ສູນໂທ Danuri : 1577-1366
가족상담전화 : 1644-6621
21F, 173, Toegye-ro, Jung-gu, Seoul (Chungmuro 3-ga, Namsan Square Building)
Copyright ⓒ KOREA INSTITUTE FOR HEALTHY FAMILY. All Rights Reserved
ພາຍໃຕ້ລະບົບບຳນານແຫ່ງຊາດ ທີ່ດຳເນີນງານໂດຍລັດຖະບານ, ພົນລະເມືອງຖືກກຳນົດໃຫ້ຈ່າຍຄ່າປະກັນ ເພື່ອກະ ກຽມ ສໍາລັບໄວສູງ ອາຍຸ ຂອງພວກເຂົາ, ຄວາມພິການແລະການເສຍຊີວິດທີ່ບໍ່ຄາດຄິດ, ແລະບຳນານຈະຖືກ ມອບໃຫ້ ຜູ້ຮັບຜົນປະ ໂຫຍດຫຼືຄອບຄົວຂອງ ພວກເຂົາເພື່ອໃຫ້ພວກເຂົາສາມາດດຳລົງຊີວິດໄດ້ຢ່າງໝັ້ນຄົງ ໃນກໍລະນີທີ່ເກີດ ເຫດການສຸກເສີນ.
ຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ໃນເກົາຫລີ ກໍ່ນອນໃນເງຶ່ອນໄຂ ທີ່ສາມາດເຂົ້າກອງທຶນບໍານານປະຊາຊົນຂອງເກົາຫຼີ ໄດ້ ຄືກັບຄົນເກົາຫຼີ. ຖ້າຫາກວ່າຊາວ ຕ່າງປະເທດທີ່ອາຍຸ 18 ແລະ 60 ເຮັດວຽກຢູ່ໃນທຸລະກິດລະຫວ່າງ, ລາວຈະກາຍເປັນພະ ນັກງານ ສະຫມາຊິກ; ໃນສະຖານະການອື່ນ, ຊາວຕ່າງປະເທດອາທີ່ອາໄສຢູ່ຈະກາຍ ເປັນສະຫມາ ຊິກໃນທ້ອງຖິ່ນ. ຢ່າງໃດກໍຕາມ, ຖ້າຫາກວ່າກົດຫມາຍຂອງ ປະເທດກໍາເນີດຂອງ ຜູ້ທີ່ມາອາໄສຢູ່ບໍ່ອະນຸຍາດ ໃຫ້ສະຫມັກ ເຂົ້າກອງທຶນບໍານານ ຂອງເຂົາເຈົ້າ, ຊາວຕ່າງປະເທດ ຜູ້ທີ່ມາອາໄສຢູ່ ກໍ່ຈະບໍ່ສາມາດສະຫມັກເຂົ້າກອງ ທຶນບໍານານແຫ່ງຊາດເກົາຫຼີໄດ້. ຖ້າຫາກວ່າມີສົນທິສັນຍາຄວາມປອດໄພທາງສັງຄົມກັບປະເທດເກົາຫລີຢູ່ແລ້ວ ແລະ ປະເທດບ້ານເກີດຂອງຊາວຕ່າງປະເທດ, ລະບຽບ ການຂອງສົນທິສັນຍາໄດ້ຖືກປະຕິບັດຕາມ.
ຈໍເຈຍ, ໄນຈີເຣຍ, ອາຟຣິກາໃຕ້, ເນປານ, ຕີມໍຕາເວັນອອກ, ມາເລເຊຍ, ມໍດີຟ, ມຽນມາ, ບັງກະລາເທດ, ຫວຽດນາມ, ເບລາຣຸດ, ບຣູໄນ, ຊາອຸດີອາຣາເບຍ, ສະວາຊີແລນ, ສິງກະໂປ, ອາເມເນຍ, ເອທິໂອເປຍ, ອີຣ່ານ, ອີຢິບ, ກຳປູເຈຍ, ຕົງກາ, ປາກິດສະຖານ, ຟິຈິ
ຖ້າຫາກວ່າຊາວຕ່າງປະເທດມີຕາມເງື່ອນໄຂສໍາລັບຜົນປະໂຫຍດບໍານານ (ຜູ້ສູງອາຍຸ, ຜູ້ພິການ, ຫຼື ຜູ້ສູນເສຍ), ພວກເຂົາເຈົ້າສາມາດ ໄດ້ຮັບເງິນບໍານານທີ່ກ່ຽວຂ້ອງ.
ບຸກຄົນໃດທີ່ໄດ້ຈ່າຍເງີນສົບທົບເຂົ້າໃນບຳນານໃນກໍລະນີເຖົ້າແກ່ເປັນເວລາ 10 ປີ ຫຼື ຫຼາຍກວ່ານັ້ນ ອາດໄດ້ຮັບເງີນບຳນານ ເຖົ້າແກ່ ເມື່ອ ເຖິງກຳນົດອາຍຸກະສຽນແລ້ວ.
ລາຍການ | 1952 | 1953~1956 | 1957~1960 | 1961~1964 | 1965~1968 | 1969 |
---|---|---|---|---|---|---|
ປີ | 60세 | 61세 | 62세 | 63세 | 64세 | 65세 |
ສຳລັບ ຜູ້ທີ່ຊຳລະຄ່າປະກັນສັງຄົມ ຕາມກຳນົດເວລາ, ພະຍາດ ຫຼື ບາດແພ ທີ່ ທີ່ເກີດຂື້ນກ່ອນການເຂົ້າປະກັນສັງຄົມ(18ປີ ຫາ ກ່ອນຮອດ ອາຍຸການຮັບເງິນບຳນານ) ໂດຍຈະໄດ້ປີ່ນປົວໄປແລ້ວກໍ່ຕາມ(ຖ້າແມ່ນໄລຍະເວລາກຳລັງດຳເນີນການ ຕ້ອງມີໄລຍະດົນກວ່າ 1ປີ ແລະ 6 ເດືອນ)ແຕ່ຄວາມພິການ ຍັງບໍ່ຫາຍຂາດນັ້ນ ຈະໃຫ້ເງີນບຳນານ ຕາມຂະໜາດຄວາມພິການ ແຕ່ປະເພດ 1 ຫາ ປະເພດ 3, ສ່ວນຜູ້ທີ່ພິການປະເພດ 4 ແມ່ນຈະໄດ້ຮັບເງີນອຸດໜູນພຽງຄັ້ງດຽວ.
ຖ້າຜູ້ເປັນສະມາຊິກຂອງອົງການປະກັນສັງຄົມ ທີ່ໄດ້ຖອກເງີນປະກັນສັງຄັມ ຄົບຕາມກຳນົດເວລາແລ້ວ ຈຶ່ງເສຍຊີວິດ ຫຼື ເສຍຊີວິດ ໃນຂະນະທີ່ໄດ້ຮັບເງິນບຳນານ(ຍ້ອນຄົບອາຍຸການ ຫຼື ເປັນຄົນພິການປະເພດ1~2) ແລ້ວນັ້ນ, ຄອບຄົວຂອງຜູ້ກ່ຽວ ຈະໄດ້ຮັບເງີນບຳນານ ໃນແຕ່ລະເດືອນ ຕາມລະບຽບການ.
ສຳລັບ ຄົນຕ່າງປະເທດແລ້ວ, ຕາມລະບຽບການ ແມ່ນຈະບໍ່ໄດ້ຄືນເງິນບຳນານໃຫ້, ແຕ່ຖ້າມີເງື່ອນໄຂຄົບຖ້ວນຕາມກໍລະນີດັ່ງລຸ່ມນີ້, ຫຼື ຜູ້ກ່ຽວ ຈະກັບປະເທດ, ເສຍຊີວິດ ຫຼື ມີອາຍຸຄົບ 60ປີແລ້ວນັ້ນ, ຈະຄິດໄລ່ດອກເບ້ຍຂອງຈຳນວນເງິນບຳນານ ທີ່ໄດ້ຖອກ ໄປແລ້ວນັ້ນໃຫ້.
ປະເທດໄທ, ຟິລີບປິນ, ມາເລເຊຍ, ອິນໂດເນເຊຍ, ສີລັງກາ, ຄາຊັກສະຖານ, ຮອງກົງ, ເບຊີນ, ເກຣນາດາ, ບຣາເບໂດເຊນ ວິນເຊນແລະເກຣນາດິນ, ຊີມບັບເວ, ຄາເມີຣອນ, ການາ, ວາໂນອາຕູ, ເບີນີວດາ, ຊູດານ, ແອນຊັນວາເດີ, ຈໍແດນ, ເຄນຢາ, ຕິນິແດດແລະໂຕບາໂກ, ໂຄລຳເບຍ, ຢູກັນດາ, ຕູນິເຊຍອ, ອິນເດຍ, ສະວິດ ແລະ ຕັວກກີ ແລະ (24 ປະເທດທີ່ໄດ້ຕົກລົງ ຄືນເງິນບຳນານ ເຊິ່ງກັນ ແລະ ກັນ).
ເຢຍລະມັນ, ອາເມລິກາ, ການາດາ, ຮັງກາຣີ, ຝຣັ່ງ, ອົດສະຕາລີ, ເຊັກໂກສະໂລວາເກຍ, ປະເທດແບນຊິກ, ໂປແລນ, ສະໂລວາເກຍ,ບູກາເຣຍ, ໂລມາເນຍ, ອອສເຕີຍ, ອິນເດຍ, ຕວກກີ, ສະວິດເຊີແລນ, ບຣາຊິນ, ເປຣູ, ສະວິດເຊີແລນ, ຕວກກີ, ອິນເດຍ,ລຸກເຊມເບີກ, ສະໂລເວເນຍ, ໂຄຼເອເຊຍ ແລະ ອູຣູກວຍ (22 ປະເທດທີ່ມີສິດໄດ້ຮັບການຊໍາລະເງິນກ້ອນໂດຍອີງໃສ່ສັນຍາການປະກັນສັງຄົມ)