ບຸກຄົນ ທີ່ມີເງື່ອນໄຂດັ່ງຕໍ່ໄປ ສາມາດຍື່ນເອກະສານທີ່ກ່ຽວຂ້ອງ ເພື່ອຂໍສິດພັກເຊົາຖາວອນ (F-5) ໄດ້ຢູ່ອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ(ສຳນັກງານໃຫຍ່ ຫຼື ຫ້ອງການສາຂາ) ບ່ອນໃກ້ເຮືອນຂອງທ່ານ.
01ເງື່ອນໄຂຜູ້ຈະໄດ້ຮັບສິດທິພັກເຊົາຖາວອນ ໃນເກົາຫຼີ
- 1ຄົນທີ່ມີອາຍຸກະສຽນ ຕາມ *ຕາຕະລາງ1ຂອງ2.10 ຕາມທີ່ກຳນົດໄວ້ໃນກົດໝາຍແພ່ງຂອງ ສ.ເກົາຫຼີ. ຜູ້ທີ່ຖືວິຊາປະເພດ D-7 ເຖີງ20. ຜູ້ທີ່ມີກິດຈະກຳທີ່ແນ່ນອນໃດໜຶ່ງ ທີ່ຖືວິຊາພັກເຊົາ ປະເພດ E-7 ຫຼື ມີເງື່ອນໄຂສອດຄ່ອງຕາມຕາຕະລາງ1ຂອງ2.24. ຜູ້ທີ່ຖືວິຊາ F-2 ທີ່ໄດ້ພັກເຊົາຢູ່ໃນປະເທດເກົາຫຼີ 5ປີ ຂື້ນໄປ.
- 2ຄູ່ສົມລົດຂອງຂອງພົນລະເມືອງເກົາຫຼີ ຫຼືຄູ່ສົມລົດ ແລະ ເດັກນ້ອຍຂອງບຸກຄົນທີ່ມີຄຸນສົມບັດພັກເຊົາຖາວອນໃນເກົາຫຼີເປັນເວລາຫຼາຍກວ່າ 2 ປີ ຂື້ນໄປ. ເດັກນ້ອຍ ທີ່ເກີດຢູ່ໃນປະເທດເກົາຫຼີ ທີ່ສາມາດສະເໜີຂໍສິດພັກເຊົາຖາວອນ ຕາມທີ່ກຳນົດໄວ້ໃນມາດຕາ23ຂອງ ກົດໝາຍ ໂດຍທີ່ໃນເວລາເກີດນັ້ນ ພໍ່ ຫຼື ແມ່ ຖືວິຊາພັກເຊົາຖາວອນ F-5 ທີ່ໄດ້ຮັບຮອງຈາກລັດຖະມົນຕີກະຊວງຍຸຕິທຳເກົາຫຼີ.
- 3ນັກລົງທຶນຕ່າງປະເທດ ທີ່ໄດ້ລົງທຶນໃນເກົາຫຼີ 5 ແສນໂດລາຂື້ນໄປ ແລະ ມີການຈ້າງຄົນເກົາຫຼີ ເຮັດວຽກນຳເຖີງ 5 ຄົນຂື້ນໄປ ຕາມທີ່ໄດ້ກຳນົດໄວ້ ຢູ່ໃນກົດໝາຍສົ່ງເສີມການລົງທຶນຕ່າງປະເທດຂອງເກົາຫຼີ.
- 4ຊາວເກົາຫຼີ ໃນຕ່າງແດນ ທີ່ຖືວິຊາພັກເຊົາປະເພດ F-4 ແລະ ໄດ້ອາໄສຢູ່ໃນເກົາຫຼີ ຢ່າງຕໍ່ເນື່ອງ ເປັນເວລາ2 ປີ ຂື້ນໄປ ຕາມທີ່ກຳນົດໄວ້ໃນຕາຕະລາງ1ຂອງສອງ.26 ໂດຍທີ່ຜູ້ກ່ຽວຖືກຮັບຮອງຈາກລັດຖະມົນຕີກະຊວງຍຸຕິທຳເກົາຫຼີວ່າ ມີຄວາມຈຳເປັນ ຕ້ອງອາໄສຢູ່ໃນປະເທດເກົາຫຼີ.
- 5ບຸກຄົນທີ່ມີສັນຊາດຕ່າງປະເທດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 2, ພາກທີ 2 ຂອງກົດໝາຍວ່າດ້ວຍການຄວບຄຸມຄົນເຂົ້າເມືອງ ແລະ ສະຖານະພາບທາງກົດໝາຍຂອງຄົນເກົາຫຼີຢູ່ຕ່າງປະເທດ, ແຕ່ຜູ້ທີ່ຕອບສະໜອງໄດ້ເງື່ອນໄຂການໄດ້ສັນຊາດຕາມກົດໝາຍວ່າດ້ວຍສັນຊາດ (ບໍ່ລວມຂໍ້ກໍານົດຂອງມາດຕາ 5, ພາກທີ 1-. 2 ຂອງກົດໝາຍສະບັບດຽວກັນ).
- 6ຜູ້ທີ່ມີເງື່ອນໄຂ ໄດ້ຮັບວິຊາປະເພດ F-2 ຕາມທີ່ກຳນົດໄວ້ໃນຕາມຕະລາງ1, ຍໍ້ໜ້າທີ່27 ຕາມທີ່ໄດ້ລະບຸໄວ້ຢູ່ໃນດຳລັດວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍຄຸ້ມຄອງການເຂົ້າອອກເມືອງ(ໝາຍເຖີງ ລັດຖະດຳລັດຂອງປະທານາທິບໍດີ ເລກທີ່17579 ທີ່ໄດ້ປັບປຸງ ບາງສ່ວນ ໂດຍໄດ້ປະກາດໃຊ້ ມາແຕ່ ວັນທີ່ 18 ເມສາ 2002) ທີ່ໄດ້ຮັບຮອງຈາກລັດຖະມົນຕີກະຊວງຍຸຕິທຳວ່າ ຜູ້ກ່ຽວມີເງື່ອນໄຂ ພຽງພໍ ທີ່ຈະຕ້ອງອະນຸຍາດ ໃຫ້ພັກເຊົາຢູ່ໃນປະເທດເກົາຫຼີ ຕໍ່ໄປ.
- 7ຜູ້ທີ່ມີເງື່ອນໄຂຄົບຖ້ວນຢູ່ໜຶ່ງ ໃນສອງເງື່ອນໄຂ ດັ່ງລຸ່ມນີ້ ໂດຍທີ່ໄດ້ຮັບຮອງຈາກລັດຖະມົນຕີກະຊວງຍຸຕິທຳເກົາຫຼີ.
- ກ.ຜູ້ທີ່ຮຽນຈົບປະລິຍາເອກ ສາຂາໃດໜຶ່ງ ຢູ່ໃນປະເທດເກົາຫຼີ ໂດຍທີ່ໄດ້ສະໝັກເຂົ້າເຮັດວຽກຢູ່ໃນບໍລິສັດໃດໜຶ່ງ ພາຍໃນເກົາຫຼີແລ້ວ ໂດຍມີເງື່ອນໄຂ ຈະໄດ້ຮັບວິຊາພັກເຊົາ ປະເພດ F-5.
- ຂ.ຜູ້ທີ່ຮຽນຈົບລະດັບປະລິຍາໂທຢູ່ໃນເກົາຫຼີ ແລະ ຈະຮຽນຕໍ່ອີກ ໃນລະດັບປະລິຍາເອກ ຢູ່ໃນເກົາຫຼີ.
- 8ຜູ້ທີ່ຮຽນຈົບຫຼັກສູດປະລິຍາຕີ ໃນສາຂາວິຊາທີ່ລັດຖະມົນຕີກະຊວງຍຸຕິທຳເກົາຫຼີ ກຳນົດ ຫຼື ຜູ້ທີ່ມີໃບຢັ້ງຢືນໃນສາຂາວິຊາເຕັກນິກ ທີ່ລັດຖະມົນຕີຍຸຕິທຳເກົາຫຼີ ກຳນົດ ໂດຍໄດ້ພັກອາໄສຢູ່ໃນປະເທດເກົາຫຼີ ເປັນເວລາ 3 ປີຂື້ນໄປ ທີ່ຖືວິຊາປະເພດ F-5 ທີ່ໄດ້ບັນຈຸເຂົ້າ ເຮັດວຽກຢູ່ບໍລິສັດໃດໜຶ່ງ ໃນປະເທດເກົາຫຼີ ແລະ ໄດ້ຮັບເງີນເດືອນສູງກວ່າ ລະດັບທີ່ລັດຖະມົນຕີຍຸຕິທຳເກົາຫຼີ ກຳນົດ.
- 9ຜູ້ທີ່ມີຄວາມສາມາດພິເສດໃດໜຶ່ງທາາງດ້ານວິທະຍາສາດ, ການບໍລິຫານ, ການສຶກສາ, ສິລະປະ, ວັດທະນະທຳ ທີ່ລັດຖະມົນຕີຍຸຕິ ທຳເກົາຫຼີ ຮັບຮອງ.
- 10ຜູ້ທີ່ມີຜົນງານພິເສດໃດໜຶ່ງ ຕໍ່ປະເທດເກົາຫຼີ ໂດຍທີ່ໄດ້ຮັບຮອງຈາກລັດຖະມົນຕີກະຊວງຍຸຕິທຳເກົາຫຼີ.
- 11ຜູ້ທີ່ມີອາຍຸສູງກວ່າ 60ປີ ຂື້ນໄປ ແລະ ໄດ້ຮັບເງີນບຳນານຢູ່ໃນເກົາຫຼີ ສູງກວ່າລະດັບທີ່ລັດຖະມົນຕີກະຊວງຍຸຕິທຳເກົາຫຼີ ກຳນົດ.
- 1229 ຂອງເອກະສານຊ້ອນທ້າຍ 1-2. ເປັນບຸກຄົນທີ່ປະຕິບັດວຽກງານທີ່ມີສະຖານະພາບການຈ້າງງານຊົ່ວຄາວ (H-2) ແລະໄດ້ຮັບການຍອມຮັບຈາກລັດຖະມົນຕີວ່າການກະຊວງຍຸຕິທໍາໂດຍຄໍານຶງເຖິງໄລຍະເວລາຂອງການບໍລິການ, ພື້ນທີ່ການຈ້າງງານ, ລັກສະນະຂອງຂົງເຂດອຸດສາຫະກໍາ, ການຂາດແຄນແຮງງານ. ແລະຄວາມມັກແຫ່ງຊາດສໍາລັບການຈ້າງງານ, ແລະອື່ນໆ.
- 13ຜູ້ທີ່ມີເງື່ອນໄຂ ໄດ້ຮັບວິຊາພັກເຊົາ(F-2) ຕາມທີ່ກຳນົດໄວ້ຢູ່ໃນຕາຕະລາງ1ຂອງ2.24 ທີ່ໄດ້ພັກເຊົາ ຢູ່ໃນປະເທດເກົາຫຼີ 3 ປີ ຂື້ນໄປ ໂດຍທີ່ລັດຖະມົນຕີກະຊວງຍຸຕິທຳ ເຫັນດີຮັບຮອງວ່າ ຜູ້ກ່ຽວ ມີຄວາມຈຳເປັນຕ້ອງໄດ້ຢູ່ໃນປະເທດເກົາຫຼີ ຕໍ່ໄປ.
- 14ຜູ້ທີ່ມີເງື່ອນໄຂ ໄດ້ຮັບວິຊາພັກເຊົາ(F-2) ຕາມທີ່ກຳນົດໄວ້ຢູ່ໃນຕາຕະລາງ1ຂອງ2.24 ທີ່ໄດ້ລົງທຶນຕໍ່ເນື່ອງ ຢູ່ໃນປະເທດເກົາຫຼີ ເປັນເວລາ 5 ປີ ຂື້ນໄປໂດຍທີ່ລັດຖະມົນຕີກະຊວງຍຸຕິທຳ ເຫັນດີຮັບຮອງວ່າ ຜູ້ພ້ອມດ້ວຍຜົວ ຫຼື ເມຍ ແລະ ລູກ ມີຄວາມຈຳເປັນຕ້ອງໄດ້ຢູ່ໃນປະເທດເກົາຫຼີ ຕໍ່ໄປ(ສະເພາະ ລູກ ທີ່ມີເງື່ນໄຂຄົບຖ້ວນ ຕາມທີ່ລັດຖະມົນຕີກະຊວງຍຸຕິທຳ ກຳນົດ)
- 15ຜູ້ທີ່ ມີເງື່ອນໄຂໄດ້ຮັບວິຊາ ປະເພດການລົງທຶນ ຫຼື ທຸລະກິດ(D-8) ທີ່ໄດ້ອາໄສຢູ່ໃນປະເທດເກົາຫຼີ ຢ່າງຕໍ່ເນື່ອງ 3ປີ ຂື້ນໄປ ຕາມທີ່ກຳນົດໄວ້ໃນຕາຕະລາງ1ຂອງ2.11 ໂດຍທີ່ຜູ້ກ່ຽວສາມາດດຶງດູດການລົງທຶນໄດ້ 300ລ້ານ ຂື້ນໄປ ແລະ ໄດ້ຈ້າງຄົນເກົາຫຼີ 2ຄົນ ຂື້ນໄປ ຕາມເງື່ອນໄຂ ທີ່ລັດຖະມົນຕີກະຊວງຍຸຕິທຳ ກຳນົດ.
- 16ຜູ້ທີ່ລົງທຶນເຮັດທຸລະກິດຢູ່ໃນປະເທດເກົາຫຼີ ເປັນເວລາ5 ປີຂື້ນໄປ ແລະ ມີມູນຄ່າລົງທຶນສູງກວ່າ ລະດັບທີ່ລັດຖະມົນຕີກະຊວງຍຸຕິທຳ ເກົາຫຼີ ກຳນົດ ແລະ ມີເງື່ອນໄຂ ຄົບຖ້ວນຕາມທີ່ລັດຖະມົນຕີຍຸກຕິທຳ ກຳນົດ.
- 17ຜູ້ທີ່ມີເງື່ອນໄຂໄດ້ຮັບວິຊາພັກເຊົາ ປະເພດການລົງທຶນ ຫຼື ທຸລະກິດ(D-8) ຕາມທີ່ກຳນົດໄວ້ໃນຕາຕະລາງ 1ຂອງ2.11, ໂດຍນອນ ໃນເງື່ອນໄຂ ທີ່ຜູ້ກ່ຽວເປັນຄົນທີ່ເກົາຫຼີ ມີຄວາມຕ້ອງການ ຕາມທີ່ກຳນົດໄວ້ ໃນດຳລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍສົ່ງເສີມການ ລົງທຶນຂອງເກົາຫຼີ ມາດຕາ25 ຂໍ້1, ຫຍໍ້ໜ້າ4 ໂດຍຜູ້ກ່ຽວໄດ້ອາໄສ່ຢູ່ໃນປະເທດເກົາຫຼີຢ່າງໜ້ອຍ 3 ປີ ຂື້ນໄປ ຕາມທີ່ລັດຖະມົນຕີກະ ຊວງຍຸຕິທຳ ຮັບຮອງ.
- 18ຜູ້ທີ່ມີເງື່ອນໄຂ ໄດ້ຮັບວິຊາປະເພດ F-2 ທີ່ໄດ້ພັກເຊົາຢູ່ໃນປະເທດເກົາຫຼີ 2ປີຂື້ນໄປ ຕາມທີ່ກຳນົດໄວ້ຢູ່ໃນຕາຕະລາງ1ຂອງ2.24.
- ຕາຕະລາງ 1ຂອງ2 : ດຳລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍຄຸ້ມຄອງການເຂົ້າ-ອອກເມືອງ
- 19 ບຸກຄົນຜູ້ທີ່ໄດ້ພັກເຊົາຢູ່ໃນສາທາລະນະລັດເກົາຫລີຫຼາຍກວ່າ 2 ປີທີ່ມີສະຖານະພາບທີ່ຢູ່ອາໄສກົງກັນກັບ 24. ທີ່ຢູ່ (F-2) ຕາຕະລາງ (k) ຂອງເອກະສານຊ້ອນທ້າຍ 1-2.
02ເອກະສານທີ່ຈຳເປັນສຳລັບການຍື່ນຂໍເອົາສິດພັກເຊົາຖາວອນ
ກະຊວງຍຸຕິທໍາ Hi Korea (www.hikorea.go.kr) - ສະຖານທີ່ຂໍ້ມູນຂ່າວສານ - ຄູ່ມືຂໍ້ມູນຂ່າວສານໂດຍສະຖານະພາບທີ່ຢູ່ອາໄສ - ຄູ່ມືຂໍ້ມູນຂ່າວສານໂດຍສະຖານະພາບທີ່ຢູ່ອາໄສ - ການຢືນຢັນທີ່ຢູ່ອາໄສຖາວອນທີ່ຕ້ອງການ (F-5)
ເອກະສານທີ່ພິສູດສະຖານທີ່ຢູ່ອາໄສ
ຄ່າທຳນຽມ 200,000 ວອນ (ບໍ່ລວມເອົາຄ່າທຳນຽມອອກບັດຕ່າງດ້າວ ຈຳນວນ 30,000 ວອນ)
- ຜູ້ທີ່ຍັງບໍ່ທັນແຕ່ງງານ, ແລະຄົນຕ່າງຊາດຜູ້ທີ່ຄູ່ສົມລົດຂອງເຂົາເຈົ້າແມ່ນຄົນເກົາຫຼີ (ຄົນຕ່າງຊາດທີ່ມີສິດໄດ້ຮັບພົນລະເມືອງເກົາຫຼີ) ຕ້ອງໂທຫາ 1345, ເພາະວ່າເອກະສານທີ່ຈະຕ້ອງສົ່ງ ແລະຂໍ້ກຳນົດສຳລັບຄຳຮ້ອງສະໝັກແມ່ນແຕກຕ່າງກັນ.
03ການຍົກເລີກ ສິດພັກເຊົາຖາວອນ ໃນເກົາຫຼີ(ກົດໝາຍວ່າດ້ວຍການຄຸ້ມຄອງການເຂົ້າອອກເມືອງຂອງເກົາຫຼີ ມາດຕາ89 ຂໍ້2)
ຄົນຕ່າງປະເທດ ທີ່ໄດ້ຮັບສິດການຢູ່ອາໄສຖາວອນໃນເກົາຫຼີແລ້ວ ກໍ່ຕາມ ອາດຈະຖືກຍົກເລີກສິດພັກເຊົາຖາວອນດັ່ງກ່າວ ເນື່ອງຈາກເຫດຜົນຕໍ່ໄປນີ້.
- ຜູ້ທີ່ໄດ້ຮັບສິດພັກເຊົາຖາວອນ ດ້ວຍການຕົວະຢົວະ ຫຼື ໄດ້ມາຊ່ອງທາງຜິດກົດໝາຍ.
- ຜູ້ທີ່ຖືກສານເກົາຫຼີ ຕັດອິດສະລະພາບ ຈຳຄຸກ 2 ປີຂື້ນໄປ ຍ້ອນມີໂທດ ຕາມທີ່ກຳນົດໄວ້ຢູ່ໃນກົດໝາຍອາຍາ, ກົດໝາຍພິເສດວ່າດ້ວຍ ການລົງໂທດຕໍ່ນັກໂທດ ທີ່ພົວພັນເລື່ອງຂົ່ມຂືນ ໂດຍທີ່ກະຊວງຍຸຕິທຳ ໄດ້ອອກແຈ້ງການໄປແລ້ວ.
- ໃນໄລຍະ 5ປີມານີ້, ຜູ້ກ່ຽວ ທີ່ຖືກສານຕັດອິດສະລະພາບ ຈຳຄຸກລວມກັນ ເຖີງ 3 ປີຂື້ນໄປ ຍ້ອນລະເມີດກົດໝາຍນີ້ ແລະ ກົດໝາຍອື່ນໆ.
- ຜູ້ທີ່ໄດ້ຮັບສິດທິການພັກເຊົາຖາວອນ ດ້ວຍເງື່ອນໄຂທີ່ມີເງີນລົງທຶນ ຕາມທີ່ກຳນົດໄວ້ ໂດຍທີ່ລະເມີດເງື່ອນໄຂ ທີ່ໄດ້ກຳນົດໄວ້ ຢູ່ໃນລັດ ຖະດຳລັດຂອງປະທານາທິບໍດີເກົາຫຼີ.
- ຜູ້ທີ່ສ້າງຜົນກະທົບທີ່ບໍ່ດີ ຕໍ່ຄວາມໝັ້ນຄົນຂອງຊາດ, ເຊື່ອມເສຍສາຍພົວພັນທາງການທູດ ແລະ ເສຍຜົນປະໂຫຍດລວມຂອງຊາດ ເກົາຫຼີ
ສິດທິພິເສດ ທີ່ຈະໄດ້ຮັບ ໃນເວລາສະເໜີຂໍອາໄສຖາວອນ
- ບໍ່ຈຳເປັນຕ້ອງຖີ້ມສັນຊາດເດີມຂອງຕົນ ກໍ່ໄດ້
- ຫຼັງຈາກ ໄດ້ສິດທິການຢູ່ອາໄສຖາວອນ ໄດ້ 3 ປີແລ້ວ ສາມາດເຂົ້າຮ່ວມການປ່ອນບັດເລືອກຕັ້ງຜູ້ແທນທ້ອງຖີ່ນໄດ້.
- ສາມາດອອກໄປຕ່າງປະເທດ ໄດ້ຍາວນານ ເຖີງ 2 ປີ ແລະ ສາມາດກັບມາປະເທດເກົາຫຼີໄດ້ ໂດຍບໍ່ຈຳເປັນຕ້ອງຂໍໃບອະ ນຸຍາດເຂົ້າອອກປະເທດຫຼາຍຄັ້ງ ກໍ່ໄດ້.
- ບໍ່ມີຂໍ້ຈໍາກັດກ່ຽວກັບຂອບເຂດຂອງກິດຈະກໍາຫຼືໄລຍະເວລາຂອງການພັກເຊົາ.
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.