ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ສູນບໍລິການສຸຂະພາບສາທາລະນະ

  • Home
  • ສຸຂະພາບ ແລະ ການເບິ່ງແຍງສຸຂະພາບ
  • ສູນບໍລິການສຸຂະພາບສາທາລະນະ

ສູນບໍລິການສຸຂະພາບສາທາລະນະ

ສູນບໍລິການສຸຂະພາບສາທາລະນະແມ່ນເປັນອົງກອນບໍລິການສຸຂະພາບສາທາລະນະທີ່ຖືກສ້າງຕັ້ງຂື້ນມາເພື່ອສົ່ງເສີມສຸຂະພາບຂອງຄົນໃນທ້ອງຖິ່ນແລະປ້ອງກັນແລະຈັດການກັບເຊື້ອພະຍາດ. ໜ້າທີ່ຮັບຜິດຊອບຂອງສູນບໍລິການສຸຂະພາບສາທາລະນະລວມມີໂຄງການເບິ່ງແຍງສຸຂະພາບ, ການປ້ອງກັນແລະຄວບຄຸມພະຍາດຕິດຕໍ່, ການປະຕິບັດການປິ່ນປົວພະຍາດທົ່ວໄປ, ການທົດລອງແລະທົດສອບ, ການຈັດການສຸຂະອະນາໄມສາທາລະນະແລະອາຫານ, ການໃຫ້ ຄໍາແນະນໍາແລະການຈັດການໃນການປິ່ນປົວພະຍາດແລະການບໍລິຫານວຽກງານທົ່ວໄປຂອງປະຊາຊົນ. ໃນແງ່ຂອງການບໍລິການສຸຂະພາບ, ສູນບໍລິການສຸຂະພາບສາທາລະນະໃຫ້ບໍລິການປິ່ນປົວພະຍາດຊໍາເຮື້ອ, ປິ່ນປົວທາງຮ່າງກາຍ, ປິ່ນປົວແຂ້ວ ແລະ ບໍລິການປິ່ນປົວພະຍາດພາກຕາເວັນອອກ. ໃນຖານະທີ່ເປັນສູນບໍລິການສຸຂະພາບສາທາລະນະທີ່່ສ້າງຕັ້ງຂື້ນແລະ ຄຸ້ມຄອງໂດຍລັດຖະບານທ້ອງຖິ່ນ. ຂອບເຂດ, ເນື້ອໃນ ແລະ ລາຄາໃນການປິ່ນປົວພະຍາດອາດມີຄວາມແຕກຕ່າງກັນ. ສໍາລັບລາຍ ລະອຽດ, ກະລຸນາຕິດຕໍ່ຫາສູນບໍລິການສຸຂະພາບສາທາລະນະ ໃນທ້ອງຖິ່ນຂອງທ່ານ.

01ການປີ່ນປົວທົ່ວໄປ

일반진료 표 : 구분, 내용을 포함한 표입니다.
ລາຍການ ຄໍາອະທິບາຍ
ຂອບເຂດຂອງກາ ນເບິ່ງແຍງສຸຂະພາບ ການເບິ່ງແຍງສຸຂະພາບຂັ້ນພື້ນຖານ, ການທົດສອບທີ່ລາກຫຼາຍສໍາລັບພະຍາດຊໍາເຮື້້ອລວມມີ ພະຍາດຄວາມດັນເລືອດສູງ ແລະ ພະຍາດເບົາຫວານແລະການປິ່ນປົວທາງຮ່າງກາຍ.
ການປິ່ນປົວພະຍາ ດພາກຕາເວັນອອກ ບໍລິການໃຫ້ຄຳປຶກສາແລະປິ່ນປົວພະຍາດພາກຕາເວັນອອກ
ການປິ່ນປົວແຂ້ວ ການກວດສຸຂະພາບໃນຊ່ອງປາກ,ການໃຫ້ຄໍາປຶກສາ,ການປ້ອງກັນພະຍາດ,ການປິ່ນປົວແຂ້ວແລະການຫຼົກແຂ້ວ
ຄ່າໃຊ້ຈ່າຍໃນກາ ນປິ່ນປົວພະຍາດ ຄ່າທໍານຽມແລະຄ່າໃຊ້ຈ່າຍທາງການແພດໂດຍສູນສຸຂະພາບໃນທ້ອງຖິ່ນໄດ້ຖືກກໍານົດໂດຍພິທີການຂອງລັດຖະບານໃນທ້ອງຖິ່ນອີງຕາມມາດຕາ 25 ຂອງກົດຫມາຍວ່າດ້ວຍສຸຂະພາບສາທາລະນະພາກພື້ນ

02ໂຄງການແພດເຄື່ອນທີ່

ກຸ່ມຄົນດ້ອຍໂອກາດ ຫຼື ຜູ້ເຖົ້າ ທີ່ມີອາຍຸ 65 ປີຂື້ນໄປ ທີ່ຢູ່ໂດດດ່ຽວ, ຄອບຄົວຜົວເມຍຜູ້ເຖົ້າ ທີ່ມີອາຍຸ 75 ປີ ຂື້ນໄປ ທີ່ມີຄວາມຫຍຸ້ງຍາກ ບໍ່ສາມາດເຂົ້າເຖິງລະບົບການບໍລິການສາທາລະນະສຸກໄດ້ນັ້ນ, ທາງສຸກສາລາເຂດ ຈະຈັດສົ່ງທີມແພດ ຫຼື ພະຍາບານ ໄປບໍລິການສຸຂະພາບ ໃຫ້ກັບທີ່ ເພື່ອຄຸ້ມຄອງສຸຂະພາບຂອງເຂົາເຈົ້າ.

(1)ກຸ່ມເປົ້າໝາຍທີ່ທີມແພດ ຈະເຂົ້າໄປຊ່ວຍເຫຼືອ

  • ພົນລະເມືອງທ້ອງຖິ່ນບໍ່ສາມາດເຂົ້າເຖິງການບໍລິການດ້ານສຸຂະພາບໄດ້ສະດວກ ແລະ ຕ້ອງການການດູແລສຸຂະພາບ*
    • ພົນລະເມືອງຕ້ອງປັບປຸງສະພາບສຸຂະພາບຕິດພັນກັບການສູບຢາ, ດື່ມເຫຼົ້າເລື້ອຍໆ, ຊີວິດການກິນບໍ່ສະໝ່ຳສະເໝີ ແລະ ຂາດການອອກກຳລັງກາຍ, ພ້ອມທັງກຸ່ມທີ່ມີຄວາມສ່ຽງຕໍ່ສຸຂະພາບ ແລະ ພະຍາດທີ່ໄດ້ຮັບຜົນກະທົບ. ຄວາມດັນເລືອດສູງ, ພະຍາດເບົາຫວານ, ແລະ ໂລກອ້ວນ.
  • (ກຸ່ມບຸລິມະສິດ) ພົນລະເມືອງອາວຸໂສທີ່ມີອາຍຸ 65 ປີຂຶ້ນໄປ, ຜູ້ຮັບປະກັນຊີວິດການເປັນຢູ່ຂັ້ນພື້ນຖານແຫ່ງຊາດ, ຄອບຄົວທີ່ມີລາຍໄດ້ຕ່ໍາ, ພົນລະເມືອງຜູ້ອາວຸໂສຢູ່ໂດດດ່ຽວ, ຄອບຄົວຫຼາຍວັດທະນະທໍາ, ຄອບຄົວພໍ່ແມ່ດຽວ, ຫົວໜ້າຄອບຄົວພໍ່ເຖົ້າແມ່ເຖົ້າ, ຜູ້ອົບພະຍົບຈາກເກົາຫຼີເໜືອ, ຄົນເຈັບທີ່ເປັນພະຍາດຊຳເຮື້ອທີ່ຖືກລະເລີຍ ແລະ ກຸ່ມທີ່ມີຄວາມສ່ຽງດ້ານສຸຂະພາບທີ່ມີພະຍາດຊໍາເຮື້ອ.
    • ບໍ່​ລວມ​ຜູ້​ອາວຸ​ໂສ​ທີ່​ຖືກ​ຖື​ວ່າ​ມີ​ສິດ​ໄດ້​ຮັບ​ການ​ດູ​ແລ​ໃນ​ໄລ​ຍະ​ຍາວ (ຊັ້ນ 1-5​)

(2)ປະເພດການບໍລິການ

  • ກວດສຸຂະພາບ(ເພື່ອປະເມີນສຸຂະພາບ ແລະ ຊອກຫາພະຍາດທີ່ເປັນອັນຕະລາຍ)
  • ແນະນຳວິທີປ້ອງກັນພະຍາດຊໍາເຮື້ອ (ຄວາມດັນເລືອດສູງ, ພະຍາດເບົາຫວານ ແລະ ອື່ນໆ.)
  • ຊ່ວຍດູແລສຸຂະພາບຂອງແມ່ມານ, ເດັກເກີດໃໝ່ ແລະ ເດັກນ້ອຍ
  • ຊ່ວຍດູແລສຸຂະພາບຂອງຜູ້ເຖົ້າ
  • ຊ່ວຍດູແລສຸຂະພາບຂອງສະມາຊິກຄອບຄົວຫຼາຍວັດທະນະທຳ ແລະ ຜູ້ອົບພະຍົມຈາກເກົາຫຼີເໜືອ
  • ຊ່ວຍສຸຂະສຶກສາ ພື່ອບຳບັດສຸຂະພາບ.

(3)ວິທີເຂົ້າຊ່ວຍເຫຼືອການແພດ

  • ຊອກຫາກຸ່ມຄົນດ້ອຍໂອກາດດັ່ງກ່າວ ໂດຍສຶກສາຂໍ້ມູນຈາກສຸກສາລາທ້ອງຖີ່ນ
  • ຜູ້ຮັບຜິດຊອບ ລົງເກັບກຳຂໍ້ມູນກັບທີ່ ຕໍ່ກຸ່ມເປົ້າໝາຍ ພ້ອມທັງ ປະເມີນຕີລາຄາຖານະຊີວິດການເປັນຢູ່ຂອງເຂົາເຈົ້າ
  • ວິເຄາະຂໍ້ມູນແລ້ວ ຈັດແບ່ງເປັນເຂດເອົາໃຈໃສ່, ເຂດຊ່ວຍເຫຼືອເປັນປະຈຳ, ເຂດພໍກຸ້ມຕົນເອງໄດ້
  • ເຂົ້າໄປຊ່ວຍເຫຼືອ ຕາມຄວາມຕ້ອງການຂອງແຕ່ລະເຂດ ພ້ອມທັງ ຂໍຄວາມຮ່ວມມື ຈາກສຸກສາລາທ້ອງຖີ່ນດັ່ງກ່່າວ.
  • 도표

03ສູນບໍລິການປິ່ນປົວສຸຂະພາບຈິດ ໂດຍບໍ່ເສຍຄ່າ

ສູນສະຫວັດດີການສຸຂະພາບຈິດ ເປັນອົງກອນ ທີ່ເບິ່່ງແຍງສຸຂະພາບສາທາລະນະທີ່ຊ່ວຍປ້ອງກັນການເປັນໂລກຈິດ,ບົ່ງມະຕິຄົນເຈັບ ທີ່ເປັນ ໂລກຈິດ, ໃຫ້ຄຳປຶກສາ ແລະ ບໍລິການບໍາບັດໂລກຈິດ, ການຈັດການກໍລະນີເຈັບເປັນ, ໃຫ້ການສຶກສາ, ບໍລິການໃຫ້ຄໍາປຶກສາ ແລະ ການປະຊາສໍາພັນ ເພື່ອປັບປຸງສຸຂະພາບຈິດ. ຄົນເຈັບທີ່ພົບຄວາມຫຍຸ້ງຍາກອັນເນື່ອງມາຈາກໂລກຊືມເສົ້າ, ຄວາມຜິດປົກກະຕິຂອງສຸຂະພາບຈິດ ແລະ/ຫຼືຕິດຢາເສບຕິດ ສາມາດຊອກ ຫາການບໍລິ ການໃຫ້ຄໍາປຶກສາແລະຄວາມຊ່ວຍເຫຼືອຈາກ ສູນສະຫວັດດີການສຸຂະພາບຈິດ ທີ່ຢູ່ໃກ້ຕົວທ່ານ.

(1)ເງື່ອນໄຂຜູ້ສະໝັກ

  • ໂຄງການການລົງທະບຽນແລະບໍລິຫານຄົນມີບັນຫາສຸຂະພາບຈິດໄດ້ມີເປົ້າໝາຍສໍາລັບຄົນເຈັບທາງຈິດຢູ່ໃນພາກພື້ນ.
  • ໂຄງການສົ່ງເສີມສຸຂະພາບຈິດ ແນໃສ່ກຸ່ມທີ່ມີຄວາມສ່ຽງສູງຕໍ່ພະຍາດທາງຈິດ ໃນບັນດາຊາວທ້ອງຖິ່ນ.

(2)ວິທີນຳໃຊ້ ແລະ ຂັ້ນຕອນ

ໂດຍທົ່ວໄປແລ້ວ, ສູນສະຫວັດດີການສຸຂະພາບຈິດ ໄດ້ເປີດເຮັດວຽກຕັ້ງແຕ່09:00 ເຖິງ 18:00ໃນຕອນກາງເວັນ (ທຸກວັນຈັນຮອດ ວັນສຸກ), ແຕ່ຊົ່ວໂມງການເຮັດວຽກ ອາດມີຄວາມແຕກຕ່າງກັນໄປຕາມສະຖານະການໃນທ້ອງຖິ່ນ.
ຂັ້ນຕອນການໃຊ້ບໍລິການ
  • ໄປຫາ ສູນສະຫວັດດີການສຸຂະພາບຈິດ ແລະ ກະກຽມໃບສະໝັກເພື່ອລົງທະບຽນ
  • ຄົນເຈັບ ທີ່ມາໃຊ້ບໍລິການ ສູນສະຫວັດດີການສຸຂະພາບຈິດ ເປັນຄັ້ງທຳອິດ ແມ່ນຈະໄດ້ໃຫ້ຄຳປຶກສາ ແລະ ທຳການປະເມີນເບິ່ງ ສະພາບສຸຂະພາບຈິດ ກ່ອນ ຈຶ່ງກຳນົດແຜນໂຄງການ ຕາມຜົນການປະເມີນດັ່ງກ່າວ.
  • ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການບໍລິການຂອງ ສູນສະຫວັດດີການສຸຂະພາບຈິດ, ໂທໄປທີ່ສູນໃຫ້ຄຳປຶກສາສຸຂະພາບຈິດ (☎1577-0199).
ຄ່າບໍລິການ :
ບໍ່ໄດ້ເສຍຄ່າ (ຄ່າບໍລິການອາດຈະເກັບນໍາຄົນເຈັບທີ່ໃຊ້ບໍລິການພິເສດທີ່ມີຄ່າປິ່ນປົວສູງ.)
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.