ການປະກັນໄພອຸບັດເຫດອຸດສາຫະກຳ ແມ່ນໄດ້ຮັບຄ່າປະກັນໄພຈາກເຈົ້າຂອງແຕ່ພຽງຜູ້ດຽວ, ແລະ ກອງທຶນແມ່ນຈ່າຍໃຫ້ພະນັກງານແທນເຈົ້າຂອງ. ໃນຫຼັກການ, ມັນໃຊ້ກັບທຸລະກິດ ແລະ ບໍລິສັດທັງໝົດດທີ່ຈ້າງຄົນງານ. ຖ້າຜູ້ອອກແຮງງານໄດ້ຮັບບາດເຈັບຈາກໄພພິບັດທາງອຸດສາຫະກໍາ, ລາວຕ້ອງຍື່ນຄໍາຮ້ອງຂໍໃຫ້ການບໍລິການຊົດເຊີຍ ແລະ ສະຫວັດດີການຂອງແຮງງານເກົາຫຼີ, ແລະ ຄ່າຊົດເຊີຍອຸບັດຕິເຫດອາດຈະຖືກສະໜອງໃຫ້ຫຼັງຈາກການທົບທວນຄືນເກີດຂຶ້ນ.
ທຸລະກິດ ຫຼື ພະນັກງານຂອງທຸລະກິດໃນເຄືອທີ່ຄຸ້ມຄອງໂດຍກົດໝາຍວ່າດ້ວຍການປະກັນໄພອຸປະຕິເຫດອຸດສາຫະກໍາ ຫຼື ຄອບຄົວຂອງເຂົາເຈົ້າສາມາດສະໝັກຂໍເອົາການຊົດເຊີຍໃນກໍລະນີຂອງການບາດເຈັບ, ເຈັບປ່ວຍ, ຄວາມພິການ ຫຼື ເສຍຊີວິດໃນຂະນະທີ່ເຮັດວຽກ.
ເມື່ອຕື່ມແບບຟອມຄໍາຮ້ອງສະໝກສໍາລັບຄ່າໃຊ້ຈ່າຍດ້ານການປິ່ນປົວ, ໃຫ້ແນ່ໃຈວ່າບັນທຶກເນື້ອຫາ ແລະ ວັນທີຂອງອຸປະຕິເຫດຢ່າງລະອຽດ ແລະ ຖືກຕ້ອງ. ຖ້າຜູ້ອອກແຮງງານໄດ້ຮັບການປິ່ນປົວຢູ່ສະຖາບັນການແພດສໍາລັບອຸປະຕິເຫດອຸດສາຫະກໍາ, ລາວສາມາດຮ້ອງຂໍໃຫ້ສະຖາບັນການແພດ ຮ້ອງຂໍເງິນຊົດເຊີຍອຸປະຕິເຫດອຸດສາຫະກໍາໃນນາມຂອງລາວ.
ລາຍການ | ລາຍລະອຽດ | ຄົນທີ່ມີສິດໄດ້ຮັບ |
---|---|---|
ຄ່າໃຊ້ຈ່າຍໃນການດູແລທາງການແພດ. | ເງີນສົດການອຸດໜູນສໍາລັບການປິ່ນປົວພະຍາດຫຼືການບາດເຈັບຖືກຈັດຫາໂດຍຜ່ານອົງການທາງການແພດຈົນກ່ວາຜູ້ຖືກເຄາະຮ້າຍໄດ້ຮັບການປິ່ນປົວ.
| ຜູ້ເຄາະຮ້າຍ |
ຄ່າຊົດເຊີຍຄວາມບໍ່ສາມາດຊົ່ວຄາວ | 70 ເປີເຊັນ ຂອງລາຍຮັບສະເລ່ຍເປັນລາຍວັນເພື່ອຄຸ້ມຄອງຊິວີດການເປັນຢູ່ຂອງພະນັກງານທີ່ໄດ້ຮັບບາດເຈັບແລະຄອບຄົວຂອງພວກເຂົາໃນຊ່ວງໄລຍະເວລາຂອງການວ່າງງານທີ່ເນື່ອງຈາກການພັກຟື້ນ. | ຜູ້ເຄາະຮ້າຍ |
ການຊົດເຊີຍເນື່ອງຈາກການໄດ້ຮັບບາດເຈັບແລະພະຍາດ. | ຖ້າຫາກວ່າພະນັກງານທີ່ໄດ້ຮັບການຈ່າຍຄ່າດູແລທາງການແພດແມ່ນມີ ພະຍາດທີ່ນອນໃນລະດັບກາງ ຂັ້ນທີ 1-3 ແລະ ຢູ່ພາຍໃຕ້ການປິ່ນປົວທາງການແພດມາ 2 ປີຂຶ້ນໄປ, ເງິນບໍານານນີ້ໄດ້ຮັບການໃຫ້ແທນທີ່ການຈ່າຍເປັນເງິນສົດ. | ຜູ້ເຄາະຮ້າຍ |
ເບ້ຍລ້ຽງຄວາມພິການ. | ເງິນອຸດໜູນທີ່ຈ່າຍຕາມຄວາມຮ້າຍແຮງຂອງຄວາມພິການ (ຊັ້ນທີ 1-14) ເມື່ອຄວາມພິການຢູ່ຕໍ່ໄປຫຼັງຈາກເກີດຈາກອຸບັດເຫດທາງອຸດສາຫະກຳ ແລະ ຫຼັງຈາກການປິ່ນປົວທີ່ກ່ຽວຂ້ອງກັບອຸບັດເຫດທາງອຸດສາຫະກຳ. | ຜູ້ເຄາະຮ້າຍ |
ເງີນອຸດໝູນການຝືກວິຊາຊີບ | ເງີນອຸດໜູນທີ່ຈ່າຍໃຫ້ຜູ້ທີ່ມີຄຸນສົມບັດເໝາະຄົບສໍາລັບເງີນອຸດໜູນລາພັກເນື່ອງຈາກບໍ່ສະບາຍຜູ້ທີ່ນຳໃຊ້ການບໍລິການທາງການແພດແບບເປັນສ່ວນຕົວຕາມຄວາມຈຳເປັນໂດຍສິ້ນສຸດການປິ່ນປົວ. | ຜູ້ເຄາະຮ້າຍ |
ເງີນອຸດໜູນເພື່ອການຟື້ນຟູອາຊີບ. |
|
|
ຜົນປະໂຫຍດຂອງການເສຍຊີວິດ ແລະ ຄ່າໃຊ້ຈ່າຍໃນການສົບ | ຄ່າບໍລິການງານສົບ ແລະ ເງິນອຸດໜູນໃຫ້ແກ່ສະມາຊິກຄອບຄົວທີ່ຍັງມີຊີວິດຢູ່ ເພື່ອຄວາມປອດໄພດ້ານການດຳລົງຊີວິດຂັ້ນພື້ນຖານຂອງສະມາຊິກທີ່ຍັງມີຊີວິດຢູ່ໃນກໍລະນີພະນັກງານເສຍຊີວິດ. |
|
ຂັ້ນຕອນທຳອິດໃນການປ້ອງກັນອຸປະຕິເຫດໃນການເຮັດວຽກກໍຄື:ການທຳຄວາມສະອາດສະຖານທີ່ເຮັດວຽກແລະທາງຍ່າງອອ້ມຂ້າງ, ແລະຈັດສັນສິ່ງຕ່າງໆໃນຢູ່ໃນທີໃນທາງ. ທາງຍ່າງນັ້ນຈະຕ້ອງບໍ່ມີສິ່ງກີດຂວາງ ແລະບໍລິເວນພື້ນຄວນກວດເບິ່ງຢ່າງສະໝ່ຳສະເໝີເພື່ອຮັບປະກັນວ່າພວກເຂົາຈະບໍ່ໝື່ນລົ້ມ. ກົດລະບຽບຄວາມປອດໄພຂັ້ນພື້ນຖານດັ່ງຕໍ່ໄປນີ້ໃຊ້ໄດ້ກັບທຸກສະຖານທີ່.