01ຈຸດພິສດຂອງຄອບຄົວຄົນເກົາຫຼີ
ຊິວິດຄອບຄົວຂອງຄົນເກົາຫຼີ ມີລັກສະນະສະເພາະຕົວ ເຊິ່ງຄົນຕ່າງດ້າວທີ່ແຕ່ງງານກັບຄົນເກົາຫຼີເຂົ້າມາຢູ່ໃນປະເທດ ນີ້ທີ່ເປັນຜູ້ທີ່ເຂົ້າ ໃຈວັດທະນະທໍາຂອງຄອບຄົວເກົາຫຼີ ຈະສາມາດປັບຕົວເຂົ້າກັບຄອບຄົວໄໝ່ນີ້ໄດ້ງ່າຍ ແລະສາມາດເຂົ້າໃຈວັດທະນະທໍາຂອງເກົາຫຼີໄດ້ ງ່າຍກວ່າ, ວັດທະນະທໍາໃນແຕ່ລະຄອບຄົວນັ້ນອາດຈະແຕກຕ່າງກັນຂຶ້້ນຢູ່ກັບລັກສະນະຄອບຄົວ ແລະ ພື້ນທີ່, ສໍາລັບວັດທະນະທໍາ ຂອງເກົາຫຼີນັ້ນມີພື້ນຖານມາຈາກລັດທິຂົງຈື້ ດັ່ງນັ້ນວັດທະນະທໍາຂອງເກົາຫຼີ ຈຶ່ງມີຄວາມຄ້າຍຄືກັບປະເທດທີ່ມີວັດທະນະທໍາ ຂອງລັດທິ ຂົງຈື້ນັ້ນເອງ ແຕ່ກໍ່ມີຄວາມປ່ຽນແປງໄປແນ່ ໂດຍສະເພາະແມ່ນລັກສະນະດ້ານການພັດທະນາເປັນອຸດສາຫະກຳທີ່ເຕີບໃຫຍ່ຢ່າງໄວວາ.
(1)ສາຍພົວພັນໃນຄອບຄົວ
- ຄອບຄົວທີ່ມີຄວາມສາມັກຄີກັນນັ້ນ ຖືວ່າເປັນສິ່ງທີ່ສໍາຄັນ ມັນເປັນຄວາມສຸກຂອງສະມາຊິກໃນຄອບຄົວທຸກຄົນ.
- ລະດັບຊັ້ນແມ່ນສິ່ງສໍາຄັນສໍາລັບຄອບຄົວ ເຊິ່ງເດັກນ້ອຍຄວນໄດ້ຮັບການສິດສອນໃຫ້ມີຄວາມເຄົາລົບຜູ້ໃຫຍ່ ແລະສະແດງຄວາມ ຄິດເຫັນດ້ວຍກິລິຍາທີ່ສຸພາບອ່ອນໂຍນ.
- ບັນດາຊາວໜຸ່ມໃນຍຸກປະຈຸບັນ ມີບາງຄົນ ກໍ່ມັກອາໄສຢູ່ນຳພໍ່ແມ່ຜູ້ເຖົ້າ ເພື່ອລ້ຽງດູ, ແຕ່ວ່າ ກໍ່ມີບາງຄູ່ຜົວເມຍ ທີ່ຢາກຢູ່ແບບໂດດດ່ຽວສອງຄົນ ໃນເວລາໃນເວລາເຖົ້າ.
- ໃນສັງຄົມ ທີ່ມີຫຼາຍຊົນຊາດ ອາໄສຢູ່ຮ່ວມກັນ, ຄວາມຮັບຮູ້ ກໍ່ນັບມື້ປ່ຽນແປງໄປ ແລະ ຍັງມີຫຼາຍປັດໄຈອື່ນ ທີ່ເຮັດໃຫ້ວິຖີການດຳລົງຊີວິດຂອງຄົນຍຸກປະຈຸບັນ ມີການປ່ຽນແປງໄປ. ຮູບລັກສະນະຂອງຄອບຄົວ ໃນເກົາຫຼີ ປະກອບ ມີ ຄອບຄົວ ທີ່ມີຜົວ ຫຼື ເມຍ ຜູ້ດຽວ, ຄອບຄົວທີ່ມີແຕ່ພໍ່ເຖົ້າແມ່ເຖົ້າກັບຫຼານ, ຄອບຄົວຫຼາຍວັດທະນະທຳ, ຄອບຄົວ ທີ່ມີລູກລ້ຽງ, ຄອບຄົວແຕ່ງງານຄືນໃໝ່, ຄອບຄົວຄົນດຽວ ແລະ ອື່ນໆ ຊຶ່ງແຕ່ລະຄອບຄົວລ້ວນແຕ່ ມີຄວາມຕ້ອງການ ໃຊ້ຊີວິດ ທີ່ແຕກຕ່າງກັນ.
(2)ສາຍສໍາພັນລະຫວ່າງຜົວເມຍ
- ສາຍສໍາພັນລະຫວ່າງສາມີ ແລະ ພັນລະຍາ ແມ່ນສິ່ງສໍາຄັນ, ແຕ່ໜ້າທີ່ຂອງທ່ານໃນຖານະເປັນລູກຊາຍ ຫຼື ລູກສາວ ກັບພໍ່ແມ່ຂອງທ່ານເອງກໍຖືວ່າເປັນສິ່ງສໍຳຄັນເຊັ່ນດຽວກັນ.
- ໃນປະຈຸບັນ, ມີຫຼາຍໆຄອບຄົວ ທີ່ຜົວ ແລະ ເມຍ ໄດ້ປຶກສາຫາລືຮ່ວມກັນ ເພື່ອແກ້ໄຂບັນຫາພາຍໃນຄອບຄົວ, ພະຍາຍາມສ້າງສ້າງ ຄອບຄົວ ທີ່ມີຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ຊ່ວຍກັນເບີ່ງແຍງດູແລລູກ, ແລະ ເຮັດວຽກພາຍໃນຄອບຄົວຊ່ວຍກັນ.
- ການສື່ສານ ມີຄວາມເຂົ້າໃນກັນ ຫຼາຍຂື້ນເທົ່າໃດ ແລະ ທັງສອງຜົວເມຍ ມີຄວາມຮັບຜິດຊອບ ຕໍ່ການເບິ່ງແຍງດູແລລູກ ຮ່ວມກັນຫຼາຍເທົ່າໃດ ກໍ່ຍິ່ງຈະເຮັດໃຫ້ສາຍພົວພັນລະຫວ່າງ ຜົວເມຍ ດີຂື້ນຫຼາຍເທົ່ານັ້ນ.
(3)ການປັບຕົວເຂົ້າກັບຊີວິດຄອບຄົວ
ການມາສ້າງຄອບຄົວຢູ່ຮ່ວມກັນນັ້ນ ແນ່ນອນວ່າ ແຕ່ລະຄົນ ທັງຜົວ ແລະ ເມຍ ອາດຈະມີວັດທະນະທຳ ແລະ ແນວຄວາມຄິດ ທີ່ແຕກຕ່າງກັນ, ເພາະສະນັ້ນແລ້ວ ສິ່ງສຳຄັນ ຕ້ອງພະຍາຍາມປັບນິໄສໃຈຄໍ ໃຫ້ເຂົ້າກັນ ແຕ່ຕອນທຳອິດ ພາຍຫຼັງທີ່ໄດ້ມາສ້າງຄອບຄົວຮ່ວມກັນແລ້ວ. ເວົ້າລວມເວົ້າສະເພາະ ການແຕ່ງດອງກັບຄົນຕ່າງປະເທດ ທີ່ມີວັດທະນະທຳ ແຕກຕ່າງກັນນັ້ນ ຈຶ່ງຕ້ອງໄດ້ປັບຕົວ ໃຫ້ເຂົ້າກັນແຕ່ຕອນທຳອິດ. ຖ້າຄອບຄົວໃດ ມີບັນຫາພາຍໃນຄອບຄົວ ທີ່ເນື່ອງມາຈາກ ຄວາມເຂົ້າໃຈ ທີ່ແຕກຕ່າງກັນນັ້ນ, ພວກເຮົາ ແນະນຳໃຫ້ແກ້ໄຂດ້ວຍວິທີລຸ່ມນີ້.
- ພະຍາຍາມເຂົ້າໃຈວັດທະນະທໍາໃນຄອບຄົວຂອງແຕ່ລະຝ່າຍ
- ຮຽນຮູ້ວັດທະນະທໍາຂອງຄອບຄົວຈາກສາມີຂອງທ່ານ ແລະ ຍາດພີ່ນ້ອງ
- ແກ້ໄຂບັນຫາດ້ວຍການສື່ສານກັນ
- ຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນ
- ການຮ້ອງຂໍສູນດານູຣີ(☎1577-1366) ເພື່ອປືກສາຫາລືບັນຫາ
- ຖ້າທ່ານບໍ່ສາມາດແກ້ໄຂບັນຫາດ້ວຍຂໍ້ແນະນໍາຂ້ອງເທິງໄດ້ ທ່ານ ຄວນປຶກສາ ຜູ້ຊ່ຽວຊານໃຫ້ຄໍາປຶກສາ, ຂໍຄວາມຊ່ວຍເຫຼືອຈາກ ສູນສົ່ງເສີມຄອບຄົວຫຼາກຫຼາຍວັດທະນະທໍາ ທີ່ຢູ່ໃກ້ບ້ານ ຕິດຕໍ່ສູນ (Danuri Helpline ☎1577-1366).
02ມາລະຍາດທາງພາສາ
ຊື່ເກົາຫຼີ ແລະຊື່ໃນຕົວອັກສອນຈີນປະສົມກັນ ແລະໃຊ້ເປັນຄໍານໍາໜ້າຊື່ ແລະ ຕໍາແໜ່ງ.ການໃຊ້ຄໍານໍາໜ້າຊື່ ຫຼືຕໍາແໜ່ງຜິດ ອາດຈະເຮັດ ໃຫ້ຄົນອື່ນບໍ່ພໍໃຈໄດ້. ເພາະສະນັ້ນ, ຖ້າເຮົາໃຊ້ຊື່ເອີ້ນໜ້ານຳ ຫຼື ຕຳແໜ່ງ ບໍ່ຖືກຕ້ອງນັ້ນ ສາມາດກາຍເປັນບັນຫາໄດ້ ສະນັ້ນຕອ້ງໄດ້ ລະມັດລະວັງເປັນພິເສດ. ‘ການເອີ້ນຊື່’ ໝາຍເຖີງການເອີ້ນຜູ້ໃດຜູ້ໜຶ່ງ, ແຕ່ວ່າ ‘ການເອີ້ນຕຳແໜ່ງ’ ຂື້ນໜ້າ ໝາຍເຖີງການ ສະແດງໃຫ້ຮູ້ ເຖີງບຸກຄົນນັ້ນໆວ່າເປັນຄົນແນວໃດ ແຕ່ວ່າ ທັງສອງ ພວກເຮົາ ກໍ່ສາມາດສະຫຼຸບ ແລະ ເອີ້ນວ່າ ‘ການເອີ້ນຊື’.
(1)ຄຳສຸພາບ ແລະ ຄຳທຳມະດາ
ໃນປະເທດເກົາຫຼີ, ມີຄວາມແຕກຕ່າງໃນການໃຊ້ພາສາເລັກນ້ອຍ ຂຶ້້ນກັບອາຍຸ, ສາຍພົວພັນ, ຖານະທາງສັງຄົມ ລະຫວ່າງຜູ້ເວົ້າ ແລະ ຜູ້ຟັງ. ເຊິ່ງຄວາມແຕກຕ່າງເຫຼົ່ານີ້ອາດອະທິບາຍໄດ້ຢ່າງກ້ວາງຂວາງ ເປັນ ສອງແບບຄື: ແບບສະແດງຄວາມນັບຖື ແລະ ແບບບໍ່ ເປັນທາງການ.
- ແບບສະແດງຄວາມເຄົາລົບນັບຖືນັ້ນ ຈະໃຊ້ກັບຜູ້ສູງອາຍຸ ແລະ ເປັນພາສາທີ່ເປັນທາງການໜ້ອຍກ່ວາ.
- ແບບບໍ່ເປັນທາງການ ແມ່ນໃຊ້ເວລາເວົ້າກັບໝູ່ເພື່ອ ຫຼື ບາງຄົນທີ່ມີອາຍຸອ່ອນກ່ວາຕົນ.
ຕົວຢ່າງ)
ກິນເຂົ້າ ( ຄຳທຳມະດາ) / ຮັບປະທານອາຫານ (ຄຳສຸພາບ)
ຂອບໃຈ(ຄຳທຳມະດາ) / ຂອບໃຈເດີ. (ຄຳສຸພາບ)
ໄປກ່ອນ (ຄຳທຳມະດາ) / ໄປກ່ອນເດີ. (ຄຳສຸພາບ)
03ວັນສໍາຄັນໃນການສະຫຼອງກັບຄອບຄົວ
ພາຍໃນຄອບຄົວນັ້ນ ມີເຫດການສໍາຄັນຫຼາຍຢ່າງເກີດຂຶ້ນ, ເຊັ່ນ ການເກີດ, ການແຕ່ງງານ ຫຼື ການເສຍຊີວິດ ຂອງສະມາຊິກໃນຄອບຄົວ ຫຼື ໝູ່ເພື່ອນ. ເຊິ່ງຖືວ່າເປັນສິ່ງສໍາຄັນສໍາລັບບຸກຄົນ ແລະ ຄອບຄົວ, ສະນັ້ນ ທ່ານຄວນໃຊ້ເວລາຢູ່ກັບສະມາຊິກໃນຄອບຄົວຂອງ ທ່ານໃນເວລາດັ່ງກ່າວ.
(1)ການເກີດ
- ແບກອິນ (ຄົບຮ້ອຍວັນ):ໃນປະເທດເກົາຫຼີ ວັນທີ່ຄົບຮ້ອຍວັນນັບຈາກວັນທີ່ເດັກເກີດນັ້ນ ຈະເປັນວັນທີ່ມີການສະຫຼອງຄັ້ງໃຫຍ່ ເຊິ່ງອາຫານ ທົ່ວໄປທີ່ນິຍົມລ້ຽງກັນໃນວັນນີ້ແມ່ນເຄັກເຂົ້າໜຶ້ງ, ເຄັກນໍ້າເຜີິ້ງທີ່ເຮັດດ້ວຍຖົ່ວແດງ, ແລະ ແກງສາຫຼ່າຍ ເຫຼົ່ານີ້ເປັນຕົ້ນ. ຜູ້ປົກຄອງກໍ່ຈະ ນຸ່ງເສື້ອຜ້າ ໄໝ່ໃຫ້ເດັກເພື່ອສະຫຼອງໃນວັນພິເສດນີ້.
- ວັນເກີດທຳອິດ: ຍາດຕິພີ່ນ້ອງ ແລະ ເພື່ອສະໜິດຈະຖືກເຊີນມາຮ່ວມງານສະຫຼອງວັນເກີດຄັ້ງທໍາອິດ. ພໍ່ແມ່ຈະນຸ່ງຊຸດປະເພນີ ຂອງເກົາຫຼີໃຫ້ເດັກ, ແລະ ກະກຽມໂຕະພິເສດເພື່ອສະຫຼອງວັນເກີດຄັ້ງທໍາອິດໃຫ້ເດັກ. ຕາມປະເພນີແລ້ວ ຈະກະກຽມແບກໂຊກິ (ເຄັກເຂົ້າໜຶ້ງສີຂາວ), ຊົງພຽນ(ເຄັກເຂົ້າຮູບເຄິ່ງດວງຈັນ), ແລະ ຊຶຊຶກວງດັງ (ເຄັກນໍ້າເຜິ້ງທີ່ເຮັດດ້ວຍ ເກົາລຽງ) ໄວ້ເທິງໂຕະ. ເພື່ອອວຍພອນໃຫ້ເດັກ ມີສຸຂະພາບແຂງແຮງ ແລະ ມີໂຊກມີໄຊ. ເຖິງຢ່າງໃດກໍ່ຕາມ ໃນປະຈຸບັນ ຍັງມີຮິດຄອງປະເພນີພິເສດອັນໜຶ່ງ ໃຫ້ລູກ ເພື່ອເບີ່ງວ່າ ລູກຈະຈັບເອົາສິ່ງໃດໃນໂຕະ ໃນຫວ່າງບໍ່ດົນມານີ້ ຮ້ານອາຫານຍັງໃຫ້ບໍລິ ການຈັດຕຽມໂຕະສະຫຼອງວັນເກີດດັ່ງກ່າວແທນພໍ່ແມ່ເດັກ.
- ວັນເກີດ: ສໍາລັບຜູ້ອາວຸໂສ ວັນເກີດຈະເອີ້້ນວ່າ ແຊງຊິນ (saengshin). ໃນປະເທດເກົາຫຼີ ຈະແຕ່ງແກງສາຫຼ່າຍ ເປັນອາຫານເຊົ້າໃນມື້ວັນເກີດ. ບາງຄັ້ງກໍ່ເຊີນຍາດພີ່ນ້ອ ແລະ ໝູ່ເພື່ອນມາຮ່ວມສະຫຼອງນໍາກັນ. ຜູ້ທີ່ຖືກເຊີນມາຮ່ວມ ກໍ່ມີຂອງຂວັນ ຫຼື ເງິນມາມອບໃຫ້ເຈົ້າຂອງວັນເກີດ.
- < ໂຕະສະຫຼອງວັນເກີດຄັ້ງທຳອິດແບບໃໝ່ >
(2)ການແຕ່ງງານ
ການແຕ່ງງານໃນປະເທດເກົາຫຼີ ມີທັງແບບດັ້ງເດີມຕາມປະເພນີ ແລະ ແບບສະໄໝໃໝ່ ແຕ່ມາຮອດປະຈຸບັນເກືອບຈະບໍ່ເຫັນພິ ທີການ ແຕ່ງດອງແບບດັ້ງເດີມ ຕາມປະເພນີແລ້ວ, ເນື່ອງຈາກມີແບບສະໄໝໃໝ່ ເຂົ້າມາແທນ. ສ່ວນໃຫຍ່ການຈັດງານແຕ່ງດອງແບບທັນສະໄໝ ຈະຈັດຢູ່ ພັດຕະຄານຈັດງານດອງ, ໂຮງແຮມ, ໂບດ, ວັດ ແລະ ສະຖານທີ່ອື່ນໆ ຕາມຄວາມເໝາະສົມ. ສໍາລັບ ການສະເຫຼີມສະຫຼອງງານແຕ່ງ, ເຈົ້າບ່າວຈະໃສ່ ຊຸດທັກຊີໂດ້ ແລະ ເຈົ້າສາວຈະນຸ່ງກະໂປ່ງແລ້ວ ຈຶ່ງເຂົ້າມາໃນງານດອງ. ເຖີງວ່າ ທັງສອງ ຈະຈັດງານດອງໃນຮູບແບບທັນສະໄໝ ກໍ່ຕາມ, ແຕ່ເຈົ້າບ່າວ-ເຈົ້າສາວ ຈະມີການເຂົ້າຢ້ຽມທັກທາຍພໍ່ແມ່ທາງສອງຝ່າຍ ແລະ ຍາດຕີພີ່ນ້ອງ ຕາມຮິດຄອງປະເພນີ. ການເຂົ້າຢ້ຽມທັກທາຍ ຕໍ່ພໍ່ແມ່-ເຖົ້າແກ່ລຸງຕາຂອງເຈົ້າບ່າວ ແລະ ເຈົ້າສາວນີ້ ເອີ້ນວ່າ: “ເພແບັກ”.
(3)ເຫກັບ ແລະ ໂກຮີຢອນ (ງານອວຍພອນໃຫ້ມີອາຍຸຍືນ)
- ໂຮກັບ (Hoegap): ໝາຍເຖິງຄົບຮອບວັນເກີດອາຍຸ 60 ປີເຕັມ (61 ປີຕາມອາຍຸຂອງຄົນເກົາຫຼີ). ເປັນພິທີການທີ່ລູກກະກຽມໃຫ້ພໍ່ ແມ່ ເພື່່ອສະຫຼອງທີ່ທ່ານມີສຸຂະພາບດີ ແລະ ອາຍຸຍືນຍາວ. ໃນອະດີດພິທີນີ້ມີຄວາມສໍາຄັນຫຼາຍເພາະວ່າຄົນສ່ວນໃຫຍ່ຈະອາຍຸບໍ່ຍືນຫຼາຍ. ເຖິງຢ່າງໃດກໍ່ຕາມ ປະຈຸບັນອາຍຸກໍ່ເພີ່ມຂຶ້ນຫຼາຍແລ້ວ ດັ່ງນັ້ນການສະຫຼອງຈຶ່ງນິຍົມຈັດແບບງ່າຍໆ. ໃນອະດີດຄົນນິຍົມ ຈັດອາຫານການ ກິນເພື່ອສະຫຼອງ ແຕ່ມາຮອດປະຈຸບັນ ລູກໆສ່ວນຫຼາຍນິຍົມສົ່ງພໍ່ແມ່ໄປທ່ອງທ່ຽວ ຫຼື ມອບຂອງຂັວນ ພ້ອມກັບເງິນຈໍານວນໜຶ່ງແທນ.
- ໂກຮີຢອນ(Gohiyeon): ໝາຍເຖິງວັນເກີດເມື່ອອາຍຸຄົບ 70 ປີເຕັມ. (71 ປີຕາມອາຍຸຂອງເກົາຫຼີ). ມີການເຊີນຍາດພີ່ນ້ອງ ແລະ ໝູ່ເພື່ອນໃກ້ຊິດ ແລະ ຈະຈັດງານສະຫຼອງໃຫຍ່ກ່ວາທຸກຄັ້ງທີ່ຜ່ານມາ. ບາງຄົນກໍ່ກະກຽມຂອງຂັວນໃຫ້ເຈົ້າຂອງວັນເກີດ.
(4)ງານສົບ
ຄອບຄົວຈະນຸ່ງຊຸດໄວ້ທຸກ ແລະ ແຕ່ງຕົວໃຫ້ຜູ້ເສຍຊີວິດ ເຊິ່ງໂດຍທົ່ວໄປແລ້ວ ຈະກຽມຜ້າໃວ້ລ່ວງໜ້າໃຫ້ແກ່ຜູ້ສູງອາຍຸໃນຂະນະທີ່ຍັງມີຊີວິດຢູ່ ເຊິ່ງຜ້ານີ້ຈະແຕກຕ່າງກັນອອກໄປ ອີງຕາມຄອບຄົວ ແລະ ພາກພື້ນ ແລະ ໃນບາງກໍ່ລະນີຈະມີການແຕ່ງຕົວ ໃຫ້ຜູ້ເສຍຊີວິດດ້ວຍຜ້າປ່ານສີດຳ ຫຼື ສີຂາວ ແລະ ແຂກທີ່ເຂົ້າຮ່ວມງານມູນຊັງ (munsang*) ຄວນຫຼີກລ້ຽງການນຸ່ງເຄື່ອງທີ່ມີສີສັນ ແລະ ນຸ່ງເຄື່ອງດໍາຫຼື ຂາວ. ຕະຫຼອດງານມູນຊັງ ທ່ານຄວນສະແດງຄວາມນັບຖື ແລະ ນົບໃວ້ພ້ອມກັບຄອບຄົວຂອງຜູ້ເສຍຊີວິດ. ຍັງມີການມອບເງິນກິນທານນຳຄອບຄົວຜູ້ເສຍຊີວິດນໍາອີກ.
- ມູນຊັງ : ໄປຢ້ຽມຢາມເພື່ອອົບອຸ່ນຄອບຄົວຜູ້ເສຍຊີວິດເພື່ອສະແດງຄວາມເສົ້າສະຫຼົດເສຍໃຈນໍາ
(5)ພິທີໄຫວ້ອາໄຫຼ
ເປັນພິທີທາງສາສະໜາປະເພນີ ທີ່ກຳນົດເອົາມື້ ພໍ່ ຫຼື ແມ່ ເສຍຊີວິດ ເປັນເຮັດບຸນ ຫຼື ບາງຄັ້ງ ອາດຈະຈັດໃນຕອນຄ່ຳຄືນກ່ອນ ໜຶ່ງວັນ, ວິທີເຮັດ ແມ່ນ ມີຫຼາຍໆຮູບແບບ. ຜູ້ທີ່ເຂົ້າຮ່ວມໄຫວ້ອາໄຫຼ ຈະນຸ່ງເຄື່ອງທຳມະດາແລ້ວ ພ້ອມທັງ ກຽມຈິດກຽມໃຈ ເພື່ອນົບໄຫວ້ ພໍ່ແມ່ ທີ່ຈາກເຮົາໄປແລ້ວນັ້ນ. ແຕ່ວ່າ ພິທີການປະຕິບັດຕົວຈິງ ແມ່ນມີຄວາມແຕກຕ່າງກັນ ຕາມແຕ່ລະຮິດຄອງປະເພນີ ແລະ ຄວາມເຊື່ອຖືຂອງແຕ່ລະຄອບຄົວ.
- ພິທີການລະນຶກເຖິງຜູ້ທີ່ລ່ວງລັບໄປແລ້ວ: ເຊິ່ງເປັນການໄຫວ້ເພື່ອລະນຶກເຖິງດວງວິນຍານຂອງຜູ້ທີ່ລ່ວງລັບໄປແລ້ວໃນຄືນວັນດຽວກັບ ວັນທີ່ພວກເຂົາເສຍຊີວິດ ເຊິ່ງໂດຍທົ່ວໄປແລ້ວ ຄົນເກົາຫຼີ ຈະໄຫວ້ເພື່ອສະແດງຄວາມເຄົາລົບບັນພະບູລຸດ 2 ລຸ້ນຂຶ້ນໄປ.
- ວັນລະນຶກເຖິງຄອບຄົວ: ຈັດຂຶ້ນໃນງານບຸນຕ່າງໆ ເຊັ່ນ ວັນຂຶ້້ນປີໄໝ່, ວັນຮັນຊິກ ແລະ ຊູຊ໋ອກ.