01ການກະກຽມເອົາລູກ
ການກວດສຸຂະພາບ ທີ່ຈຳເປັນ ສຳລັບຄູ່ຜົວເມຍ ທີ່ກຳລັງຈະເອົາລູກ
- ມີຄວາມຈຳເປັນ ທີ່ຕ້ອງໄດ້ໄດ້ສັກຢາປ້ອງກັນພະຍາດ ກ່ອນການຖືພາແກ່ແມ່ຍິງ ແລະ ເດັກເກີດມາແລ້ວ ຕ້ອງໄດ້ສັກຢາ ປ້ອງກັນ.
임신 전 검사 표 : 구분, 검사 필요성, 예방처치를 포함한 표입니다. ພະຍາດ | ຄວາມຈຳເປັນທີ່ຕ້ອງໄດ້ກວດ | ຜົນປະໂຫຍດການປ້ອງກັນ |
ພະຍາດໝາກແດງ | ຖ້າຜູ້ເປັນແມ່ ເປັນໃນເວລາຖືພາແລ້ວ, ຈະສາມາດແພ່ສູ່ລູກໃນທ້ອງໄດ້ | ຖ້າບໍ່ມີອາການແພ້ຢາ, ຄວນສັກຢາວັກຊິນ(MMR*) ຢ່າງໜ້ອຍ 1 ຄັ້ງ ເພື່ອປ້ອງກັນ - ຢາກແນະນຳໃຫ້ສັກກ່ອນ 3 ເດືອນ ຈຶ່ງໃຫ້ມີລູກ ຈຶ່ງເປັນການດີ
|
ພະຍາດຕັບອັກເສບB | ຖ້າຜູ້ເປັນແມ່ ມີພະຍາດຕັບອັກເສບປະເພດ B ແລ້ວ ມີຄວາມເປັນໄປໄດ້ ທີ່ແພ່ສູ່ລູກໄດ້ງ່າຍ | - ຖ້າບໍ່ມີພູມຕ້ານທານສູງ, ກ່ອນຈະຖືພາ ຄວນໄປສັກຢາ ວັກຊິນປ້ອງກັນພະຍາດອັກເສບຕັບ B ຕາມໄລຍະຫ່າງ (0, 1, 6 ເດືອນ) ເປັນເວລາ 3 ຄັ້ງ.
- ແມ່ຍິງຖືພາ ທີ່ມີພະຍາດອັກເສບຕັບ B, ຄວນໄປສັກຢາ ປ້ອງກັນ(ບໍ່ໃຫ້ລູກໃນທ້ອງຕິດເຊື້ອ) ກ່ອນລູກເກີດ.
- 2. ການຄຸ້ມຄອງສຸຂະພາບຂອງແອນ້ອຍ → ສັກຢາ ປ້ອງກັນ ອັກເສບຕັບ B
|
- ຢາວັກຊິນ ປ້ອງກັນ ໝາກແດງ, ພະຍາດລະບາດ ແລະ ພະຍາດທີ່ກ່ຽວຂ້ອງ
- ເຖີງວ່າ ເຄີຍສັກຢາປ້ອງກັນຜ່ານມາແລ້ວ ກໍ່ຕາມ, ແຕ່ຖ້າຜົນການກວດສຸຂະພາບ ພົບວ່າ ສຸຂະພາບບໍ່ດີ, ຕ້ອງໄດ້ສັກຕຶ່ມອີກ 1 ຄັ້ງ, ແຕ່ຕາມຫຼັກການແລ້ວແມ່ນ ບໍ່ໃຫ້ສັກເກີນ 3 ຄັ້ງ.
ພະຍາດ Congenital Chica syndrome
- ຖ້າແມ່ຍິງ ມີພະຍາດໄວຣັດຊີກາຢູ່ໃນຕົວ ກ່ອນເກີດລູກ, ມັນສາມາດແພ່ໄປສູ່ລູກໃນທ້ອງໄດ້, ຖ້າລູກໃນທ້ອງຕິດພະຍາດ ດັ່ງກ່າວແລ້ວ ອາດສາມາດເຮັດໃຫ້ລູກເກີດມາ ບໍ່ເຕັມສ່ວນ
- ຖ້າທ່ານ ມາຈາກປະເທດ ທີ່ມີເຊື້ອພະຍາດຊີກາ(ທັງຍິງ ແລະ ຊາຍ) ຄວນໃຊ້ຖົງຢາງອານາໄມ ຫຼື ພະຍາຍາມປ້ອງກັນ ບໍ່ໃຫ້ມີລູກ ເປັນເວລາ 6 ເດືອນ ເພື່ອປີ່ນປົວກ່ອນ.
02ສິ່ງທີ່ ແມ່ມານ ຕ້ອງໄດ້ກວດ
ການກວດສຸຂະພາບໂດຍລວມທີ່ແມ່ຍິງຖືພາ ຄວນຈະໄດ້ເຮັດເພື່ອເບິ່ງແຍງສຸຂະພາບມີດັ່ງຕໍ່ໄປນີ້. ນອກຈາກນີ້ແລ້ວ, ຕ້ອງໄດ້ໄປກວດນຳ ທ່ານໝໍ ທີ່ມີຄວາມຊ່ຽວຊານດ້ານການເກີດລູກເພີ່ມເຕີມ, ອີງໃສ່ສຸຂະພາບຂອງແມ່ຍິງຖືພາ ຫຼື ເດັກນ້ອຍ.
ລາຍການທີ່ແມ່ຍິງຖືພາຈະຕ້ອງໄດ້ກວດ
임산부가 받아야 하는 일반적인 검사항목과 검사 내용 표 : 검사별 설명을 포함한 표입니다. ການກວດເລືອດ | ການກວດເລືອດແບບປົກກະຕິ | ຖ້າທ່ານເປັນແມ່ຍິງຖືພາ, ທ່ານຈໍາເປັນຕ້ອງໄດ້ໄປກວດເລືອດ (ເຮໂມໂກລບິນ, ເກັດເລືອດ, ເຊລເມັດເລືອດແດງແລະອື່ນໆ) ເພື່ອປະເມີນສຸຂະພາບຂອງທ່ານ (ແມ່ຍິງຖືພາ), ແລະເພື່ອໃຫ້ຮູ້ວ່າທ່ານບໍ່ມີບັນຫາຫຍັງໃນການຖືພາຕໍ່ໄປ. ນອກຈາກນັ້ນ, ທ່ານຈະໄດ້ກວດເບິ່ງເຊື້ອພະຍາດທີ່ຮ້າຍແຮງເຊັ່ນວ່າໂລກເອດ, ໂລກໝາກແດງນ້ອຍແລະອື່ນໆ. |
ການກວດປະເພດຂອງເລືອດ | ການກວດເບິ່ງປະເພດຂອງເລືອດABOແລະRhfactor. ຖ້າທ່ານເປັນແມ່ຍິງຖືພາທີ່ມີRh-nagative, ທ່ານຈະໄດ້ຮັບການສັກຢາກັນພະຍາດRh immune globulinເມື່ອຕັ້ງຄັນໄດ້28ອາທິດ. |
ການກວດຫາເຊື້ອຊີຟີລິກ | ການກວດຫາເຊື້ອໜອງໃນ (ຊີຟິລິກ) ເຊິ່ງເປັນສາຍເຫດຕົ້ນຕໍສຳລັບການເສຍຊີວິດຂອງເດັກໃນທ້ອງ, ແລະຍັງກໍ່ໃຫ້ເກີດການຕິດເຊື້ອຂອງເດັກໃນທ້ອງນໍາອີກ. |
ການກວດຫາເຊື້ອໄວຣັສຕັບອັກເສບ | ການກວດຫາເຊື້ອໄວຣັສຕັບອັກເສບ,ມີຫຼາຍກໍລະນີທີ່ເຊື້ອໄລລັດຕັບ Bມັກມີອາການຮ້າຍແຮງໃນຊ່ວງຖືພາແລະອາດສົ່ງຜົນຕໍ່ເດັກໃນທ້ອງເຊັ່ນວ່າໃນເວລາເກີດລູກຫຼືການໃຫ້ນົມເດັກເປັນຕົ້ນ |
ການກວດຍ່ຽວ | ການກວດຖີພາໂດຍສະເພາະຫຼືກວດເບົາຫວານໂດຍການກວດເບິ່ງທານນ້ຳ ຕານແລະໂປລຕິນລວມທັງການກວດເບິ່ງການຕິດເຊື້້ອພະຍາດໃນລະບົບປັດສະວະ |
ການກວດໂດຍໃຊ້ເຄື່່ອງແທກຄື້້ນສຽງ (ອາວຕ້າຊາວ) | ການກວດເບິ່ງພັດທະນາການໃນການເຕີບໂຕ,ຕຳແໜ່ງ,ຂະໜາດຂອງເດັກແລະການກວດເບິ່ງຄວາມພິການຂອງເດັກໂດຍການເບິ່ງເຂົ້າໄປໃນມົດລູກ. |
03ຂໍ້ຄວນລະວັງ ເພື່ອເດັກເກີດໃໝ່ ໃຫ້ແຂງແຮງ
- ແມ່ມານ ຕ້ອງມີສຸຂະພາບທີ່ແຂງແຮງ ລູກເກີດມາ ຈຶ່ງຈະແຂງແຮງ
ຖ້າທ່ານວາງແຜນຈະເອົາລູກແລ້ວ ຕ້ອງພະຍາຍາມເຮັດໃຫ້ຜູ້ເປັນແມ່ ມີສຸຂະພາບແຂງແຮງ. ຖ້າທ່ານ ມີພະຍາດຕິດຕົວ ຕ້ອງໄດ້ປືກສາກັບແພດ ແລະ ຮັບການປີ່່ນປົວກ່ອນ. - ຢ່າຊື້ຢາມາກິນເອງ.
ຖ້າເປັນໄປໄດ້ຄວນຫຼີກເວັ້ນການກິນຢາໃນໄລຍະຖືພາ. ການກິນຢາອາດສົ່ງຜົນກະທົບຮ້າຍແຮງຕໍ່ເດັກໃນທ້ອງໂດຍສະເພາະເນື່ອງຈາກວ່າມື, ຕິນ, ຫົວໃຈ, ລະບົບປະສາດສູນກາງແລະອື່ນໆຂອງເດັກໃນທ້ອງກຳລັງພັດທະນາໃນໄລຍະຕົ້ນ. ດັ່ງນັ້ນ, ທ່ານຈຳເປັນຕ້ອງລະມັດລະວັງຢ່າງຍິ່ງໃນຊ່ວງໄວລາດັ່ງກ່າວ. ສ່ວນໃນກໍລະນີທີ່ແມ່ມີເຊື້ອພະຍາດເຊັ່ນວ່າເບົາຫວານແລະຄວາມດັນສູງ, ມີໄຂ້ຂື້ນສູງເປັນເວລາດົນນານເນື່ອງຈາກມີການຕິດເຊື້ອແລະສະຖານະການອື່ນທີ່ອາດເຮັດໃຫ້ແມ່ຍິງຖືພາແລະເດັກໃນທ້ອງຕົກຢູ່ໃນອາການທີ່ຮ້າຍແຮງໄດ້ຖ້າປ່ອຍໄວ້ໂດຍບໍ່ໄດ້ຮັບການປິ່ນປົວ, ທ່ານຈະຕ້ອງໄດ້ໄປປືກສາແພດເພື່ອໄດ້ຮັບການປິ່ນປົວ ຢ່າງເໝາະສົມ ລວມທັງການກິນຢາດ້ວຍ. - ຕ້ອງຫຼີກເວັ້ນການດື່ມເຫຼົ້າ ແລະ ສູບຢາ.
ເຫຼົ້າ ເປັນສານຮຸ່ນແຮງ ທີ່ອາດຈະເຮັດໃຫ້ເດັກໃນທ້ອງ ມີຮູບຮ່າງພິການ ຫຼື ເສຍຊີວິດໄດ້. ເພາະສະນັ້ນແລ້ວ ໃນເວລາຖືພາ, ແມ່ ບໍ່ຄວນດຶ່ມເຫຼົ້າເດັດຂາດ. ຢາສູບ ມີຜົນອັນຕະລາຍ ຕໍ່ອັດຕາການເຕີບໂຕຂອງເດັກໃນທ້ອງ ເຮັດໃຫ້ເດັກເກີດມາມີ ນ້ຳໜັກ ຕ່ຳກ່ວາ ປົກກະຕິ, ຊຶ່ງຕ້ອງໄດ້ພະຍາຍາມຫຼີກລຽງໃນເວລາຖືພາ. - ແມ່ຍິງຖືພາ ຄວນກິນອາຫານທີ່ມີແຄລໍຣີ,ໂປຣຕິນ,ເກືອແຮ່ ແລະ ວິຕາມິນ ທີ່ພຽງພໍ.
ເຖິງຢ່າງໃດກໍ່ຕາມ,ຖ້າແມ່ຍິງຖືພາໄດ້ກິນອາຫານຢ່າງເໝາະສົມເປັນປະຈຳແລ້ວເຂົາເຈົ້າກໍ່ບໍ່ຈຳເປັນຕ້ອງກິນອາຫານເສີມອີກ. ຖ້າວ່າບໍ່ມີບັນຫາ ດ້ານໂພຊະນາການ, ເຂົາເຈົ້າຈະມີນ້ຳໜັກເພີ່ມຂື້ນປະມານ 1 ກິໂລ ຕໍ່ເດືອນ ໃນໄລຍະ 4 ເດືອນທຳອິດຂອງການຖືພາ ແລະ ປະມານ 2 ກິໂລ ຕໍ່ເດືອນ ໃນລະຫວ່າງການຖືພາຫຼັງ 6 ເດືອນ, ດັ່ງນັ້ນ, ຊ່ວງໄລຍະເວລາຖືພານ້ຳໜັກແມ່ຖືພາຈະເພີ່ມຂື້ນ 13 ກິໂລ. ກົງກັນຂ້າມພວກເຂົາຕ້ອງໄດ້ຮັບທາດເຫຼັກເປັນອາຫານເສີມຕັ້້ງແຕ່ເດືອນທີ 5 ຂອງການຖືພາ. ການກິນຢາທາດເຫຼັກເສີມໃນໄລຍະທີ່ທ້ອງຫວ່າງ ຈະຊ່ວຍໃຫ້ຮ່າງກາຍດູດຊືມສານອາຫານໄດ້ດີຂື້ນ. ສຳລັບແມ່ຍິງໄວຈະເລີນພັນນັ້ນຈຳເປັນຕ້ອງໄດ້ຮັບກົດໂຟລິກ ໃນປະລິມານທີ່ ເໝາະສົມເປັນປະຈຳທຸກມື້ ເພື່ອປ້ອງກັນອາການຂາດທາດແຄວຊຽມ ຂອງລະບົບປະສາດສູນກາງ. - ໃນເວລາຖືພາແລ້ວ, ອາຈົມຂ້ອນຈະແຂງ ຊຶ່ງຈະເຮັດໃຫ້ຂັບຖ່າຍຍາກຂື້ນ ໂດຍເນື່ອງຈາກ ມົດລູກໃຫຍ່ຂື້ນ ແລ້ວ ໄປເຕັງລຳໄສ້ ຊຶ່ງຈະເຮັດໃຫ້ການລຳລຽງຂອງລຳໄສ້ ມີຄວາມຂັບແຄບລົງ. ດັ່ງນັ້ນ. ແມ່ຍິງຖືພາຈຶ່ງມັກມີບັນຫາອາການ ທ້ອງຜູກວິທີແກ້ບັນຫາ ທ້ອງຜູກຄວນປະຕິບັດດັ່ງນີ້;ເພີ່ມປະລິມານອາຈົມໂດຍການກິນຜັກແລະໝາກໄມ້ສົດ,ດື່ມນໍ້າໃຫ້ພຽງພໍ,ແລະອອກກຳລັງກາຍເປັນປະຈຳ
- ຫຼີກເວັ້ນກິດຈະກໍາທີ່ໃຊ້ແຮງໜັກ
ບໍ່ຈຳເປັນທີ່ແມ່ຍິງຖືພາຈະຈຳກັດການອອກກຳລັງກາຍ. ພວກເຂົາຄວນດຳເນີນຊີວິດເປັນປົກກະຕິ, ແລະອອກກຳລັງກາຍເບົາໆ ເປັນປະຈຳ. ເຖິງຢ່າງໃດກໍ່ຕາມ, ທ່ານຄວນຈະຫຼີກເວັ້້ນການອອກກຳລັງກາຍແບບໃໝ່ຫຼືຄວາມຈິງຈັງໃນການອອກກຳລັງກາຍປະຈຸບັນນອກຈາກນັ້ນທ່ານຄວນຈະຫຼີກເວັ້ນກິດຈະກຳທີ່ກໍ່ໃຫ້ເກີດອັນຕະລາຍເຊັ່ນວ່າໄດ້ໃຊ້ແຮງໜັກເກີນໄປຫຼືປີນໄຕ່ໄປບ່ອນທີ່ສູງ. - ບໍ່ຈຳເປັນຕ້ອງຈຳກັດການຮ່ວມເພດຈົນກວ່າຈະເຖິງ 4 ອາທິດຂອງການຖືພາ. ເຖິງຢາງໃດກໍ່ຕາມ, ທ່ານຄວນຈະຫຼີກເວັ້ນການມີເພດສຳພັນຫຼືໃຊ້ຖົງຢາງອະນາໄມຖ້າວ່າມີຄວາມສ່ຽງສູງໃນການລຸລູກຫຼືການເກີດລູກກ່ອນກຳນົດ.
- ຢາວັກຊິນປ້ອງກັນໄຂ້ຫວັດໃຫຍ່ ສາມາດສັກໄດ້ກັບແມ່ຍິງ ທີ່ກຳລັງຖືພາ ໂດຍບໍ່ກ່ຽວຂ້ອງກັບໄລຍະເວລາການຖືພາ.
ແມ່ຍິງຖືພາ ທີ່ຕິດພະຍາດໄຂ້ຫວັດ ສາຍພັນໃຫຍ່ ຈະມີຄວາມສ່ຽງສູງ ໃນການເປັນພະຍາດປອດອັກເສບ ທີ່ມີຄວາມອັນຕະ ລາຍສູງກວ່າບຸກຄົນທົ່ວໄປ, ສະນັ້ນ ຈຶ່ງຢາກແນະນຳໃຫ້ແມ່ຍິງ ທີ່ກຳລັງຖືພາ ໄປສັກດັ່ງກ່າວ ເພື່ອປ້ອງກັນພະຍາດ. - ໃນກໍລະນີທີ່ແມ່ຍິງຖືພາຕ້ອງໄດ້ນັ່ງເປັນເວລາດົນໃນລະຫວ່າງການເດີນທາງລາວຈຳເປັນຕ້ອງເຄື່ອນໄຫວຮ່າງກາຍສ່ວນ ລຸ່ມຢ່າງເປັນປົກກະຕິ ຢ່າງນ້ອຍໜຶ່ງຄັ້້ງຕໍ່ຊົ່ວໂມງເພື່ອຊ່ວຍໃຫ້ການໄຫຼວຽນຂອງເລືອດໄດ້ດີ.
- ໃນຊ່ວງຖືພາ, ຮ່າງກາຍພາກສ່ວນລຸ່ມ ມັກມີອາການບວມນໍ້າ ຍ້ອນວ່າຫຼອດເລືອດໃຫຍ່ ຫຼື ເສັ້້ນເລືອດດຳ ທີ່ຕິດກັບກະດູກຖືກໜີບ ການຍົກຂາຂື້ນສູງຈະຊ່ວຍບັນເທົາອາການໄດ້. ເຖິງຢ່າງໃດກໍ່ຕາມ, ອາການບວມນໍ້າ ຍັງອາດເກີດມາຈາກ ບັນຫາຄວາມດັນເລືອດສູງ ແມ່ມານ ຄວນຈະໄດ້ກວດຄວາມດັນເລືອດ.
- ຊ່ອງຄອດຈະມີນໍ້າລໍ່ລື້ນ ໄຫຼອອກມາຫຼາຍກວ່າປົກກະຕິ
ນີ້ແມ່ນເປັນເພາະມີການສ້າງນ້ຳເມືອກເພີ່ມຂື້ນທີ່ຕ່ອມປາກມົດລູກອັນເປັນຜົນມາຈາກຮໍໂມນຂອງແມ່ຍິງເພີ່ມຂື້້ນ ຊຶ່ງມັນບໍ່ແມ່ນເຊື້້ອພະຍາດ. - ພະຍາຍາມໄປເຊັກກວດສຸຂະພາບ ເປັນປະຈຳ.
ຮັບການກວດຮ່າງກາຍເປັນປະຈໍາຕາມຄໍາແນະນໍາຂອງແພດ. ທ່ານຈະໄດ້ຮັບການເບິ່ງແຍງກ່ອນເກີດໃນໄລຍະການຖືພາຈາກໂຮງໝໍ. ໂດຍການເຮັດແບບນີ້ທ່ານສາມາດປົກປ້ອງ ແລະ ປ້ອງກັນສິ່ງອັນຕະລາຍ ທີ່ຈະສົ່ງຜົນຕໍ່ຕົວທ່ານ ແລະ ລູກຂອງທ່ານຕັ້ງແຕ່ຕົ້ນ.
ຂໍ້ມູນທີ່ເປັນປະໂຫຍດ!
ການດູແລກ່ອນເກີດລູກຂອງຄົນເກົາຫຼີ
ຄົນເກົາຫຼີມີຄວາມເຊື່ອມາດົນນານແລ້ວວ່າພຶດຕິກໍາແລະຈິດໃຈຂອງແມ່ໃນຊ່ວງຖືພາຈະສົ່ງຜົນຕໍ່ສະໝອງ,ອາລົມແລະຮ່າງກາຍຂອງເດັກໃນທ້ອງດ້ວຍ. ວິທີການເບິ່ງແຍງກ່ອນເກີດລູກທີ່ເອິ້ນວ່າແທ-ກຽວ (Tae-gyo) ເປັນວິທີແບບດັ້ງເດີມ,ແມ່ຍິງຖືພາຕ້ອງໄດ້ລະມັດ ລະວັງທຸກຢ່າງທີ່ລາວເຮັດ,ບໍ່ຄິດສິ່ງທີ່ເປັນດ້ານລົບ ແລະ ບໍ່ເຮັດສິ່ງທີ່ໂຫດຮ້າຍ, ແລະ ລວມທັງການເວົ້າຈາ ແລະ ການສະແດງ ອາການຕ່າງໆ ໃຫ້ຢູ່ໃນລັກສະນະຜ່ອນຄາຍເພື່ອເກີດລູກທີ່ມີສຸຂະພາບແຂງແຮງດີ. ລວມທັງມີຂໍ້ຈຳກັດຫຼາຍຢ່າງ ກ່ຽວກັບອາຫານທີ່ສາ ມາດກິນໄດ້ແລະສິ່ງໃດທີ່ຄວນຄະລໍາແລະການກະທຳຫຼາຍຢ່າງອີກດ້ວຍ. ດັ່ງນັ້ນໃນມູມມອງຂອງຄົນເຂົ້າເມືອງ ທີ່ເປັນແມ່ຍິງຖືພາ, ຄຳແນະນຳການເບິ່ງແຍງກ່ອນເກີດລູກຈາກຄອບຄົວຂອງຜົວອາດຈະເບິ່ງເປັນການລ່ວງລໍ້າຄວາມເປັນສ່ວນຕົວ ຫຼາຍເກີນໄປ ແລະ ອາດຈະສ້າງຄວາມຕຶງຄຽດຫຼາຍ. ເຖິງຢ່າງໃດກໍ່ຕາມ,ຄູ່ຜົວເມຍ ຕ້ອງໄດ້ພະຍາຍາມສົນທະນາກັນຢ່າງປະນິປະນອມ ເພື່ອຫຼຸດຜ່ອນ ຄວາມຕຶງຄຽດ ທີ່ຈາກວັດທະນະທຳທີ່ແຕກຕ່າງກັນ, ຜູ້ເປັນເມຍ ກໍ່ຕ້ອງໄດ້ພະຍາຍາມເຄົາລົບຮິດຄອງປະເພນີຂອງຜົວ ເພື່ອໃຫ້ ການຖືພາ ແລະ ການເກີດລູກ ບັນລຸຜົນໄປໂດຍດີ.
04ການບໍລິການສຳລັບແມ່ມານ ຢູ່ສຸກສາລາ
ແມ່ຍິງຖືພາ (ລວມທັງຄົນເຂົ້າເມືອງແຕ່ງງານ) ສາມາດໄດ້ຮັບການບໍລິການຮັກສາສຸຂະພາບຢູ່ສູນສາທາລະນະສຸກ.
ໂດຍສະເພາະ, ແມ່ຍິງຖືພາທີ່ມີຄວາມສ່ຽງສູງຮຽກຮ້ອງໃຫ້ມີການດູແລແບບບັງຄັບຢູ່ສູນສາທາລະນະສຸກຫຼືສະຖານທີ່ດູແລສຸຂະພາບ.
- ແມ່ມານ ທີ່ມີຄວາມສ່ຽງສູງ : ສຳລັບ ແມ່ມານທີ່ມີອາຍຸນ້ອຍ ຫຼື ຫຼາຍເກີນໄປ(ອາຍຸຕໍ່າກວ່າ 20 ປີ ຫຼື ອາຍຸສູງກວ່າ 35 ປີ), ແລະ ແມ່ຍິງ ທີ່ມີອາການແຊກຊ້ອນການຖືພາເຊັ່ນ: ເກີດກ່ອນກໍານົດ, ອາການເລືອດໄຫຼທີ່ກ່ຽວຂ້ອງກັບການເກີດ, ຫຼື ອາການເລືອດໄຫຼຮ້າຍແຮງ ຫຼື ມີພະຍາດຕິດຕົວຮ້າຍແຮງ ແມ່ນມີຄວາມສ່ຽງສູງ, ເພາະສະນັ້ນ, ແມ່ຍິງທີ່ຢູ່ໃນກໍລະນີແບບນີ້ ຕ້ອງໄດ້ມີຄວຍຄຸມສຸຂະພາບ.
(1)ການກວດກ່ອນເກີດ
ແມ່ຍິງຖືພາສາມາດໄດ້ຮັບການກວດເຫຼົ່ານີ້ຈາກສູນບໍລິການສຸຂະພາບໄດ້; ການກວດພະຍາດກ່ອນເກີດ, ການກວດຍ່ຽວ (ເບົາຫວານ, ໂປລຕິນ), ກວດເລືອດ (ຮີໂມໂກບິນ, ແຊວເມັດເລືອດແດງ, ແຊວເມັດເລືອດຂາວ, ການກວດຫາເຊື້ອພະຍາດຊີຟີລິກ, ຕັບອັກເສບ, ກວດປະເພດເລືອດ). ທ່ານສາມາດຂໍຄວາມຊ່ວຍເຫຼືອກ່ຽວກັບການທົດສອບກ່ອນເກີດລູກສຳລັບແມ່ຍິງຖືພາໄດ້ໂດຍການລົງທະບຽນ ທີ່ສູນບໍລິການສຸຂະພາບສາທາລະນະ (ຫົວຂໍ້ໃນການທົດສອບອາດແຕກຕ່າງກັນໃນສູນແຕ່ລະແຫ່ງ)
(2)ຫ້ອງຮຽນແລະການສອນກ່ຽວກັບ ການກະກຽມກ່ອນເກີດລູກ
- ຫ້ອງຮຽນກ່ຽວກັບການໃຫ້ນົມລູກ,ການອອກກຳລັງກາຍສໍາລັບແມ່ຍິງຖືພາ,ການກະກຽມກ່ອນເກີດລູກ,ການນວດແອນ້ອຍ ແລະ ຫົວຂໍ້ອື່ນໆ.
- ມີບາງເຂດພາກພື້ນຍັງມີການຢືມປື້ມອ່ານ,ແຜ່ນຊີດີ,ແລະວິດີໂອກ່ຽວກັບການຖືພາ,ການໃຫ້ຄວາມຮູ້ແກ່ຜູ້ປົກຄອງແລະການເກີດລູກ ອີກດ້ວຍ.
- ເນື້ອງຈາກໂຄງການການໃຫ້ຄວາມຮູ້ແມ່ນເປັນເອກະລາດແລະຢູ່ພາຍໃຕ້ການບໍລິຫານຂອງອົງການຈັດຕັ້ງທ້ອງຖິ່ນ, ດັ່ງນັ້ນ, ເນື້ອໃນຂອງແຕ່ລະພື້ນທີ່ຈະມີຄວາມແຕກຕ່າງກັນ.
(3)ການຊ່ວຍຢາບຳລຸງທາດເຫຼັກ
ແມ່ຍິງຖືພາທີ່ໄດ້ລົງທະບຽນຢູ່ສູນສາທາລະນະສຸກທີ່ຖືພາຫຼາຍກວ່າ 16 ອາທິດ ແມ່ນມີສິດໄດ້ຮັບການເສີມທາດເຫຼັກເປັນເວລາ 5 ເດືອນ.
(4)ການຊ່ວຍຢາກົດໂຟລິກ
ແມ່ຍິງຖືພາ ຫຼື ແມ່ຍິງທີ່ກຽມຕົວສໍາລັບການຖືພາທີ່ໄດ້ລົງທະບຽນຢູ່ສູນສາທາລະນະສຸກມີສິດໄດ້ຮັບການເສີມອາຊິດໂຟລິກສໍາລັບ 3 ເດືອນກ່ອນ ແລະ ຫຼັງການຖືພາ.
(5)ໂຄງການຊ່ວຍເຫຼືອຄ່າໃຊ້ຈ່າຍປິ່ນປົວແມ່ຍິງຖືພາ ທີ່ມີຄວາມສ່ຽງສູງ
ເປັນໂຄງການຊ່ວຍເຫຼືອຄ່າປິ່ນປົວ ໃນມູນຄ່າ 3 ລ້ານວອນ ລົງມາ ແກ່ບັນດາແມ່ຍິງຖືພາ ທີ່ບໍ່ມີປະກັນສຸຂະພາບ ໂດຍທີ່ຜູ້ກ່ຽວ ມີໜຶ່ງໃນພະຍາດ 19 ຊະນິດ ທີ່ມີຄວາມອັນຕະລາຍສູງ ທີ່ຕ້ອງໄດ້ໄປປິ່ນປົວຢູ່ໂຮງໝໍ.
- ມີສິດໄດ້ຮັບການຊ່ວຍເຫຼືອ: ແມ່ຍິງຖືພາຖືກກວດພົບວ່າເປັນພະຍາດໜຶ່ງໃນ 19 ພະຍາດທີ່ມີຄວາມສ່ຽງສູງໃນການຖືພາ* ແລະໄດ້ຮັບການປິ່ນປົວຢູ່ໂຮງໝໍ.
- ເຈັບທ້ອງກ່ອນກຳນົດ, ເລືອດໄຫຼອອກຈາກສ່ອງຄອດກ່ອນເກີດ,ຢາກຖືພາເກີນໄປ, ຖົງນ້ຳຄາວປາ ແຕກກ່ອນກຳນົດ, ປາກໝົດລູກໄຂກ່ອນກຳນົດ, ມົດລູກແຂງ, ເດັກຫຼຸດໃນທ້ອງ, ນ້ຳຄາວປາຫຼາຍເກີນ, ນ້ຳຄາວປານ້ອຍເກີນ, ເລືອດໄຫຼອອກ ກ່ອນເກີດ, ປາກມົດລູກ ບໍ່ໄຂ, ຄວາມດັນເລືອດສູງ, ມີລູກຝາແຝດ, ເປັນເບົາຫວານ, ປຸ້ນທ້ອງເກີນ ເຮັດໃຫ້ຮາກຮ້າຍແຮງ, ພະຍາດໃໝ່, ຫົວໃຈວາຍ, ມົດລູກຕີບ, ແລະ ພະຍາດອື່ນໆ ທີ່ກ່ຽວຂ້ອງກັບມົດລູກ.
- ເນື້ອໃນການຊ່ວຍເຫຼືອ: ໃຫ້ການຊ່ວຍເຫຼືອ 90%ຂອງ ມູນຄ່າປີ່ນປົວພະຍາດ ທີ່ອັນຕະລາຍ ທີ່ຄົນເຈັບ ໄດ້ຈ່າຍໄປກ່ອນແລ້ວ ໂດຍລວມມີ ຄ່າປິ່ນປົວ ທີ່ນອນໃນບັນຊີປະກັນສຸຂະພາບ ແລະ ບໍ່ນອນໃນບັນຊີປະກັນສຸຂະພາບ(ບໍ່ລວມຄ່າເຂົ້າໂຮງໝໍ ແລະ ອາຫານພິເສດສຳລັບຄົນເຈັບ)(ກຳນົດມູນຄ່າຊ່ວຍເຫຼືອ ບໍ່ເກີນ 3 ລ້ານວອນຕໍ່ຄົນຕໍ່ຄັ້ງ).
- ຂັ້ນຕອນການສະໝັກ: ສົ່ງໃບສະໝັກທາງອອນລາຍຜ່ານປະຕູສາທາລະນະສຸກຂອງສູນສາທາລະນະສຸກ ຫຼື ສູນສຸຂະພາບ e-health ຂອງອຳນາດການປົກຄອງຂອງທີ່ຢູ່ລົງທະບຽນທີ່ຢູ່ອາໄສຂອງແມ່ຍິງຖືພາ, ຫຼືໃບສະໝັກ Aimajung (ກ່ອນເກີດ/ຫຼັງເກີດ) ພາຍໃນຫົກເດືອນນັບຈາກວັນທີ ການຈັດສົ່ງ, ພ້ອມດ້ວຍເອກະສານທີ່ຕ້ອງການກະກຽມ.
- ເອກະສານປະກອບ: ໃບສະໝັກ 1 ສະບັບ, ໃບປະກາດສະນີຍະບັດ 1 ໃບ (ລວມທັງຊື່ພະຍາດ ແລະ ລະຫັດພະຍາດ), ເອກະສານຢັ້ງຢືນການເຂົ້າ-ອອກໂຮງໝໍ, ໃບຮັບເງິນຄ່າປິ່ນປົວ, ໃບແຈ້ງຍອດລາຍຈ່າຍແພດ 1 ສະບັບ, ສຳເນົາໃບປະກາດສະນີຍະບັດ 1 ໃບ. ການລົງທະບຽນຜູ້ຢູ່ອາໄສ, 1 ສໍາເນົາຂອງບັນຊີເງິນຝາກເງິນອຸດຫ
(6)ໂຄງການເພີ່ມໂພຊະນາການ (Nutrition Plus)
ເປັນໂຄງການ ທີ່ໃຫ້ການຊ່ວຍເຫຼືອຝືກອົບຮົມຄວາມຮູ້ດ້ານໂພສະນາການແກ່ແມ່ມານ ແລະ ເດັກເກີດໃໝ່ ເພື່ອໃຫ້ ເຂົາເຈົ້າ ເຂົ້າໃຈຄວາມສຳຄັນຂອງໂພສະນາການ, ພ້ອມທັງ ຊ່ວຍເຫຼືອສະໜອງອາຫານ ບຳລຸງສຸຂະພາບ ເພື່ອຊ່ວຍ ແກ້ບັນຫາ ໂພຊະນາການຂອງແມ່ຍິງຖືພາ ແລະ ເດັກເກີດໃໝ່ ທີ່ມີຄວາມສ່ຽງໃນການຂາດສານອາຫານ.
영양플러스 사업 표 : 구분, 지원내용을 포함한 표입니다. ປະເພດ | ຂໍ້ມູນຄວາມຊ່ວຍເຫຼືອ |
ຜູ້ທີ່ເຂົ້າ ເກນເງື່ອນໄຂ | - ຜູ້ທີ່ເຂົ້າເກນເງື່ອນໄຂ :
- ເດັກເກີດໃໝ່ (ອາຍຸຕ່ຳກວ່າ 6 ຫາ 72 ເດືອນຫຼັງເກີດ),ແມ່ຍິງຖືພາ,ແມ່ຍິງຫຼັງເກີດລູກ
- ເງື່ອນໄຂດ້ານທີ່ຢູ່ :
- ຕ້ອງແມ່ນຄົນ ທີ່ຢູ່ພາຍໃນຂອບເຂດ ທີ່ສຸກສາລາ ທີ່ໄດ້ຮັບໂຄງການຊ່ວຍເຫຼືອນັ້ນ ຄວບຄຸມ
- ຖ້າແມ່ນຜູ້ທີ່ແຕ່ງງານກັບຄົນຕ່າງປະເທດ, ໜຶ່ງໃນຜົວເມຍນັ້ນ ຕ້ອງແມ່ນຄົນເກົາຫຼີ ຈຶ່ງໄດ້.
- ລະດັບລາຍໄດ້ :
- ມີລາຍໄດ້ ໜ້ອຍກ່ວາ 80%ຂອງລະດັບລາຍໄດ້ປານກາງ ທີ່ລັດຖະບານ ກຳນົດ.
- ປັດໃຈການຂາດໂພຊະນາການ :
- ມີອາການຢ່າງໃດຢ່າງໜຶ່ງເຊັ່ນວ່າເລືອດຈາງ, ນໍ້າໜັກຕົວຕ່ຳ,ອັດຕາການເຕີບໂຕບໍ່ດີແລະ ໄດ້ຮັບສານອາຫານບໍ່ພຽງພໍ
|
ຂໍ້ມູນຄວາມ ຊ່ວຍເຫຼືອ | ຈັດໃຫ້ມີຊຸດອາຫານເສີມໂພຊະນາການ : ເຂົ້າ, ມັນຝະລັ່ງ, ໄຂ່, ແຄລອດ, ນົມ, ຖົ່ວດຳ, ສາຫຼ່າຍທະເລ, ເອິກໄກ່ກະປ໋ອງ, ໝາກກ້ຽງ ແລະ ອື່ນໆ, ແບ່ງອອກເປັນ 6 ຊຸດອາຫານຕາມລັກສະນະຂອງວົງຈອນຊີວິດ ແລະ ອາຫານທີ່ເໝາະສົມແມ່ນໃຫ້ໂດຍບໍ່ເສຍຄ່າ (ສົ່ງເຖິງບ້ານ 1 ຫຼື 2 ເທື່ອຕໍ່ເດືອນ). ລາຍລະອຽດ: ການໃຫ້ການສຶກສາແລະການປຶກສາເລື່ອງໂພຊະນາການ - ເມື່ອພິຈາລະນາປັດໃຈການຂາດສານອາຫານຂອງບຸກຄົນ,ການໃຫ້ຄຳປຶກສາສ່ວນບຸກຄົນ,ການໃຫ້ຄຳປືກສາເປັນກຸ່ມ, ແລະ ການໃຫ້ການຝືກອົບຮົມ ຢູ່ເຮືອນ ແລະ ໃຫ້ການຝືກອົບຮົມທາງອອນລາຍ.
- ການດຳເນີນການຢ່າງໜ້ອຍເດືອນລະຄັ້ງ
|
ວິທີຂໍໍໍໍຄວາມ ຊ່ວຍເຫຼືອ | - ສະຖານທີ່ຮັບ:
- ໄປສຸກສາລາໃນເຂດທີ່ຢູ່ອາໃສຂອງເຈົ້າ ຫຼື ສະໝັກທາງອອນລາຍ (ເງິນອຸດໜູນ 24) (ຖ້າບ່ອນຢູ່ອາໄສຕົວຈິງຂອງເຈົ້າແຕກຕ່າງຈາກສິ່ງທີ່ປາກົດຢູ່ໃນບັນທຶກຜູ້ຢູ່ອາໄສຂອງເຈົ້າ ຫຼື ຖ້າເຈົ້າຂໍຮ້ອງຈາກພໍ່ເຖົ້າແມ່ເຖົ້າ ຫຼື ຄົນໃກ້ຊິດອື່ນໆ. ບຸກຄົນ, ຄໍາຮ້ອງສະຫມັກດ້ວຍຕົນເອງແມ່ນຕ້ອງການ)
ເອກະສານທີ່ຈຳເປັນ - ເອກະສານພິສູດຈຳນວນສະມາຊິກໃນຄອບຄົວ: ອັດສຳເນົາໃບລົງທະບຽນທີ່ຢູ່ອາໄສແລະໃບຢັ້້ງຢືນສາຍພົວພັນໃນຄອບຄົວ
- ເອກະສານຢັ້ງຢືນ ລາຍໄດ້: ໃບຮັບເງິນການຈ່າຍຄ່າປະກັນໄພສຸຂະພາບ, ບັດປະກັນໄພ ສຸຂະພາບ, ເອກະສານພິສຸດການມີສິດທິໄດ້ຮັບການຊ່ວຍເຫຼືອ ຍ້ອນຖານະຄອບຄົວທຸກຍາກ (ສະເພາະຜູ້ມີເງື່ອນໄຂທີ່ກົງກັບ)
- ເອກະສານອື່ນໆ: ເອກະສານພິສູດການຖືພາຫຼືການເກີດລູກ: ຄູ່ມືການລ້ຽງດູເດັກ, ການຮັບຮອງແລະຄວາມເຫັນຂອງທ່ານໝໍ (ກ່ອນເກີດ) ຫຼືໃບຢັ້ງຢືນການເກີດ (ຫຼັງຈາກເກີດ)
|
ໃຫ້ບໍລິການຢູ່ຕາມສູນບໍລິການສຸຂະພາບສາທາລະນະໃນທົ່ວປະເທດ ຍົກເວັ້ນອອງຈິນ-ກັນ (ອິນຊອນ) ແລະ ອຸນລຽງໂດ (ກຽງຊາງບັກ-ໂດ) ທ່ານສາມາດຂໍຄຳແນະນຳໂດຍການຕິດຕໍ່ສູນບໍລິການສຸຂະພາບສາທາລະນະໃນເຂດພື້ນທີ່ຄວາມຮັບຜິດຊອບຕາມທີ່ຢູ່ຂອງຕົນເອງຫຼືທາງໂທລະສັບກໍ່ໄດ້
(7)ໂຄງການຊ່ວຍເຫຼືອສັກຢາປ້ອງກັນໄຂ້ຫວັດສັດປິກແຫ່ງຊາດ ສຳລັບແມ່ຍິງຖືພາ
ເປັນໂຄງການຊ່ວຍເຫຼືອສັກຢາປ້ອງກັນໄຂ້ຫວັດສັດປີກ ໂດຍບໍ່ເສຍຄ່າ ແກ່ບັນດາແມ່ຍິງ ທີ່ກຳລັງຖືພາ ເພື່ອປ້ອງກັນໃຫ້ຜູ້ເປັນແມ່ ແລະ ເວລາລູກໃນທ້ອງເກີດມາ ບໍ່ຕິດພະຍາດໄຂ້ຫວັດສັດປີກ.
- ເງື່ອນໄຂຜູ້ຈະໄດ້ຮັບການຊ່ວຍເຫຼືອ : ແມ່ຍິງ ທີ່ກຳລັງຖືພາ(ສາມາດສັກໄດ້ທຸກເວລາ ໂດຍບໍ່ກ່ຽວກັບໄລຍະການຖືພາໃນທ້ອງ)
- ແມ່ຍິງ ທີ່ຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ, ຕ້ອງມີໃບຢັ້ງຢືນ(ປຶ້ມຝາກທ້ອງ) ກ່ຽວກັບການຖືພາ ໃນທ້ອງ.
- ອົງການທີ່ສັກຢາໃຫ້ : ບັນດາສຸກສາລາ ແລະ ສູນການແພດ ທີ່ລັດກຳນົດໄວ້ ໃນຂອບເຂດທົ່ວປະເທດເກົາຫຼີ
- ສາມາດເຂົ້າໄປສັກຢາປ້ອງກັນພະຍາດດັ່ງກ່າວ ຢູ່ຕາມສຸກສາລາ ຫຼື ສູນການແພດ ທີ່ລັດໄດ້ກຳນົດໄວ້ ໂດຍບໍ່ກ່ຽວຂ້ອງກັບວ່າ ຕ້ອງໄປສະເພາະຈຸດທີ່ຢູ່ໃກ້ເຮືອນຕົນເອງ. ສຳລັບ ສູນການແພດ ທີ່ລັດກຳນົດໃຫ້ ແມ່ນສາມາດເຂົາເບິ່ງໃນເວັບໄຊ້(https://nip.cdc.go.kr) ໃນລາຍການ → ສັກຢາປ້ອງກັນພະຍາດໃຫ້ລູກເຮົາ→ຊອກຫາສູນ ການແພດ(ສາມາດກວດເບິ່ງໄດ້ເທິງແອັບໂທລະສັບມືຖື)
05ການເກີດລູກ
ແມ່ຍິງຖືພາສາມາດເກີດລູກໄດ້ທີ່ຫ້ອງກວດພະຍາດຍິງຫຼືໂຮງໝໍ. ແມ່ຍິງຖືພາທີ່ໄດ້ຮັບການເບິ່ງແຍງທີ່ສູນບໍລິການສຸຂະພາບ ສາທາລະນະ ຈຳເປັນຕ້ອງໄດ້ໄປເກີດລູກຢູ່ໂຮງໝໍພະຍາດຍິງເຊັ່ນດຽວກັນ. ຕ້ອງໄດ້ມີການກະກຽມກ່ອນເກີດລູກເພື່ອຫຼີກເວັ້ນ“ສະຖານະການ ຕົກໃຈເກີນໄປ."ໂດຍປົກກະຕິແລ້ວການເກີດລູກມີສອງວິທີຄືການເກີດຕາມທໍາມະຊາດ ແລະ ການຜ່າຕັດເກີດລູກ.
(1)ການເກີດທໍາມະຊາດ
- ການເກີດຕາມທຳມະຊາດຄືການໃຫ້ກຳເນີດເດັກໂດຍວິທີທຳມະຊາດໂດຍຜ່ານຊ່ອງຄອດ,ໂດຍບໍ່ຕ້ອງອາໄສຄວາມຊ່ວຍເຫຼືອເລື່ອງ ຢາຫຼືເຄື່ອງຈັກໂດຍອາດຈະມີການຜ່າຊ່ອງຄອດເພື່ອໃຫ້ເກີດໄດ້ງ່າຍຂື້ນ.
- ຖ້າເດັກບໍ່ເກີດຫຼັງຈາກເວລາຜ່ານໄປດົນຫຼາຍຈະມີການສັກຢາກະຕຸ້ນໃຫ້ເກີດຖ້າເປັນການເກີດລູກຄົນທຳອິດອາດຕ້ອງໃຊ້ເວລາດົນ ເຖິງ 10ຊົ່ວໂມງ, ຈົນການເກີດລູກຄົນຕໍ່ໆໄປອາດໃຊ້ເວລາປະມານ 5 ຊົ່ວໂມງ
- ການເກີດລູກຕາມທຳມະຊາດອາດເປັນວິທີທີ່ມີຄວາມເຈັບປວດຫຼາຍແຕ່ການເຈັບປວດຈະຫາຍໄປພາຍຫຼັງການເກີດລູກແລ້ວ, ແລະວິທີນີ້ ຍັງຖືວ່າເປັນວິທີທີ່ດີທີ່ສຸດອີກດ້ວຍ. ນອກຈາກນັ້ນໄລຍະເວລານອນຢູ່ໂຮງໝໍຍັງສັ້ນທີ່ສຸດ, ປົກະຕີພຽງແຕ່ 2-3 ມື້ເທົ່ານັ້ນ,ແລະຍັງປະຢັດທີ່ສຸດອີກດ້ວຍ.
(2)ການຜ່າຕັດເກີດລູກ
- ເມື່ອການເກີດລູກຕາມທຳມະຊາດບໍ່ສາມາດດຳເນີນໄດ້, ທ່ານອາດຈະໃຊ້ວິທີຜ່າຕັດເກີດລູກເຊິ່ງແພດມັກໃຊ້ວິທີນີ້ໃນ ສະຖານະການ ອັນຕະລາຍເຊັ່ນວ່າການເກີດກ່ອນກຳນົດ, ຊ່ອງຄອດແຄບ ຫຼື ເດັກປິ່ນບໍ່ຖືກທ່າ.
- ການຜ່າຕັດເກີດລູກເປັນການຜ່າຕັດປະເພດໜິ່ງ, ແລະອາດຈະນຳໄປສູ່ອາການສົນໄດ້. ຍ້ອນແນວນີ້ພວກເຮົາຈຶ່ງແນະ ນຳໃຫ້ເກີດແບບທຳມະຊາດ ເວັ້ນເສຍແຕ່ການຜ່າຕັດເປັນເລື່ອງທີ່ຈຳເປັນແທ້ໆເທົ່ານັ້ນ •
- ການຜ່າຕັດເກີດລູກມັກຕ້ອງນອນຢູ່ໂຮງໝໍປະມານໜຶ່ງອາທິດພາຍຫຼັງເກີດລູກ,ແລະເສຍຄ່າໃຊ້ຈ່າຍຫຼາຍກ່ວາການເກີດທຳມະຊາດ.
ຖ້າທ່ານຕິດຕໍ່ຫາສູນດານູລີ(☎1577-1366), ສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳ, ສຸກສາລາ ແລະ ສູນຊ່ວຍເຫຼືອແຮງງານຕ່າງປະເທດ ທີ່ຢູ່ໃກ້ເຮືອນຂອງທ່ານ ເພື່ອຂໍຄວາມຊ່ວຍເຫຼືອ ໃນການແປພາສາ ເພື່ອສື່ສານ.
06ສະໜັບສະໜູນຄູປອງນັດພົບຄັ້ງທຳອິດ
ສຳລັບເດັກເກີດໃໝ່, ຄູປອງນັດພົບຄັ້ງທຳອິດຈຳນວນ 2 ລ້ານ KRW ແມ່ນສະໜອງໃຫ້ເພື່ອຫຼຸດຜ່ອນພາລະທາງການເງິນທີ່ເກີດຈາກການເບິ່ງແຍງເດັກອ່ອນ.
- ການມີສິດໄດ້ຮັບ :
- ເດັກນ້ອຍທີ່ເກີດຫຼັງຈາກວັນທີ 1 ມັງກອນ 2022 ແລ ະມີເລກທະບຽນທີ່ຢູ່ອາໄສຕາມປົກກະຕິໂດຍການລົງທະບຽນ;
- ມີສັນຊາດເກົາຫຼີ* (ລວມທັງຄົນທີ່ມີຫຼາຍສັນຊາດ ແລະ ຜູ້ອົບພະຍົບ** ອີງຕາມກົດໝາຍວ່າດ້ວຍຊາວອົບພະຍົບ);
- ຖ້າເດັກເກີດໃໝ່ມີສັນຊາດເກົາຫຼີ ເຖິງວ່າພໍ່ແມ່ທັງສອງຄົນຈະເປັນສັນຊາດຕ່າງປະເທດກໍຖືວ່າເປັນການຕອບສະໜອງຄວາມຕ້ອງການ.
- ຍົກເວັ້ນຖ້າພວກເຂົາຢູ່ພາຍໃຕ້ການທົບທວນຄືນຂອງຄໍາຮ້ອງສະໝັກສໍາລັບການຮັບຮູ້ສະຖານະພາບຊາວອົບພະຍົບ
- ໃນກໍລະນີຂອງເດັກນ້ອຍທີ່ເກີດຢູ່ຕ່າງປະເທດ, ຕົວເລກການລົງທະບຽນທີ່ຢູ່ອາໄສແມ່ນອອກຫຼັງຈາກການກວດສອບສະຖານະພາບຂອງເຂົາເຈົ້າຢູ່ໃນເກົາຫຼີ (ຄູ່ມືຫ້ອງການລົງທະບຽນທີ່ຢູ່ອາໄສໃນປີ 2020. ).
- “ຜູ້ປະກອບສ່ວນທີ່ຖືກກຳນົດເປັນພິເສດ” ອີງຕາມກົດໝາຍວ່າດ້ວຍການປະຕິບັດຕໍ່ຄົນຕ່າງປະເທດທີ່ອາໄສຢູ່ ສປປ ເກົາຫຼີ;
- ເດັກນ້ອຍທີ່ໄດ້ຮັບເລກຄຸ້ມຄອງສະຫວັດດີການສັງຄົມໃນຄອມພິວເຕີກ່ອນການຂຶ້ນທະບຽນການເກີດ ແລະ ຖ້າຢູ່ໃນສະຖານອຸປະຖໍາເດັກຕາມມາດຕາ 52 (1) 1 ຂອງກົດໝາຍວ່າດ້ວຍສະຫວັດດີການເດັກ ຫຼື ຕາມມາດຕະການປ້ອງກັນຢູ່ບ່ອນຢູ່ຊຸມຊົນຕາມມາດຕາ 52 (1. ) 4 ຂອງກົດຫມາຍວ່າດ້ວຍດຽວກັນ.
- ຈໍານວນການຊ່ວຍເຫຼືອ :
- ອອກບັດຄວາມສຸກຂອງພົນລະເມືອງ (ຄະແນນ) ມູນຄ່າ 2 ລ້ານ KRW ຕໍ່ເດັກເກີດໃໝ່ຕາມຫຼັກການ, ແຕ່ໃຫ້ຍົກເວັ້ນ (ເງິນສົດ) ໃນບາງກໍລະນີທີ່ຫຼີກລ່ຽງບໍ່ໄດ້;
- ວິທີການສະໝັກ :
- (ຍ່າງເຂົ້າ) ສູນສະຫວັດດີການບໍລິຫານໃນ Eup, Myeon, ຫຼື Dong, (ອອນໄລນ໌) ລັດຖະບານ 24, ໜ້າຫຼັກ Bokjiro;
- ໄລຍະເວລາມີຜົນບັງຄັບໃຊ້ :
- ໜຶ່ງປີນັບຈາກວັນເກີດຂອງເດັກນ້ອຍ (ວັນທີລົງທະບຽນທີ່ຢູ່ອາໄສ;
- ຈຸດທີ່ອອກທີ່ບໍ່ໄດ້ໃຊ້ຈ່າຍພາຍໃນໄລຍະເວລາຈະໝົດອາຍຸໂດຍອັດຕະໂນມັດ ໃນຕອນທ້າຍຂອງວັນທີທີ່ຖືກຕ້ອງ ແລະ ບໍ່ໄດ້ປະຕິບັດຕໍ່ໄລຍະເວລາຕໍ່ໄປ;
- (ຕົວຢ່າງ) ກໍລະນີເດັກເກີດໃນວັນທີ 27 ເມສາ 2022 ສາມາດນຳໃຊ້ບັດກຳນັນ ຈົນຮອດວັນທີ 26 ເມສາ 2023 ແລະ ຈະໝົດອາຍຸອັດຕະໂນມັດຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 27 ເມສາ 2023 ເປັນຕົ້ນໄປ.
- ຍົກເວັ້ນເດັກນ້ອຍຂອງບ້ານລ້ຽງດູທີ່ໄດ້ຮັບເງິນສົດຜ່ານປື້ມທະນາຄານ Didim Seed;
- ນັບຕັ້ງແຕ່ວັນທີເລີ່ມຕົ້ນການຈ່າຍເງິນແມ່ນຕັ້ງແຕ່ວັນທີ 1 ເມສາ 2022, ເປັນຂໍ້ຍົກເວັ້ນ, ສໍາລັບການເກີດລະຫວ່າງເດືອນມັງກອນ ຫາ ມີນາ 2022, ມັນສາມາດໃຊ້ໄດ້ຕັ້ງແຕ່ວັນທີ 1 ເມສາ 2022 ຫາ 31 ມີນາ 2023.
- ໄລຍະການນຳໃຊ້ :
- ໃຊ້ໄດ້ໃນທຸກທຸລະກິດ (ລວມທັງການຊື້ອອນໄລນ໌), ຍົກເວັ້ນຮ້ານຄ້າປອດພາສີ ແລະ ອຸດສາຫະກໍາການພະນັນ ແລະ ບັນເທີງ*
- ໃຊ້ໄດ້ໃນສະຖານທີ່ຕ່າງໆ ຍົກເວັ້ນທຸລະກິດຂ້າງເທິງນີ້ ເນື່ອງຈາກບັດເຕີມເງິນແມ່ນເພື່ອຫຼຸດຜ່ອນພາລະທາງເສດຖະກິດຂອງຄອບຄົວທີ່ມີເດັກເກີດໃໝ່
- (ບໍ່ລວມທຸລະກິດ) ທຸລະກິດບັນເທີງ (ຮ້ານກິນດື່ມທົ່ວໄປ, ຮ້ານເຕັ້ນລຳ ແລະ ກິນດື່ມ, ຮ້ານເບຍ, ຮ້ານເຫຼົ້າອື່ນໆ), ທຸລະກິດການພະນັນ (ຄາຊີໂນ, ຫວຍ, ຫ້ອງເກມ), ສະຖານສຸຂາພິບານ (ຮ້ານນວດ, ນວດໜ້າ, ຊາວນ້າ), ທຸລະກິດພັກຜ່ອນ (ຫ້ອງວິດີໂອ, ຫ້ອງຮ້ອງເພງ, ແລະອື່ນໆ (ຜະລິດຕະພັນສໍາລັບຜູ້ໃຫຍ່, ໃບຢັ້ງຢືນຂອງຂວັນ), ຮ້ານບໍ່ມີພາສີ, ບັດຂອງຂວັນເອເລັກໂຕຣນິກ, ແລະອື່ນໆ
- ອີງຕາມການແບ່ງສາມປະເພດຂອງລະຫັດອຸດສາຫະກໍາມາດຕະຖານເກົາຫຼີ, ສອດຄ່ອງກັບການນໍາໃຊ້ບັດສະອາດຂອງອົງການສາທາລະນະ.