01ລົດໂດຍສານປະຈຳທາງ
ມີທັງລົດໂດຍສານທີ່ແລ່ນພາຍໃນຕົວເມືອງ, ລົດໂດຍສານທາງໄກ ແລະ ລົດໂດຍສານສາຍດ່ວນ. ໃນການໃຊ້ລົດໂດຍສານທາງໄກ ແລະ
ລົດໂດຍສານສາຍດ່ວນ ແມ່ນທ່ານຈຳຕ້ອງໄດ້ຊື້ບັດໂດຍສານໄວ້ລ່ວງໜ້າເສຍກ່ອນ ແລະ ຕ້ອງໄດ້ກວດເບິ່ງເວລາທີ່ລົດຈະອອກ ແລະ
ຈຸດໝາຍປາຍທາງ ກ່ອນທີ່ຈະຂຶ້ນລົດ.
(1)ລົດເມຕົວເມືອງ
ວິທີນຳໃຊ້ລົດເມຕົວເມືອງ
- ໃນຕອນຂຶ້ນລົດສາມາດໃຊ້ບັດຂົນສົ່ງ ຫຼື ຈ່າຍເປັນເງິນສົດໄດ້.
-
ທ່ານສາມາດຊື້ບັດຂົນສົ່ງໄດ້ຕາມຮ້ານຄ້າບໍລິເວນໃກ້ຄຽງກັບຈຸດຈອດລົດໂດຍສານປະຈຳທາງຫຼືສະຖານນີລົດໄຟໃຕ້ດິນ.
ບັດຂົນສົ່ງສາມາດເຕີມເງິນເຂົ້າໄດ້ໂດຍສະກຸນເງິນວອນເກົາຫຼີຈາກ 1,000 ວອນ ໄປຈົນເຖິງ 50,000 ວອນ.
- ໃນປັດຈຸບັນນີ້, ລະບົບການຊຳລະເງິນກ່ຽວກັບບັດຂົນສົ່ງ
ແມ່ນໄດ້ຖືກລວມໄວ້ໃນບັດເຄຼດິດເປັນທີ່ຮຽບຮ້ອຍແລ້ວ.
- ອັດຕາຄ່າໂດຍສານທຸກປະເພດຈະຖືກກວ່າຖ້າຫາກທ່ານນຳໃຊ້ບັດຂົນສົ່ງ. ອັດຕາຄ່າບໍລິການຕໍ່ລົດ
ອາດຈະຖືກຄິດໄລ່ເຂົ້າຖ້າຫາກທ່ານມີການປ່ຽນລົດໂດຍສານ ຫຼື ລົດໄຟໃຕ້ດິນ.
ອັດຕາຄ່າໂດຍສານ ແລະ ຈຸດພິເສດ(ຄ່າໂດຍສານທົ່ວໄປ)
시내버스 요금 표 : 구분, 교통카드 요금, 현금 요금을 포함한 표입니다.
ປະເພດ |
ອັດຕາຄ່າໂດຍສານ |
ຮູບແບບຂອງການແລ່ນລົດ |
ລົດໂດຍສານທົ່ວໄປ |
1,500ວອນ |
1,500ວອນ |
ລົດໂດຍສານແລ່ນທາງໄກ |
3,000ວອນ |
3,000ວອນ |
ລົດໂດຍສານໃນເຂດຕົວເມືອງ |
1,200ວອນ |
1,200ວອນ |
- ຕາຕະລາງດ້ານເທິງສະແດງໃຫ້ເຫັນເຖິງອັດຕາຄ່າໃຊ້ຈ່າຍທີ່ເປັນເງິນສົດ ຢູ່ໃນເຂດ ກຸງໂຊລລ(Seoul Area),
ແຕ່ຄ່າໂດຍສານອາດຈະຕ່າງອອກໄປໃນແຕ່ຂົງເຂດ.
ດັ່ງນັ້ນຕ້ອງໄດ້ອີງໃສ່ຂໍ້ມູນຂ່າວສານຈາກເວັບໄຊທ໌ດ້ານການການຈາລະຈອນຂອງເມືອງທີ່ທ່ານອາໄສຢູ່ເພື່ອຄວາມແນ່ນອນ.
ຂໍ້ມູນທີ່ເປັນປະໂຫຍດ!
ລະບົບການຕໍ່ລົດໂດຍສານ(ແຕະບັດຂອງທ່ານໃສ່ເຄື່ເຄື່ອງຫູດບັດດໃນເວລາທີ່ທ່ານຂື້ນແລະລົງຈາກລົດເມຫຼືລົດໄຟໃຕ້ດິນ.)
ລະບົບການຕໍ່ລົດໂດຍສານ ແມ່ນຈະຖືກນຳໃຊ້ຢູ່ໃນທຸກຂົງເຂດບ່ອນທີ່ມີລົດໄຟໃຕ້ດິນ ແລະການດຳເນີນການດ້ານການຂົນສົ່ງ.
ອາດຈະມີສ່ວນຫຼຸດກ່ຽວກັບຄ່າໃຊ້ຈ່າຍເມື່ອມີການຕໍ່ລົດໂດຍສານຈາກລົດໂດຍສານຄັນໜຶ່ງໄປຫາອີກຄັນໜຶ່ງຫຼືການຕໍ່ໂດຍສານຈາກລົດໂດຍສານ
ໄປຫາລົດໄຟໃຕ້ດິນລວມທັງຮູບແບບການຕໍ່ລົດໃນລັກສະນະກົງກັນຂ້າມ. ຕົວຢ່າງ,
ຖ້າທ່ານຈ່າຍເງິນສົດໃຫ້ລົດໂດຍສານຄັນໜຶ່ງແລ້ວ ທ່ານຈະບໍ່ໄດ້ຮັບສ່ວນຫຼຸດໃນການຕໍ່ລົດ. ຖ້າທ່ານໃຊ້ບັດຂົນສົ່ງ
ເມື່ອທ່ານຖືກໃຫ້ຕໍ່ລົດໄປຍັງລົດໂດຍສານຄັນອື່ນ
ເຊັ່ນດໂດຍສານຫຼືລົດໄຟໃຕ້ດິນທ່ານຈະມີຂໍ້ໄດ້ປຽບກ່ຽວກັບການຕໍ່ລົດ ແລະຈະບໍ່ຖືກເກັບເງິນເພີ່ມໃນໄລຍະ 10
ກິໂລແມັດທຳອິດ. ເຖິງຢ່າງໃດກໍ່ຕາມທ່ານຈຳເປັນຕ້ອງໄດ້ຈ່າຍເງິນເພີ່ມຈຳນວນ 100 ວອນສຳລັບໄລຍະທາງໃນທຸກໆ
5ກິໂລແມັດ ພາຍຫຼັງກາຍ 10 ກິໂລແມັດທຳອິດໄປແລ້ວ. ສ່ວນຫຼຸດແມ່ນຂຶ້ນກັບລາຄາຂອງໂດຍສານໃນແຕ່ລະພາກພື້ນ.
ເພື່ອເຮັດໃຫ້ໄດ້ ປະໂຫຍດຂອງລະບົບການຂົນສົ່ງທີ່ນໍາໃຊ້, ໃຫ້ຂື້ນພາຍໃນ 30 ນາທີຫຼັງຈາກອອກຈາກລົດ (ພາຍໃນ 1
ຊົ່ວໂມງ ໃນລະຫວ່າງ 9 ໂມງແລງ ແລະ 7 ໂມງເຊົ້າ ຂອງມື້ຕໍ່ມາ).
(2)ລົດເມທາງໄກ ແລະ ລົດເມດ່ວນພິເສດ
ວິທີການໃຊ້ບໍລິການລົດເມທາງໄກ
- ທ່ານສາມາດຂຶ້ນລົດໂດຍສານຕາມລາຍຊື່ດ້ານລຸ່ມນີ້ຢູ່ຕາມສະຖານີລົດໂດຍສານ ເພື່ອໄປວຽກ ໃນຕົວເມືອງອື່ນ.
-
ລົດໂດຍສານລະຫວ່າງເມືອງຈະຢຸດຢູ່ຕາມເມືອງຕ່າງໆຫຼາຍເມືອງຕາມເສັ້ນທາງແລະຈະໃຊ້ເວລາເດີນທາງດົນກວ່າລົດໂດຍສານແບບດ່ວນພິເສດ.
- ສຳລັບລົດເມດ່ວນ ຈະຜ່ານສະເພາະແຕ່ຕົວເມືອງດຽວເທົ່ານັ້ນ, ໂດຍແບ່ງອອກເປັນລົດເມດ່ວນທຳມະດາ,
ລົດເມດ່ວນພິເສດ ແລະ ລົດເມດ່ວນຊັ້ນພຣີມຽມ. ຖ້າເປັນລົດເມດ່ວນພິເສດນັ້ນ ລະບົບນັ່ງນັ່ງ ຈະຫ່າງກັນ
ຊຶ່ງສາມາດນັ່ງໄດ້ຢ່າງສະດວກສະບາຍ, ສ່ວນລົດເມດ່ວນຊັ້ນພຣີມຽມ ລະບົບຕັ່ງນັ່ງຈະດີກວ່າ ແລະ ຫ່າງກັນຫຼາຍ ພ້ອມທັງມີໂຕະ
ແລະ ມີໜ້າຈໍ ໂດຍສາມາດເບີ່ງຮູບເງົາ ຫຼື ໂທລະພາບໄດ້ ໃນເວລາຂີ່. ແຕ່ລົດເມດ່ວນ ຊັ້ນພຣີມຽມ ລາຄາຈະແພງກວ່າໝູ່,
ຖັດຈາກມາ ແມ່ນລົດເມດ່ວນພິເສດ ແລະ ຕໍ່ມາ ຈຶ່ງແມ່ນ ລົດເມດ່ວນທຳມະດາ.
ບັນດາຄີວລົດເມ ທີ່ສຳຄັນ ໃນຕົວເມືອງ
ການຂີ່ລົດເມນອກເມືອງ ແລະ ລົດເມດ່ວນນັ້ນ ແມ່ນຈະໄປຜ່ານແຕ່ລະສະຖານີລົດເມ ໃນແຕ່ລະເຂດ, ທ່ານ ສາມາດເຂົ້າໄປ
ເບີ່ງລາຍລະອຽດກ່ຽວກັບເສັ້ນທາງເດີນຂອງລົດເມ ຢູ່ໃນເວັບໄຊ້ (www.kobus.co.kr) ຫຼື ເຂົ້າໄປຈອງ ຫຼື ຊື້ປີ້ ຢູ່ໃນເວັບ ໄຊ້ (txbus.t-money.co.kr) ໄດ້.
주요도시 버스 터미널 표 : 터미널 이름, 전화번호를 포함한 표입니다.
ຊື່ຄິວລົດ |
ເບີຕິດຕໍ່ |
ຊື່ຄິວລົດ |
ເບີຕິດຕໍ່ |
ຄີວລົດເມດ່ວນກຽງບູ |
1688-4700 |
ຄິວລົດເມດ່ວນພິເສດແດກູຕາເວັນຕົກ |
1666-2600 |
ຄິວລົດເມເຊອຸຸ່ນ ຕາເວັນອອກ |
1688-5979 |
ຄິວລົດເມດ່ວນ ອຸ່ນຊັນ |
1688-7797 |
ຄິວລົດເມສູນກາງເມືອງ ສາຍໂຮ່ນຳ |
02-6282-0114 |
ຄິວລົດເມດ່ວນກັງນຶງ |
033-641-3184 |
ຄິວລົດເມຊັງບົງ |
02-323-5885 |
ຄິວລົດເມດ່ວນໂຊກໂຊ່ |
033-631-3181 |
ຄິວລົດເມສາຍໃຕ້ເຊອຸນ |
1688-0540 |
ຄິວລົດເມດ່ວນ ຊຸ່ນຊ່ອນ |
033-256-1571 |
ຄິວລົດເມຊູວອນ |
1688-5455 |
ຄິວລົດເມນອກເມືອງຊ່ອນຈູ |
1688-4321 |
ຄິວລົດເມອິນຊອນ |
1666-7114 |
ຄິວລົດເມ Mokpo |
1544-6886 |
ຄິວລົດເມອັນຊັນ |
1666-1837 |
ຄິວລົດເມດ່ວນຈອນຈູ |
063-277-1572 |
ຄິວລົດເມອຸຍຈອງບູ |
1688-0314 |
ຄິວລົດເມກວາງຈູ |
062-360-8114 |
ຄິວລົດເມແດຈອນ |
1577-2259 |
ຄິວລົດເມນອກເມືອງຢໍຊູ |
1666-6977 |
ຄິວລົດເມຊ່ອນອັນ |
041-640-6400 |
ຄິວລົດເມບູຊັນ |
1577-9956 |
ຄິວລົດເມແດກູ |
1666-3700 |
ຄິວລົດເມມາຊານ |
1688-3110 |
02ລົດໄຟໃຕ້ດິນ
ມີລົດໄຟໃຕ້ດິນ ແມ່ນໃຫ້ບໍລິການຢູ່ໃນບັນດາຕົວເມືອງໃຫຍ່ ທີ່ສຳຄັນ ເຊັ່ນ: ນະຄອນຫຼວງເຊອຸນ, ບູຊານ, ແດກູ, ກວາງຈູ,
ແດຈອນ. ສຳສັບ ຢູ່ນະຄອນຫຼວງເຊອຸນ ແມ່ນປະກອບມີ 9 ສາຍ, ອິນຊອນ ມີສາຍທີ 1 ແລະ 2, ສາຍບຸນດັງ, ສາຍສິນບຸນດັງ,
ສາຍສູນກາງກຽງຮີ ແລະ ສາຍລົດໄຟສະໜາມບິນ. ໂດຍລວມແລ້ວມີຢູ່ 9 ສາຍຄື: Incheon Line 1·2, Bundang Line, New Bundang
Line, ທີ່ກຳລັງດຳເນີນການຢູ່ໃນປັດຈຸບັນ.
ລົດໄຟໃຕ້ດິນຢູ່ໃນກຸງໂຊລຈະແບ່ງແຍກສາຍທາງຕາມສີລົດ.ທຸກໆສະຖານີລວມທັງສະຖານີທີ່ຕັ້ງຢູ່ເຂດຊານເມືອງຂອງກຸງໂຊລ,
ສະຖານີໃນເຂດເມືອງບໍລິວານ, ແລະສະຖານີຕໍ່ລົດ ແລະ
ເສັ້ນທາງຕັດກັບສາຍທາງລົດໄຟໃຕ້ດິນນັ້ນກໍ່ຈະມີການເຮັດເຄື່ອງໝາຍໄວ້ຢ່າງຄັກແນ່. ປົກກະຕິລົດໄຟໃຕ້ດິນຈະອອກໃນທຸກໆ 2~3
ນາທີ ໃນຊ່ວງເວລາອັນຮີບດ່ວນ ໃນຕອນເຊົ້າ ແລະຕອນແລງ, ແລະອອກທຸກໆ 4~6 ນາທີ ໃນຊ່ວງເວລາອື່ນໆ.
(1)승차권과 요금
승차권과 요금 표 : 구분, 교통카드 요금, 1회용 교통카드 요금을 포함한 표입니다.
ປະເພດ |
ບັດໂດຍສານ (ແບບເຕີມເງິນ |
ບັດໂດຍສານ (ແບບໃຊ້ຄັ້ງດຽວ) |
ຜູ້ໃຫຍ່ |
1,400 ວອນ |
KRW 100 ເພີ່ມລາຄາຄ່າບໍລິການໃນເວລາທີ່ ນໍາໃຊ້ບັດການຂົນສົ່ງ |
ໄວໜຸ່ມ |
800 ວອນ |
ບັດປີ້ໃຊ້ ຄັ້ງດຽວ |
ເດັກນ້ອຍ |
500 ວອນ |
ລາຄາແບບດຽວກັບ ການໃຊ້ບັດຂີ່ລົດ |
- ຕາຕະລາງຂ້າງເທິງສະແດງໃຫ້ເຫັນເຖິງອັດຕາຄ່າໂດຍສານໃນໄລຍະທາງໃກ້ກວ່າ 10 ກິໂລແມັດ
ໃນເຂດພື້ນທີ່ພາຍໃນຕົວເມືອງ, ແຕ່ຄ່າໂດຍສານໃນເຂດອື່ນໆອາດຈະຕ່າງອອກໄປ. ສະນັ້ນ
ແມ່ນໃຫ້ອ້າງອີງເຖິງເວັບໄຊທ໌ຂອງສະຖາບັນຂົນສົ່ງລົດໄຟໃຕ້ດິນເປັນຫຼັກ.
(2)ລາຍລະອຽດກ່ຽວກັບການໃຊ້ບໍລິການລົດໄຟໃຕ້ດິນ
- ລາຄາເລີ່ມຕົ້ນ 1,250 ວອນຕໍ່ຄັ້ງ(ສຳລັບໄລຍະທາງສັ້ນກວ່າ 10 ກິໂລແມັດ ລົງມາ),
ຄ່າໃຊ້ຈ່າຍຈະເພີ່ມຂຶ້ນຕາມໄລຍະທາງ
- ລົດໄຟໃຕ້ດິນຈະອອກທຸກໆ 2~10 ນາທີ, ແລະ ເລີ່ມແລ່ນແຕ່ເລວາ 5:30 ເຊົ້າໄປຈົນຮອນທ່ຽງຄືນ.
- ມີລົດໄຟໃຕ້ດິນຫຼາຍສາຍ ແລະ ແຜນທີ່ແມ່ນສາມາດພົບເຫັນໄດ້ໂດຍທົ່ວໄປຕາມສະຖານີ.
ນອກນັ້ນທ່ານຍັງສາມາດຂໍເອົາແຜນທີ່ຂະໜາດພົກພານຳຫ້ອງການສູນຂໍ້ມູນກ່ຽວລົດໄຟໃຕ້ດິນເກົາຫຼີໄດ້.
- ຖ້າທ່ານຈ່າຍຄ່າໂດຍສານໂດຍບັດຂົນສົ່ງມັນຈະສາມາດໃຊ້ໄດ້ກັບບໍລິເວນທີ່ລົດໄຟໃຕ້ດິນແລ່ນທັງໝົດ.
ສຳລັບສ່ວນຫຼຸດແມ່ນຈະແຕກຕ່າງອອກໄປ ໃນແຕ່ລະຂົງເຂດ.
- ທ່ານອາດຈະຈ່າຍເປັນເງິນສົດໄດ້, ແຕ່ຖ້າທ່ານຈ່າຍເປັນເງິນສົດທ່ານຈະບໍ່ໄດ້ຮັບສ່ວນຫຼຸດໃນກໍລະນີຕໍ່ລົດ.
ດັ່ງນັ້ນ ເຮົາຂໍແນະນຳ
ໃຫ້ທ່ານຊື້ບັດຂົນສົ່ງຈະເປັນການດີກວ່າແລະຖ້າຍອດເຫຼືອຂອງເງິນໃນບັດຫາບໍ່ພຽງພໍທ່ານກໍ່ສາມາດຕື່ມເງິນເຂົ້າບັດໄດ້ຕາມຫ້ອງຂາຍບັດຂອງສະຖານີຂົນສົ່ງຫຼືຕື່ມເງິນຜ່ານເຄື່ອງຕື່ມເງິນຕາມສະຖານີລົດໄຟໃຕ້ດິນກໍ່ໄດ້.
ຂໍ້ມູນທີ່ເປັນປະໂຫຍດ!
ເຄື່ອງອອກບັດໂດຍສານແບບອັດຕະໂນມັດ
- 1ເລືອກການຊຳລະລ່ວງໜ້າສຳລັບການອອກບັດໂດຍສານຫຼືອອກບັດໂດຍສານແບບໃຊ້ເທື່ອດຽວຫຼືການອອກບັດໂດຍສານແບບບໍ່ເສຍຄ່າ.
- 2ເລືອກຈຸດໝາຍປາຍທາງ
(ຄ່າໂດຍສານ).
- 3ເລືອກຈຳນວນບັດຕາມຄວາມຕ້ອງການ.
- 4ປ່ອນເງິນເຂົ້າໄປ.
- ເຮົາຈະຕ້ອງໄດ້ຈ່າຍເງິນທັງຄ່າໂດຍສານແລະຄ່າມັດຈຳໃນກໍລະນີຊື້ບັດແບບນຳໃຊ້ຄັ້ງດຽວ, ແລະ
ເຮົາຈະໄດ້ເງິນມັດຈຳຄືນຈາກເຄື່ອງຄືນເງິນມັດຈຳພາຍຫຼັງລົງຈາກລົດໄຟ. ມູນຄ່າຂອງການມັດຈຳ ແລະ
ຮູບແບບຂອງບັດຂື້ນລົດ ແບບໃຊ້ຄັ້ງດຽວ ໃນແຕ່ລະເຂດອາດມີຄວາມແຕກຕ່າງກັນ.
-
< ເຄື່ອງອອກບັດໂດຍສານແບບອັດຕະໂນມັດ >
ຫ້ອງໃຫ້ນົມລູກ
ບັນດາສະຖານີລົດໄຟ ໃນຕົວເມືອງໃຫຍ່ ຢ່າງ ນະຄອນຫຼວງເອຊຸນ, ນະຄອນບູຊານ, ນະຄອນແດກູ, ອີນຊອນ, ກວາງຈູ, ແດຈອນ
ແມ່ນຈະມີຫ້ອງສະເພາະການໃຫ້ນົມລູກອ່ອນ ໂດຍຈະໃສ່ຊື່ວ່າ: ‘ຫ້ອງຮັກລູກ’, ‘ຫ້ອງແຫ່ງຄວາມສຸກຂອງແມ່ ແລະ ເດັກ’.
- ສຳລັບ ຂໍ້ມູນລາຍລະອຽດນັ້ນ ແນະນຳໃຫ້ທ່ານ
ເຂົ້າເບີ່ງຢູ່ໃນເວັບໄຊ້ຂອງບັນດາອົງການທີ່ຄຸ້ມຄອງ ລາງລົດໄຟໃຕ້ດິນ ຫຼື ໂຄເຣນ.
(3)ແຜນທີ່ທາງລົດໄຟໃຕ້ດິນ
ທ່ານສາມາດເບິ່ງຂໍ້ມູນຂອງລົດໄຟຂະບວນທຳອິດ, ຂະບວນສຸດທ້າຍ, ຕາຕະລາງການເດີນລົດ ແລະ
ເສັ້ນທາງທີ່ສັ້ນທີ່ສຸດໄດ້ທີ່ເວັບໄຊທ໌ຂອງຜູ້ດຳເນີນການກ່ຽວກັບລົດໄຟໃຕ້ດິນປະຈຳທ້ອງຖິ່ນ ເຊິ່ງມີລາຍລະອຽດໃນບົດຖັດໄປ.
03ລົດເທັກຊີ
ລົດເທັກຊີແມ່ນມີຢູ່ຕະຫຼອດ 24ຊົ່ວໂມງ ເຊິ່ງມີຈຸດໂດຍເດັ່ນຕ່າງຈາກລົດທົ່ວໄປຄືຈະມີປ້າຍຢູ່ເທິງຫຼັງຄາ.
ທ່ານສາມາດຂຶ້ນລົດເທັກຊີໄດ້ຢູ່ບ່ອນຈອດລົດເທັກຊີຫຼື ໂດຍການໂບກລົດຂ້າງທາງ. ຄ່າທຳນຽມ (ປົກກະຕິຕົກຢູ່ 1,000 ວອນ)
ຈະຖືກແຍກອອກຕ່າງຫາກຈາກຄ່າໂດຍສານຖ້າວ່າທ່ານໂທໃຊ້ບໍລິການຜ່ານສູນ.
ມີຫຼາຍໆບໍລິສັດທີ່ໃຫ້ບໍລິການເປັນສູນລົດເທັກຊີຕາມແຕ່ລະຂົງເຂດພາຍໃນປະເທດເກົາຫຼີ.
(1)ລົດແເທັກຊີທົ່ວໄປ
ຜູ້ໂດຍສານ ສາມາດຂີ່ໄດ້ນຳກັນສູງສຸດ 3~4 ຄົນ, ລົດແທັກຊີ່ດັ່ງກ່າວນີ້ ຈະມີເຄື່ອງຄຳນວນໄລຍະທາງ
ເພື່ອໃຊ້ຄິດໄລ່ຄ່າບໍລິການ. ສຳລັບລາຄາເລີ່ມຕົ້ນແມ່ນຂຶ້ນກັບແຕ່ລະຂົງເຂດ ໂດຍລວມກໍ່ຕົກຢູ່ປະມານ 4,800
ວອນ(ສຳລັບໃນນະຄອນຫຼວງເຊອຸ່ນ, ໄລຍະ 1.6 ກິໂລແມັດ). ແຕ່ສຳລັບການໃຊ້ບໍລິການລົດແທັກຊີ່ ໃນຊ່ວງຕອນເດິິກ ລະຫວ່າງ 00:00
ໂມງ ~04:00 ໂມງ ຈະມີການຄິດຄ່າບໍລິການເພີ່ມອີກ 20%(ຕາມຂໍ້ມູນ ປະຈຳເດືອນ ເມສາ ປີ 2024)
(2)ລົດແທັກຊີປະເພດຫຼູຫຼາ
ມີລົດເທັກຊີປະເພດຫຼູຫຼາ ເປັນລົດເທັກຊີທີ່ມີຄວາມແຮງສູງກວ່າ 2,000ຊີຊີ. ໂດຍສ່ວນໃຫຍ່ລົດຈະມີສີດຳ, ແລະ
ໃຫ້ບໍລິການພາຍໃນເຂດຕົວເມືອງ. ສຳລັບລາຄາກໍ່ແພງກວ່າລົດເທັກຊີແບບທຳມະດາ ໂດຍຈະເລີ່ມຈາກ 7,000 ວອນ (ເຊອຸ່ນ,
ເຊິ່ງແລ່ນໃນໄລຍະທາງສູງສຸດ 3 ກິໂລແມັດ). ເຖິງຢ່າງໃດກໍ່ຕາມ, ຈະບໍ່ມີການເພີ່ມຄ່າໃຊ້ຈ່າຍໃດໆ
ໃນກໍລະນີທີ່ໃຊ້ບໍລິການໃນຊ່ວງທ່ຽງຄືນຫຼືການວ່າຈ້າງໃນໄລຍະທາງໄກ.
(3)ລົດເທັກຊີປະເພດລົດຕູ້
ລົດປະເພດນີ້ ຈະມີຂະໜາດໃຫຍ່ພໍທີ່ຈະຮັບຜູ້ໂດຍສານໄດ້ເຖິງ 9 ຄົນ
ແລະສະດວກສະບາຍຫຼາຍຖ້າທ່ານມີເຄື່ອງຂອງເປັນຈຳນວນຫຼວງຫຼາຍ.
ເນື່ອງຈາກລົດຕູ້ແຕ່ລະຄັນໄດ້ຖືກຕິດຕັ້ງວິທະຍຸສື່ສານເປັນທີ່ຮຽບຮ້ອຍດັ່ງນັ້ນ,
ທ່ານສາມາດຕິດຕໍ່ຫາສູນບໍລິການເພື່ອໃຫ້ພວກເຂົາມາຮັບທ່ານໄດ້. ເຖິງວ່າລາຄາເລີ່ມຕົ້ນຈະຕົກຢູ່ທີ່
7,000ວອນຄືກັບລົດເທັກຊີລະດັບຫຼູຫຼາ ແຕ່ຄ່າບໍລິການຍັງສາມາດເຈລາຈາຕໍ່ລອງກັນເອງໄດ້ລະຫວ່າງຄົນຂັບລົດກັບຜູ້ໂດຍສານ.
04ລົດສ່ວນຕົວ
ໝາຍເຖີງລົດ ທີ່ຊື້ມາປະຈຳຢູ່ຄອບຄົວ ເພື່ອຮັບໃຊ້ວຽກງານສ່ວນຕົວ. ສຳລັບ ລົດສ່ວນຕົວ ປະກອບມີຂະໜາດນ້ອຍ ແລະ ຂະໜາດໃຫຍ່
ຫຼາຍໆຊະນິດທີ່ແຕກຕ່າງກັນ, ດ້ານລາຄາ ກໍ່ມີນັບແຕ່ຫຼັກລ້ານ ຂື້ນໄປຫາ ຫຼັກສີບຊາວລ້ານ ໂດຍຂື້ນກັບຄຸນນະພາບຂອງລົດ.
ການເສັງໃບຂັບຂີ່
ຂັ້ນຕອນການເສັງໃບຂັບຂີ່ ມີດ່ັງຕໍ່ໄປນີ້.
- 1ການສຶກສາອົບຮົມເລື່ອງຄວາມປອດໄພດ້ານການຂົນສົ່ງ:ສູນສຶກສາອົບຮົມເລື່ອງຄວາມປອດໄພດ້ານການຂົນສົ່ງຂອງສູນສອບເສັງໃບຂັບຂີ່
ຫຼືສະຖານທີ່ທີ່ຖືກກຳນົດເປັນໜ່ວຍງານໃຫ້ການສຶກສາອົບຮົມເລື່ອງຄວາມປອດໄພດ້ານການຂົນສົ່ງ (ສະຖາບັນ)
ເປັນຜູ້ດຳເນີນໂຄງການສຶກສາອົບຮົມເລື່ອງຄວາມປອດໄພດ້ານການຂົນສົ່ງ.
- 2ການກວດຮ່າງກາຍ
(ຄ່າທໍານຽມທີ່ກ່ຽວຂ້ອງທີ່ຄິດໄລ່ແຍກກັນຕ່າງຫາກ)
- 3ການສະໝັກສໍາລັບການສອບເສັງພາກຂຽນ
학과점수 표 : 필요한 서류, 수수료를 포함한 표입니다.
ເອກະສານທີ່ຕ້ອງການ |
ຄ່າບໍລິການ |
ແບບຟອມສະໝັກ (ຮູບຖ່າຍເປັນສີຂະໜາດຕິດປຶ້ມຜ່ານແດນ ບໍ່ເກີນ 6 ເດືອນ ຈຳນວນ 3 ໃບ),
ບັດປະຈຳຕົວ (ຫຼື ບັດທີ່ຍັງສາມາດຢັ້ງຢືນຕົນເອງ), |
10,000 ກີບ (8,000 KRW ສຳລັບລົດຈັກ) |
- 4ການສອບເສັງພາກຂຽນ
(※ຕ້ອງຈົບການສຶກສາອົບຮົມເລື່ອງຄວາມປອດໄພດ້ານການຂົນສົ່ງ ກ່ອນທີ່ຈະສົ່ງໃບສະໝັກສໍາລັບ ການທົດສອບ
ພາກຂຽນ): ເຮັດການທົດສອບດ້ວຍການເຮັດເຄື່ອງໝາຍຄຳຕອບສໍາລັບທັງໝົດ 40 ຄຳຖາມ.
- ພາສາທີ່ໃຊ້ສຳລັບການສອບເສັງ: ພາສາເກົາຫຼີ ແລະ ອີກ 3 ພາສາຕ່າງປະເທດ (ອັງກິດ, ຈີນ,
ຫວຽດນາມ).
- 5ການເສັງພາກປະຕິບັດ :
ຜູ້ສະໝັກຜູ້ທີ່ຜ່ານການສອບເສັງພາກຂຽນ ຫຼືຜູ້ສະໝັກທີ່ເສັງຕົກພາກ ປະຕິບັດຕົວຈິງກ່ອນໜ້ານີ້ມີຄຸນສົມ
ບັດທີ່ຈະໄດ້ຮັບການທົດສອບການເຮັດວຽກນີ້.
기능접수 표 : 필요한 서류, 수수료를 포함한 표입니다.
ເອກະສານທີ່ຕ້ອງການ |
ຄ່າບໍລິການ |
ໃບສະໜັກ, ບັດປະຈຳຕົວ (ຫຼືບັດຢັ້ງຢືນ ອື່ນໆ), ※ ກໍລະນີ ມອບໃຫ້ຜູ້ອື່ນແລ່ນແທນນັ້ນ
ຕ້ອງມີບັດປະຈຳຕົວຂອງຜູ້ແລ່ນ ບັດປະຈຳຕົວຕົນເອງ(ຜູ້ມອບ ໝາຍ) ພ້ອມດ້ວຍໃບມອບສິດ ຕິດຂັດນຳ |
- ປະເພດ 1 ແລະ 2 ທໍາມະດາ: 25,000 ວອນ
- ປະເພດ 1 ໃຫຍ່ ແລະ ປະເພດ 1 ພິເສດ: 25,000 ວອນ
- ລົດຈັກ: 10,000 ວອນ
- ລົດນ້ອຍ ປະເພດ 2: 14,000 ວອນ
|
- 6ການສອບເສັງພາກປະຕິບັດຕົວຈິງ:
ນັກສອບເສັງ ຕ້ອງຂັບລົດໂດຍກົງ ແລະ ເສັງຫຼັກສູດການຮຽນທິດສະດີ
- 7ການອອກໃບຂັບຂີ່ຮຽນຂັບ:
ການເສັງໃບຂັບຂີ່ປະເພດ 1 ແລະ ປະເພດ 2 ແບບທຳມະດາ ຕ້ອງໄດ້ຜ່ານພາກທິດສະດີແລ້ວ
ອອກໄປຂັບຂີ່ໂດຍກົງຢູ່ທາງໃຫຍ່ ຈຶ່ງຈະໄດ້ໃບຂັບຂີ່ຮຽນຂັບ.
- 8ການສະໝັກຂັບອອກທາງໄກ: ພາຍຫຼັງ
ຈົບການຝຶກຂັບຂີ່ພາກສະໜາມແລ້ວ, ຜູ້ທີ່ຖືໃບອະນຸຍາດ ສອບເສັງການຂັບຂີ່ຈະຕ້ອງ
ຢື່ນໃບສະໝັກສໍາລັບການສອບເສັງການຂັບຂີ່ພາກສະໜາມ, ແລະ ວັນທີ ແລະ ເວລາຂອງການທົດສອບທີ່ໄດ້
ຖືກກຳນົດໄວ້.
- 9ການເສັງຢູ່ທາງລົດ :
ຜູ້ສະໝັກດຳເນີນການສອບເສັງການຂັບຂີ່ພາກສະໜາມຢູ່ໃນສູນທົດສອບໃນວັນທີທົດສອບ ທີ່ໄດ້ກຳນົດໄວ້
ເມື່ອສົ່ງໃບສະໝັກຂອງພວກເຂົາສໍາລັບການສອບເສັງການຂັບຂີ່ພາກສະໜາມ.
- 10ການອອກໃບຂັບຂີ່ຖາວອນ: ຫາກຜູ້ສະໝັກ
ເສັງຜ່ານບັນດາຂັ້ນຕອນເທີງນີ້ແລ້ວ, ຈະໄດ້ຮັບໃບຂັບຂີ່ (ປະເພດ 1 ລົດໃຫຍ່, ປະເພດ 1 ລົດທໍາມະດາ, ປະເພດ 1
ລົດພິເສດ, ປະເພດ 2 ລົດທໍາມະດາ, ປະເພດ 2 ລົດນ້ອຍ, ປະເພດ 2 ລົດຈັກ).
ການປ່ຽນໃບຂັບຂີ່ຕ່າງປະເທດ ມາເປັນໃບຂັບຂີ່ເກົາຫຼີ
ຜູ້ຖືໃບຂັບຂີ່ທີ່ອອກໃຫ້ໂດຍສະຖາບັນທີ່ມີອຳນາດຂອງຕ່າງປະເທດ ອາດສາມາດປ່ຽນເປັນໃບຂັບຂີ່ເກົາຫຼີໄດ້
ແຕ່ຕ້ອງໄດ້ຮັບການຢັ້ງຢືນ ຄວາມຖືກຕ້ອງຈາກສະຖານເອກອັກຄະລັດຖະທູດ ພ້ອມດ້ວຍໃບສະເໜີຂໍປ່ຽນໃບຂັບຂີ່
ມາຍັງພາກສ່ວນກ່ຽວຂ້ອງ ຈາກນັ້ນ ກໍ່ຈະມີການທົດສອບພອນສະຫວັນ ແລະ ສອບເສັງຮຽນຜ່ານແລ້ວ
ຈຶ່ງຈະໄດ້ຮັບໃບຂັບຂີ່ເກົາຫຼີ. ອາຍຸການນຳໃຊ້ໃບຂັບຂີ່ຕ່າງປະເທດ ແມ່ນ
ສາມາດຮັບຮອງເອົາຕາມອາຍຸການນຳໃຊ້ທີ່ເຫຼືອຕົວຈີງ(full license) ແຕ່ວ່າ ສຳລັບ ໃບຂັບຂີ່ຊົ່ວຄາວ,
ໃບຂັບຂີ່ຮຽນ, ໃບຂັບຂີ່ທີ່ອະນຸຍາດທົດລອງຂັບ, ແລະໃບຢັງຢືນການຂັບຂີ່
ແມ່ນບໍ່ສາມາດປ່ຽນເປັນໃບຂັບຂີ່ເກົາຫຼີໄດ້.
- ສະຖານທີ່: ສູນສອບເສັງໃບຂັບຂີ່ທົ່ວປະເທດ
- ບັນຊີລາຍຊື່ປະເທດທີ່ໄດ້ຮັບການຍອມຮັບໂດຍອົງການຕໍາຫຼວດແຫ່ງຊາດປະກາດໃນວັນທີ 22 ພະຈິກ 2023
- ປະເທດທີ່ສາມາດປ່ຽນໃບຂັບຂີ່ມາເປັນຂອງເກົາຫຼີ ແມ່ນແນວໃດ?
ປະເທດທີ່ແລກປ່ຽນໃບຂັບຂີ່ເກົາຫຼີກັບໃບຂັບ ຂີ່ທ້ອງຖິ່ນໂດຍ ບໍ່ຕ້ອງ ມີການທົດສອບເພີ່ມເຕີມ.
ພາກພື້ນທີ່ມີລະບົບການ ອອກໃບຂັບຂີ່ເອກະລາດ, ເຊັ່ນ ຮົງກົງ, ໄຕ້ຫວັນ, ແລະ ເກາະກວມ,
ຈະຖືກລວມຢູ່ໃນໝວດໝູ່ຂອງປະເທດ. ຖ້າໄດ້ຮັບການຍອມຮັບສໍາລັບໃບຂັບຂີ່ເກົາຫຼີທີ່ໄດ້ມີການປ່ຽນ ແປງຕາມປະກາດນີ້,
ມັນຈະຢູ່ພາຍ ໃຕ້ລະບົບໃໝ່.
- ໃບຂັບຂີ່ທີ່ຖືກອອກໃຫ້ໂດຍປະເທດທີ່ສາມາດປ່ຽນໃບຂັບຂີ່ມາເປັນຂອງເກົາຫຼີ:
ການທົດສອບທິດສະດີພື້ນຖານ(ການທົດ ສອບດ້ານ ຮ່າງກາຍ)
-
ໃບອະນຸຍາດອອກໂດຍປະເທດທີ່ບໍ່ໄດ້ຮັບຮູ້ສໍາລັບໃບອະນຸຍາດຂັບລົດເກົາຫຼີ:
ການທົດສອບຄວາມສາມາດ ແລະ ການກວດສອບ (ຫຼາຍທາງເລືອກ, 40 ຄໍາຖາມ)
ມີໃນພາສາເກົາຫຼີ, ພາສາອັງກິດ, ຈີນ ແລະ ຫວຽດນາມ
- ລັດ Oregon ແລະ Idaho,
ສະຫະລັດອາເມລິກາຕົກຢູ່ພາຍໃຕ້ປະເທດທີ່ໄດ້ຮັບການຍອມຮັບ,
ແຕ່ຜູ້ອາໄສຢູ່ໃນລັດເຫຼົ່ານີ້ຕ້ອງໄດ້ຮັບການທົດສອບ.
구비서류 표 : 구분, 인정국가, 불인정국가를 포함한 표입니다.
ການຈຳແນກ ປະເພດ |
ປະເທດທີ່ຖືກຍອມຮັບ |
ປະເທດທີ່ບໍ່ຖືກຍອມຮັບ |
ຄົນຕ່າງປະເທດ, ຊາວຕ່າງດ້າວ |
- ໃບຂັບຂີ່ຕ່າງປະເທດ ສະບັບແທ້
- ປື້ມຜ່ານແດນຂອງແທ້: ປຶ້ມຜ່ານແດນ ທີ່ສາມາດກວດກາໄດ້ການເຂົ້າອອກ
ນັບແຕ່ມື້ອອກປະເທດ ຈົນຮອດມື້ເຂົ້າປະເທດ
- ບັດຕ່າງດ້າວ ສະບັບແທ້ (ຖ້າເປັນ ຊາວເກົາຫຼີ ໃນຕ່າງແດນ,
ຕ້ອງມີບັດຕ່າງດ້າວ ທີ່ຢູ່ໃນປະເທດ ເກົາຫຼີ)
- ຮູບສີ ທີ່ຖ່າຍພາຍໃນ 6 ເດືອນ 3 ໃບ (ຂະໜາດຮູບທີ່ໄດ້ຮັບອະນຸຍາດ)
- ເອກະສານຢືນຢັນຂອງສະຖານທູດກ່ຽວກັບໃບອະນຸ ຍາດ ຫຼື
ໃບຢັ້ງຢືນຈາກອາໂປສທີຢູ
- ໃບຢັ້ງຢືນການເດີນທາງເຂົ້າ ແລະອອກ
(ວັນທີທໍາອິດຂອງການອອກເດີນທາງອອກຈົນຮອດວັນທີປະຈຸບັນ)
- ຄ່າທຳນຽມ : 8,000ວອນ (ຄ່າກວດຮ່າງ ກາຍ ຕ່າງຫາກ)
|
- ສໍາເນົາຕົ້ນສະບັບຂອງໃບຂັບຂີ່ຕ່າງປະເທດ
- ສໍາເນົາຕົ້ນສະບັບຂອງໜັງສືຜ່ານແດນ:
ໜັງສືຜ່ານແດນວັນທີເຂົ້າແລະອອກຈາກປະເທດ ສາມາດຢືນຢັນໄດ້
- ສໍາເນົາຕົ້ນສະບັບຂອງໃບຢັ້ງຢືນຮັບຮອງການ ຂຶ້ນທະບຽນຄົນຕ່າງດ້າວ
(ສໍາເນົາຕົ້ນສະບັບຂອງລາຍງານການລົງທະບຽນທີ່ຢູ່ອາໄສຂອງຊາວເກົາຫຼີ ທີ່ຢູ່ຕ່າງປະ ເທດ)
- ຮູບສີ ທີ່ຖ່າຍພາຍໃນ 6 ເດືອນ 3 ໃບ
- ເອກະສານຢືນຢັນຂອງສະຖານທູດກ່ຽວກັບໃບ ອະນຸຍາດ ຫຼື
ໃບຢັ້ງຢືນຈາກອາໂປສທີຢູ
- ໃບຢັ້ງຢືນການເດີນທາງເຂົ້າ ແລະອອກ
(ວັນທີທໍາອິດຂອງການອອກເດີນທາງອອກຈົນຮອດວັນທີປະຈຸບັນ)
- ຄ່າທຳນຽມ : 18,000ວອນ (ຄ່າກວດຮ່າງ ກາຍ ຕ່າງຫາກ)
|
구비서류 표 : 구분, 인정국가, 불인정국가를 포함한 표입니다.
ການຈຳແນກ ປະເພດ |
ປະເທດທີ່ຖືກຍອມຮັບ |
ປະເທດທີ່ບໍ່ຖືກຍອມຮັບ |
ຄົນເກົາຫຼີ, ຄົນຕ່າງຊາດອາໄສຢູ່ຖາວອນ ໃນເກົາຫຼີ |
- ສໍາເນົາຕົ້ນສະບັບຂອງໃບຂັບຂີ່ຕ່າງປະເທດ
- ໜັງສືຜ່ານແດນຕົ້ນສະບັບ: ປຶ້ມຜ່ານແດນ ທີ່ມີກາຈ້ຳເຂົ້າປະເທດ
ທີ່ສາມາດຢັ້ງຢືນໄດ້ວ່າ ຜູ້ ກ່ຽວ ສາມາດພັກເຊົາ ໃນເກົາຫຼີ ໄດ້ເກີນ 90 ວັນ
- ບັດຕ່າງດ້າວ ສະບັບແທ້ (ຖ້າເປັນຄົນເຊື້ອ ສາຍເກົາຫຼີ ສັນຊາດຕ່າງປະເທດ
ແມ່ນໃຊ້ບັດຕ່າງ ດ້າວຂອງຊາວເກົາຫຼີ ໃນຕ່າງແດນ)
- ຮູບຖ່າຍສີ 3 ໃບ, ຖ່າຍບໍ່ເກີນ 6 ເດືອນ
- ເອກະສານຢືນຢັນຄວາມຈິງຈາກສະຖານທູດ ຕໍ່ໃບຂັບຂີ່ ຫຼື
ໃບຢັ້ງຢືນຈາກອາໂປສທີຢູ
- ໃບຢັ້ງຢືນການເດີນທາງເຂົ້າ ແລະ ອອກ: ວັນທີທໍາອິດ
ຂອງການອອກເດີນທາງອອກຈົນຮອດວັນທີປະຈຸບັນ
- ຄ່າທຳນຽມ : 8,000ວອນ (ຄ່າກວດຮ່າງ ກາຍ ຕ່າງຫາກ)
|
- ສໍາເນົາຕົ້ນສະບັບຂອງໃບຂັບຂີ່ຕ່າງປະເທດ
- ໜັງສືຜ່ານແດນຕົ້ນສະບັບ: ປຶ້ມຜ່ານແດນ ທີ່ມີກາຈ້ຳ ເຂົ້າປະເທດ
ທີ່ສາມາດຢັ້ງຢືນໄດ້ວ່າ ຜູ້ ກ່ຽວ ສາມາດພັກ ເຊົາ ໃນເກົາຫຼີ ໄດ້ເກີນ 90
- ບັດລົງທະບຽນທີ່ຢູ່ເດີມ (ສໍາເນົາຕົ້ນສະບັບຂອງ ບົດ
ລາຍງານການລົງທະບຽນທີ່ຢູ່ອາໄສຂອງຊາວເກົາຫຼີທີ່ຢູ່ຕ່າງປະເທດ)
- ຮູບຖ່າຍສີ 3 ໃບ, ຖ່າຍບໍ່ເກີນ 6 ເດືອນ
- ເອກະສານຢືນຢັນຂອງສະຖານທູດ ກ່ຽວກັບໃບຂັບຂີ່ ຫຼື
ໃບຢັ້ງຢືນຈາກອາໂປສທີຢູ
- ໃບຢັ້ງຢືນການເດີນທາງເຂົ້າ ແລະ ອອກ:
ວັນທີທໍາອິດຂອງການອອກເດີນທາງອອກຈົນຮອດວັນທີປະຈຸບັນ
- ຄ່າທຳນຽມ : 18,000ວອນ (ຄ່າກວດຮ່າງ ກາຍ ຕ່າງຫາກ)
|
- ການຢືນຢັນຂອງສະຖານທູດກ່ຽວກັບໃບຂັບຂີ່: ໃບຢັງຢືນຖືກອອກໃຫ້ເປັນພາສາເກົາຫຼີ ຫຼື
ພາສາອັງກິດຈາກສະຖານທູດ ຫຼື ໃບຢັ້ງຢືນຈາກອາໂປສທີຢູ ຂອງປະເທດນັ້ນໆໃນເກົາຫຼີ
ຫຼືສະຖານທູດເກົາຫຼີໃນປະເທດທີ່ກ່ຽວຂ້ອງເພື່ອກວດສອບຄວາມ ຖືກຕ້ອງຂອງ ໃບຂັບຂີ່ຕ່າງປະເທດ.
- ການຢືນຢັນຂອງສະຖານທູດ ໃບຢັ້ງຢືນຈາກອາໂປສທີຢູ ກ່ຽວກັບໃບຂັບຂີ່ທີ່ມີອາຍຸ 1 ປີ
ນັບຈາກວັນທີອອກໃບຂັບຂີ່. ຖ້າຫາກວັນໝົດອາຍຸທີ່ປະ ກົດຢູ່ໃນໃບຢືນ ຢັນຍັງເຫຼືອໜ້ອຍກວ່າ 1
ປີກ່ອນວັນດັ່ງກ່າວ, ວັນໝົດອາຍຸທີ່ລະບຸໄວ້ຖືກນຳມາໃຊ້.
- ຖ້າຫາກວ່າ ສະຖານທູດ ຢັ້ງຢືນໃຫ້ວ່າ ‘ໃບຂັບຂີ່ດັ່ງກ່າວ ບໍ່ມີຄວາມຈິງ’, ທ່ານ
ຈະບໍ່ສາມາດນຳມາປ່ຽນເປັນໃບຂັບຂີ່ເກົາຫຼີໄດ້.
- ຖ້າເປັນໃບຂັບຂີ່ຈາກປະເທດການາດາ, ຕ້ອງໄດ້ມີ ‘ໃບຢັ້ງຢືນປະສົບການຂັບລົດ
ທີ່ອອກໂດຍອົງການທີ່ກ່ຽວຂ້ອງຂອງການາດາ ພ້ອມດ້ວຍ ໃບຢັ້ງຢືນຈາກສະຖານທູດ
ຈຶ່ງສາມາດອອກໃບຂັບຂີ່ເກົາຫຼີ ໃຫ້ໄດ້.
- ສະຖານທູດສະຫະລັດໃນເກົາຫຼີ / ສະຖານທູດອັງກິດ / ສະຖານກົງສຸນໃຫຍ່ເກົາຫຼີໃນຮົງກົງ /
ສະຖານທູດຟິນແລນ / ອອສເຕີຍໄດ້ຢຸດເຊົາການອອກໃບຢັ້ງຢືນ / ການຢືນຢັນຂອງສະຖານທູດສໍາລັບໃບຂັບຂີ່,
ດັ່ງນັ້ນການຢືນຢັນຂອງ apostille ສໍາລັບໃບຂັບຂີ່.
-
ໃນກໍລະນີທີ່ວັນທີຂອງການອອກໃຫ້ແລະວັນທີໝົດອາຍຸບໍ່ປະກົດຂຶ້ນຢູ່ໃນໃບຢັ້ງຢືນອະນຸຍາດການຂັບຂີ່,
ສະຖາບັນຝ່າຍບໍລິ ຫານທີ່ ອອກໃບຂັບຂີ່ດັ່ງກ່າວຈະຕ້ອງຢື່ນເອກະສານທີ່ສາມາດກວດສອບວັນທີອອກໃຫ້ແລະວັນທີໝົດອາຍຸ,
ເຊັ່ນ "ໃບຢັ້ງຢືນປະສົບການຂອງ ການຂັບຂີ່.”
- ໃບຢັ້ງຢືນການເຂົ້າປະເທດ ແລະ ໜັງສືຜ່ານແດນ:
ກາປະທັບການເຂົ້າປະເທດໃນໃບຢັ້ງຢືນການເຂົ້າປະເທດ ແລະ ໜັງສືຜ່ານແດນ
ຈະຕ້ອງຢືນຢັນວ່າຜູ້ສະໝັກທີ່ໄດ້ພັກອາໄສຢູ່ໃນປະເທດທີ່ອອກໃບອະນຸຍາດ ເປັນເວລາ 90 ວັນຂຶ້ນໄປ, ແລະ
ຜູ້ສະໝັກທີ່ອາໄສຢູ່ຢູ່ທີ່ນັ້ນ ໃນວັນທີອອກໃບຂັບຂີ່ຕ່າງປະເທດ.
- ກໍລະນີ, ໜັງສືຜ່ານແດນ ທີ່ບໍ່ສາມາດ ກວດສອບວ່າ ໄລຍະເວລາພັກເຊົາໃນເກົາຫຼີ ເກີນ 90 ວັນ,
ສາມາດ ເອົາໃບຢັ້ງຢືນການຮຽນ(ການເຮັດວຽກ), ໃບແຈ້ງພາສີ ມາຢັ້ງຢືນໄດ້. ຈະບໍ່ຮັບຮອງການຢັ້ງຢືນ
ໂດຍໃຊ້ເອກະສານຂອງຄົນອື່ນ.
- ຜູ້ຢູ່ອາໃສໄລຍະສັ້ນ 90 ວັນ
ຫຼືໜ້ອຍກວ່າທີ່ບໍ່ໄດ້ລົງທະບຽນເປັນຄົນຕ່າງດ້າວທີ່ຢູ່ອາໃສບໍ່ສາມາດແລກປ່ຽນໃບອະນຸຍາດຕ່າງປະເທດຂອງເຂົາເຈົ້າສໍາລັບໃບອະນຸຍາດພາຍໃນປະເທດ
(ຍົກເວັ້ນຜູ້ທີ່ໄດ້ຮັບການຍົກເວັ້ນຈາກການລົງທະບຽນຄົນຕ່າງດ້າວ).
- ຄົນທ້ອງຖິ່ນໝາຍເຖິງບຸກຄົນຜູ້ທີ່ໄດ້ລົງທະບຽນເປັນຜູ້ຢູ່ອາໄສພາຍໃຕ້ມາດຕາ 6
ຂອງກົດໝາຍວ່າດ້ວຍການລົງທະບຽນທີ່ຢູ່ ອາໄສ.
- ໃບຂັບຂີ່ທີ່ຖືກອອກໃຫ້ເປັນການແລກປ່ຽນ
-
ໃບຂັບຂີ່ທີ່ຖືກອອກໃຫ້ໂດຍການແລກປ່ຽນກັບໃບຂັບຂີ່ຕ່າງປະເທດຈະຖືກຈຳກັດເປັນໃບຂັບຂີ່ປະເພດ 2 ທໍາມະດາ
ຂອງ ເກົາຫຼີ.
-
ໃບຂັບຂີ່ທີ່ຖືກອອກຈາກປະເທດທີ່ມີກົດລະບຽບແຕກຕ່າງກັນພາຍໃຕ້ຂໍ້ຕົກລົງຮັບຮູ້ຮ່ວມກັນ( ເບວຢ້ຽມ,
ໂປແລນ, ສະເປນ, ອີຕາລີ) ອາດຈະປ່ຽນເປັນໃບຂັບຂີ່ແຕ່ລະຂັ້ນ.
- ອື່ນໆ: ບໍ່ໄດ້ຮັບໜັງສືມອບອຳນາດໃຫ້ເປັນຕົວແທນ( ພາກພື້ນທີ່ມີລະບົບການ ອອກໃບຂັບຂີ່ເອກະລາດ,
ເຊັ່ນ ຮົງກົງ, ໄຕ້ຫວັນ, ແລະເກາະກວມ, ຈະຖືກລວມຢູ່ໃນໝວດໝູ່ຂອງປະເທດ ).
- ຄວນລະວັງ: ສຳລັບ ຜູ້ທີ່ເຄີຍຖືກຍົກເລີກໃບຂັບຂີ່ເກົາຫຼີມາແລ້ວນັ້ນ
ຈະຕ້ອງໄດ້ຮັບການຝືກອົບຮົມໃນຫຼັກສູດພິເສດ ກ່ຽວກັບຄວາມ ປອດໄພ ໃນກາຂັບຂີ່ ຢ່າງໜ້ອຍ 6 ຊົ່ວໂມງກ່ອນ. (ແຕ່ວ່າ,
ກໍລະນີ ຜູ້ກ່ຽວຖືກຍົກເລີກພາຍຫຼັງການກວດສຸຂະພາບຮ່າງກາຍແລ້ວ ບໍ່ຈຳເປັນ ຕ້ອງໄດ້ເຂົ້າຝືກອົບຮົມຫຼັກສູດຄວາມ
ປອດໄພການຈະລາຈອນ).
ໃບຂັບຂີ່ສາກົນ
국제면허증 표 : 항목, 내용을 포함한 표입니다.
ໝວດໝູ່ |
ເນື້ອໃນ |
ສິ່ງທີ່ຕ້ອງການກຽມ |
- ໃນກໍລະນີສະໝັກດ້ວຍຕົນເອງ: ໃຫ້ໜັງສືຜ່ານແດນ (ຮັບສຳເນົາ), ໃບຂັບຂີ່,
ຮູບຂະໜາດໜັງສືຜ່ານແດນ 1 ໃບ ຖ່າຍພາຍໃນ 6 ເດືອນຜ່ານມາ (3.5x4.5ຊມ,
ສະເພາະຮູບຖ່າຍໜັງສືຜ່ານແດນເທົ່ານັ້ນ)
- ໃນກໍລະນີສະໝັກຜ່ານຕົວແທນ: ເອົາບັດປະຈຳຕົວຂອງຜູ້ສະໝັກ (ຕົ້ນສະບັບ),
ຮູບຂະໜາດໜັງສືຜ່ານແດນ 1 ໃບ ຖ່າຍພາຍໃນ 6 ເດືອນຜ່ານມາ (3.5x4.5ຊມ,
ຮັບເອົາແຕ່ຮູບຂະໜາດໜັງສືຜ່ານແດນ), ບັດປະຈຳຕົວຕົວແທນ (ຕົ້ນສະບັບ), ຫຼັກຖານສະແດງ.
ຫຼັກຖານໃບມອບສິດຂອງຕົວແທນ
- ຖ້າຕົວແທນຢູ່ຕ່າງປະເທດ, ຈະຕ້ອງສົ່ງໃບຢັ້ງຢືນການເຂົ້າປະເທດ.
- ໃນກໍລະນີຂອງຄົນເກົາຫຼີທີ່ມີໜັງສືຜ່ານແດນເກົາຫຼີ, ໜັງສືຜ່ານແດນ
(ສໍາເນົາ) ສາມາດຖືກຍົກເລີກໂດຍການໃຫ້ຄວາມຍິນຍອມທີ່ຈະນໍາໃຊ້ການແບ່ງປັນຂໍ້ມູນສາທາລະນະ.
-
ຂໍ້ມູນກ່ຽວກັບການອອກໃບອະນຸຍາດຂັບລົດສາກົນສໍາລັບຜູ້ຖືໃບຂັບລົດເກົາຫຼີທີ່ມີສັນຊາດຕ່າງປະເທດ
- ເອກະສານທີ່ຕ້ອງການ: ໜັງສືຜ່ານແດນ, ໃບຂັບຂີ່,
ໃບທະບຽນຄົນຕ່າງດ້າວ ຫຼື ໃບຢັ້ງຢືນທີ່ຢູ່ພາຍໃນປະເທດ, ຮູບຂະໜາດໜັງສືຜ່ານແດນ 1
ໃບ ຖ່າຍພາຍໃນ 6 ເດືອນຜ່ານມາ (3.5x4.5ຊມ,
ຮັບແຕ່ຮູບຂະໜາດໜັງສືຜ່ານແດນເທົ່ານັ້ນ)
|
ສະຖານທີ່ |
ສູນສອບເສັງໃບຂັບຂີ່ ແລະ ສະຖານີຕຳຫຼວດທຸກແຫ່ງທົ່ວປະເທດ |
ວັນໝົດກຳ ນົດ |
1 ປີ ນັບຈາກວັນທີ່ອອກໃຫ້ |
ຄ່າທໍານຽມ |
8,500 ວອນ |
ລະວັງ |
-
ກໍລະນີຖ້າໃບຂັບຂີ່ສາກົນຍັງນຳໃຊ້ໄດ້(ວັນໝົດອາຍຸຍັງບໍ່ຮອດ)ມັນອາດຖືວ່າ ບໍ່ມີຜົນຫຍັງ
ຫຼັງຈາກ 1 ປີ
ຂອງການເຂົ້າໄປຢູ່ໃນປະເທດນັ້ນພາຍໃຕ້ເນື້ອໃນຂອງສັນຍາສາກົນຫຼືກົດໝາຍທີ່ກ່ຽວ
ຂ້ອງຂອງປະເທດນັ້ນ. ເມື່ອຂັບຂີ່ໂດຍນຳໃຊ້ໃບຂັບຂີ່ສາກົນ,
ຜູ້ຖືບັດຕ້ອງມີໃບຂັບຂີ່ຂອງເກົາຫຼີ ແລະ ໜັງສືຜ່ານແດນ.
- ໃນຫຼາຍໆປະເທດ ລວມທັງສະຫາລັດອາເມລິກາ, ການຂັບຂີ່ໂດຍໃຊ້ໃບຂັບຂີ່ສາກົນ
ແຕ່ບໍ່ມີ ໃບອະນຸຍາດເກົາຫຼີ ຫຼື
ໜັງສືຜ່ານແດນຈະຖືກລົງໂທດເຊັ່ນດຽວກັນກັບບໍ່ມີໃບຂັບຂີ່. ດັ່ງນັ້ນຕ້ອງໃຫ້ແນ່
ໃຈວ່າມີຄົບ 3ຢ່າງ ເຊັ່ນ ໃບຂັບຂີ່ສາກົນ, ໃບຂັບຂີ່ເກົາຫຼີ, ແລະ ໜັງສືຜ່ານແດນ.
- ຖ້າຊື່ເປັນພາສາອັງກິດ ໃນໃບຂັບຂີ່ສາກົນ ຫາກຕ່າງຊື່ໃນປຶ້ມຜ່ານແດນ,
ຫຼື ລາຍເຊັນໃນໃບຂັບຂີ່ສາກົນ ຕ່າງຈາກລາຍເຊັນ ໃນປຶ້ມຜ່ານແດນ, ຖືວ່າ ໃບຂັບຂີ່ສາກົນນັ້ນ
ບໍ່ສາມາດນຳໃຊ້ໄດ້ ໃນເກົາຫຼີ. ສຳລັບ ຢູ່ອາເມຣິກາ ແລະ ການາດານັ້ນ, ໃນແຕ່ລະແຂວງ
ມັນຈະມີໃບຂັບຂີ່ສາກົນ ທີ່ແຕກຕ່າງກັນ ຕາມກົດໝາຍ ການຈາລະຈອນຂອງແຕ່ລະທ້ອງຖີ່ນ, ສະນັ້ນ
ຕ້ອງໄດ້ນຳເອົາໃບຂັບຂີ່ດັ່ງກ່າວ ໄປຢັ້ງຢືນຜ່ານສະຖານທູດວ່າ ໃບຂັບຂີ່ດັ່ງກ່າວ ສາມາດ
ນຳໃຊ້ໄດ້ເປັນໃບຂັບຂີ່ສາກົນທົ່ວໄປ ຫຼືບໍ່.
- ໃນໄລຍະການກວດສອບຂອງໃບຂັບຂີ່ເກົາຫຼີ,
ບຸກຄົນນັ້ນບໍ່ສາມາດຂັບລົດໃນປະເທດເກົາຫຼີ
ໂດຍນຳໃຊ້ໃບອະນຸຍາດຂັບຂີ່ທີ່ຖຶກອະນຸຍາດໃຊ້ໂດຍປະເທດອື່ນໄດ້ (ອີງຕາມຂໍ້ 3, ມາດຕາ 96
ຂອງກົດ ໝາຍວ່າດ້ວຍການຈະລາຈອນທາງບົກ)
- ຮູບແບບຂອງໃບຂັບຂີ່ທີ່ໄດ້ຮັບການຍອມຮັບໃນປະເທດເກົາຫຼີແມ່ນ
“ໃບອະນຸຍາດຂັບຂີ່ສາກົນ”,“ໃບຂັບຂີ່ສາກົນ”ທີ່ອອກໃຫ້ໂດຍເຂດປົກຄອງພິເສດຂອງບາງປະເທດ
ເຊັ່ນ ມາເກົາ ແມ່ນບໍ່ສາມາດຖືກນຳໃຊ້ໄດ້.
- ໃບຂັບຂີ່ສາກົນທີ່ຖືກຮັບຮອງຢູ່ໃນປະເທດເກົາຫຼີ ຖືວ່າເປັນ
‘International Driving Permit’ ສະນັ້ນ ໃບຂັບຂີ່ ‘International Driving
License’ນີ້ ບໍ່ສາມາດນຳໃຊ້ຢູ່ພາຍໃນປະເທດເກົາຫຼີໄດ້.
- ສ.ເກົາຫຼີ ເປັນປະເທດສະມາຊິກກັບສັນຍາເຈເນວາ
ຊຶ່ງໃບຂັບຂີ່ສາກົນຂອງພົນລະເມືອງ ຈາກປະເທດ ທີ່ເປັນສະມາຊິກຂອງສັນຍາເຈເນວາ
ແມ່ນສາມາດນຳໃຊ້ຂັບຂີ່ລົດ ຢູ່ໃນເກົາຫຼີ ໄດ້ 1 ປີ ນັບແຕ່ມື້ເຂົ້າປະເທດເກົາຫຼີ
ເປັນຕົ້ນໄປ. ແຕ່ວ່າ, ໃນວນັທີ່ 1 ມັງກອນ 2002, ສ.ເກົາຫຼີ
ໄດ້ເຂົ້າເປັນສະມາຊິກຂອງສັນຍາວຽນນາ, ສະນັ້ນ ໃບຂັບຂີ່ສາກົນຂອງພົນລະເມືອງ ຈາກປະເທດ
ທີ່ເປັນສະມາຊິກຂອງສັນຍາວຽນນາ ກໍ່ສາມາດນຳໃຊ້ຂັບຂີ່ລົດ ຢູ່ໃນເກົາຫຼີ ໄດ້ ເປັນເວລາ 1
ປີ ເຊັ່ນດຽວກັນ.
- ໃບຂັບຂີ່ສາກົນ ທີ່ອອກໃຫ້ ໃນປະເທດເກົາຫຼີ
ກໍ່ສາມາດໄປນຳໃຊ້ຂັບລົດ ຢູ່ໃນປະເທດ ທີ່ເປັນສະມາຊິກຂອງສັນຍາເຈເນວາ
ເຊັ່ນດຽວກັນ(ແຕ່ວ່າ, ຍົກເວັ້ນປະເທດຫວຽດນາມ).
-
ສະຫຼຸບແລ້ວ,ໃບຂັບຂີ່ສາກົນຂອງປະເທດທີ່ເປັນສະມາຊິກຂອງສັນຍາເຈເນວາ ແລະ ວຽນນາ
ແມ່ນສາມາດນຳໃຊໄດ້ ຢູ່ໃນເກົາຫຼີໃຕ້.
- ສຳລັບ ສປ ຈີນນັ້ນ ແມ່ນເປັນປະເທດ
ທີ່ມີການປົກຄອງສອງລະບົບ, ແຕ່ຖ້າເປັນຄົນຮົງກົງ(ທີ່ອັງກິດ
ສົ່ງຄືນດິນແດນຄືນໃຫ້ຈີນ ໃນວັນທີ່ 1 ກໍລະກິດ 1997) ແລະ
ຄົນມາກາວ(ທີ່ປອດຕຸຍການ ສົ່ງຄືນດິນແດນ ໃຫ້ຈີນ ໃນວັນທີ່ 20 ທັນວາ
1999) ທີ່ມີໃບຂັບຂີ່ສາກົນ ແມ່ນອະນຸຍາດ ໃຫ້ຂັບຂີ່ ໃນເກົາຫຼີໄດ້
ໂດຍບໍ່ຈຳເປັນ ຕ້ອງປ່ຽນໃບຂັບຂີ່.
- ອີງຕາມສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ,
ຍັງສາມາດຂັບຂີ່ໄດ້ດ້ວຍໃບອະນຸຍາດຂັບຂີ່ສາກົນໃນຫວຽດນາມ ແລະ ໄຕ້ຫວັນ,
ແຕ່ຕ້ອງກວດສອບຂໍ້ມູນກ່ຽວກັບໃບອະນຸຍາດຂັບຂີ່ສາກົນຢູ່ສະຖານທູດ ຫຼື
"ຄຳຮ້ອງຟ້ອງພົນລະເຮືອນແບບປະສົມປະສານສຳລັບການຂັບຂີ່ປອດໄພ"
ເພື່ອຂໍເອົາ
ຂໍ້ມູນກ່ຽວກັບວິທີການນໍາໃຊ້ມັນແລະປະເພດຂອງການຂັບຂີ່ທີ່ອະນຸຍາດ.
|
ໃບຂັບຂີ່ IC
ໃບຂັບຂີ່ IC ແມ່ນຫຍັງ?
-
ໃບຂັບຂີ່ຕົວຈິງທີ່ມາພ້ອມກັບໜ້າທີ່ການອອກໃບຂັບຂີ່ໃນມືຖື.
-
ມັນສາມາດເຫັນໄດ້ຈາກໃບຂັບຂີ່ມາດຕະຖານທີ່ມີໄອຄອນຂອງລະຫັດ ID
ໃນມືຖືຢູ່ດ້ານລຸ່ມຂອງຮູບໃບອະນຸຍາດ.
IC운전면허증 : 항목, 내용을 포함한 표입니다.
ລາຍການ |
ເນື້ອໃນ |
ສະຖານທີ່ການສະໝັກ |
- ສະໝັກໂດຍໄປທີ່ສູນສອບເສັງໃບຂັບຂີ່ແຫ່ງຊາດ ຫຼື ສະຖານີຕຳຫຼວດ
- ສະໝັກຜ່ານ
ສູນຄໍາຮ້ອງຟ້ອງພົນລະເຮືອນແບບປະສົມປະສານການຂັບຂີ່ປອດໄພຂອງບໍລິສັດການຂົນສົ່ງທາງຖະຫນົນ
(ຢ່າງໃດກໍ່ຕາມ, ຖ້າສູນສອບເສັງ ແລະ
ສະຖານີຕໍາຫຼວດຖືກກໍານົດເປັນສະຖານທີ່ຮັບທີ່ຕ້ອງການ)
|
ຂໍ້ກຳນົດ |
- ໃບຂັບຂີ່ (ຖ້າໃບຂັບຂີ່ເສຍ, ຕ້ອງມີບັດປະຈຳຕົວ.)
- ໃບຂັບຂີ່ໃນມືຖືສາມາດຍອມຮັບໄດ້ຖ້າຜູ້ສະໝັກໃຊ້ເປັນສ່ວນຕົວ.
- ຢ່າງໃດກໍຕາມ,
ໃນເວລາທີ່ສະໝັກຂໍເອົາການອອກໃບອະນຸຍາດນອກສະຖານທີ່,
ຮູບພາບໃບອະນຸຍາດບໍ່ເຫມາະສົມສໍາລັບໃບຂັບຂີ່ໃນມືຖື,
ສະນັ້ນຄໍາຮ້ອງສະຫມັກສໍາລັບການອອກໃຫມ່ອາດຈະຈໍາເປັນ.
ໃນກໍລະນີນີ້, 1 ຮູບຂະຫນາດໜັງສືຜ່ານແດນ (3.5X4.5ຊມ) ຖ່າຍພາຍໃນ 6
ເດືອນຜ່ານມາຕ້ອງສົ່ງ (2 ໃບໃນກໍລະນີຂອງການທົດສອບຄວາມເໝາະສົມ ຫຼື ການຕໍ່ອາຍຸ)
|
ຄ່າທຳນຽມ |
21,000 KRW ເມື່ອຮ້ອງຂໍການທົດສອບຄວາມສາມາດ / 15,000 KRW
ເມື່ອຮ້ອງຂໍການຕໍ່ອາຍຸ, ອອກໃຫມ່ຫຼືອອກໃຫມ່ |
ອື່ນໆ |
- ສໍາລັບໃບຂັບຂີ່ລົດ, ຫຼາຍກວ່າສອງໂທລະສັບມືຖືບໍ່ສາມາດໃຊ້ຮ່ວມກັນໄດ້.
- ສຳລັບການປ່ຽນສະມາດໂຟນ, ການລຶບແອັບລະຫັດ ID ລົດ,
ປ່ຽນໃບຂັບຂີ່ຕົວຈິງ, ແລະ ໃບຂັບຂີ່ໃນມືຖືໝົດອາຍຸ (3 ປີ) ເພື່ອນຳໃຊ້ໃບຂັບຂີ່ໃນມືຖື,
ການອອກໃບຂັບຂີ່ IC ຄືນໃໝ່ ຫຼື ຕ້ອງການໃບສະໝັກອອກນອກສະຖານທີ່.
|
ໃບຂັບຂີ່ໃນມືຖື
ການອອກໃບຂັບຂີ່ໃນມືຖືນອກສະຖານທີ່ແມ່ນຫຍັງ?
-
ວິທີການຮັບໃບຂັບຂີ່ໃນມືຖືໂດຍບໍ່ຕ້ອງປ່ຽນໃບຂັບຂີ່ຕົວຈິງ.
-
ສະໝັກໂດຍໄປທີ່ສູນທົດສອບໃບຂັບຂີ່ ແລະ ຮັບໃບຂັບຂີ່ໃນມືຖື.
모바일면허증 : 항목, 내용을 포함한 표입니다.
ລາຍການ |
ເນື້ອໃນ |
ສະຖານທີ່ການສະໝັກ |
- ສູນສອບເສັງໃບຂັບຂີ່ Seoul Seobu ແລະ ສູນທົດສອບໃບອະນຸຍາດຂັບຂີ່
Daejeon
|
ຂໍ້ກຳນົດ |
- ໃບຂັບຂີ່ (ຖ້າໃບຂັບຂີ່ເສຍ, ຕ້ອງມີບັດປະຈຳຕົວ.)
- ໃບຂັບຂີ່ໃນມືຖືສາມາດຍອມຮັບໄດ້ຖ້າຜູ້ສະໝັກໃຊ້ເປັນສ່ວນຕົວ.
- ຢ່າງໃດກໍຕາມ,
ໃນເວລາທີ່ສະໝັກຂໍເອົາການອອກໃບອະນຸຍາດນອກສະຖານທີ່,
ຮູບພາບໃບອະນຸຍາດບໍ່ເຫມາະສົມສໍາລັບໃບຂັບຂີ່ໃນມືຖື,
ສະນັ້ນຄໍາຮ້ອງສະຫມັກສໍາລັບການອອກໃຫມ່ອາດຈະຈໍາເປັນ.
ໃນກໍລະນີນີ້, 1 ຮູບຂະຫນາດໜັງສືຜ່ານແດນ (3.5X4.5ຊມ) ຖ່າຍພາຍໃນ 6
ເດືອນຜ່ານມາຕ້ອງສົ່ງ (2 ໃບໃນກໍລະນີຂອງການທົດສອບຄວາມເໝາະສົມ ຫຼື ການຕໍ່ອາຍຸ)
|
ຄ່າທຳນຽມ |
1,000 ກີບ
- ຢ່າງໃດກໍ່ຕາມ, ເມື່ອຍື່ນຄໍາຮ້ອງຂໍການອອກໃບອະນຸຍາດສະເພາະ,
ຮູບພາບໃບອະນຸຍາດບໍ່ເຫມາະສົມສໍາລັບໃບອະນຸຍາດຂັບຂີ່ໃນມືຖື,
ສະນັ້ນຄໍາຮ້ອງສະຫມັກສໍາລັບການອອກໃຫມ່ອາດຈະຈໍາເປັນ. ໃນກໍລະນີນີ້,
ສາມາດເກັບຄ່າທໍານຽມໄດ້ເນື່ອງຈາກການບໍລິການເພີ່ມເຕີມທີ່ຕ້ອງການ
|
ອື່ນໆ |
- ສໍາລັບໃບຂັບຂີ່ລົດ, ຫຼາຍກວ່າສອງໂທລະສັບມືຖືບໍ່ສາມາດໃຊ້ຮ່ວມກັນໄດ້.
- ສຳລັບການປ່ຽນສະມາດໂຟນ, ການລຶບແອັບລະຫັດ ID ລົດ,
ປ່ຽນໃບຂັບຂີ່ຕົວຈິງ, ແລະ ໃບຂັບຂີ່ໃນມືຖືໝົດອາຍຸ (3 ປີ) ເພື່ອນຳໃຊ້ໃບຂັບຂີ່ໃນມືຖື,
ການອອກໃບຂັບຂີ່ IC ຄືນໃໝ່ ຫຼື ຕ້ອງການໃບສະໝັກອອກນອກສະຖານທີ່.
|
ຕົວຢ່າງໃບຂັບຂີ່ເກົາຫຼີ
ຕົວຢ່າງໃບຂັບຂີ່ສາກົນ
ສໍາລັບຂໍ້ມູນລະອຽດນັ້ນ ທ່ານ ສາມາດເຂົ້າໄປເບີ່ງໃນເວັບໄຊ້ www.koroad.or.kr ຂອງອົງການຈະລາຈອນທາງບົກ ຫຼຶ
ສາມາດໂທໄປສອບຖາມໄດ້ທີ່ເບີ ☎1577-1120
05ລົດໄຟ
ລົດໄຟມີຄວາມໄວຫຼາຍ ແລະຍັງສາມາດພາທ່ານໄປຍັງເມືອງສຳຄັນເກືອບທຸກແຫ່ງໃນປະເທດເກົາຫຼີ.
ລົດໄຟຍັງມີລະບົບການເຊື່ອມຕໍ່ເປັນຢ່າງດີກັບລົດໂດຍສານ ແລະລົດໄຟໃຕ້ດິນຊ່ວຍໃຫ້ທ່ານມີຄວາມສະດວກໃນການໄປເຖິງຈຸດໝາຍ.
ລົດໄຟ KTX (Korea Train Express) ເປັນລົດໄຟຊະນິດດ່ວນພິເສດ ແລະ ຖັດມາ ແມ່ນຂະບວນ Saemaeul ແລະ Mugunghwa.
(1)ການຊື້ປີ້ລົດ
ທ່ານ ສາມາດຈອງປີ້ລົດທາງອີນເຕີເນັດໂດຍຜ່ານເວັບໄຊ້ www.letskorail.com ຫຼື ແອັບຂອງໂກເຣ່ທອກໄດ້ ຢ່າງສະດວກສະບາຍ. ຫຼື ທ່ານ
ສາມາດໄປຊື້ໂດຍກົງຢູ່ບ່ອນຂາຍປີ້, ຊື້ຢູ່ຕູ້ຂາຍປີ້ອັດຕະໂນມັດ ກໍ່ໄດ້. ສຳລັບການຈອງ ປີ້ທາງອີນເຕີເນັດ
ແມ່ນສສາມາດຳເນີນການຕະຫຼອດ 24 ຊົ່ວໂມງໄດ້. ການຊື້ຈອງ ແມ່ນສາມາດຊື້ກ່ອນໄດ້ 1 ເດືອນ. ການຂື້ນລົດໄຟ
ຕ້ອງໄດ້ນັ່ງສະເພາະເບີຕັ່ງທີ່ລະບຸໄວ້ໃນປີ້ລົດໄຟເທົ່ານັ້ນ.
(2)ແນະນຳວິທີການຂີ່ລົດໄຟດ່ວນ(KTX∙SRT)
ລົດໄຟດ່ວນ(KTX∙SRT) ເປັນລະບົບການຂົນສົ່ງໂດຍສານທີ່ວ່ອງໄວ, ສະດວກ ແລະ ປອດໄພ ທັງເປັນມິດກັບສິ່ງແວດລ້ອມ
ໂດຍສາມາດໄປທົ່ວປະເທດໄດ້ ພຽງແຕ່ໃຊ້ເວລາ 2 ຊົ່ວໂມງເທົ່ານັ້ນ. ໃນລົດໄຟ ປະກອບມີບ່ອນນັ່ງ ໃນຫ້ອງທຳມະດາ ແລະ
ບ່ອນນັ່ງໃນຫ້ອງພິເສດ, ມີຫ້ອງນ້ຳ, ຫ້ອງໃຫ້ນົມລູກ ແລະ ຕູ້ຂາຍເຄື່ອງອັດຕະໂນມັດ ທີ່ສະດວກສະບາຍ. ນອກຈາກນີ້,
ຍັງມີວາຍຟາຍ ແລະ ການບໍລິການອື່ນໆ ທີ່ສະດວກສະບາຍຫຼາຍ.
ຂໍ້ມູນທາງລົດໄຟ ທີ່ຄວນຮູ້ໄວ້!
- ແຜ່ນທີ່ລະອຽດຂອງຂະບວນລົດໄຟ KTX(ສາຍກຽງບຸຊ່ອນ, ສາຍໂຮນຳ, ສາຍກຽວຈອນ, ສາຍຈອນລາ ແລະ
ສາຍກັງນຶງ) ສາມາດດາວໂຫລດຂໍ້ມູນແຜນທີ່ການເດີນທາງຂອງສາຍ ໄດ້ຢູ່ໃນເວັບໄຊ້ (www.letskorail.com) ແລ້ວເຂົ້າໃນ
ລາຍການ‘ຂໍ້ມູນສະຖານີ’ ຫຼື ‘Korail’ ແລ້ວເດົາໂຫຼດແອັບແຜນທີ່ ເພື່ອກວດເບີ່ງຕາຕະລາງການເດີນທາງແຕ່ລະສາຍ.
- ແຜ່ນທີ່ລະອຽດຂອງຂະບວນ SRT(ຂະໜານທາງດ່ວນກຽງບູ ແລະ ໂຮ່ນຳໂກຊົກຊ່ອນ)
ສາມາດເຂົ້າໄປໃນເວັບໄຊ້' (etk.srail.co.kr)'
ຂອງ SR ແລ້ວ ເຂົ້າໄປໃນລາຍການ ‘ແນະນຳການນຳໃຊ້’ > ຂໍ້ມູນສະຖານີລົດໄຟ > ແນະນຳເສັ້ນທາງເດີນລົດໄຟ’
ແລ້ວດາວໂຫຼດເບີ່ງໄດ້.
06ເຮືອບີນ
ການເດີນທາງທາງອາກາດຈະປະຫຍັດເວລາໄດ້ຫຼາຍກວ່າ ໂດຍສະເພາະເປັນການເດີນທາງໄລຍະໄກໆ,
ແຕ່ກໍ່ຈະມີຄ່າໃຊ້ຈ່າຍທີ່ແພງກວ່າເດີນທາງທີ່ໃຊ້ພາຫະນະປະເພດອື່ນ. ສຳລັບເສັ້ນທາງເດີນການບິນພາຍໃນປະເທດເກົາຫຼີ
ທີ່ຜູ້ໂດຍສານ ມັກໃຊ້ຫຼາຍກວ່າໝູ່ ແມ່ນ ເຊອຸ່ນ-ບູຊານ, ເຊອຸ່ນ-ເກາະເຈຈູ, ເຊອຸ່ນ-ອຸ່ນຊານ, ເຊອຸ່ນ-ກວາງຈູ,
ເຊອຸ່ນ-ຊາຊ່ອນ, ເຊອຸ່ນ-ຢໍຊູ. ການຈອງປີ້ຍີນ ແມ່ນສາມາດ ຈອງທາງອີນເຕີເນັດ ຫຼື ຈອງຜ່ານບໍລິສັດການບິນ ຫຼື
ບໍລິສັດທ່ອງທ່ຽວກໍ່ໄດ້.
(1)(1) ສະໜາມບິນສາກົນ
(2)ສະໜາມບິນພາຍໃນ
(3)ສາຍການບິນຫຼັກຈາກຕ່າງປະເທດ
주요 항공사 연락처 표 : 나라명, 항공사명, 전화번호를 포함한 표입니다.
ຊື່ປະເທດ |
ຊື່ບໍລິສັດການບິນ |
ເບີໂທ |
ຊື່ປະເທດ |
ຊື່ບໍລິສັດການບິນ |
ເບີໂທ |
ໄຕ້ຫວັນ |
ສາຍການບິນຈີນ |
02-317-8888 |
ຍີ່ປຸ່ນ |
ເຈແປນແອ |
02-757-1711 |
ເກົາຫຼີ |
ໂກເຣຍແອ |
1588-2001 |
ຍີ່ປຸ່ນ |
ສາຍການບິນ ANA) |
02-2096-5500 |
ເກົາຫຼີ |
ອາເຊຍນາ |
1588-8000 |
ຈີນ |
ສາຍການບິນຊາງຊາງ |
051-463-0093 |
ເກົາຫຼີ |
ແອບູຊານ |
1666-3060 |
ຮົງກົງ(ຈີນ) |
ສາຍການບິນກະແສດດາກອນ |
1644-8003 |
ເກົາຫຼີ |
ອີສະຕາແອ |
1544-0080 |
ຈີນ |
ສາຍການບິນອີນເຕີ |
02-774-6886 |
ເກົາຫຼີ |
ເຈຈູແອ |
1599-1500 |
ຈີນ |
ຊ່າວໄຊນ່າແອ |
1899-5539 |
ເກົາຫຼີ |
ຈິນແອ |
1600-6200 |
ຈີນ |
ເອສເຕີນແອ |
1661-2600 |
ເກົາຫຼີ |
ທີເວແອ |
1688-8686 |
ຈີນ |
ຊຽງໄຮໄຊ່ນາແອ |
1661-2600 |
ສປປ ລາວ |
ສາຍການບິນລາວ |
02-6357-0808 |
ກຳປູເຈຍ |
ສະໄກອັງກໍ |
02-752-2633 |
ລັດເຊຍ |
ຢາກູເທຍ |
02-335-6944 |
ໄທ |
ການບິນໄທ |
02-3707-0114 |
ມົງໂກລີ |
ສາຍການບີນມົງໂກນ |
02-756-9761 |
ຟີລີບປີນ |
ເຊເປີປາຊີຟີກ |
02-6105-2037 |
ຫວຽດນາມ |
ສາຍການບິນຫວຽດນາມ |
02-757-8920 |
ຟີລີບປີນ |
ແອອາເຊຍຟີລີບປີນ |
050-4092-00525 |
ຫວຽດນາມ |
ສາຍການບິນຫວຽດເຈດ |
02-319-4560 |
ຟີລີບປີນ |
ການບິນຟີລີບປີນ |
1544-1717 |
ຍີ່ປຸ່ນ |
ສາຍການບິນພິຈິ |
02-2023-6764 |
|
|
|