ຄົນເກົາຫຼີ ມັກເຕົ້າໂຮມກັນກິນເຂົ້າຮ່ວມກັນ ຫຼາຍຄົນ ແລະ ມີມູນເຊື້ອໃນການແບ່ງປັນອາຫານ ໃຫ້ກັນ ແລະ ກັນ. ເວລາເຊີນແຂກຜູ້ໃດຜູ້ໜຶ່ງມາເຮືອນ ແມ່ນຈະຕ້ອນຮັບດ້ວຍອາຫານທີ່ມີລົດຊາດ ແລະ ດີກວ່າ ອາຫານທີ່ກິນປົກກະຕິ. ໂດຍທົ່ວໄປແລ້ວ, ອາຫານທີ່ຄົນເກົາຫຼີ ມັກກິນ ສ່ວນຫຼາຍ ແມ່ນເຂົ້າຈ້າວ, ນ້ຳແກງໃດໜຶ່ງ ແລະ ອາຫານຍ່ອຍຫຼາຍໆເຍື່ອງ. ນອກຈາກ ແກງແລ້ວ ຍັງມີຕົ້ມຍຳ, ແກງເຜັດສົ້ມຜັກ ຫຼື ຖົ່ວເນົ່າ ແລະ ອື່ນໆ, ສ່ວນອາຫານຍ່ອຍ ປະກອບມີ ຍຳຖົ່ວງອກ ຫຼື ຜັກ ແລະ ຜັກກູດ, ອົບກະດູກ, ອົບເຜັດປາ ຫຼື ຊີ້ນ, ປິ້ງຊີ້ນ, ຈືນຊີ້ນ, ຈືນປາ, ຈືນກຸ້ງ ຫຼື ມັນ ແລະ ອື່ນໆ ເຫຼົ່ານີ້ ເປັນຕົ້ນ. ອາຫານກັບເຂົ້າ ທີ່ເປັນຕົວແທນ ແລະ ປະບໍ່ໄດ້ໃນພາເຂົ້າເກົາຫຼີ ແມ່ນກິມຈິ(ດອງສົ້ມຜັກປະສົມແປ້ງໝາກເຜັດ). ສໍາລັບອາຫານທີ່ຄົນເກົາຫຼີນິຍົມກິນແທນເຂົ້າ ແມ່ນ(ເຟີຮ້ອນ, ໝີ່ເຢັນ), ແກງແປ້ງປັ້ນຊູເຈບີ ແລະ ຕົ້ມເຂົ້າປະປາ. ແຕ່ມາໃນຍຸກໃໝ່ນີ້, ຄອບຄົວທີ່ຜົວເມຍ ເຮັດວຽກທັງສອງ ໄດ້ນັບມື້ເພີ່ມ ຊຶ່ງໄດ້ສົ່ງຜົນສະທ້ອນເຖິງວັດທະນະທຳການກິນຂອງເກົາຫຼີ ປ່ຽນແປງໄປ, ໂດຍສະເພາະ ຍອດນິຍົມກິນ ອາຫານຈານດ່ຽວ, ອາຫານສຳເລັດຮູບ ແລະ ອາຫານກ່ອງ(ສັ່ງມາສົ່ງໃຫ້ກັບທີ່) ກຳລັງເພີ່ມຂຶ້ນຫຼາຍ.
ທ່ານອາດຈະຄິດວ່າເປັນເລື່ອງງ່າຍທີ່ຈະຄຸ້ນເຄີຍກັບອາຫານເກົາຫຼີ ໃນເວລາທີ່ທ່ານ ຢູ່ກັບໝູ່ເພື່ອນຄົນເກົາຫຼີ. ການສ້າງຄວາມຄຸ້ນ ເຄີຍກັບອາ ຫານເກົາຫຼີ ຖືເປັນວິທີທີ່ງ່າຍທີ່ສຸດວິທີໜຶ່ງ ໃນການປັບຕົວເຂົ້າກັບເກົາຫຼີຢ່າງ ໄວວາ ແລະ ຖ້າທ່ານມັກອາຫານເກົາຫຼີ ຊີວິດໃນເກົາຫຼີກໍ່ຈະມີ ຄວາມສຸກຂຶ້້ນຫຼາຍຕື່ມອີກແນ່ນອນ.
ທ່ານສາມາດດື່ມນ້ຳ ຢູ່ໃນປະເທດເກົາຫຼີ ໄດ້ຢ່າງປອດໄພ. ໂດຍສາມາດດື່ມນໍ້າກ໋ອກ ຫຼື ນໍ້າປະປາ ໂດຍກົງກໍ່ໄດ້. ຄົນເກົາຫຼີສ່ວນຫຼາຍ ອາດຈະໃຊ້ເຄື່ອງຕອງນໍ້າ ຫຼື ຕົ້ມນໍ້າ ປະໄວ້ເວລາເຢັນແລ້ວ ຈຶ່ງມາກິນ. ສຳລັບ ນ້ຳປະປາ ສາມາດດື່ມໄດ້ແບບທຳມະດາ, ແຕ່ຄົນ ສ່ວນຫຼາຍ ແມ່ນຕົ້ມ ຫຼື ໃຊ້ເຄື່ອງກັ່ນຕອງແລ້ວ ຈຶ່ງກິນ. ເທື່ອທຳອິດທີ່ລອງດື່ມນໍ້າປະປານັ້ນ ອາດມີລົດ ຊາດແປກເລັກນ້ອຍ ແລະ ຮ້າຍໄປກ່ວານັ້ນອາດຈະຮູ້ສືກເຈັບທ້ອງໄດ້ ເຊິ່ງຫາກຍັງມີອາການດັ່ງກ່າວຢູ່ອີກສອງສາມວັນ ຂໍແນະນໍາໃຫ້ທ່ານ ໄປຫາໝໍດີທີ່ສຸດ ໂດຍທົ່ວໄປແລ້ວນໍ້າໃນຮ້ານອາຫານທົ່ວໄປຈະເສີບໃຫ້ຟີ ແຕ່ຖ້າຕ້ອງການຊື້ກໍ່ສາມາດ ຫາຊື້ໄດ້ງ່າຍ ຈາກຮ້ານສະດວກຊື້.
ເຂົ້າເກົາຫຼີ ແມ່ນໜຽວກ່ວາເຂົ້າໃນອາຊີຕາເວັນອອກສ່ຽງໄຕ້. ກິນຄັ້ງທໍາອິດອາດຈະລະລາຍຍາກ ແລະ ອາດຈະເຮັດໃຫ້ເຈັບທ້ອງໄດ້. ປົກ ກະຕິຈະໃຊ້ເວລາປະມານໜຶ່ງອາທິດ ຈຶ່ງຈະລຶ້ງກິນເຂົ້າເກົາຫຼີ.
ເປັນຕົວແທນຂອງອາຫານເກົາຫຼີ, ປະສົມເຂົ້າໜຶ້ງກັບຜັກຕ່າງໆ, ຊີ້ນງົວ, ແປ້ງນົວ, ນໍ້າມັນງາ, ຊອດໝາກເຜັດ ແດງ, ອື່ນໆ. ໂດຍສະເພາະ ແມ່ນອາຫານທີ່ເປັນຕົວແທນຂອງພາກພື້ນ ‘ຈອນຈູບິບິມບັບ (Jeonju Bibimbap)’ ເປັນທີ່ນິຍົມຫຼາຍ. ນອກຈາກນັ້ນຍັງເປັນອາຫານທີ່ນິຍົມຊົບຊອບຂອງຜູ້ທີ່ມີຊື່ສຽງລະດັບໂລກອີກດ້ວຍ.
ກຸກ(ແກງຈືດ), ທັງ (ແກງກັບຊີ້ນ ຫຼື ປາ), ຈີແກ (ຂ້ຽວ) ແລະ ຈອນໂກນ(ແກງຂຸ້ນ) ອາຫານທັງ ສີ່ຊະນິດນີ້ ປຸງແຕ່ງໂດຍການຕົ້ມຜັກ ແລະ ຊີ້ນ ຫຼື ປາໃສ່ນໍ້າ. ເຊິ່ງມີຊື່ຕ່າງກັນ ຂຶ້ນກັບເຄື່ອງປຸງ ແລະ ວິທີປຸງແຕ່ງ: 00 ກຸກ, 00 ທັງ, 00 ຈີແກ, ຫຼື 00 ຈອນໂກນ.
ກິມຈິ (Kimchi) ເປັນອາຫານທີ່ສໍາຄັນທີ່ສຸດ ທີ່ຂາດບໍ່ໄດ້ ເຊິ່ງຕ້ອງມີໄວ້ທຸກຄາບເຂົ້າຂອງຄົນເກົາຫຼີ ແລະ ມີລົດຊາດທີ່ແຊບ, ມີສານອາ ຫານ ແລະ ສາມາດເກັບເອົາໃວ້ໄດ້ ໂດຍການດອງຜັກ ເຊັ່ນ ຫົວຜັກກາດຂາວ, ຜັກກາດຂາວ, ໝາກແຕງ ອື່ນໆ ໃນເກືອ ແລະ ປະສົມເຂົ້າ ກັບແປ້ງນົວ, ພິກໄທ, ກະທຽມ, ຫອມບົ່ວຂຽວ, ຂີງ, ປາເຄັມ ອື່ນໆ ແລະ ຕື່ມເຄື່ອງປຸງລົງໃສ່. ຈາກນັ້ນ ກໍ່ອັດໃຫ້ແໜ້ນ ແລ້ວເກັບໃວ້ໃນ ອຸນນະພູມຄົງທີ່ໃນໄລຍະເວລາໃດໜຶ່ງ ກ່ອນຮັບປະທານ. ໃນລະດູໜາວ ຄົນເກົາຫຼີ ບໍ່ສາມາດປູກຜັກກາດຂາວໄດ້ ດັ່ງນັ້ນຄົນເກົາຫຼີ ຈຶ່ງເຮັດ ກິມຈິຊະນິດຕ່າງໆ ຕັ້ງແຕ່ທ້າຍເດືອນພະຈິກ ຈົນເຖິງ ຕົ້ນເດືອນທັນວາ ເພື່ອເອົາໄວ້ກິນໄດ້ໃນໜ້າໜາວ ໂດຍຈະເອີ້ນວ່າ “ກິມຈັງ” ເນື່ອງ ຈາກວ່າຄົນນຶ່ງເຮັດກິມຈິຫຼາຍ ໃນ ກິມຈັງ, ຍາດພີ່ນ້ອງໃກ້ຊິດຮ່ວມກັນຜະລິດກິມຈິ.
ເກົາຫຼີເປັນປະເທດທີ່ມີ 4 ລະດູ; ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ປົ່ງ ແລະ ລະດູໜາວ. ສະນັ້ນ ຈຶ່ງມີໝາກໄມ້ແຊບໆຫຼາຍຊະນິດ ໃນແຕ່ລະລະດູ. ເຖິງຢ່າງໃດກໍ່ຕາມ, ໃນປະຈຸບັນນີ້ ມີການປູກໝາກໄມ້ໃນເຮືອນແກ້ວໄວນິດດ້ວຍ ເຮັດໃຫ້ໝາກໄມ້ແຊບທັງ 4 ລະດູ ທີ່ບໍ່ຂຶ້ນກັບລະດູການທີ່ແທ້ຈິງ. ແຕ່ວ່າໝາກໄມ້ຕາມລະດູການກໍ່ຍັງມີລົດຊາດແຊບທີ່ສຸດ. ຖ້າທ່ານຕ້ອງການກິນໝາກໄມ້ ທີ່ເຄີຍກິນເປັນປະຈຳມາແລ້ວນັ້ນ, ສາມາດຊື້ໄດ້ຕາມຮ້ານຄ້າສ່ວນຫຼຸດ ຫຼື ຮ້ານຊັບພະສິນຄ້າ.