ລັດຖະບານເກົາຫຼີ ແລະອົງການພາກເອກະຊົນໄດ້ສະໜອງຫຼາກຫຼາຍການບໍລິການເພື່ອຊ່ວຍເຫຼືອການດຳເນີນຊີວິດຂອງເຂົາເຈົ້າໃນປະເທດເກົາຫຼີ ເຊັ່ນວ່າ ການສອນພາສາເກົາຫຼີ, ການສອນວັດທະນະທໍາເກົາຫຼີ, ການໃຫ້ຄໍາປຶກສາ ແລະອື່ນໆ. ໂດຍສະເພາະແລ້ວ, ການໃຊ້ການບໍລິການຕ່າງໆຜ່ານບັນດາອົງການໃຫ້ຄວາມຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາ ແລະຄົນຕ່າງຊາດແມ່ນເປັນປະໂຫຍດຫຼາຍສຳລັບຄົນຕ່າງຊາດຜູ້ທີ່ຫາກໍ່ມາເຖິງເກົາຫຼີ ແລະມີຄວາມຫຍຸ້ງຍາກໃນການສື່ສານ ແລະຮັກສາຄວາມສຳພັນກັບຄົນເກົາຫຼີ ເນື່ອງຈາກບໍ່ຄຸ້ນເຄີຍກັບວັດທະນະທໍາຂອງເກົາຫຼີນັ້ນເອງ.
01ການສອນພາສາເກົາຫຼີ
ການຮຽນສາພາສາເກົາຫຼີ ເປັນສິ່ງທີ່ຈຳເປັນ ເພື່ອທຳຄວາມເຂົ້າໃຈວັດທະນະທຳເກົາຫຼີ ແລະ ວິຖີຊີວິດໃນເກົາຫຼີ. ຢູ່ໃນເກົາຫຼີ ມີຫຼາຍອົງການຈັດຕັ້ງ ທີ່ບໍລິການສອນພາສາເກົາຫຼີ ສຳລັບຄົນຕ່າງປະເທດ ໂດຍບໍ່ເກັບຄ່າ. ບັນດາສູນຊ່ວຍເຫຼືອຄອບຄົວ ຫຼາຍວັດທະນະທໍາ, ສູນຊ່ວຍເຫຼືອຄົນເຂົ້າເມືອງເກົາຫຼີ ແລະໂຮງຮຽນສອນພາສາເກົາຫຼີ ແມ່ນອົງການຈັດຕັ້ງອັນດັບຕົ້ນໆທີ່ໃຫ້ການສອນພາສາເກົາຫຼີແກ່ຜູ້ຢູ່ອາໄສຊາວຕ່າງຊາດ. ສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາຍັງດຳເນີນໂຄງການໃຫ້ການສຶກສາແບບເຖິງຕົວ ເຊິ່ງຄູສອນພາສາເກົາຫຼີຈະຖືກສົ່ງໄປສອນພາສາເຖິງເຮືອນຂອງຄົນຕ່າງຊາດທີ່ມາຢູ່ໃນເກົາຫຼີຫຼັງແຕ່ງງານ. ດ້ວຍຈຳນວນໂຄງການສອນພາສາເກົາຫຼີທີ່ສະໜອງໃຫ້ນັບມື້ນັບເພີ່ມຂຶ້ນ, ຜູ້ຢູ່ອາໄສຊາວຕ່າງຊາດສາມາດຮຽນຮູ້ພາສາເກົາຫຼີຢູ່ກັບເຮືອນໄດ້ຢ່າງງ່າຍດາຍ.
02ການຝືກອົບຮົມວັດທະນະທຳ ແລະ ການໃຊ້ຊີວິດໃນເກົາຫຼີ
ໂຄງການສອນວັດທະນະທໍາເກົາຫຼີ ແລະ ການໃຊ້ຊີວິດໃນເກົາຫຼີມີຈຸດປະສົງເພື່ອຊ່ວຍໃຫ້ຊາວຕ່າງຊາດສາມາດເອົາຊະນະອຸ ປະສັກໃນການໃຊ້ຊີວິດໃນເກົາຫຼີອັນເປັນຜົນມາຈາກຄວາມແຕກຕ່າງດ້ານວັດທະນະທໍາ ແລະ ວິຖີຊີວິດ. ພວກເຮົາມີແຜນການ ແລະ ຄູທີ່ມີປະສົບການທີ່ທຸ້ມເທການສອນເພື່ອໃຫ້ຄົນຕ່າງຊາດເຂົ້າໃຈກ່ຽວກັບການໃຊ້ຊີວິດແບບຫຼາຍວັດທະນະທໍາ, ກົດໝາຍ, ສິດທິມະນຸດ, ການແຕ່ງງານ, ຄອບຄົວ ແລະການປັບຕົວເຂົ້າກັບສັງຄົມຂອງເກົາຫຼີ.
03ການໃຫ້ການສຶກສາໄອຊີທີ
ຄອບຄົວເກົາຫຼີສ່ວນໃຫຍ່ໃຊ້ຄອມພິວເຕີ ແລະເກົາຫຼີມີເຄືອຂ່າຍອິນເຕີເນັດທີ່ທັນສະໄໝຫຼາຍ. ຜູ້ໃຊ້ສາມາດໄດ້ຮັບຂໍ້ມູນທີ່ຫຼາກຫຼາຍຈາກການໃຊ້ອິນເຕີເນັດ ແລະໃຊ້ການບໍລິການອອນລາຍທີ່ຫຼາກຫຼາຍໄດ້ຢ່າງສະດວກສະບາຍ ເຊັ່ນວ່າ ລະບົບທະນາຄານຜ່ານອິນເຕີເນັດ ແລະການບໍລິການດ້ານບໍລິຫານອື່ນ. ສະນັ້ນ ຫຼາຍໆອົງການ ລວມທັງ ສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາ ແລະສູນຊ່ວຍເຫຼືອຄົນເຂົ້າເມືອງເກົາຫຼີ ມີໂຄງການສອນໄອຊີທີ ເພື່ອເຮັດໃຫ້ຜູ້ຢູ່ອາໄສຊາວຕ່າງຊາດສາມາດຮຽນຮູ້ວິທີຄົ້ນຫາຂໍ້ມູນຜ່ານອິນເຕີເນັດ, ແລະວິທີໃຊ້ແອັບພລິເຄຊັນທີ່ຫຼາກຫຼາຍ.
04ການໃຫ້ຄໍາປຶກສາ
ການບໍລິການໃຫ້ຄໍາປຶກສາມີຈຸດປະສົງຊ່ວຍໃຫ້ຜູ້ຢູ່ອາໄສຊາວຕ່າງຊາດທີ່ປະສົບກັບຄວາມຫຍຸ້ງຍາກໃນເກົາຫຼີ, ໂດຍການສະ ໜອງຄໍາແນະນໍາທີ່ພວກເຂົາຕ້ອງການເພື່ອແກ້ໄຂບັນຫາຂອງເຂົາເຈົ້າ. (ບັນຫາຄອບຄົວ, ແຮງງານ, ບ່ອນຢູ່ອາໄສ ແລະກົດໝາຍ)
- ມີການໃຫ້ການລິການອື່ນ ເຊັ່ນວ່າ ການສຶກສາກ່ຽວກັບການຊອກວຽກ ແລະການເລີ່ມຕົ້ນທຸລະກິດ, ການບໍລິການລ່າມແປພາສາ ແລະການແປເອກະສານ ແລະທ່ານສາມາດໃຊ້ການບໍລິການເຫຼົ່ານີ້ໄດ້ຢ່າງງ່າຍດາຍ ໂດຍການກວດເບິ່ງບັນດາໂຄງການຊ່ວຍເຫຼືອຕໍ່ໄປນີ້ຈາກສູນຊ່ວຍເຫຼືອຄົນງານຕ່າງຊາດ, ແລະໂດຍການເຂົ້າໄປສູນທີ່ເໝາະສົມເພື່ອສອບຖາມ.
- ສຳລັບການແນະນຳວິທິການນຳໃຊ້ ຢ່າງລະອຽດ ແມ່ນໃຫ້ເບີ່ງເພີ່ມເຕີມໃນໜ້າ ‘ອົງການຊ່ວຍເຫຼືອ ຄອບຄົວຫຼາຍ ວັດທະນະທຳ, ຄົນຕ່າງປະເທດ’
05ປ້ອງກັນການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງ ເຂົ້າເມືອງຖາວອນ
ແນະນຳອົງການຊ່ວຍເຫຼືອ ແມ່ຍິງເຂົ້າເມືອງຖາວອນ ທີ່ໄດ້ຮັບເຄາະຮ້າຍ ຈາກການໃຊ້ ຄວາມຮຸ່ນແຮງ
ບ່ອນພັກເຊົາສຳລັບແມ່ຍິງ ທີ່ໄດ້ຮັບເຄາະຮ້າຍ ຈາກການໃຊ້ຄວາມຮຸ່ນແຮງ
- ບໍລິການໃຫ້ຄວາມຊ່ວຍເຫຼືອດ້ານທີ່ພັກຊົ່ວຄາວ, ໃຫ້ຄຳປຶກສາທາງການແພດ, ທາງກົດໝາຍ ແກ່ແມ່ຍິງຕ່າງຊາດ ທີ່ຖືກໃຊ້ຄວາມຮຸ່ນແຮງໃນຄອບຄົວ, ຖືກຂົ່ມຂືນ ຫຼື ໄດ້ຮັບເຄາະຮ້າຍຈາກການຄ້າປະເວນີ(ກໍລະນີ ມີລູກນ້ອຍ ໄປນຳ, ລູກກໍ່ໄດ້ຮັບການຊ່ວຍເຫຼືອ)
- ບ່ ອນພັກທີ ່ ບໍ ່ ເປີດເຜີຍແກ່ ຄົນອື ່ ນ 1577-1366, 1366, ຫ້ອງການຕຫຼວດ ຈະສອບຖາມເບື້ອງຕົ້ນ ແລວ້ ຈ່ ງຶ ພາໄປພກັ ຜ່ ອນຊ່ ວົ ຄາວ.
ເຮືອນພັກເຊົ່າຄາວ ສຳລັບແມ່ຍິງເຂົ້າເມືອງຖາວອນ ໃນກໍລະນີ ໄດ້ຮັບເຄາະຮ້າຍ
- ບໍລິການໃຫ້ຄວາມຊ່ວຍເຫຼືອດ້ານທີ່ພັກອາໄສຊົ່ວຄາວ ແກ່ແມ່ຍິງເຂົ້າເມືອງຖາວອນ ແລະ ລູກທີ່ມານຳ ໃນກໍລະນີ ໄດ້ຮັບເຄາະຮ້າຍ ຈາກການໃຊ້ຄວາມຮຸ່ນແຮງ ໃນຄອບຄອບ, ຖືກຂົ່ມຂືນ ແລະ ຖືກຕົວະຍົວະ ໄປເປັນໂສເພນີ.
- ໃຫ້ສິດທິພິເສດ ໃນການເຂົ້າພັກເຊົາຢູ່ເຮືອນເຊົ່າ
ສູນໃຫ້ຄຳປຶກສາ ແກ່ແມ່ຍິງເຂົ້າເມືອງຖາວອນ ທີ່ໄດ້ຮັບເຄາະຮ້າຍ
- ໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອແປເອກະສານ ແລະ ແປພາສາ ໃຫ້ແກ່ແມ່ຍິງຕ່າງຊາດ ທີ່ເຂົ້າເມືອງເກົາຫຼີ ຖາວອນ ພ້ອມດ້ວຍ ລູກ ທີ່ຕິດຕາມມານຳ ໃນກໍລະນີໄດ້ຮັບເຄາະຮ້າຍຈາກການໃຊ້ຄວາມຮຸ່ນແຮງໃນຄອບຄົວ, ຖືກຂົ່ມຂືນ ແລະ ຖືກຕົວະຍົວະໄປຂາຍປະເວນີ.
ສູນເຮບາຣາກີ
- ໃຫ້ຄຳປືກສາທາງດ້ານກົດໝາຍ ແລະ ການແພດ ແກ່ແມ່ຍິງທີ່ໄດ້ຮັບຜົນເສຍຫາຍຈາກການຂົ່ມຂືນ, ໃຊ້ຄວາມຮຸ່ນແຮງໃນຄອບຄົວ ແລະ ຫຼອກລວງ ໃຫ້ໄປເປັນໂສເພນີ.
- ໃຫ້ການຊ່ວຍເຫຼືອ ເພື່ອຕອບໂຕ້ວິກິດການ ໃນເວລາຖືກໃຊ້ຄວາມຮຸ່ນແຮງ
ຫ້ອງການໃຫ້ຄຳປືກສາ ເວລາຖືກຂົ່ມຂືນ, ຫ້ອງການຂໍຄຳປືກສາ ເວລາ ຖືກຫຼອກລວງໃຫ້ໄປເປັນໂສເພນີ
- ບໍລິການໃຫ້ການຊ່ວຍເຫຼືອດ້ານກົດໝາຍ ໂດຍບໍ່ເສຍຄ່າ ເພື່ອແກ້ໄຂບັນຫາ
- ຊ່ວຍປະສານອົງການສືບສວນ ເພື່ອລົງກວດກາສະຖານທີ່ເກີດເຫດ ແລະ ຕິດຕາມໄປຂື້ນສານ
- ຊ່ວຍແນະນຳສູນການແພດ ແລະ ສະຖານທີ່ປົກປ້ອງຜູ້ຖືກເຄາະຮ້າຍ ໃນທ້ອງຖີ່ນ
ອົງການຊ່ວຍເຫຼືອທາງກົດໝາຍເກົາຫຼີ
- ໃຫ້ການຊ່ວຍເຫຼືອດ້ານທະນາຍຄວາມ ໃນການຮ້ອງຟ້ອງທາງອາຍາ ແລະ ທາງແພ່ງ ຕໍ່ກໍລະນີຂໍ້ຂັດແຍ່ງພາຍໃນຄອບຄົວ
ການໃຊ້ຄວາມຮຸ່ນແຮງໃນຄອບຄົວ ຕໍ່ແມ່ຍິງເຂົ້າເມືອງຖາວອນ ແມ່ນຫຍັງ?
1ການໃຊ້ຄວາມຮຸ່ນແຮງທາງກາຍ
- ໝາຍເຖີງການໃຊ້ກຳລັງແຮງທາງວັດຖຸ ທຸບຕີຮ່າງກາຍຕົນ ຕົວຂອງຄົນກົງກັນຂ້າມ ຫຼື ການທຳຮ້າຍ ເຮັດໃຫ້ຝ່າຍກົງກັນຂ້າມ ໄດ້ຮັບບາດເຈັບ.
- ປະກອບ ມີ ການຍູ້, ການຕີ, ການຮ້າຍດ່າ ແລະ ໃຊ້ມິດ ແລະ ອື່ນໆ
2ການໃຊ້ຄວາມຮຸ່ນແຮງທາງພາສາປາກເວົ້າ ແລະ ປ້ອຍດ່າ
- ໝາຍເຖີງ ການໃຊ້ສັບຄຳເວົ້າຫຍາບຄາຍ ເຮັດໃຫ້ຄົນອື່ນ ໄດ້ຮັບບາດ ແພທາງໃຈ ຫຼື ໄດ້ຮັບບາດແພ ທາງອາລົມແນວຄິດ.
- ເວົ້າແຮງ, ຮ້າຍດ່າ, ເວົ້າປະໝາດ, ຫົວເຍາະເຍີ້ຍ, ດູຖູ, ການເມີນເສຍ
3ການຂົ່ມຂືນ
- ໝາຍເຖີງ ການບັງຄັບຮ່ວມເພດ ຫຼື ຈັບບາຍທາງເພດ ຕໍ່ຄູ່ສົມລົດ ໂດຍບໍ່ຄຳນຶງເບີ່ງວ່າ ຄູ່ສົມລົດ ມີຄວາມຕ້ອງການທາງເພດ ຫຼື ບໍ່ຕ້ອງການ.
- ປະກອບມີ ການບັງຄັບຮ່ວມເພດ, ການບັງຄັບ ເຮັດໝັນ, ການລຸລູກ, ການຈັບບາຍຕົນໂຕ, ການໃຊ້ເຄື່ອງດີຈີຕອນ(ໄຊ້ເບີ) ຫຼອກລວງເລື່ອງຮ່ວມເພດ
4ການໃຊ້ຄວາມຮຸ່ນແຮງທາງເສດຖະກິດ
- ໝາຍເຖີງ ການຕັດຂາດ ຫຼື ຈຳກັດທາງການເງີນ ແລະ ເສດຖະກິດ ຕໍ່ຄູ່ສົມລົດ.
- ປະກອບມີການຈຳກັດລາຍໄດ້ຂອງຕົນ, ການກິດກັ້ນ ບໍ່ໃຫ້ປະກອບອາຊີບ, ການຈ່າຍ ຄ່າຄອງຊີບ ຮ່ວມກັນ.
ເບີໂທສາຍດ່ວນສຳລັບແມ່ຍິງ ທີ່ຂໍຄຳປືກສາ ເປັນພາສາເກົາຫຼີ ☎1366
ປືກສາເປັນພາສາຕ່າງປະເທດ, ໂທສາຍດ່ວນສູນດານູຣີ ☎1577-1366
ແຈ້ງຫ້ອງການຕຳຫຼວດ ☎112