ໃນກໍລະນີທີ່ພະນັກງານຖືພາ, ທ່ານມີສິດທີ່ຈະລາພັກເກີດລູກໄດ້ທັງກ່ອນແລະຫຼັງເກີດລູກ. ນອກຈາກນີ້ທ່ານຍັງສາມາດໃຊ້ລະບັບລາພັກເພື່ອດູແລລູກນ້ອຍ (ຕັດຊົ່ວໂມງການເຮັດວຽກລົງໃນລະຫວ່າງການດູແລເດັກນ້ອຍເກີດໃໝ່) ເພື່ອດູແລລູກນ້ອບກ່ອນເຂົ້າໂຮງຮຽນທີ່ມີອາຍູຕ່ຳກວ່າ 6 ປີໄດ້ຢ່າງເຕັມທີ.
- ການລາພັກລ້ຽງດູເດັກແມ່ນຍັງສະເໜີໃຫ້ພະນັກງານຍິງຖືພາ.
01ເງື່ອນໄຂ
(1)ເງື່ອນໄຂຜູ້ລາພັກ
- ພະນັກງານຍິງຄົນໃດທີ່ເຮັດວຽກຢູ່ທຸລະກິດທີ່ມີຄົນງານຫຼາຍກວ່າ 1 ຄົນ ພາຍໃຕ້ກົດໝາຍວ່າດ້ວຍມາດຕະຖານແຮງງານ ສາມາດລາພັກເກີດລູກໄດ້ ໂດຍບໍ່ສົນເລື່ອງຂອງສັນຍາແຮງງານ (ຕໍາແໜ່ງຖາວອນ, ຕໍາແໜ່ງຊົ່ວຄາວ ແລະ ອື່ນໆ).
(2)ໄລຍະເວລາການລາພັກກ່ອນ ແລະ ຫຼັງ ການເກີດລູກ
ຖ້າບບໍ່ມີບັນຫາກ່ຽວກັບການນຳສົ່ງໃນເວລາເກີດລູກ, ພະນັກງານ ອາດຈະລາພັກ 90 ວັນ ໃນຊ່ວງກຳນົດການເກີດລູກ ກ່ອນ ຫຼື ຫຼັງການເກີດລູກ.
ພະນັກງານອາດຈະໃຊ້ລາພັກ 45 ວັນຫຼືຫຼາຍກວ່ານັ້ນຫຼັງຈາກເກີດລູກແລ້ວ.
- ການລາພັກເກີດລູກກ່ອນການເກີດລູກ ເປັນເວລາ 44 ວັນ ສາມາດຖືກໃຊ້ໃນກໍລະນີຕໍ່ໄປນີ້: ①ໃນກໍລະນີການລາພັກສຳລັບການຫຼຸລູກ ຫຼືການເກີດລູກຕາຍໃນທ້ອງຂອງພະນັກງານ, ②ຖ້າອາຍຸຂອງພະນັກງານຫຼາຍກວ່າ 40 ປີ. ③ຖ້າພະນັກງານສົ່ງສຳເນົາຂອງບັນທຶກທາງການແພດທີ່ສະແດງການຫຼຸລູກ ຫຼືເກີດລູກຕາຍໃນທ້ອງ.
ການລາພັກກ່ອນແລະຫຼັງເກີດລູກຈະອະນຸມັດໃຫ້ກັບພະນັກງານຂອງທຸລະກິດເທົ່ານັ້ນ, ແລະການລາຈະສິ້ນສຸດລົງເມື່ອສັນຍາຈ້າງງານສິ້ນສຸດລົງໃນລະຫວ່າງການລາ.
- ຍິງຜູ້ທີ່ເກີດລູກສອງຄົນລືຫຼາຍກວ່ານັ້ນໃນເວລາດຽວ (ເກີດລູກແຝດ, ເປັນຕົ້ນ.) ໄດ້ຮັບການລາພັກເກີດລູກໄດ້ 120 ວັນ. ໂດຍໄລຍະເວລາຂອງການພັກຫຼັງການເກີດລູກຈະຕ້ອງແມ່ນ 60 ວັນຫຼືຫຼາຍກວ່ານັ້ນ.
(3)ເງີນເດືອນ ໃນຊ່ວງເວລາການລາພັກກ່ອນແລະຫຼັງ ເກີດລູກ
- ໃນລະຫວ່າງການລາພັກເກີດ, ເງີນເດືອຈະໄດ້ຮັບຕາມອັດຕາການລາພັກເກີດລູກ.
- ບໍລິສັດໃຫຍ່ຈະໃຫ້ 100% ຂອງເງີນເດືອນປົກກະຕິຂອງພະນັກງານເປັນເວລາ 60 ວັນ, ແລະສ່ວນທີ່ເຫຼືອອີກ 30 ວັນຈ່າຍໂດຍຜ່ານປະກັນວ່າງງານ. (ສູງສຸດ 2,100,000 ວອນຕໍ່ເດືອນ ).
- ວິສະຫະກິດຂະໜາດນ້ອຍແລະຂະໜາດກາງ ໃຫ້ 90 ວັນຂອງການຈ່າຍເງີນຈາກປະກັນການຈ້າງງານ(ສູງສຸດ 2,100,000 ວອນຕໍ່ເດືອນ) ໃນກໍລະນີການຕັ້ງເປົ້າໝາຍທຸລະກິດຂອງການສະໜັບສະໜູນ (ທຸລະກິດຂະໜາດນ້ອຍແລະຂະໜາດກາງ), ເງີນເດືອນສໍາລັບການລາພັກ 90 ວັນຈະຈ່າຍໂດຍ ປະກັນການວ່າງງານ (ສູງສຸດ 2,100,000 ວອນຕໍ່ເດືອນ ), ໂດຍບໍລິສັດຈະຈ່າຍສ່ວນຕ່າງໆລະຫວ່າງຄ່າຈ້າງປົກກະຕິແລະເງີນເດືອນສໍາລັບການລາພັກເກີດລູກໃນຊ່ວງເວລາ 60 ວັນທຳອິດ.
- ຖ້າສັນຍາແຮງງານຂອງແຮງງານໄລຍະສັ້ນ ຫຼື ການສົ່ງຕໍ່ໝົດອາຍຸໃນລະຫວ່າງການລາພັກເກີດລູກ, ພວກເຂົາສາມາດໄດ້ຮັບຄ່າຈ້າງສໍາລັບໄລຍະເວລາທີ່ຍັງເຫຼືອຈາກການປະກັນໄພການຈ້າງງານ.
- ບໍລິສັດໃຫຍ່ຈະຈ່າຍ 100% ຂອງຄ່າຈ້າງປົກກະຕີເປັນເວລາ 75 ວັນ ໃນກໍລະນີເກີດລູກສອງຄົນຫຼືຫຼາຍກວ່ານັ້ນໃນເວລາດຽວ (ເກີດລູກແຝດ); ໂດຍເງີນເດືອນ 45 ວັນທີຍັງເຫຼືອຈະຈ່າຍໂດຍປະກັນການວ່າງງານ (ສູງສຸດ 2,100,000 ວອນຕໍ່ເດືອນ). ໃນກໍລະນີທີ່ເປັນບໍລິສັດຂະໜາດນ້ອຍແລະຂະໜາດກາງ, ປະກັນວ່າງງານຈະຈ່າຍເງີນເດືອນໃນຊ່ວງການລາພັກເກີດລູກເປັນເວລາ 120 ວັນ (ສູງສຸດ 2,100,000 ວອນຕໍ່ເດືອນ).
(4)ວີທີຂໍຮັບຄ່າຈ້າງໃນຊ່ວງການລາພັກເກີດລູກ
ພະນັກງານທີ່ຕ້ອງການຈະຮັບຄ່າຈ້າງໃນລະຫ່ວາງການລາພັກ, ຈະຕ້ອງໄປຮັບເອກະສານຢືນຢັນຈາກເຈົ້າຂອງທຸລະກິດ, ສົ່ງເອກະສານພ້ອມກັບລາຍລະອຽດການຮັບຄ່າຈ້າງໃນຊ່ວງລາພັກກ່ອນແລະຫຼັງເກີດລູກ, ສົ່ງໄປທີ່ສູນຈ້າງງານເຊິ່ງມີທີ່ຢູ່ຂອງທຸລະກິດນັ້ນໆຫຼືທີ່ຕັ້ງຂອງທຸລະກິດນັ້ນໆຕັ້ງຢູ່.
ເອກະສານທີ່ຈຳເປັນ
- ເອກະສານທີ່ໄດ້ຮັບຈາກບໍລິສັດ: ເອກະສານຢືນຢັນການລາພັກກ່ອນແລະຫຼັງການເກີດລູກ, ເອກະສານເງີນເດືອນທີ່ສາມາດຢືຢັນຄ່າຈ້າງເຊັນວ່າ: ສໍາເນົາຂອງສັນຍາຈ້າງງານເປັນຕົ້ນ.
- ເອກະສານທີ່ໄດ້ຮັບຈາກໜ້າຫຼັກເວັບໄຊຣຂອງກະຊວງການຈ້າງງານແລະແຮງງານຫຼືສູນຈ້າງງານ: ແບບຟອມສະໝັກສໍາລັບການລາພັກກ່ອນແລະຫຼັງການເກີດລູກ.
02ການລາພັກ ຍ້ອນການຫຼຸລູກຫຼື ລູກຕາຍໃນທ້ອງ
(1)ເງື່ອນໄຂຜູ້ລາພັກ
- ໃນຫຼັກການ, ການລາພັກເນື່ອງຈາກການຫຼຸລູກ ຫຼື ການເກີດລູກແລ້ວລູກຕາຍແມ່ນໃຫ້ພຽງແຕ່ສໍາລັບການຫຼຸລູກຕາມທໍາມະຊາດເທົ່ານັ້ນ (ໃນກໍລະນີຂອງການທໍາແທ້ງທີ່ຖືກກະຕຸ້ນ, ການລາພັກແມ່ນສະໜອງໃຫ້ຕາມ ມາດຕາ 14.1 ຂອງກົດຫມາຍວ່າດ້ວຍສຸຂະພາບແມ່ ແລະ ເດັກ), ແລະ ໄລຍະເວລາຂອງການລາພັກແມ່ນແຕກຕ່າງກັນ. ອີງຕາມໄລຍະເວລາຂອງການຖືພາ.
- ຕາມກົດໝາຍວ່າດ້ວຍມາດຕະຖານແຮງງານ, ພະນັກງານຍິງຜູ້ທີ່ເຮັດວຽກນຳທຸລະກິດທີ່ມີພະນັກງານໜຶ່ງຫຼືຫຼາຍຄົນຂື້ນໄປ ອາດສາມາດຂໍພັກ ໂດຍບໍ່ຕ້ອງຄຳນືງເຖິງປະເພດຂອງສັນຍາຈ້າງງານ (ພະນັກງານປະຈຳຫຼືພະນັກງານເຮັດວຽກເສີມ).
(2)ໄລຍະເວລາຂອງການພັກກໍລະນີຫຼຸລູກຫຼືເກີດລູກຕາຍໃນທ້ອງ
ການລາພັກເພື່ອການຄຸ້ມຄອງແບບກ້າວໜ້າ ແມ່ນໄດ້ຮັບອະນຸມັດຕາມໄລຍະເວລາຂອງການຖືພາກ່ອນການຫຼຸລູກຫຼືການກຳເນີດທີ່ຕາຍ.
- ພາຍໃນ 11 ອາທິດຂອງການຖືພາ: ເຖິງ 5 ວັນຂອງການພັກເພື່ອຄຸ້ມຄອງ ຈະໄດ້ຮັບອະນຸມັດໃນວັນທີຫຼຸລູກຫຼືການເກີດລູກທີ່ຕາຍ.
- 12 ຫາ 15 ອາທິດຂອງການຖືພາ: ເຖິງ 10 ວັນຂອງການພັກເພື່ອຄຸ້ມຄອງ ຈະໄດ້ຮັບອະນຸມັດໃນວັນທີຫຼຸລູກຫຼືການເກີດລູກທີ່ຕາຍ.
- ອາທິດທີ່16 ຫາອາທິດທີ21 : 30 ວັນຈາກວັນທີຫຼຸລູກຫຼືການເກີດລູກທີ່ຕາຍ.
- ອາທິດທີ22 ຫາອາທີດທີ27: 60 ວັນຈາກວັນທີຫຼຸລູກຫຼືການເກີດລູກທີ່ຕາຍ.
- ອາທິດທີ28 ເປັນຕົ້ນໄປ: 90 ວັນຈາກວັນທີຫຼຸລູກຫຼືການເກີດລູກທີ່ຕາຍ.
(3)ເງິນອຸດໜູນສຳລັບລາເພື່ອລຸລູກ ຫຼື ເກີດລູກທີ່ຕາຍໃນທ້ອງ
- ເຊັ່ນດຽວກັນກັບການລາພັກເກີດລູກມາດຕະຖານດຽວກັນຈະຖືກນຳມາໃຊ້ເພື່ອຂໍເບ້ຍລ້ຽງສໍາລັບການລາພັກເນື່ອງຈາກການຫຼຸລູກຫຼືການເກີດລູກທີ່ຕາຍ.
- ໃນບໍລິສັດໃຫຍ່ໆຈ່າຍເບ້ຍລ້ຽງໃນສ່ວນທຳອິດ 60 ວັນຂອງການລາພັກ, ແລະປະກັນຈ້າງງານຈ່າຍໃນສ່ວນຫຼັງເປັນ ເວລາ 30 ວັນຂອງການລາພັກ. (ສູງສຸດ 2,100,000 ວອນຕໍ່ເດືອນ)
- ສໍາລັບພະນັກງານໃນບໍລິສັດຂະໜາດກາງແລະຂະໜາດນ້ອຍ, ປະກັນຈ້າງງານຈະຈ່າຍເບ້ຍລ້ຽງເປັນເງີນສໍາລັບ 90 ວັນຂອງການລາພັກ. (ສູງສຸດ 2,100,000 ວອນຕໍ່ເດືອນ)
(4)ວິທີສະໝັກຂໍຄ່າຈ້າງງານໃນຊ່ວງລາພັກ ຍ້ອນການຫຼຸລູກ ຫຼື ເກີດລູກທີ່ຕາຍ
- ຜູ້ອອກແຮງງານທີ່ຕັ້ງໃຈຈະໄດ້ຮັບຄ່າຈ້າງໃນເວລາລາພັກຕ້ອງໄດ້ຮັບເອກະສານຢັ້ງຢືນຈາກບໍລິສັດຂອງຕົນ, ແລະ ສົ່ງມັນພ້ອມກັບໃບຄໍາຮ້ອງການລາພັກ ແລະ ສໍາເນົາບັນທຶກທາງການແພດກ່ຽວກັບການຫຼຸລູກ ຫຼື ການເກີດລູກແລ້ວລູກຕາຍໄປຍັງສູນການຈ້າງງານຂອງທີ່ຢູ່ອາໄສ ຫຼື ບໍລິສັດຂອງເຂົາເຈົ້າ.
03ການລາພັກເພື່ອລ້ຽງລູກ
ຄົນງານຍິງທີ່ຖືພາ ຫຼື ຄົນງານທີ່ມີລູກ ຫຼື ເດັກນ້ອຍອາຍຸ 8 ປີ ຫຼື ຕ່ຳກວ່າ ຫຼື ຢູ່ໃນຊັ້ນປະຖົມຊັ້ນ 2 ສາມາດລາພັກໄດ້ 1 ປີ ເພື່ອເບິ່ງແຍງເດັກ.
(1)ເງື່ອນໄຂຜູ້ລາພັກ
- ຄົນງານຍິງທີ່ຖືພາ ຫຼື ຄົນງານທັງຊາຍ ແລະ ຍິງທີ່ມີລູກ ຫຼື ເດັກນ້ອຍ ອາຍຸ 8 ປີລົງມາ ຫຼື ຢູ່ໃນຊັ້ນປະຖົມ ຫຼື ຊັ້ນປະຖົມ ສາມາດຂໍລາພັກດູແລລູກໄດ້ ຖ້າເຂົາເຈົ້າເຮັດວຽກຢູ່ບໍລິສັດດຽວກັນ ເປັນເວລາຫຼາຍກວ່າ 6 ເດືອນ.
- ຊາວໜຸ່ມຍິງ ຫຼື ຊາຍ ທີ່ມີຖານະເປັນພະນັກງານສັງກັດຢູ່ບ່ອນໃດໜຶ່ງ ແມ່ນຈະຖືກປົກປ້ອງບໍ່ໃຫ້ຕົກວຽກ ຍ້ອນການລາພັກ ເພື່ອດູແລລູກ ເປັນການຊົ່ວຄາວ, ເພື່ອສົ່ງເສີມທຸກຄົນ ສາມາດເຮັດວຽກ ໄປຄຽງຄູ່ກັບການດູແລຄອບຄົວ.
(2)ຊ່ວງໄລຍະເວລາການລາພັກດູແລລູກ
- ໄລຍະເວລາຂອງການລາພັກດູແລລູກສູງສຸດສາມາດຕໍ່ໄດ້ອີກ 1 ປີ.
(3)ເງີນອຸດໜູນສຳລັບລາພັກດູແລລູກ
- ໄລຍະການອອກແຮງງານຂອງການລາພັກດູແລລູກແມ່ນບໍ່ມີຄ່າຈ້າງ, ແຕ່ປະກັນໄພການຈ້າງງານໃຫ້ເງິນອຸດໜູນການລ້ຽງເດັກ* ແກ່ຄົນງານທີ່ລາພັກດູແລລູກເປັນເວລາຫຼາຍກວ່າ 30 ວັນ, ດັ່ງນັ້ນ ເຂົາເຈົ້າຈຶ່ງສາມາດລ້ຽງດູລູກອ່ອນໄດ້ໂດຍບໍ່ຕ້ອງເສຍສະລະຕໍ່ການດຳລົງຊີວິດ/ການຈ້າງງານ.
- 80% ຂອງຄ່າຈ້າງປະຈໍາເດືອນ (ສູງສຸດເຖິງ 1.5 ລ້ານ KRW ແລະ ຕ່ຳສຸດຂອງ 700,000 KRW)
- ເມື່ອແມ່ ແລະ ພໍ່ທີ່ມີລູກອາຍຸ 12 ເດືອນ ຫຼື ຕ່ຳກວ່ານັ້ນໄດ້ລາພັກດູແລລູກໂດຍບັງເອີນ ຫຼື ຕິດຕໍ່ກັນ, 100% ຂອງຄ່າຈ້າງສະເລ່ຍຕໍ່ເດືອນຂອງພໍ່ແມ່ແຕ່ລະຄົນຈະເທົ່າກັບເງິນອຸດໜູນລ້ຽງລູກໃນ 3 ເດືອນທຳອິດ (ສູງສຸດເຖິງ 2 ຫຼື 3 ລ້ານ KRW) (3+3 ລະບົບການລາພັກລ້ຽງດູຂອງພໍ່ແມ່).
- 3 ເດືອນຂອງແມ່ + 3 ເດືອນຂອງພໍ່: ສູງສຸດ 3 ລ້ານ KRW ສະໜັບສະໜູນປະຈໍາເດືອນ (100% ຂອງຄ່າຈ້າງສະເລ່ຍປະຈໍາເດືອນ) ຂອງແມ່ 2 ເດືອນ + 2 ເດືອນຂອງພໍ່: ສູງສຸດ 2.5 ລ້ານ KRW ສະໜັບສະໜູນແຕ່ລະຄົນ (100% ຂອງຄ່າຈ້າງສະເລ່ຍປະຈໍາເດືອນ) ຂອງແມ່ 1 ເດືອນ + 1 ເດືອນຂອງພໍ່: ສູງສຸດສະໜັບສະໜູນ 2 ລ້ານ KRW ໃນແຕ່ລະເດືອນ (100% ຂອງຄ່າຈ້າງສະເລ່ຍປະຈໍາເດືອນ)
→ ສູງສຸດສະໜັບສະໜູນຂອງພໍ່ແມ່ແຕ່ລະຄົນ 7.5 ລ້ານ KRW
- ນອກເໜືອໄປຈາກເງິນອຸດໜູນການລ້ຽງດູເດັກ, ຍັງມີສິ່ງຈູງໃຈໃຫ້ກັບເຈົ້າຂອງທຸລະກິດຂອງບໍລິສັດ ພາຍໃຕ້ການສະໜັບສະໜູນດ້ານບຸລິມະສິດເພື່ອຮັບປະກັນຄວາມໝັ້ນຄົງຂອງການຈ້າງງານໃນໄລຍະການເກີດລູກ ແລະ ການລ້ຽງດູເດັກ (2 ລ້ານ KRW ຕໍ່ເດືອນ ນອກຈາກ 300,000 KRW ຕໍ່ເດືອນ ເມື່ອນຳໃຊ້ຂໍ້ຍົກເວັ້ນ).
- (ການຍົກເວັ້ນ) ສະໜອງເງິນເດືອນ 2 ລ້ານ KRW ສໍາລັບ 3 ເດືອນທໍາອິດໃຫ້ເຈົ້າຂອງທຸລະກິດທີ່ອະນຸຍາດໃຫ້ລາພັກລ້ຽງດູເດັກດົນກວ່າ 3 ເດືອນສໍາລັບຜູ້ອອກແຮງງານທີ່ມີເດັກອາຍຸ 12 ເດືອນ ຫຼື ນ້ອຍກວ່າ.
(4)ວິທີຂໍເບ້ຍລ້ຽງສໍາລັບການລາພັກເພື່ອລ້ຽງລູກ
ສົ່ງໃບສໍາໜັກຂໍເບ້ຍລ້ຽງສໍາລັບການລາພັກເພື່ອລ້ຽງລູກຂອງທ່ານໄປຫາເຈົ້າຂອງທຸລະກິດ 30 ວັນກ່ອນການ ລາພັກ.
ພະນັກງານຜູ້ທີ່ມີຄວາມຕ້ອງການຈະຮັບເບ້ຍລ້ຽງໃນຊ່ວງລາພັກລ້ຽງລູກ, ຈະຕ້ອງໃຊ້ເອກະສານຢືນຢັນຈາກ ເຈົ້າຂອງທຸລະກິດ, ແລະ ສົ່ງເອກະສານການຢືນຢັນພ້ອມກັບໃບສະໝັກຂໍເບ້ຍລ້ຽງໄປທີ່ສູນຈ້າງງານທີ່ມີພື້ນທີ່ຮັບ ຜິດຊອບເໜືອທີ່ຢູ່ຂອງທີ່ພັກຂອງຜູ້ສະໝັກຫຼືທີ່ຕັ້ງຂອງທຸລະກິດ.
ເອກະສານ ທີ່ຈຳເປັນ
- ເອກະສານທີ່ໄດ້ຈາກບໍລິສັດ: ເອກະສານຢືນຢັນສໍາລັບການລາພັກເພື່ອລ້ຽງລູກ, ເອກະສານເງີນ ເດືອນທີ່ສາມາດ ຢືນຢັນຄ່າຈ້າງງານໄດ້ ເຊັນວ່າສໍາເນົາສັນຍາຈ້າງງານ, ເປັນຕົ້ນ.
- ເອກະສານທີ່ໄດ້ຮັບການໜ້າຫຼັກເວັບໄຊຣ (homepage) ຂອງກະຊວງການຈ້າງງານແລະແຮງງານຫຼືສູນຈ້າງງານ: ແບບຟອມສະໝັກສໍາລັບການລາພັກເພື່ອການລ້ຽງລູກ.
04ການຫຼຸດຊົ່ວໂມງເຮັດວຽກ ໃນໄລຍະລ້ຽງລູກ
- ພະນັກງານ ຜູ້ທີ່ມີລູກອາຍຸ 8 ປີ ຫຼື ເຂົ້າຮຽນປະຖົມປ.2 ລົງມາ ແມ່ນໃຫ້ເຮັດວຽກ ລະຫວ່າງ 15~35 ຊົ່ວໂມງຕໍ່ອາ ທິດເທົ່ານັ້ນ ເພື່ອໃຫ້ມີໂອກາດ ແກ່ຜູ້ກ່ຽວ ໄດ້ດູແລລູກ, ໂດຍໃນຊ່ວງໄລຍະເວລາກການລ້ຽງລູກນັ້ນ ຊົ່ວໂມງເຮັດວຽກ ຈະບໍ່ເຕັມຕາມບຸກຄົນທົ່ວໄປ.
(1)ເງື່ອນໄຂຜູ້ຮ້ອງຂໍ
- ພະນັກງານ ທີ່ເປັນຜູ້ຍິງ ແລະ ຊາຍ ທີ່ມີລູກ ອາຍຸຕ່ຳກວ່າ 8 ປີ ຫຼື ເດັກນ້ອຍ ທີ່ເຂົ້າຮຽນປະຖົມ ປ2 ລົງມາ ແມ່ນສາມາດຂໍລາພັກເພື່ອລ້ຽງລູກ ໃນກໍລະນີທີ່ພວກເຂົາໄດ້ເຮັດວຽກໃນບໍລິສັດດຽວກັນ 6 ເດືອນ ຂື້ນໄປ ຢ່າງຕໍ່ເນື່ອງ.
- ລະບົບການຂໍຕັດຊົ່ວໂມງການເຮັດວຽກໃນຊ່ວງໄລຍະເລາການລ້ຽງລູກ ຈະຊ່ວຍໃຫ້ພະນັກງານສາມາດເຮັດວຽກ ແລະ ລ້ຽງລູກໃນເວລາດຽວກັນ, ດັ່ງນັ້ນມັນເປັນໄປໄດ້ທີ່ຈະຊ່ວຍປ້ອງກັນບໍ່ໃຫ້ຫ່າງຈາກວຽກ, ເພື່ອຊ່ວຍປ້ອງກັນບໍ່ໃຫ້ ທັກສະໃນການເຮັດວຽກລຸດລົງ, ເພື່ອຮັບປະກັນການຈ້າງງານຢ່າງຕໍ່ເນື່ອງແລະອື່ນໆ.
(2)ໄລຍະເວລາໃນການໃຊ້ສິດ
- ໄລຍະເວລາຂອງການຕັດຊົ່ວໂມງເຮັດວຽກເພື່ອລ້ຽງລູກ ຈະໄດ້ຮັບຫຼາຍສຸດ ແມ່ນ 1 ປີ. ແຕ່ຖ້າວ່າ ຜ່ານມາ ຕົນເອງ ຍັງມີວັນພັກ ເພື່ອລ້ຽງລູກ ທີ່ໃຊ້ບໍ່ໝົດ, ແມ່ນສາມາດບວກຈຳນວນວັນດັ່ງກ່າວ ເຂົ້າຕຶ່ມ, ແຕ່ສູງສຸດ ບໍ່ໃຫ້ກາຍ 2 ປີ.
(3)ເງີນອຸດໜູນ ໃນເວລາຫຼຸດຊົ່ວໂມງເຮັດວຽກລົງ ເພື່ອລ້ຽງລູກ
- ໃນລະຫວ່າງໄລຍະເວລາການຫຼຸດຜ່ອນຊົ່ວໂມງເຮັດວຽກ, ຄ່າຈ້າງແມ່ນຈ່າຍໂດຍເຈົ້າຂອງທຸລະກິດສໍາລັບຊົ່ວໂມງເຮັດວຽກທີ່ກ່ຽວຂ້ອງ ແລະ ຫຼຸດລົງເງິນອຸດໜູນຊົ່ວໂມງເຮັດວຽກ (1 ຊົ່ວໂມງຕໍ່ມື້: 100% ຂອງຄ່າຈ້າງປົກກະຕິ (ສູງສຸດຂອງ 2 ລ້ານ KRW ຕໍ່ເດືອນ), ສ່ວນທີ່ເຫຼືອຂອງຄ່າຈ້າງຊົ່ວໂມງທີ່ຫຼຸດລົງ: 80% ຂອງຄ່າຈ້າງປົກກະຕິ (ສູງສຸດຂອງ 1.5 ລ້ານ KRW ຕໍ່ເດືອນ) ອັດຕາສ່ວນກັບຊົ່ວໂມງທີ່ຫຼຸດລົງ) ແມ່ນຈ່າຍຈາກການປະກັນໄພການຈ້າງງານ.
- ນອກເຫນືອຈາກຄ່າຈ້າງຊົ່ວໂມງທີ່ຫຼຸດລົງໃນລະຫວ່າງໄລຍະເວລາການລ້ຽງດູເດັກ, ແຮງຈູງໃຈໄດ້ຖືກສະຫນອງໃຫ້ນາຍຈ້າງໂດຍໄດ້ຮັບການສະໜັບສະໜູນພິເສດ (400,000 KRW ຕໍ່ເດືອນເມື່ອນໍາໃຊ້ແຮງຈູງໃຈ* ຂອງ 300,000 KRW ຕໍ່ເດືອນ) ເຊັ່ນດຽວກັນກັບເງິນອຸດໜູນການຈ້າງງານທາງເລືອກ (800,000 KRW ຕໍ່ເດືອນ, 1.2 ລ້ານ KRW ໃນໄລຍະການຄອບຄອງ).
- (ສະບັບເລກທີ 1-3 ແຮງຈູງໃຈ) ສະໜອງເງິນອຸດໜູນເພີ່ມອີກ 100,000 KRW ຕໍ່ເດືອນໃຫ້ນາຍຈ້າງ ສໍາລັບການອະນຸຍາດໃຫ້ພະນັກງານຫຼຸດລົງຊົ່ວໂມງເຮັດວຽກຕັ້ງແຕ່ການລາພັກທໍາອິດຫາການລາພັກທີສາມ.
(4)ວິທີການຂໍເບ້ຍລ້ຽງສໍາລັບການຕັດຊົ່ວໂມງການເຮັດວຽກລົງໃນຊ່ວງໄລຍະເວລາທີ່ມີການລ້ຽງລູກ
ພະນັກງານຈະຕ້ອງສະໝັກສໍາລັບການຕັດຊົ່ວໂມງການເຮັດວຽກລົງກ່ອນລ່ວງໜ້າ 30 ວັນ.
ພະນັກງານຜູ້ທີ່ມີຄວາມຕ້ອງການຈະຮັບເບ້ຍລ້ຽງ ໃນຊ່ວງໄລຍະເວລາການຕັດຊົ່ວໂມງການເຮັດວຽກລົງ, ຈະຕ້ອງ ໃຊ້ເອກະສານຢືນຢັນຈາກເຈົ້າຂອງທຸລະກິດ, ແລະສົ່ງເອກະສານ ຢືນຢັນດັ່ງກ່າວພ້ອມກັບ ໃບສະໝັກຂໍເບ້ຍ ລ້ຽງໄປ ຫາສູນຈ້າງງານທີ່ມີພື້ນທີ່ຮັບຜິດຊອບຕໍ່ກັບທີ່ຢູ່ຂອງຜູ້ສະໝັກຫຼືທີ່ຕັ້ງຂອງທຸລະກິດ.
ເອກະສານ
- ເອກະສານທີ່ຮັບການບໍລິສັດ: ເອກະສານຢືນຢັນສໍາລັບການຕັດຊົ່ວໂມງການເຮັດວຽກ ລົງໃນຊ່ວງໄລຍະເວ ລາການລ້ຽງລູກ, ເອກະສານເງີນເດືອທີ່ສາມາດຢືນຢັນຄ່າຈ້າງເຊັນ: ສໍາເນົາສັນຍາຈ້າງງານ, ເປັນຕົ້ນ.
- ເອກະສານທີ່ໄດ້ຮັບຈາກໜ້າຫຼັກໃນເວັບໄຊທ໌ຂອງກະຊວງຈ້າງງານແລະແຮງງານຫຼືສູນຈ້າງງານ: ແບບຟອມສໍາ ໝັກສໍາລັບເບ້ຍລ້ຍງຈາກການຕັດຊົ່ວໂມງການເຮັດວຽກລົງໃນຊ່ວງໄລຍະເວລາການລ້ຽງລູກ.
- ເມື່ອຄົນງານຖືພາ, ເຂົາເຈົ້າສາມາດພັກກ່ອນ ຫຼື ຫຼັງເກີດລູກໄດ້. ນອກຈາກນັ້ນ, ຜູ້ອອກແຮງງານທີ່ມີລູກ (ຫຼື ເດັກນ້ອຍ) ອາຍຸ 8 ປີ ຫຼື ນ້ອຍກວ່າ ຫຼື ຢູ່ໃນຊັ້ນຮຽນປີທີ 2 ຂອງໂຮງຮຽນປະຖົມ ຫຼື ຕ່ໍາກວ່າ, ສາມາດລາພັກດູແລລູກໄດ້ (ການຫຼຸດຜ່ອນຊົ່ວໂມງເຮັດວຽກໃນລະຫວ່າງໄລຍະເວລາການລ້ຽງດູເດັກ). (ເງິນອຸດໜູນການລ້ຽງເດັກແມ່ນລວມເຖິງພະນັກງານຍິງຖືພາ).
05ເງິນອຸດໜູນການເກີດລູກ ສຳລັບຜູ້ບໍ່ມີປະກັນໄພຈ້າງງານ
(1)ຈຸດປະສົງໂຄງການ
- ຈຸດປະສົງ ແມ່ນແນໃສ່ຊ່ວຍເຫຼືອເງີນອຸດໜູນການເກີດລູກ ແກ່ຜູ້ທີ່ເຮັດວຽກຫາລາຍໄດ້ ໂດຍທີ່ ‘ບໍ່ມີປະກັນໄພຈ້າງງານ’ ເພື່ອໃຫ້ສາມາດຳລົງຊີວິດໄດ້ ຕາມປົກກະຕິ(ຕາມດຳລັດ ສະບັບລົງວັນທີ່ 1 ກໍລະກົດ 2019)
(2)ເງື່ອນໄຂຜູ້ຈະໄດ້ຮັບການຊ່ວຍເຫຼືອ
ບຸກຄົນ ທີ່ເຮັດທຸລະກິດຫາລາຍໄດ້ ແບບ ຄົນດຽວ, ພະນັກງານສັນຍາຈ້າງພິເສດ, ພະນັກງານສັນຍາຈ້າງອິດສະລະ (ອາຊີບອິດ ສະລະ), ຜູ້ທີ່ມີຄຸນສົມບັດ ບໍ່ຄົບເງື່ອນໄຂຮັບຄ່າປະກັນຈ້າງກັນ(180ວັນ)
- ເຈົ້າຂອງທຸລະກິດ ທີ່ບໍ່ມີຄົນງານ, ບໍ່ມີຄູ່ຮ່ວມທຸລະກິດ(ຍົກເວັ້ນທຸລະກິດເຊົ່າລິມະຊັບ)
- ບຸກຄົນທີ່ວ່າ ກ່ອນເກີດລູກ ໄດ້ເຮັດວຽກຕໍ່ເນື່ອງ ເພື່ອຫາລາຍໄດ້ ເປັນເວລາ 3ເດືອນຂຶ້ນໄປ ໃນຈຳນວນ 18 ເດືອນ ໃນຖານະ ເປັນພະນັກງານພິ ເສດ ຫຼື ເປັນພະນັກງານອິດສະລະ.
- ບຸກຄົນ ທີ່ເປັນພະນັກງານ ເຮັດວຽກ ໃນຖານະບໍ່ໄດ້ເຂົ້າປະກັນໄພຈ້າງງານ
ບຸກຄົນ ທີ່ໄດ້ເຂົ້າປະກັນຈ້າງງານແລ້ວ, ແຕ່ກ່ອນລາພັກເກີດລູກ, ຜູ້ກ່ຽວ ບໍ່ໄດ້ມີເງື່ອນໄຂຄົບຖ້ວນຕາມ ກົດລະບຽບ ‘ບໍ່ທັນຄົບໄລຍະເວລາປະກັນ 180 ວັນ
ຜູ້ຄົນ ທີ່ເຮັດວຽກ ຢູ່ໃນວິສາຫະກິດ ທີ່ບໍ່ນອນໃນເງື່ອນໄຂ ເຂົ້າປະກັນຈ່າງງານ ຕາມກົດໝາຍວ່າດ້ວຍປະກັນໄພຈ້າງງານ ຂອງເກົາຫຼີ, ຫຼືວ່າ ບຸກຄົນ ທີ່ບໍ່ນອນໃນເງື່ອນໄຂ ເຂົ້າປະກັນໄພຈ້າງງານ ທີ່ກົດໝາຍປະກັນໄພຈ້າງງານ ກຳນົດ.
ບຸກຄົນ ທີ່ເຮັດວຽກ ຢູ່ໃນວິສາຫະກິດ ທີ່ຍັງບໍ່ທັນໄດ້ ເຂົ້າປະກັນໄພຈ້າງງານ.
(3)ມູນຄ່າເງິນອຸດໜູນ ແລະ ໄລຍະເວລາສະໝັກ
- ທ່ານສາມາດສະຫມັກຂໍເອົາຈໍານວນທັງຫມົດ 1.5 ລ້ານ KRW ພາຍໃນ 1 ປີນັບຈາກມື້ທີ່ລູກຂອງທ່ານເກີດ. ການສະໜັບສະໜູນດັ່ງກ່າວຈະບໍ່ໄດ້ຮັບຕໍ່ໄປໃນປີໜ້າ ຖ້າຫາກບໍ່ໄດ້ນຳໃຊ້ພາຍໃນໄລຍະ 1 ປີທີ່ກ່ຽວຂ້ອງ.
(4)ວິທີສະໝັກຂໍເງິນອຸດໜູນການເກີດລູກ ສຳລັບຜູ້ທີ່ບໍ່ມີປະກັນໄພຈ້າງງານ
- ບຸກຄົນ ທີ່ຕ້ອງການຂໍເງິນອຸດໜູນການເກີດລູກ ແມ່ນຕ້ອງໄດ້ ເຂົ້າໄປສະໝັກເປັນສະມາຊິກ ຢູ່ໃນເວັບໄຊ້ປະກັນໄພຈ້າງງານ (www.ei.go.kr) ແລ້ວ ຈຶ່ງສາມາດ ສະໝັກຂໍໄດ້ ຫຼືວ່າ ເຂົ້າໄປສະໝັກໂດຍກົງ ຢູ່ສູນຈ້າງງານ ທີ່ຮັບຜິດຊອບຂອບ ເຂດເຮືອນ ຂອງທ່ານ ຫຼື ບ່ອນເຮັດວຽກຂອງທ່ານ ຫຼື ອາດຈະສະໝັກຜ່ານທາງໄປສະນີ ກໍ່ໄດ້.
- ເອກະສານທີ່ຕ້ອງການ: ໃບຢັ້ງຢືນການເກີດ, (ທະບຽນຄວາມສໍາພັນຄອບຄົວຂອງເຊື້ອສາຍເກົາຫຼີ), ເອກະສານຢັ້ງຢືນລາຍຮັບ, ທະບຽນວິສາຫະກິດ, ແລະອື່ນໆ.
- ທາງໜ່ວຍງານທີ່ຮັບຜິດຊອບວຽກງານເງິນອູດໜູນ ຢູ່ສູນຈ້າງງານ ອາດຈະຮ້ອງຂໍເອກະສານອື່ນໆ ຕຶ່ມອີກ ກໍ່ເປັນໄປໄດ້.
06ການລາພັກການເກີດຂອງຄູ່ສົມລົດ
ຄົນງານເພດຊາຍທີ່ຄູ່ສົມລົດໃຫ້ກຳເນີດລູກແມ່ນມີສິດໄດ້ຮັບການລາພັກ 10 ວັນທີ່ມີຄ່າຈ້າງ.
(1)ຜູ້ຮັບທີ່ມີສິດ
- ແຮງງານຜູ້ຊາຍທີ່ເມຍເກີດລູກ
- ໂດຍການໃຫ້ການລາພັກແກ່ຜູ້ອອກແຮງງານພາຍຫຼັງເກີດລູກໂດຍຄູ່ສົມລົດ, ສຸຂະພາບຂອງຄູ່ສົມລົດ ແລະ ເດັກທີ່ບໍ່ທັນເກີດມາສາມາດໄດ້ຮັບການປົກປ້ອງ ແລະ ການມີສ່ວນຮ່ວມຂອງຜູ້ຊາຍໃນການລ້ຽງລູກສາມາດຂະຫຍາຍອອກໄດ້.
(2)ໄລຍະລາພັກການເກີດຂອງຄູ່ສົມລົດ
- 10 ວັນລາພັກຜ່ອນທີ່ໄດ້ຮັບຄ່າຈ້າງ (ຢ່າງໃດກໍ່ຕາມ, ມັນຕ້ອງຖືກນໍາໃຊ້ພາຍໃນໄລຍະເວລາ 90 ວັນນັບຈາກວັນເກີດລູກ).
(3)ເງິນອຸດໜູນການລາພັກການເກີດຂອງຄູ່ສົມລົດ
- ຄົນງານທີ່ຂຶ້ນກັບບໍລິສັດທີ່ມີສິດໄດ້ຮັບການສະໜັບສະໜູນບຸລິມະສິດສາມາດໄດ້ຮັບ 100% ຂອງຄ່າຈ້າງປົກກະຕິ (ຈໍານວນສູງສຸດ 401,910 KRW) ຈາກການປະກັນໄພການຈ້າງງານສໍາລັບ 5 ມື້ທໍາອິດຂອງການອຸດໜູນການພັກຜ່ອນ.
- ສໍາລັບ 5 ມື້ທໍາອິດ, ນາຍຈ້າງຕ້ອງຈ່າຍຄ່າຈ້າງປົກກະຕິທີ່ເກີນຂອບເຂດຈໍາກັດເທິງ ແລະ ຄ່າຈ້າງປົກກະຕິສໍາລັບ 5 ມື້ທີ່ຍັງເຫຼືອ.
(4)ຂັ້ນຕອນການຍື່ນຂໍເງິນຊ່ວຍເຫຼືອການລາພັກການເກີດຂອງຄູ່ສົມລົດ
ຜູ້ອອກແຮງງານທີ່ຢາກໄດ້ເງິນອຸດໜູນການລາເກີດຂອງຄູ່ສົມລົດຕ້ອງໃຫ້ຈົດໝາຍຢືນຢັນການລາພັກການເກີດຂອງຄູ່ສົມລົດຈາກນາຍຈ້າງ ເພື່ອຍື່ນສະເໜີພ້ອມກັບໃບຄຳຮ້ອງຂໍເງິນອຸດໜູນການລາພັກການເກີດຂອງຄູ່ສົມລົດ ໃຫ້ກັບສູນວຽກທີ່ມີສິດອຳນາດກ່ຽວກັບບ່ອນຢູ່ ຫຼື ບ່ອນເຮັດວຽກຂອງຜູ້ສະໝັກ.
ເອກະສານທີ່ຈຳເປັນ
- ເອກະສານທີ່ໄດ້ຮັບຈາກບໍລິສັດ: ເອກະສານຢັ້ງຢືນຄ່າຈ້າງ ເຊັ່ນ: ຈົດໝາຍຢືນຢັນການລາພັກການເກີດຂອງຄູ່ສົມລົດ, ໃບຮັບເງິນເດືອນ, ສຳເນົາສັນຍາແຮງງານ ແລະ ອື່ນໆ.
- ເອກະສານທີ່ໄດ້ຮັບຈາກເວັບໄຊທ໌ຂອງກະຊວງການຈ້າງງານ ແລະ ແຮງງານ ຫຼື ສູນການຈ້າງງານ: "ຄໍາຮ້ອງສະໝັກສໍາລັບຜົນປະໂຫຍດການລາພັກການເກີດຂອງຄູ່ສົມລົດ"