ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ການພະຍາບານສຸກເສີນ

  • Home
  • ສຸຂະພາບ ແລະ ການເບິ່ງແຍງສຸຂະພາບ
  • ການພະຍາບານສຸກເສີນ

ການພະຍາບານສຸກເສີນ

ການປິ່ນປົວທັນທີ ແລະ ດ້ວຍວິທີທີ່ເໝາະສົມໃນກໍລະນີທີ່ເກີດອຸປະຕິເຫດສາມາດຊ່ວຍຫຼຸດ ຜ່ອນອາການເຈັບປວດ ແລະ ຫຼີກເວັ້ນສະຖານະ ການທີ່ຮ້າຍແຮງຫຼັງຈາກການປະຖົມພະຍາບານ,ໂທ 119 (ກູ້ໄພສຸກເສີນ) ຫຼືໂຮງໝໍໃກ້ທີ່ສຸດເພື່ອໃຫ້ການດູແລ ແລະ ການປິ່ນປົວຄົບ ວົງຈອນ.

  • 눈에 이물질이 들어갔을 때
    (1) ກໍລະນີ ມີສິ່ງເປິເປື້ອນ ເຂົ້າຕາ
    ການເຄື່ອນໄຫວຕາ ໃນເວລາມີຂີ່ເຫຍື້ອເຂົ້າຕານັ້ນ ອາດຈະເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກແກ່ຕາຂອງທ່ານ. ເພາະສະນັ້ນ ບໍ່ຄວນເອົາວັດຖຸອອກຈາກຕາຂອງທ່ານ ດ້ວຍຕົນເອງເອົາຜ້າຜັນຕາເບື້ອງທີ່ມີວັດຖຸເຂົ້າແລະປິດຕາທັງສອງເບື້ອງ. ໄປຫາໂຮງໝໍທັນທີ ເພື່ອປິ່ນປົວ.
  • 이가 빠졌을 때
    (2) ກໍລະນີ ແຂ້ວຫັກ
    ໄປຫາຄລີນິກປົວແຂ້ວ, ຖືແຂ້ວຢ່າງລະມັດລະວັງຢູ່ບ່ອນເກົ່າ ຫຼື ຢູ່ໃນປາກທ່ານ. ທ່ານສາມາດເອົາແຂ້ວໃສ່ຢູ່ໃນຫີບທີ່ມີນົມອຸ່ນ. ແລະ ບໍ່ແນະນຳໃຫ້ເອົານໍ້າລ້າງແຂ້ວ.
  • 코피가 날 때
    (3) ກໍລະນີ ເລືອດດັງອອກ
    ງ່ຽງຫົວໄປທາງໜ້າ ແລະ ກົ້ມລົງຕໍ່າ ແລະໃນຄະນະທີ່ເລືອດກຳລັງໄຫຼອອກຈາກດັງຂອງທ່ານ ໃຫ້ບີບພາກສ່ວນລຸ່ມຂອງກະດູກດັງ ຂອງທ່ານ. ບໍ່ຕ້ອງປາກ, ກືນນໍ້າລາຍຂອງທ່ານ ຫຼື ໄອ. ໄປຫາໝໍຖ້າວ່າເລືອດດັງຍັງບໍ່ເຊົາຫຼັງຈາກອອກໄດ້ສິບນາທີ. ເຖິງວ່າເລືອດດັງ ຈະເຊົາແລ້ວກໍ່ຕາມ ເອົາຫົວລົງຕໍ່າຊ່ວງໄລຍະໜຶ່ງ ແລະ ຄ່ອຍໆລ້າງໜ້າຂອງທ່ານດ້ວຍນໍ້າອຸ່ນ. ຫຼີກເວັ້ນການສໍາພັດຮ່າງກາຍ ໃນສ່ວນທີ່ເສຍຫາຍ.
  • 화상을 입었을 때
    (4) ກໍລະນີຖືກນໍ້າຮ້ອນລວກ
    ໃນກໍລະນີທີ່ມີການໄໝ້ທີ່ຮຸນແຮງ ຫຼື ໄໝ້ເປັນບໍລິເວນກ້ວາງ,ໃຫ້ເອົາຜ້າກອບຂ້າເຊື້ອພັນໄວ້ແລະໄປໂຮງໝໍທັນທີ. ໃນເວລາທີ່ທ່ານລໍຖ້າ ທ່ານໝໍນັ້ນ,ໃຫ້ສັງເກດຈັງຫວະການເຕັ້ນຂອງຫົວໃຈທ່ານ. ຖ້າເປັນແຜໄຟໄໝ້ເລັກນ້ອຍ, ໃຫ້ເອົາໂສ້ງເສື້້ອ ທີ່ປົກບ່ອນໄຟໄໝ້ນັ້ນອອກ. ເອົາມີດແຊມຕັດອອກຖ້າເປັນໄປໄດ້ເພື່ອຫຼີກເວັ້ນບໍ່ໃຫ້ໂສ້ງເສື້ອຮຸກຖູບ່ອນໄຟໄໝ້, ແລະເຮັດໃຫ້ແຜໄຟໄໝ້ເຢັນໃນເວລາຢ່າງໜ້ອຍ20ນາທີໂດຍໃຊ້ນໍ້າເຢັນຫົດໄຫຼຜ່ານ. ບໍ່ໃຫ້ຖູແຜ ຫຼື ແກະແຜໄຟໄໝ້. ໃຊ້ຢາວາສະລິນ ຫຼືຢາຂີ້ເຜິ້ງທາເພື່ອປ້ອງກັນແຜ. ຍົກແຜໄຟໄໝ້ຂື້ນໃຫ້ສູງກ່ວາຫົວເພື່ອຫຼຸດຜ່ອນຄວາມເຈັບປວດ.
  • 감전되었을 때
    (5) ກໍລະນີ ຖືກໄຟຟ້າຊັອດ
    ຕັດໄຟທັນທີຈາກວັດຖຸທີ່ເຮັດໃຫ້ໄຟຊັອດ. ຖ້າບໍ່ສາມາດເຮັດແນວນີ້ໄດ້,ນຸ່ງເຄື່ອງແລະໃສ່ຖົງມືທີ່ບໍ່ສາມາດນໍາສົ່ງໄຟຟ້າໄດ້,ແລະຊ່ວຍເຫຼືອຜູ້ທີ່ຖືກໄຟຊັອດດ້ວຍການຍ້າຍສິ່ງຂອງທີ່ເຮັດໃຫ້ໄຟຊັອດອອກຈາກຕົວລາວກ່ອນ. ຈາກນັ້ນໃຫ້ກວດກາເບິ່ງການຫາຍໃຈ ແລະ ເສັ້ນພະຈອນ ເພື່ອໃຫ້ ແນ່ໃຈວ່າຄົນເຈັບຍັງມີສະຕິຢູ່ ຊ່ວຍການຫາຍໃຈ ແລະ ເຮັດ CPR (ປໍ້າຫົວໃຈ) ຖ້າມີຄວາມຈໍາເປັນ. ໄຟຟ້າຊັອດ ສາມາດເຮັດ ໃຫ້ມີແຜໄຟໄໝ້ຢູ່ພາຍໃນ, ເຖິງວ່າຈະເບິ່ງຄືວ່າຄົນເຈັບບໍ່ເປັນຫຍັງຫຼາຍກໍ່ຕາມ. ໃຫ້ຮີບສົ່ງຄົນເຈັບໄປ ໂຮງໝໍທັນທີ.
  • 일사병·열사병
    (6) ການເປັນລົມແດດ ແລະ ເປັນລົມຄວາມຮ້ອນ
    ຫົວ ຫຼື ຄໍ ທີ່ສໍາພັດໂດຍກົງກັບແສງແດດເປັນເວລາຫຼາຍຊົ່ວໂມງ ອາດເຮັດໃຫ້ເກີດການເປັນລົມແດດໄດ້. ອາການດັ່ງກ່າວ ເກີດຂື້ນ ໃນເມື່ອບຸກຄົນໄດ້ຮັບຄວາມຮ້ອນຫຼາຍເກີນໄປ ແລະ ບໍ່ສາມາດປ່ອຍຄວາມຮ້ອນອອກໄດ້. ຍ້າຍຄົນເຈັບໄປຫາບ່ອນ ຮົ່ມແລະເຢັນກ່ວາ. ແກ້ເສື້ອຜ້າອອກ,ເອົາຜ້າແພທີ່ຈຸ່ມນໍ້າມາປົກໄວ້ແລະວີລາວຈົນກ່ວາຈະພາລາວໄປຮອດໂຮງໝໍ.
  • 질식
    (7) ການຫາຍໃຈຝຶດ
    ໃນເຫດການທີ່ຫາຍໃຈບໍ່ອອກ, ຄົນເຈັບສາມາດຫາຍໃຈ ແລະ ໜ້າຈືດ, ຕາໂປ. ນໍາຄົນເຈັບໄປຫາບ່ອນມີອາກາດ ຖ່າຍເທໄດ້ ສະດວກ ຈະຊ່ວຍໃຫ້ລາວຫາຍໃຈໄດ້ດີຂື້ນ ແລະ ໃຫ້ລາວນອນພັກຜ່ອນ. ເຖິງແມ່ນວ່າຄົນເຈັບຈະບໍ່ທັນຟື້ນ ກໍ່ຕາມ, ຂໍແນະນຳ ໃຫ້ເອົາຄົນເຈັບ ນອນຫງາຍສະເໝີ ຕາບໃດທີ່ລາວຍັງຫາຍໃຈໄດ້. ຖ້າຄົນເຈັບບໍ່ສາມາດຫາຍໃຈໄດ້ ໃຫ້ພະຍາຍາມຊ່ວຍຫາຍໃຈ ທັນທີ ແລະ ພາຄົນເຈັບໄປໂຮງໝໍເພື່ອໃຫ້ໄດ້ຮັບການປິ່ນປົວຕໍ່ໄປ.
  • 뼈가 부러졌을 때
    (8) ກໍລະນີ ກະດູກຫັກ
    ໃນກໍລະນີທີ່ກະດູກເຄື່ອນ, ໃຫ້ຂ້າເຊື້ອໃນບໍລິເວນທີ່ໄດ້ຮັບຜົນກະທົບ, ວາງຄົນເຈັບໄວ້ໃນບ່ອນທີມີຄວາມສະດວກສະບາຍ ແລະ ໂທຫາພະ ນັກງານກູ້ໄພມາຊ່ວຍ. ຫ້າມເຄື່ອນຍ້າຍສ່ວນທີ່ໄດ້ຮັບບາດເຈັບແລະວາງໄວ້ສູງກ່ວາຫົວໃຈຂອງຄົນເຈັບໂດຍການແອນ ຢູ່ເທີງ ຜ້າຫົ່ມ ແລະ ໝອນ. ໃນກໍລະນີທີ່ອາດມີຄວາມເຈັບປວດຫຼາຍເກີນໄປ, ໃຊ້ຜ້າພັນແຜກ້ວາງໆ ແລະ ຮໍາດ້ວຍຜ້າພັນແຜ ທີ່ຢຶດຢູ່ນໄດ້, ແລະ ຫຼີກເວັ້ນບໍ່ໃຫ້ເຄື່ອນຍ້າຍສ່ວນທີ່ມີບາດເຈັບນັ້ນ. ໃຊ້ນໍ້າກ້ອນຮໍາຊ່ວຍ.
  • 손가락이 잘렸을 때
    (9) ກໍລະນີ ນິ້້ວມືຂາດ
    ນິ້ວມືທີ່ຂາດສາມາດນໍາມາຕໍ່ຄືນໄດ້ ຖ້າໄດ້ຮັບການຮັກສາຢ່າງຖືກວິທີ. ຫ້າມເພື່ອບໍ່ໃຫ້ເລືອດອອກໂດຍໃຊ້ແຮງກົດບໍລິເວນບາດແຜ ແລະ ຍົກໃຫ້ສູງກ່ວາຫົວໃຈຂອງຄົນເຈັບ. ຫໍ່ນິ້ວມືໄວ້ໃນຜ້າກອບ, ເອົາໃສ່ຖົງຢາງປະລາສະຕິກທີ່ມີນໍ້າແຂງ, ແລະເອົາໄປໂຮງໝໍພ້ອມກັນກັບ ຄົນເຈັບ. ຫຼີກເວັ້ນການຈັບບ່ອນທີ່ຖືກຕັດຂາດ.
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.