ, ບໍລິການຮ້ອງຟ້ອງພົນລະເຮືອນເອເລັກໂຕຣນິກທີ່ກ່ຽວຂ້ອງກັບການພັກເຊົາ, ການບໍລິການຈອງສໍາລັບການຢ້ຽມຢາມໃນຫ້ອງການກວດຄົນເຂົ້າເມືອງ, ບໍລິການໃຫ້ຄໍາປຶກສາ, ແລະອື່ນໆ. | |
ວັດທະນະທຳນາໆຊາດ ກຸລໍມີ | www.kidsnfm.go.kr | ຫໍພິພິດຕະພັນຊົນເຜົ່າແຫ່ງຊາດ | ແນະນຳວັດທະນະທຳນາໆຊາດ |
ຂໍ້ມູນດ້ານກົດໝາຍຊີວິດ ທີ່ຊອກຫາງ່າຍ | www.easylaw.go.kr/CSM | ກະຊວງສ້າງກົດໝາຍ | ສະໜອງຂໍ້ມູນດ້ານກົດໝາຍ, ການເສັງໃບຂັບຂີ່, ການຍົກຍ້າຍເຮືອນ, ປະກັນໄພອຸປະຕິເຫດແຮງງານ, ການອອກວິຊາ, ການສະເໜີຂໍປື້ມຜ່ານແດນ ແລະ ຂໍ້ມູນອື່ນໆ ທີ່ຈຳເປັນໃນການໃຊ້ຊີວິດໃນເກົາຫຼີ ເປັນ 12 ພາສາຕ່າງປະເທດ ແກ່ບັນດາແມ່ຍິງທີ່ມາສ້າງຄອບຄົວຢູ່ເກົາຫຼີ ແລະ ບັນດາແຮງງານຕ່າງປະເທດ ໃນເກົາຫຼີ |
korea.net | www.korea.net | ສູນໂຄສະນາວັດທະນະທຳຕ່າງປະເທດ | ສະໜອງຂໍ້ມູນຂ່າວສານ ກ່ຽວກັບຂ່າວສານ, ເສດຖະກິດ, ປະຫວັດສາດ, ວັດທະນະທຳ ແລະ ການທ່ອງທ່ຽວຂອງປະເທດເກົາຫຼີ |
24 ລັດຖະບານ | www.gov.kr | ກະຊວງການປົກຄອງ ແລະ ຄວາມປອດໄພ | ຂໍ້ມູນທີ່ສົມບູນແບບກ່ຽວກັບການບໍລິການຕ່າງໆທີ່ສະຫນອງໃຫ້ໂດຍລັດຖະບານເກົາຫຼີ, ລວມທັງການອອກໃບຢັ້ງຢືນອອນໄລນ໌, ການສຶກສາແລະການໃຫ້ຄໍາປຶກສາ. |
VisitKorea | www.visitkorea.or.kr | ອົງການທ່ອງທ່ຽວແຫ່ງຊາດເກົາຫຼີ | ສະໜອງຂໍ້ມູນ ກ່ຽວກັບການທ່ອງທ່ຽວ, ບຸນງານສຳຄັນ, ຮ້ານອາຫານ ແລະ ໂຮງແຮມ ໃນປະເທດເກົາຫຼີ |
ດູລິອັນ | www.ebsd.co.kr | EBS | ສະໜອງລາຍການຮຽນພາສາເກົາຫຼີ, ລາຍການ ຮຽນຮູ້ວັດທະນະທຳເກົາຫຼີ, ລາຍການແນະນຳວັດທະນະທຳນາໆຊາດຂອງ EBS |
ສູນພາສານູລີເຊຈົງ | nuri.iksi.or.kr/front/main/main.do | ມູນນິທິເຊຈົງ | ບໍລິການເວັບໄຊ້ ຮຽນຮູ້ພາສາ ແລະ ວັດທະນະທຳເກົາຫຼີ ທາງອອນໄລ |
ອົງການປະກັນສຸຂະພາບປະຊາຊົນ | www.nhis.or.kr | ອົງການປະກັນສຸຂະພາບປະຊາຊົນ | ສະໜອງຂໍ້ມູນ ກ່ຽວກັບລະບົບປະກັນສຸຂະພາບ ແລະ ສິດທິພິເສດທີ່ຈະໄດ້ຮັບຈາກປະກັນສຸຂະພາບ |
KBS World Radio | world.kbs.co.kr | KBS | ຈັດລາຍການອອກຂ່າວເປັນພາສາຫຼາຍປະເທດ, ສາລະນະຮູ້, ການບັນເທີງກ່ຽວກັບດາລາ |
ຮັນອຸນທາລີຂອງ ນະຄອນຫຼວງເຊອຸນ | www.mcfamily.or.kr | ນະຄອນຫຼວງເຊອຸນ | ສະໜອງຂໍ້ມູນກ່ຽວກັບໂຄງການຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳຂອງນະຄອນຫຼວງເຊອຸນ, ສະມາຄົມ, ການຮຽນພາສາເກົາຫຼີ, ການສະໝັກງານ, ການປະກອບອາຊີບ, ການນຳໃຊ້ລະບົບຂົນສົ່ງສາທາລະນະ ໃນນະຄອນຫຼວງເຊອຸນ |
ສູນໂບອນຂອງ ນະຄອນຫຼງເຊອຸນ | global.seoul.go.kr | ບໍລິການໃຫ້ຄຳປືກສາສຳລັບຄົນຕ່າງປະເທດ, ການຊ່ວຍເຫຼືອຄົນຕ່າງຊາດ, ການອອກໃບຂັບຂີ່ໃຫ້ຄົນຕ່າງປະເທດ, ການເສຍພາສີອາກອນຂອງຄົນຕ່າງປະເທດ | |
ອົງການຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳ ນະຄອນອັນຊັນ | global.iansan.net | ນະຄອນອັນຊັນຂອງ ແຂວງກຽງກີ | ແນະນຳສູນບໍລິການຄົນຕ່າງປະເທດ ແລະ ໂຄງການຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳຂອງນະຄອນອັນຊັນ, ສ້າງເວັບກະຕຸນ ເປັນ 8 ພາສາຕ່າງປະເທດ, ເປີດສອນພາສາເກົາຫຼີ, ບໍລິການລ່າມແປພາສາ, ໃຫ້ຄຳປືກສາ, ຂໍ້ມູນດ້ານການແພດ ແລະ ຂໍ້ມູນດ້ານກົດໝາຍທີ່ຈຳເປັນ ໃນຊີວິດປະຈຳວັນ |
ຊຸ່ງນຳດາອຸນລີມ | www.dawoolim.net | ແຂວງຊຸ່ງຊ່ອງໃຕ້ | ສະໜອງຂໍ້ມູນທີ່ຈຳເປັນ ສຳລັບການພັກເຊົາໃນເກົາຫຼີ, ການໃຊ້ຊີວິດໃນແຂວງຊຸ່ງຊ່ອງໃຕ້(ຂ່າວສານຂອງສູນ, ສ້າງປື້ມຄູ່ມືການໃຊ້ຊີວິດໃນເກົາຫຼີ, ແນະນຳວັດທະນະທຳແຕ່ລະປະເທດ, ສອນພາສາປາກເວົ້າ ທີ່ຈຳເປັນໃນຊີວິດປະຈຳບັນ) |
ອົງການປະກັນສັງຄົມປະຊາຊົນ | www.nps.or.kr | ອົງການປະກັນສັງຄົມປະຊາຊົນ | ສະໜອງຂໍ້ມູນຂ່າວສານກ່ຽວກັບວິທີການເຂົ້າປະກັນສັງຄົມ, ການແຈ້ງ, ການຊຳລະສະສາງຄ່າປະກັນສັງຄົມ ແລະ ສິດທິພິເສດທີ່ຈະໄດ້ຮັບ ຈາກການເຂົ້າປະກັນສັງຄົມ |
ຊື່ແອັຍ | ຊື່ອົງການພັດທະນາ | ເນື້ອໃນ | ໃຫ້ບໍລິການໂດຍ |
---|---|---|---|
ດານູຣີ (Danuri) |
ສະຖານບັນສົ່ງເສີມ ສຸຂະພາບຄອບຄົວ | ປື້ມຄູ່ມືສຳລັບການໃຊ້ຊີວິດໃນເກົາຫຼີ, ຂໍ້ມູນຂອງສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳທົ່ວປະເທດ, ແນະນຳເບີຕິດຕໍ່ ໃນເວລາຮີບດ່ວນ | Android, IOS |
共ZONE | ກົມນະໂຍບາຍການເຂົ້າອອກປະເທດສຳລັບຄົນຕ່າງດ້າວ ກະຊວງຍຸຕິທຳ | ຂ່າວທີ່ພິມເຜີຍແຜ່ໂດຍຫ້ອງການກວດຄົນເຂົ້າເມືອງ ແລະບໍລິການຄົນເຂົ້າເມືອງເກົາຫຼີພາຍໃຕ້ກະຊວງຍຸຕິທຳ, ໂດຍມີຂໍ້ມູນກ່ຽວກັບນະໂຍບາຍວີຊາຂາເຂົ້າ/ຂາອອກ, ນະໂຍບາຍຄົນເຂົ້າເມືອງ, ການແນະນຳຫ້ອງການຄົນເຂົ້າເມືອງ ແລະພັນທະ, ແລະຂໍ້ມູນທີ່ເປັນປະໂຫຍດສຳລັບຄົນຕ່າງປະເທດທີ່ພັກເຊົາຢູ່ໃນເກົາຫຼີ. | Android, IOS |
ຂໍ້ມູນດ້ານກົດໝາຍຊີວິດ ທີ່ຊອກຫາງ່າຍ | ກະຊວງສ້າງກົດໝາຍ | ສະໜອງຂໍ້ມູນດ້ານກົດໝາຍ, ການເສັງໃບຂັບຂີ່, ການຍົກຍ້າຍເຮືອນ, ປະກັນໄພອຸປະຕິເຫດແຮງງານ, ການອອກວິຊາ, ການສະເໜີຂໍປື້ມຜ່ານແດນ ແລະ ຂໍ້ມູນອື່ນໆ ທີ່ຈຳເປັນໃນການໃຊ້ຊີວິດໃນເກົາຫຼີ ເປັນ 12 ພາສາຕ່າງປະເທດ ແກ່ບັນດາແມ່ຍິງທີ່ມາສ້າງຄອບຄົວຢູ່ເກົາຫຼີ ແລະ ບັນດາແຮງງານຕ່າງປະເທດ ໃນເກົາຫຼີ | m.easylaw.go.kr/MOM |
My Seoul | ນະຄອນຫຼວງເຊອຸນ | ມູນກ່ຽວກັບການບໍລິຫານລັດ, ການສະໝັກງານ, ການຮຽນພາສາເກົາຫຼີ, ການແຊັດຮ່ວມກັບກຸ່ມ, ການໂທລະສັບໄປຕ່າງປະເທດ, ການໃຊ້ໂທລະສັບ, ການຄິດໄລ່ເງີນເດືອນ, ສາຍດ່່ວນສູນດາຊັນ ແລະ ອື່ນໆ ແກ່ຊາວຕ່າງປະເທດ ແລະ ສະມາຊີກຄອບຄົວຫຼາຍວັດທະນະທຳ ໃນເກົາຫຼີ | Android, IOS |
ສະເກສ ແຫ່ງຄວາມສຸກຂອງຄອບຄົວຫຼາຍວັດທະນະທຳ | ນະຄອນໃຫຍ່ ບູຊານ | ຂໍ້ມູນ ກ່ຽວກັບການໃຊ້ຊີວິດໃນເກົາຫຼີ, ການຊອກຮຽນພາສາເກົາຫຼີ, ການຊອກຫາວຽກເຮັດ, ການຂໍຄຳປືກສາ, ການແນະນຳໂຄງການ ແລະ ວັນເວລາການຈັດງານ, ສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳ, ສູນໂກບອນ | Android, IOS |
KBS World Radio | KBS | ບໍລິການອອກຂ່າວ, ການບັນເທີງ, ການແຂ່ງຂັນທົດສອບຄວາມຮູ້ ກ່ຽວກັບປະເທດເກົາຫຼີ ແລະ ວີດີໂອ ເປັນ 11 ພາສາຕ່າງປະເທດ | Android, IOS |
APP ກຽມພ້ອມສຸກເສີນ | ກະຊວງການບໍລິຫານສາທາລະນະ ແລະ ຄວາມປອດໄພ | ການບໍລິການຂໍ້ມູນຄວາມປອດໄພຂອງໄພພິບັດສໍາລັບຄົນຕ່າງປະເທດທີ່ອາໄສຢູ່ໃນເກົາຫຼີ | Android, IOS |