ສູນໂທ Danuri : 1577-1366
가족상담전화 : 1644-6621
21F, 173, Toegye-ro, Jung-gu, Seoul (Chungmuro 3-ga, Namsan Square Building)
Copyright ⓒ KOREA INSTITUTE FOR HEALTHY FAMILY. All Rights Reserved
ລະບົບເງີນອຸດໜູນຄ່າປີ່ນປົວພະຍາດ ໃນໂຮງໝໍ ແມ່ນລະບົບການ ທີ່ລັດຖະບານ ໃຫ້ເງີນອຸດໜູນ ຊ່ວຍເຫຼືອຄອບຄົວ ທີ່ທຸກຍາກ ບໍ່ມີເງີນເສຍຄ່າໂຮງໝໍ ໂດຍລັດຖະບານ ເປັນຜູ້ເສຍໃຫ້ແທນ. ຄົນຕ່າງປະເທດ ຈະບໍ່ສາມາດ ໄດ້ຮັບເງິນຊ່ວຍເຫຼືອປິ່ນປົວພະ ຍາດ, ແຕ່ວ່າ ສຳລັບ ຄົນຕ່າງຊາດ ທີ່ມີເງື່ອນໄຂສອດຄ່ອງຕາມຂໍ້ກຳນົດ ໃນກົດໝາຍວ່າດ້ວຍການຊ່ວຍເຫຼືອ ຄ່າຄອງຊີບພື້ນ ຖານແຫ່ງຊາດ.ເມື່ອບຸກຄົນໃດມີເງືອນໄຂໃນການໄດ້ຮັບຄວາມຊ່ວຍເຫຼືອນີ້ໄດ້ຮັບການປິ່ນປົວຍ້ອນວ່າມີເຊື້ອພະຍາດ,ໄດ້ຮັບບາດເຈັບຫຼືເກີດລູກ,ລັດຖະບານຈະຈ່າຍຄ່າປິ່ນປົວໃຫ້ແກ່ໂຮງໝໍຫຼືຄລີນິກ.
ເງີນອຸດໜູນປີ່ນປົວສຸຂະພາບ ທີ່ໄດ້ກຳນົດ ຢູ່ໃນກົດໝາຍວ່າດ້ວຍການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ທຸກໆຄົນ(ລວມທັງ ຄົນຕ່າງປະເທດ) ໃຜໆ ກໍ່ມີສິດ ໄດ້ຮັບເງີນປີ່ນປົວດັ່ງກ່າວໄດ້.
ຜູ້ໄດ້ຮັບຫຼັກ | ຜູ້ໄດ້ຮັບສໍາຮອງ |
---|---|
- ຄົວເຮືອນທີ່ບໍ່ມີວຽກເຮັດງານທຳໃນບັນດາຜູ້ໄດ້ຮັບຜົນປະໂຫຍດຈາກຄວາມປອດໄພດ້ານການດຳລົງຊີວິດຂັ້ນພື້ນຖານແຫ່ງຊາດ - ຄົນເຈັບທີ່ບໍ່ມີທີ່ຢູ່ອາໄສ - ຄົວເຮືອນທີ່ບໍ່ມີການຈ້າງງານຂອງບຸກຄົນພາຍໃຕ້ກົດໝາຍອື່ນໆ (ຜູ້ເຄາະຮ້າຍຈາກໄພພິບັດ, ຄົນພິການທາງຮ່າງກາຍ, ຜູ້ຮັບຄຸນງາມຄວາມດີຂອງຊາດ/ນັກຮົບເກົ່າ, ຜູ້ຖືຊັບສິນທາງວັດທະນະທໍາທີ່ບໍ່ມີຕົວຕົນ, ຜູ້ຫຼົບໜີຈາກເກົາຫຼີເໜືອ, ສະມາຊິກຂອງຂະບວນການປະຊາທິປະໄຕ 18 ພຶດສະພາ, ເດັກນ້ອຍລ້ຽງດູ (ເດັກນ້ອຍອາຍຸ 18 ປີ) , ຄົນບໍ່ມີທີ່ຢູ່ອາໄສ, ແລະອື່ນໆ). | - ຄອບຄົວທີ່ມີຄວາມສາມາດໃນການຈ້າງງານໃນບັນດາຜູ້ໄດ້ຮັບຜົນປະໂຫຍດດ້ານຄວາມປອດໄພດ້ານຊີວິດການເປັນຢູ່ຂອງຊາດ - ຄົວເຮືອນທີ່ມີຄວາມສາມາດເຮັດວຽກໃນບັນດາທີ່ຂຶ້ນກັບກົດຫມາຍອື່ນໆ |
ຜູ້ຮັບການຊ່ວຍເຫຼືອຈະໄດ້ເສຍຄ່າບໍລິການສ່ວນໜຶ່ງຂອງເງິນປິ່ນປົວພະຍາດເມື່່ອໃຊ້ສະຖານບັນປິ່ນປົວພະຍາດ.
ປະເພດ | ຜູ້ໄດ້ຮັບສິດທິ ປະເພດ1 | ຜູ້ໄດ້ຮັບສິດທິ ປະເພດ2 |
---|---|---|
ການປິ່ນປົວໃນໂຮງໝໍ | ຍົກເວັ້ນຄ່າປີ່ນປົວ | 10%ຂອງຄ່າປິ່ນປົວພະຍາດ |
ການປິ່ນປົວພະຍາ ດເຂດນອກ | ສູນການແພດ(1,000 ວອນ) ໂຮງໝໍ ຫຼື ໂຮງໝໍລັດ(1,500 ວອນ) ໂຮງໝໍລັດລະດັບດີ(2,000 ວອນ) | ສູນການແພດ(1,000 ວອນ) ໂຮງໝໍ ຫຼື ໂຮງໝໍລັດ(15%ຂອງຄ່າປີ່ນປົວ) ໂຮງໝໍລັດລະດັບດີ(15%ຂອງຄ່າປີ່ນປົວ) |
ຮ້ານຂາຍຢາ | 500 ວອນ (ຕໍ່ໃບສັ່ງຢາໜຶ່ງໃບ) | 500 ວອນ (ຕໍ່ໃບສັງຢາໜຶ່ງໃບ) |
ຜູ້ສະໝັກຄວນຈະສະໝັກຂໍຜົນປະໂຫຍດການປິ່ນປົວໄດ້ທີ່ອົງການຊ່ວຍເຫຼືອການປິ່ນປົວພະຍາດຂັ້ນພື້ນຖານແລະຈາກນັ້ນສາມາດໃຊ້ອົງການຊ່ວຍເຫຼືອການປິ່ນປົວພະຍາດຂັ້ນທີສອງແລະອົງການຊ່ວຍເຫຼືອການປິ່ນປົວພະຍາດຂັ້ນທີສາມ (ອະຍຸຍາດໃຫ້ມີຂໍ້ຍົກເວັ້ນ)