ບັນດາອົງການບໍລິຫານພາກລັດຂອງເກົາຫຼີ ທີ່ພວກທ່ານ ສາມາດເຂົ້າປືກສາບາງບັນຫາ ໃນເວລາໃຊ້ຊີວິດຢູ່ເກົາຫຼີ ລວມມີ : ຫ້ອງການກຸ່ມ ຫຼື ຫ້ອງການຕາແສງ, ຫ້ອງການບ້ານ ແລະ ຫ້ອງວ່າການເມືອງ ຫຼື ນະຄອນ. ຫ້ອງການເຫຼົ່ານີ້ເຮັດໜ້າທີ່ຄຸ້ມຄອງບໍລິຫານວຽກງານທີ່ກ່ຽວຂ້ອງກັບສຸຂະພາບ ແລະສະຫວັດດີການຂອງປະຊາຊົນ, ລວມທັງການຈັດການໃນດ້ານການອຳນວນຄວາມສະດວກໃນສະຖານທີ່ສາທາລະນະ, ການອອກໃບຢັ້ງຢືນ ແລະ ລົງທະບຽນໃນກິດຈະກຳຫຼາຍໆດ້ານ. ຫ້ອງການກຸ່ມ, ຫ້ອງການຕາແສງ ແລະ ຫ້ອງການບ້ານ ດຳເນີນໂຄງການຫຼາຍຢ່າງລວມໄປທັງການໃຫ້ຄວາມຮູ້ກ່ຽວກັບວັດທະນະທຳໃຫ້ກັບຄົນທ້ອງຖິ່ນອີກດ້ວຍ. ທ່ານສາມາດໃຊ້ບໍລິການການອອກເອກະສານບາງຊະນິດຜ່ານເຄື່ອງອອກໃບຢັ້ງຢືນທີ່ຕິດຕັ້ງຢູ່ໃນສະຖານີລົດໄຟໃຕ້ດິນ ຫຼື ສາມາດໃຊ້ບໍລິການອອນລາຍ Minwon ຕະຫຼອດ 24 ຊົ່ວໂມງ (www.minwon.go.kr), ຫຼືຕາມປ່ອງບໍລິການຂອງພາກລັດ. ເຖິງຢ່າງໃດກໍ່ຕາມ, ການອອກໃບຢັ້ງຢືນທາງອິນເຕີເນັດຫຼື ທາງເຄື່ອງຈັກກໍບໍ່ສາມາດອອກໃບຢັ້ງຢືນໄດ້ທັງໝົດ. ບາງກໍລະນີກໍ່ບໍ່ມາດອອກໃບຢັ້ງຢືນໂດຍຜ່ານທາງອອນລາຍແບບບໍ່ມີການພິມອອກ ແລະບໍ່ມີເອກະສານຮັບຮອງ. ຖ້າທ່ານຕ້ອງການເອກະສານທີ່ເປັນທາງການກໍ່ຕ້ອງໄດ້ກະກຽມເອກະສານໄວ້ລ່ວງໜ້າເສຍກ່ອນ.
ເວລາທ່ານ ຖືກຕົວະຍົວະ ຫຼື ຖືກໃຊ້ຄວາມຮຸ່ນແຮງ ທີ່ເຮັດໃຫ້ທ່ານໄດ້ຮັບຄວາມເສຍຫາຍ ຫຼື ປະສົບອຸປະຕິເຫດ ຫຼື ພົບເຫັນກໍລະນີດັ່ງ ກ່າວ ໃຫ້ໂທແຈ້ງຕຳຫຼວດທີ່ເບີ ☎112. ຖ້າໃຊ້ຕູ້ໂທລະສັບສາທາລະນະ ທ່ານ ຕ້ອງກົດປຸມສີແດງກ່ອນ ຈາກນັ້ນ ກໍ່ສາມາດກົດ ☎112 ໂທແຈ້ງຕຳຫຼວດໄດ້. ຖ້າເປັນໂທລະສັບຕັ້ງໂຕະ ຫຼື ມືຖື ພຽງແຕ່ກົດ ☎112ແລ້ວໂທອອກເທົ່ານັ້ນ ບໍ່ຈຳເປັນຕ້ອງໄດ້ກົດລະຫັດເຂດ ຫຼື ປະເທດ. ເວລາແຈ້ງຕຳຫຼວດ ຕ້ອງໄດ້ບອກຊື່, ທີ່ຢູ່, ເບີຕິດຕໍ່ຂອງທ່ານ ໃຫ້ຕຳຫຼວດ ພ້ອມທັງ ອະທິບາຍໃຫ້ລະອຽດວ່າ ບັນຫາເກີດຂື້ນຢູ່ໃສ, ເກີດ ເມື່ອໃດ ແລະ ໄດ້ຮັບເຄາະຮ້າຍຫຍັງ. ສິ່ງສຳຄັນ ຕ້ອງໄດ້ບອກຄຸນລັກສະນະ, ຈຸດພິເສດຂອງຄົນຮ້າຍ ພ້ອມທັງບອກທິດທີ່ຄົນຮ້າຍ ໂຕນໜີໄປແລ້ວ ໃຫ້ຕຳຫຼວດພ້ອມ.
ທ່ານສາມາແຈ້ງໄປຍັງເບີ 119 ໃນກໍລະນີພົບເຫັນໄຟໄໝ້, ກໍລະນີນຳສົ່ງຄົນເຈັບໄປໂຮງໝໍເພື່ອປະຖົມພະຍາບານຢ່າງຮີບດ່ວນ, ລວມທັງກໍ ລະນີທີ່ທ່ານຢູ່ໃນເຫດການ ຫຼື ສະຖານະການໃກ້ຄຽງ. ສຳລັບການໃຊ້ໂທລະສັບສາທາລະນະ ທ່ານພຽງແຕ່ກົດປຸ່ມສຸກເສີນສີແດງ ແລ້ວກົດເລກໝາຍ 112, ຫຼືກົດໝາຍເລກ 112 ໂດຍບໍ່ຈຳເປັນກົດລະຫັດທ້ອງຖິ່ນ ສຳລັບໂທລະສັບຕັ້ງໂຕະ ຫຼື ໂທລະສັບມືຖື. ກໍລະນີແຈ້ງເຫດໄຟໄໝ້, ທ່ານຕ້ອງໄດ້ບອກສະຖານທີ່, ຊັ້ນທີ່ຖືກໄຟໄໝ້, ລັກສະນະຂອງໄຟ ແລະ ຈຸດສັງເກດທີ່ສາມາດເຫັນໄດ້ງ່າຍ ພາຍໃນບໍລິເວນນັ້ນ. ຖ້າຫາກທ່ານພາຄົນເຈັບໄປໂຮງໝໍ ທ່ານຕ້ອງໄດ້ໃຫ້ຂໍ້ມູນພື້ນຖານຂອງຄົນເຈັບ ແລະ ຮັກສາການຕິດຕໍ່ກັບທີມງານບໍ ລິການໄວ້ ຈົນກວ່າທີມງານສຸກເສີນຈະມາຮອດ ແລະ ທ່ານຍັງຕ້ອງໄດ້ຕຽມການຕອບສະໜອງຕໍ່ເຫດການສຸກເສີນຕ່າງທີ່ອາດຈະເກີດຢ່າງມີສະຕິ.
ທ່ານສາມາດສົ່ງຈົດໝາຍ ແລະພັດສະດຸຜ່ານຫ້ອງການໄປສະນີ ໂດຍສ່ວນໃຫຍ່ມັກຈະຕັ້ງຢູ່ໃກ້ບ້ານ. ໄປສະນີຈະໃຫ້ບໍລິການໃນການສົ່ງໄປສະນີທັງພາຍໃນ ແລະຕ່າງປະເທດ ແລະນອກນັ້ນກໍ່ຍັງອາດບໍລິການດ້ານການເງິນອີກດ້ວຍ ເຊັ່ນການແຈ້ງຊຳລະໜີ້. ເພື່ອໃຫ້ການບໍລິການດ້ານໄປສະນີສາກົນມີຄວາມວ່ອງໄວທ່ານຍັງສາມາດໃຊ້ບໍລິການ ແບບ EMS ກໍ່ໄດ້.
ໄປສະນີປົກກະຕິແມ່ນໄດ້ຮັບແລະຈັດສົ່ງພາຍໃນ 3 ມື້. ໃນເກາະ ຫຼືເຂດພູດອຍ, ຈົດໝາຍອາດຈະໃຊ້ເວລາດົນກວ່າທີ່ຈະມາຮອດ. ອັດຕາລາຄາແຕກຕ່າງກັນໄປຕາມສະຖານທີ່ຂອງການຈັດສົ່ງທາງໄປສະນີ. ເມື່ອ mail ຖືກສົ່ງທີ່ມີນ້ໍາຫນັກຫຼືຂະຫນາດເກີນມາດຕະຖານ, ຄ່າທໍານຽມທີ່ສອດຄ້ອງກັບຄວາມຕ້ອງການເກີນແມ່ນເກີດຂື້ນ.
ປະເພດ | ນ້ຳໜັກ | ຄ່າບໍລິການ |
---|---|---|
ການບໍລິການໄປສະນີມາດຕະຖານ | ຈາກ 3g ຫາ 5g (ໂປສກາດຕັ້ງແຕ່ 2g ຫາ 5g) | 400 ວອນ |
5 - 25 ກຼາມ | 430 ວອນ | |
25 ກຼາມ - 50 ກຼາມ | 450 ວອນ | |
ການບໍລິການທີ່ບໍ່ແມ່ນໄປສະນີ | 50 ກຼາມ ລົງມາ | 520 ວອນ |
ສູງກວ່າ 50 ກຼາມ - 1 ກິໂລກຼາມ | ຄິດໄລ່ 120 ວອນ ໃນທຸກໆ 50 ກຼາມ | |
ສູງກວ່າ 1 ກິໂລກຼາມ - 2 ກິໂລກຼາມ | ຄິດໄລ່ 120 ວອນ ໃນທຸກໆ 200 ກຼາມ | |
ສູງກວ່າ 2 ກິໂລກຼາມ - 6 ກິໂລກຼາມ | ຄິດໄລ່ 400 ວອນ ໃນທຸກໆ 1 ກິໂລກຼາມ |
ສຳລັບພັດສະດຸໄປສະນີ, ມີປ່ອງຢ້ຽມຫ້ອງການໄປສະນີສໍາລັບພັດສະດຸຜ່ານໜ້າເຄົາເຕີ້ຮ້ານເພື່ອເປັນການມາຮັບເອົາແບບສ່ວນບຸກຄົນ ແລະ ການບໍລິການໄປສົ່ງເຖິງປະຕູບ້ານໂດຍການໄປຮອດບ່ອນເຮັດວຽກ ຫຼື ເຮືອນຕາມການຮ້ອງຂໍ.
ການຈັດປະເພດ | ∼3kg (80㎝) | ∼5kg (100㎝) | ∼7kg (100㎝) | ∼10kg (120㎝) | ∼15kg (120㎝) | ∼20kg (120㎝) | ∼25kg (120㎝) | ∼30kg (160㎝) | |
---|---|---|---|---|---|---|---|---|---|
ການຈັດສົ່ງໃນມື້ຕໍ່ໄປ | 4,000 | 4,500 | 5,000 | 6,000 | 7,000 | 8,000 | 10,000 | 12,000 | |
ເຈຈູ Jeju | ການຈັດສົ່ງໃນມື້ຕໍ່ໄປ | 6,500 | 7,000 | 7,500 | 8,500 | 9,500 | 10,500 | 12,500 | 14,500 |
+2 ມື້ | 4,000 | 4,500 | 5,000 | 6,000 | 7,000 | 8,000 | 10,000 | 12,000 |
ການຈັດປະເພດ | ∼5kg (80㎝) | ∼10kg (100㎝) | ∼20kg (120㎝) | ∼30kg (160㎝) | |
---|---|---|---|---|---|
ການຈັດສົ່ງໃນມື້ຕໍ່ໄປ | 5,000 | 8,000 | 10,000 | 13,000 | |
ເຈຈູ Jeju | ການຈັດສົ່ງໃນມື້ຕໍ່ໄປ | 7,500 | 10,500 | 12,500 | 15,500 |
+2 ມື້ | 5,000 | 8,000 | 10,000 | 13,000 |
ໄປສະນີສາກົນ ແມ່ນການສົງພັດສະດຸໄປທາງອາກາດ, ທາງທະເລຫຼືຜ່ານທາງ EMS ສາກົນ ແລະ EMS ຄຸນະພາບສູງ. EMS ແມ່ນຫຍັງ? EMS ແມ່ນການສົ່ງຈົດໝາຍ, ເອກະສານ ແລະສິນຄ້າທີ່ວ່ອງໄວ ແລະມີຄວາມປອດໄພ ເຊິ່ງສາມາດຮອງຮັບນໍ້າໜັກຂອງພັດສະດຸໄດ້ສູງສຸດເຖິງ 30kg ແລະ ໃຫ້ບໍລິການຈັດສົ່ງ ໄປຍັງ 99 ປະເທດທົ່ວໂລກ. ຈົດໝາຍ, ເອກະສານ, ປື້ມ, ແຊັກແລປ່ຽນຂອງສະຖາບັນການເງິນ, ຕົວຢ່າງຂອງສິນຄ້າ ແລະ ສິນຄ້າອຸປະໂພກບໍລິໂພກ ອື່ນໆ. ໃນບາງປະເທດ ເຊັ່ນ: ອາເຈັນທີນາ ແລະ ບັງກະລາເດດ ແມ່ນຖືກກຳນົດນ້ຳໜັກຂອງພັດສະດຸ ບໍ່ໃຫ້ເກີນ 20 kg. ບໍ່ພຽງແຕ່ເທົ່ານັ້ນ, ພັດສະດຸບາງປະເພດ ກໍ່ຍັງມີການຫ້າມນຳເຂົ້າໃນບາງປະເທດ ເຊິ່ງທ່ານຈະຕ້ອງໄດ້ກວດສອບຄັກແນ່ກ່ອນທີ່ຈະໃຊ້ບໍລິການ.
ສຳລັບຂໍ້ມູນກ່ຽວກັບການຮັບ, ຄ່າພາສີ, ຄ່າຕິດຕາມພັດສະດຸ ແມ່ນຂຶ້ນກັບຂໍ້ບັງຄັບຂອງແຕ່ລະປະເທດ ແລະຄູ່ມືໃນການຈັດສົ່ງສາມາດຕິດຕໍ່ໄດ້ທີ່ເບີ 1588-1300 ຫຼື ເຂົ້າໄປຫາຫ້ອງການໄປສະນີ EMS (ems.epost.go.kr) ຫຼືເວັບໄຊທ໌ EMS ແບບຄຸນະພາບສູງ (www.emspremium.com).
ປະເພດ | ວັນເຮັດວຽກ | ຊົ່ວໂມງເຮັດວຽກ | ໝາຍເຫດ | |
---|---|---|---|---|
ຫ້ອງການໄປສະນີ ການທະນາຄານ ຊ່ອງວິທະຍຸ | ການບໍລິການທົ່ວໄປ | ວັນທໍາມະດາ ( ວັນຈັນ ຫາ ວັນສຸກ ) | 09:00~16:30 | ປິດໃນວັນພັກທາງລາດຊະການ |
* ຕິດຕັ້ງພາຍໃນ ຫ້ອງການໄປສະນີ | ວັນທໍາມະດາ ( ວັນຈັນ ຫາ ວັນສຸກ ) | 09:00~18:00 | ປິດໃນວັນພັກທາງລາດຊະການ | |
ການບໍລິການ 24/7 | ຕະຫຼອດປີ | (ພື້ນຖານ) 07:00~23:30 | ເປີດບໍລິການ ຈາກ 05:00 ໂມງ ~04:00 ໂມງ (23 ຊົ່ວໂມງ) |
ຫ້ອງສະໝຸດຈະສະໜັບສະໜູນກ່ຽວກັບການຮຽນຮູ້, ການສຶກສາດ້ານວັດທະນະທຳ, ແລະການສຶກສາແບບຕໍ່ເນື່ອງຂອງຄົນທ້ອງຖິ່ນ ໂດຍການຈັດໃຫ້ມີການເຂົ້າເຖິງວັດສະດຸໄດ້ຢ່າງຫຼາກຫຼາຍ, ເຊິ່ງລວມມີປື້ມ ແລະສື່ທາງພາບ ແລະສຽງ. ສຳລັບເມືອງສ່ວນໃຫຍ່ຫ້ອງສະໝຸດຈະຖືກບໍລິຫານງານໂດຍອຳນາດການປົກຄອງທ້ອງຖິ່ນຂອງເມືອງນັ້ນ. ຜູ້ໃຊ້ຫ້ອງສະໝຸດສາມາດຢືມປື້ມຫຼືວັດສະດຸຈາກຫ້ອງສະໝຸດໄດ້ໂດຍບໍ່ໄດ້ເສຍຄ່າ, ແລະກໍ່ຍັງສາມາດໃຊ້ສື່ທາງພາບ ແລະສຽງໄດ້ອີກດ້ວຍ. ສຳລັບຂໍ້ມູນກ່ຽວກັບຫ້ອງສະໝຸດໃກ້ບ້ານ, ທ່ານສາມາດຕິດຕໍ່ຫາຫ້ອງການປົກຄອງທ້ອງຖິ່ນຂອງເມືອງໄດ້