ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ການເຂົ້າເມືອງ ແລະ ການພັກເຊົາສຳລັບຊາວຕ່າງຊາດ

  • Home
  • ການຢ່ ູອາໄສ ແລະ ການປ່ ຽນສນັ ຊາດ
  • ການເຂົ້າເມືອງ ແລະ ການພັກເຊົາສຳລັບຊາວຕ່າງຊາດ

ການເຂົ້າເມືອງ ແລະ ການພັກເຊົາສຳລັບຊາວຕ່າງຊາດ

01ການກວດເບີ່ງວັນໝົດອາຍຸຂອງປື້ມຜ່ານແດນ ແລະ ວີຊາ

ຖ້າທ່ານເປັນຄົນຕ່າງຊາດທີ່ຕັ້ງໃຈເຂົ້າມາໃນເກົາຫຼີ, ທ່ານຕ້ອງມີໜັງສືຜ່ານແດນທີ່ຖືກຕ້ອງ ແລະມີວີຊາທີ່ອອກໃຫ້ໂດຍກະຊວງຍຸຕິທໍາ. ທ່ານອາດຈະເຂົ້າເກົາຫຼີໄດ້ໂດຍບໍ່ມີວີຊາ ຖ້າທ່ານມາຈາກປະເທດທີ່ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຍົກເວັ້ນວີຊາກັບເກົາຫຼີ, ຫຼືຖ້າທ່ານມີສິດອື່ນສຳລັບການເຂົ້າປະເທດໂດຍບໍ່ມີວີຊາ. ທ່ານຈຳເປັນຕ້ອງກວດເບິ່ງວັນທີໝົດອາຍຸເທິງໜັງສືຜ່ານແດນ ແລະວີຊາຂອງທ່ານ, ເພື່ອຈະບໍ່ໄດ້ອຸປະສັກໃນກໍລະນີທີ່ທ່ານຕ້ອງການຂະຫຍາຍເວລາການພັກເຊົາອອກໄປ ແລະອື່ນໆ.

ປື້ມຜ່ານແດນ

ເປັນເອກະສານ ຢັ້ງຢືນຂໍ້ມູນສ່ວນຕົວ ໃນປະເທດຕົນເອງ, ສະນັ້ນ ອາໄສຢູ່ຕ່າງປະເທດ ຕ້ອງໄດ້ຖືປຶ້ມຜ່ານແດນ ຕະຫຼອດເວລາ.

  • 여권 이미지
ທຳຄວາມເຂົ້າໃຈກ່ຽວກັບວິຊາເຂົ້າເກົາຫຼີ
  • ການຄຸນສົມບັດການພັກເຊົາ: ສາມາດລະບຸເຫດຜົນຍ້ອນຫຍັງຈິ່ງເຂົ້າມາໃນເກົາຫຼີ. (ຜູ້ເຂົ້າເມືອງເພາະການແຕ່ງງານ: ຄຸນສົມບັດການພັກເຊົາ F-6).
  • ວັນທີ ທີ່ລະບຸຢູ່ໃນຕາປະທັບການເຂົ້າເມືອງ, ສ່ວນໄລຍະເວລາການພັກເຊົາ ແມ່ນນັບຈາກວັນ ທີ່ໄດ້ເຂົ້າປະເທດເກົາຫຼີ ເປັນຕົ້ນໄປ.
  • ໄລຍະພັກເຊົາ ແມ່ນຂື້ນກັບເງື່ອນໄຂຂອງແຕ່ລະຄົນ, ຄົນຕ່າງປະເທດທີ່ພັກເຊົາໃນປະເທດເກົາຫຼີ ຕ້ອງໄດ້ແຈ້ງຂື້ນທະບຽນຄົນຕ່າງປະ ເທດກ່ອນວິຊາພັກເຊົາໝົດອາຍຸ(ພາຍໃນ 90 ວັນ ນັບຈາກວັນທີເຂົ້າເມືອງເປັນຕົ້ນໄປ) ແລະ ຕ້ອງໄດ້ຕໍ່ວິຊາ ໃນກໍລະນີ ວິຊາຈະ ໝົດກຳນົດ(ການຕໍ່ວິຊາໄດ້ ແລະ ບໍ່ໄດ້ນັ້ນ ແມ່ນຂື້ນກັບເງື່ອນໄຂ ແລະ ເຫດຜົນຕົວຈີງຂອງແຕ່ລະຄົນ).
  • ວັນໝົດອາຍຸ ທີ່ລະບຸຢູ່ດ້ານລຸ່ມຂອງຕາຕະລາງ ກຳນົດໄລຍະເວລາພັກເຊົາ ໃນສະແຕມວີຊາ ແມ່ນອາຍຸການນຳໃຊ້ຂອງວີຊາ.
  • 대한민국 사증발급확인서 양식
ການອ່ານ ບັດຕ່າງດ້າວ
  • 외국인 등록증 앞면
    < ບັດຕ່າງດ້າວ ດ້ານໜ້າ >
  • 영주증 앞면
    < ບັດພັກເຊົາ ດ້ານໜ້າ >
  • 외국국적동포 국내거소신고증 앞면
    < ດ້ານໜ້າຂອງ ບັດຕ່າງດ້າວ ສຳລັບຊາວເກົາຫຼີ ທີ່ຖືສັນຊາດຕ່າງປະເທດ >
ດ້ານໜ້າ
  • ຊື່ບັດ
    • (ພາສາເກົາຫຼີ)ບັດລົງທະບຽນຄົນຕ່າງດ້າວ (ພາສາອັງກິດ) RESIDENCE CARD
    • (ພາສາເກົາຫຼີ)ບັດພັກເຊົາ (ພາສາອັງກິດ) PERMANENT RESIDENT CARD
    • (ພາສາເກົາຫຼີ)ບັດຕ່າງດ້າວສຳລັບຊາວເກົາຫຼີ ທີ່ຖືສັນຊາດຕ່າງປະເທດ(ພາສາອັງກິດ) OVERSEAS KOREAN RESIDENT CARD
  • ເລກທະບຽນຄົນຕ່າງດ້າວ : ສະແດງເປັນຮູບແບບ oooooo-ooooooo
  • ເພດ : ເພດຊາຍ ລະບຸເປັນຕົວອັກສອນ M, ສ່ວນເພດຍິງ ລະບຸເປັນຕົວ F
  • ຊື່ : ຊື່ເປັນພາສາອັງກິດ ທີ່ກົງກັບຊື່ໃນປື້ມຜ່ານແດນ
  • ປະເທດ/ພາກພື້ນ : ສັນຊາດເປັນພາສາອັງກິດ
  • ປະເພດການພັກເຊົາ : ບອກຄຸນສົມບັດການພັກເຊົາ ຕາມທີ່ກຳນົດໄວ້ໃນມາດຕາ 12 ຂອງດຳລັດວ່າດ້ວຍການນຳໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງການເຂົ້າອອກເມືອງ (ຜູ້ເຂົ້າເມືອງເພື່ອແຕ່ງງານ (F-6) * ຕົວອັກສອນຫຍໍ້ ທີ່ລະບຸຢູ່ໃນວົງເລັບ ແມ່ນບົ່ງບອກເຖິງປະເພດການພັກເຊົາ.
  • ອົງການທີ່ອອກໃຫ້: ອົງການ ແມ່ນລະບຸເປັນພາສາເກົາຫຼີ ແລະພາສາອັງກິດ ລະບຸເປັນພາສາເກົາຫຼີ ແລະ ອັງກິດ
  • 외국인등록증 뒷면
    < ບັດຕ່າງດ້າວ ດ້ານຫຼັງ >
  • 영주증 뒷면
    < ບັດພັກເຊົາ ດ້ານຫຼັງ >
  • 외국국적동포 국내거소신고증 뒷면
    < ດ້ານຫຼັງຂອງ ບັດຕ່າງດ້າວ ສຳລັບຊາວເກົາຫຼີ ທີ່ຖືສັນຊາດຕ່າງປະເທດ >
ດ້ານຫຼັງ
ໄລຍະເວລາພັກເຊົາ
  • ວັນທີອະນຸຍາດ : ລະບຸວັນທີ່ ທີ່ໄດ້ອະນຸຍາດພັກເຊົາ ໃນເກົາຫຼີ
  • ວັນທີໝົດອາຍຸ : ບອກວັນທີໝົດອາຍຸສຳລັບໄລຍະພັກເຊົາ
    • ສຳລັບຄຸນສົມບັດການພັກເຊົາຖາວອນ(F-5), ຈະລະບຸວ່າ 'ອາຍຸການນຳໃຊ້' ໃສ່ໃນບັດ, ໂດຍອາຍຸການນຳໃຊ້ແມ່ນ 10ປີ ນັບແຕ່ວັນທີ່ແຈ້ງຂື້ນທະບຽນ ອອກໃຫ້ ເປັນຕົ້ນໄປ.
  • ການຢືນຢັນ : ສາມາດລະບຸບ່ອນທີ່ອອກບັດໃຫ້. ແຕ່ຈະຫຍໍ້ຄຳວ່າ ‘ອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ’ ໄປເປັນ 'ເຊອຸຸ່ນ’, 'ບູຊານ’ ຫຼື ເມືອງທີ່ທ່ານອາໄສຢູ່ ເຫຼົ່ານີ້ ເປັນຕົ້ນ.

(1)ຊາວຕ່າງຊາດທີ່ພັກເຊົາໄລຍະສັ້ນ (ປະເພດ B, C- ພາຍໃນໄລຍະເວລາສູງສຸດ 90 ວັນ

ວັນທີໝົດອາຍຸທີ່ລະບຸເທິງວີຊາແມ່ນວັນທີໝົດອາຍຸຂອງການພັກເຊົາທີ່ອະນຸຍາດໃຫ້.

(2)ຊາວຕ່າງຊາດທີ່ພັກເຊົາໄລຍະຍາວ ແລະຜູ້ໄດ້ຮັບສິດຢູ່ອາໄສຖາວອນ: ຜູ້ທີ່ຖືບັດລົງທະບຽນຕ່າງດ້າວ, ບັດແຈ້ງທີ່ຢູ່, ບັດພັກເຊົາ

ໄລຍະເວລາທີ່ອະນຸຍາດ / ທີ່ຖືກຕ້ອງ (ວັນທີ) ຂອງການພັກເຊົາແລະວັນຫມົດອາຍຸແມ່ນຂຽນຢູ່ດ້ານຫລັງຂອງບັດລົງທະບຽນຄົນຕ່າງປະເທດ, ແລະທ່ານຕ້ອງຍື່ນຂໍວີຊາທີ່ຖືກຕ້ອງເພື່ອຂະຫຍາຍໄລຍະເວລາການພັກເຊົາກ່ອນວັນຫມົດອາຍຸເພື່ອຢູ່ຕໍ່ໄປຕາມກົດຫມາຍ. (ບັດ​ທີ່​ຢູ່​ອາ​ໄສ​ຖາ​ວອນ​ຕ້ອງ​ໄດ້​ຮັບ​ການ​ອອກ​ໃຫມ່​ພາຍ​ໃນ​ໄລ​ຍະ​ທີ່​ມີ​ສິດ​ໄດ້​)

02ການຂື້ນທະບຽນຄົນຕ່າງປະເທດ

(1)ຄົນຕ່າງປະເທດ ທີ່ຕ້ອງຂໍຂື້ນທະບຽນ

ຊາວຕ່າງຊາດ ທີ່ພັກເຊົາເປັນໄລຍະຍາວກວ່າ 90 ວັນ ໃນເກົາຫຼີ ຕ້ອງແຈ້ງຂື້ນທະບຽນຄົນຕ່າງດ້າວພາຍໃນ 90 ວັນ.

  • ແນວໃດກໍ່ຕາມ, ຖ້າໄລຍະການພັກເຊົາຂອງທ່ານທີ່ລະບຸໄວ້ເທິງວີຊາເກົາຫຼີທີ່ຕິດຄັດຢູ່ພາຍໃນໜັງສືຜ່ານແດນ ແມ່ນພຽງແຕ່ 59 ວັນ, ທ່ານຈຳເປັນຕ້ອງເຮັດສຳເລັດການລົງທະບຽນຄົນຕ່າງດ້າວພາຍໃນ 59 ວັນນັບຈາກການເຂົ້າເມືອງ.
  • ໃນກໍລະນີ ທ່ານໄດ້ຮັບສິດທິການພັກເຊົາໃນໄລຍະເວລາທີ່ກຳລັງ ພັກເຊົາໃນເກົາຫຼີ ຫຼື ໄດ້ປ່ຽນວິຊາພັກເຊົາ, ຕ້ອງໄດ້ ແຈ້ງຂື້ນທະບຽນຄົນຕ່າງດ້າວ ໄປນຳ.

(2)ເອກະສານທີ່ຈຳເປັນ

ເອກະສານລວມທີ່ຈຳເປັນ
  • ໜັງສືຜ່ານແດນ(ສະບັບຂອງແທ້, ແລະ ສະບັບສຳເນົາພ້ອມ)
  • ຄຳຮ້ອງຂໍທົ່ວໄປ (ສາມາດໄດ້ຮັບທີ່ອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດໃນຫ້ອງຕ້ອນຮັບ ຕາມແບບຟອມເລກທີ່ 34)
  • ຮູບຖ່າຍສີ ຂະໜາດເຮັດປື້ມຜ່ານແດນ (3.5 ຊມ x 4.5ຊມ) 1 ໃບ
    • ຮູບຖ່າຍສີດ້ານໜ້າ ໂດຍມີພື້ນເປັນສີຂາວ ເຊິ່ງຖ່າຍມາແລ້ວບໍ່ເກີນ 6 ເດືອນ
  • ໃບຢັ້ງຢືນບ່ອນພັກເຊົາ(ທີ່ຢູ່)ໃນເກົາຫຼີ
  • ເອກະສານເພີ່ມເຕີມ
    (ຈຳເປັນຕ້ອງມີເອກະສານເພີ່ມເຕີມຕ່າງໆ ອີງຕາມສະຖານະການພັກເຊົາ. ກະລຸນານຕິດຕໍ່ຫາສູນບໍລິການຄົນຕ່າງປະເທດ(☎1345) ເພື່ອສອບຖາມເບີ່ງຂໍ້ມູນລະອຽດ.
  • ຄ່າທຳນຽມການຂື້ນທະບຽນ: 30,000 ວອນ (ເງິນສົດ) 

(3)ແມ່ຍິງທີ່ເຂົ້າເມືອງຖາວອນ ເພື່ອແຕ່ງງານ

ນອກຈາກເອກະສານຂ້າງເທິງ, ເອກະສານຕໍ່ໄປນີ້ຂອງຄູ່ສົມລົດເກົາຫຼີແມ່ນຕ້ອງການ :

  • ຫຼັກຖານການແຕ່ງງານ (ລະອຽດ)
  • ສຳເນົາໃບທະບຽນຜູ້ຢູ່ອາໄສ
  • (ຖ້າມີເດັກນ້ອຍ) ໃບຢັ້ງຢືນຄວາມສຳພັນຄອບຄົວຂອງເດັກນ້ອຍ
    • ອອກພາຍໃນສາມເດືອນຂອງການສະໝັກ
  • ໃບຢັ້ງຢືນສະຖານທີ່ພັກເຊົາ
    • ຄ່າທໍານຽມການອອກທະບຽນ 30,000 ວອນ (ເງິນສົດ) + ຄ່າທໍານຽມ ສໍາລັບຕໍ່ໄລຍະພັກເຊົາ 30,000 ວອນ
      • ຄົນຈາກປະເທດທີ່ຕ້ອງການກວດວັນນະໂລກ ຈະຕ້ອງສົ່ງການກວດວັນນະໂລກເພື່ອໄດ້ຮັບໃບຢັ້ງຢືນ (ນັບແຕ່ ເດືອນເມສາ 2020)
      • ໄລຍະພັກເຊົາສອງປີ ແມ່ນໄດ້ມອບໃຫ້ຄົນຕ່າງປະເທດຜູ້ທີ່ສໍາເລັດໂຄງການ ເພື່ອການປັບຕົວໄວຂອງຄົນເຂົ້າເມືອງ.

(4)ການຮ້ອງຂໍ ແລະ ການອອກບັດຕ່າງດ້າວ

ການຮ້ອງຂໍ ແລະ ການອອກ (ອອກບັດຄືນໃໝ່) ບັດຕ່າງດ້າວ ສາມາດຍື່ນຄຳຮ້ອງໄດ້ທີ່ ອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນ ຕ່າງປະເທດທີ່ທີ່ຢູ່ໃກ້ກັບສະຖານທີ່ພັກເຊົາຂອງທ່ານ.

ການຮັບບັດຕ່າງດ້າວ

ການອອກບັດຕ່າງດ້າວ ຈະໃຊ້ເວລາປະມານ 3 ອາທິດ ນັບແຕ່ມື້ຍື່ນເປັນຕົ້ນໄປ, ທ່ານ ສາມາດໄປຮັບເອົາໂດຍ ກົງຢູ່ທີ່ອົງ ການກວດ ຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ ກໍ່ໄດ້ ຫຼື ສະເໜີ ໃຫ້ເພີ່ນສົ່ງດ້ວຍແທັກແບ ຫ້ອງການ ໄປໃຫ້ທ່ານຢູ່ເຮືອນກໍ່ໄດ້.

(5)ການຄຸ້ມຄອງບັດຕ່າງດ້າວ

ບັດຕ່າງດ້າວ ເປັນບັດປະຈຳຕົວ ທີ່ຢັ້ງຢືນສະຖານະພາບຂອງຄົນຕ່າງປະເທດໃນເກົາຫຼີ, ຊຶ່ງຄົນຕ່າງປະເທດ ແຕ່ລະຄົນ ຕ້ອງໄດ້ຖືບັດດັ່ງກ່າວ ຕະຫຼອດເວລາ, ຖ້າລະເມີດພັນທະການຖືບັດ, ອາດຈະຖືກປັບໄໝ 1,000,000 ວອນ ລົງມາ.

ການອອກບັດທະບຽນຄົນຕ່າງດ້າວຄືນໃໝ່ :

ໃນກໍລະນີຕໍ່ໄປນີ້, ຄົນຕ່າງປະເທດຄວນສະໝັກຂໍອອກບັດການຈົດທະບຽນຄົນຕ່າງດ້າວຂອງເຂົາເຈົ້າຄືນໃໝ່ຢູ່ທີ່ຫ້ອງການຄົນເຂົ້າເມືອງ ຫຼື ຫ້ອງການຄົນຕ່າງປະເທດ (ຫຼື ຫ້ອງການສາຂາ) ທີ່ເໝາະສົມ.

  • ກໍລະນີ ເຮັດບັດຕ່າງດ້າວ ເສຍ
  • ເມື່ອບັດທະບຽນຄົນຕ່າງດ້າວສີກຂາດຫຼືເສຍຫາຍ
  • ເມື່ອບໍ່ມີບ່ອນວ່າງໃຫ້ຕື່ມຂໍ້ມູນໃສ່ອີກ
  • ຖ້າຊື່, ເພດ, ວັນເດືອນປີເກີດ ຫຼືສັນຊາດມີການປ່ຽນແປງ.
ເອກະສານທີ່ຈຳເປັນ
  • ໜັງສືຜ່ານແດນ
  • ຄຳຮ້ອງສະໝັກ
  • ຮູບຖ່າຍສີ 1 (3.5ຊມ x 4.5ຊມ)
  • ຄ່າທຳນຽມການອອກບັດ 30,000 ວອນ
  • ການສົ່ງຄືນບັດທະບຽນຄົນຕ່າງດ້າວ: ຄວນສົ່ງຄືນສຳລັບກໍລະນີຕໍ່ໄປນີ້
구비서류 : 반납해야 하는 경우, 반납시기 및 제출서류를 포함한 표입니다.
ກໍລະນີທີ່ຕ້ອງສົ່ງຄືນ ຈຸດສົ່ງຄືນບັດຕ່າງດ້າວ ເອກະສານທີ່ຈຳເປັນຕ້ອງສົ່ງຄືນ
ເມື່ອທ່ານອອກຈາກປະເທດໂດຍຖາວອນ ຢູ່ສະໜາມບິນ ຫຼື ທ່າເຮືອສາກົນ ເວລາອອກປະເທດເກົາຫຼີ ບໍ່ມີ
ເມື່ອທ່ານໄດ້ຮັບສັນຊາດເກົາຫຼີແລ້ວ ພາຍໃນ 30 ວັນຫຼັງຈາກວັນທີທີ່ທ່ານສຳເລັດການຈົດທະບຽນເປັນພົນລະເມືອງເກົາຫຼີ ບັດຕ່າງດ້າວ ສະບັບແທ້, ເອກະສານຄຳຮ້ອງສະໝັກສຳລັບການອອກບັດປະຈໍາຕົວ (ຫຼືບັດປະຈໍາຕົວ), ໃບຢັ້ງຢືນພື້ນຖານ
ໃນເວລາ ຜູ້ຖືບັດ ເສຍຊີວິດ ສົ່ງພາຍໃນ 30 ວັນ ນັບແຕ່ວັນທີ່ຮູ້ວ່າ ຜູ້ກ່ຽວ ເສຍຊີວິດ ເປັນຕົ້ນໄປ(ຄູ່ຄອງ, ພໍ່ແມ່ ຫຼື ອ້າຍເອື້ຍອນ້ອງ) ບັດຕ່າງດ້າວ, ໃບຢັ້ງຢືນການເສຍຊີວິດ ຫຼື ເອກະສານຢັ້ງຢືນອື່ນທີ່ສາມາດພິສູດການເສຍຊີວິດ

03ການຕໍ່ວິຊາພັກເຊົາ

(1)ຈຸດປະສົງ ແລະ ໄລຍະເວລາ

ຄົນຕ່າງຊາດ ທີ່ມີຈຸດປະສົງ ພັກເຊົາໃນເກົາຫຼີ ດົນກວ່າໄລຍະພັກເຊົາທີ່ອະນຸຍາດໃຫ້ ຈຳເປັນຕ້ອງຂໍອະນຸຍາດຕໍ່ວິຊາພັກເຊົາ ພາຍໃນ 4 ເດືອນ ກ່ອນ ວິຊາພັກເຊົາ ຈະໝົດອາຍຸ. ໃນກໍລະນີ ການສະເໜີຂໍຕໍ່ເວລາພັກເຊົາ ກາຍກຳນົດວັນທີ່ນັດໄວ້, ທ່ານຈະຖືກປັບໃໝ.

(2)ຂັ້ນຕອນການຂໍຕໍ່ເວລາການພັກເຊົາ ໃນເກົາຫຼີ

    ສະເໜີຂໍຕໍ່ເວລາການພັກເຊົາ
    (ພະນັກງານກວດຄົນເຂົ້າເມືອງ) ຮັບເອກະສານ
    ກວດກາຄຸນສົມບັດ (ກໍລະນີ ຈຳເປັນ ອາດຈະມີການລົງກວດກາຕົວຈິງ)
    ເອົາຂື້ນເຊັນ (ເຊັນຫົວໜ້າ)
    ປ້ອນຂໍ້ມູນການອະນຸຍາດພັກເຊົາ ເຂົ້າໃນລະບົບເອເລັກໂຕນິກ
    (ຄົນຕ່າງປະເທດ) ມາຮັບປຶ້ມຜ່ານແດນ ຫຼື ບັດພັກເຊົາ

(3)ເອກະສານທີ່ຈໍາເປັນ

  • ຄໍາຮ້ອງຕາມແບບຟອມ
  • ໜັງສືຜ່ານແດນ ແລະບັດຜູ້ຢູ່ອາໄສຊາວຕ່າງຊາດ (ຕາມຄວາມເໝາະສົມ]
  • ໃບຢັ້ງຢືນທີ່ຢູ່ (ຫຼື ໃບຢັ້ງຢືນສະຖານທີ່ພັກເຊົາ)
  • ຄ່າທໍານຽມ 60,000 ວອນ (ສຳລັບແມ່ຍິງເຂົ້າເມືອງຖາວອນ ເພື່ອແຕ່ງງານ(F-6) ແມ່ນ 30,000 ວອນ)
ເອກະສານທີ່ຕ້ອງການສຳລັບຄົນເຂົ້າເມືອງທີ່ແຕ່ງງານແລ້ວ
  • ໃບຢັ້ງຢືນການແຕ່ງງານໃຫ້ຄູ່ສົມລົດເກົາຫຼີ (ລະອຽດ)
  • ສຳເນົາໜັງສືລົງທະບຽນຜູ້ຢູ່ອາໃສຂອງຄູ່ສົມລົດເກົາຫຼີ
  • (ຖ້າມີລູກ) ໃບຢັ້ງຢືນຄວາມສໍາພັນໃນຄອບຄົວຂອງເດັກ
  • ໃບຢັ້ງຢືນສະຖານທີ່ພັກເຊົາ (ຕ້ອງການພຽງແຕ່ເມື່ອທີ່ຢູ່ຂອງຄູ່ສົມລົດເກົາຫຼີ ແລະ ຄູ່ຮ່ວມງານຕ່າງປະເທດຂອງລາວແຕກຕ່າງຈາກກັນ) ຫົວໜ້າຫ້ອງການກວດຄົນເຂົ້າເມືອງ ອາດຕ້ອງການເອກະສານເພີ່ມເຕີມ ຖ້າເຫັນວ່າມີຄວາມຈໍາເປັນໃນລະຫວ່າງຂັ້ນຕອນການສະໝັກແລະ ປະເມີນຜົນ.
  • ເອກະສານແຕກຕ່າງກັນໄປຕາມເງື່ອນໄຂການເຂົ້າພັກ. ກະລຸນາຕິດຕໍ່ຫາສູນຕິດຕໍ່ກວດຄົນເຂົ້າເມືອງ ☎ 1345 ເພື່ອກວດເບິ່ງ.

04ການປ່ຽນວິຊ່າພັກເຊົາ

(1)ເປົ້າໝາຍ ແລະ ໄລຍະເວລາ

ຖ້າຊາວຕ່າງປະເທດ ທີ່ພັກເຊົາ ໃນເກົາຫຼີ ມີຈຸດປະສົງ ຢາກປ່ຽນວິຊາພັກເຊົາ ຍ້ອນການຢຸດເຊົາກິດຈະກໍາ ທີ່ໄດ້ຮັບອະນຸຍາດ ຫຼື ຢາກປ່ຽນວິຊາພັກເຊົາ ເປັນປະເພດອື່ນ ຕາມການປ່ຽນແປງການດຳເນີນກິດຈະກໍາຂອງຕົນນັ້ນ, ຕ້ອງສະໝັກນໍາ ອົງການກວດຄົນ ເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ(ສຳນັກງານໃຫຍ່ ຫຼື ຫ້ອງການສາຂາກໍ່ໄດ້)ທີ່ມີສິດອຳນາດເພື່ອຂໍເອົາໃບອະນຸຍາດກ່ອນດໍາເນີນກິດຈະກໍາດັ່ງກ່າວ.

  • ນອກຈາກວີຊາໄລຍະສັ້ນ, ການປ່ຽນແປງປະເພດພັກເຊົາຂອງວີຊາ C-3-2 ສຳລັບທົວທ່ອງທ່ຽວເປັນກຸ່ມແມ່ນຖືກຈຳກັດ.
  • ຊາວຕ່າງຊາດຜູ້ທີ່ໄດ້ສຳເລັດການຮຽນພາສາຂອງເຂົາເຈົ້າ (D-4), ຈາກນັ້ນຕ້ອງການສືບຕໍ່ຮຽນຢູ່ມະຫາວິທະຍາໄລໃດໜຶ່ງໃນເກົາຫຼີ (D-2).
  • ຊາວຕ່າງຊາດຜູ້ທີ່ມີຄຸນສົມບັດພັກເຊົາອື່ນ(ຍົກເວັ້ນສຳລັບຜູ້ມີວີຊາໄລຍະສັ້ນທີ່ມີຜົນນຳໃຊ້ນ້ອຍກວ່າ 90 ວັນ, ຜູ້ເຂົ້າເມືອງຜິດກົດໝາຍ ແລະ ອື່ນໆ) ແລະ ຈະແຕ່ງງານກັບຄົນເກົາຫຼີເພື່ອໄດ້ຮັບ F-6

(2)ເອກະສານທີ່ຈຳເປັນ

  • ຄຳຮ້ອງ ແລະ ຮູບຖ່າຍຂະໜາດມາດຕະຖານ
  • ປື້ມຜ່ານແດນ ແລະ ບັດຕ່າງດ້າວ (ຕາມຄວາມເໝາະສົມ)
  • ເອກະສານຕິດຄັດ ອີງຕາມສະຖານະການພັກເຊົາ
  • ຄ່າທຳນຽມການປ່ຽນວິຊາພັກເຊົາ 100,000 ວອນ (ພ້ອມດ້ວຍ ຄ່າທໍານຽມສຳລັບການອອກບັດທະບຽນຄົນຕ່າງດ້າວ 30,000 ວອນ ອີກ)
    • ການປ່ຽນວິຊາພັກເຊົາຖາວອນ ສຳລັບຜູ້ຖືວິຊາແຕ່ງງານ(F-5)ແມ່ນ 200,000 ວອນ( ພ້ອມດ້ວຍຄ່າທຳນຽມ ສຳລັບອອກບັດພັກເຊົາ ຖາວອນ 30,000 ວອນ ອີກ)

05ກິດຈະກໍາ ນອກເໜືອ ປະເພດວິຊາພັກເຊົາ

(1)ເງື່ອນໄຂ ແລະ ໄລຍະເວລາ

ຊາວຕ່າງຊາດ ທີ່ມີຈຸດປະສົງ ຈະພັກເຊົາເກີນ 91 ວັນ (ຍົກເວັ້ນຜູ້ຖືວີຊາໄລຍະສັ້ນ 90 ວັນ) ຢູ່ໃນເກົາຫຼີ ທີ່ຢາກຮັກສາສະຖານະການພັກເຊົາປະຈຸບັນ ໄປພ້ອມກັນ ແລະ ຢາກດຳເນີນກິດຈະກໍາອື່ນ ທີ່ບໍ່ກົງກັບປະເພດວິຊາການພັກເຊົາຂອງຕົນນັ້ນ ຕ້ອງສະໝັກຂໍເອົາໃບອະນຸຍາດ ສຳລັບກິດຈະກໍາທີ່ຕ່າງຈາກວິຊາພັກເຊົາ ກ່ອນ ຈຶ່ງລົງມຶດຳເນີນກິດຈະກຳດັ່ງກ່າວ.

  • ນັກສຶກສາຕ່າງປະເທດ ທີ່ຖືວິຊາພັກເຊົາ D-2 ທີ່ມາຮຽນໃນເກົາຫຼີ ເປັນໄລຍະຍາວ ຫຼື ນັກສຶກສາ ທີ່ຖືວິຊາ(D-4-1,D-4-7) ທີ່ມາຮຽນພາສາເກົາຫຼີ ເປັນໄລຍະສັ້ນ(ທີ່ຢາກຕໍ່ເວລາ ຫຼື ປ່ຽນສະຖານະພາບການພັກເຊົາ) ຕ້ອງໄດ້ມີໃບຢັ້ງຢືນຈາກອາຈານ ທີ່ຮັບຜິດຊອບຕົນເອງ, ໂດຍລາຍລະອຽດ ທີ່ຈະສາມາດຕໍ່ໄດ້ ຫຼື ປ່ຽນໄດ້ນັ້ນ ຕ້ອງສອບຖາມສູນ ☎1345)
    • ນັກສຶກສາຕ່າງປະເທດ ທີ່ມາຮຽນພາສາເກົາຫຼີ ໃນເກົາຫຼີ ເປັນເວລາດົນກວ່າ 6 ເດືອນຂື້ນໄປ, ສາມາດອະນຸຍາດໄດ້.
  • ຖ້າເປັນຜູ້ທີ່ເຜີຍແຜ່ສາສາະໜາ ຕ້ອງມີວີຊາ D-6, ແລະ ຖ້າບັນຍາຍຢູ່ບັນດາໜ່ວຍງານຂອງມູນນີທິດຽວກັນ ຕ້ອງປ່ຽນເປັນ(E-1)

ແມ່ຍິງເຂົ້າເມືອງ ເພື່ອການແຕ່ງງານ (F-6) ສາມາດຊອກວຽກເຮັດໄດ້ໂດຍບໍ່ຈຳເປັນຕ້ອງປ່ຽນວິຊາ. ໃນກໍລະນີມີຈຸດປະສົງຊອກວຽກເຮັດໃນຂົງເຂດທີ່ມີການລະບຸງເງື່ອນໄຂຕ່າງຫາກ ຢູ່ໃນກົດໝາຍນັ້ນ ຕ້ອງໄດ້ປະຕິບັດ ຕາມເງື່ອນໄຂຂອງກົດໝາຍນັ້ນ.

(2)ເອກະສານທີ່ຈໍາເປັນ

  • ຄຳຮ້ອງສະໝັກ
  • ໜັງສືຜ່ານແດນ ແລະໃບທະບຽນຄົນຕ່າງດ້າວ (ຕາມຄວາມເໝາະສົມ)
  • ເອກະສານຕິດຄັດ ອີງຕາມສະຖານະການພັກເຊົາ
  • ຄ່າທຳນຽມ 120,000 ວອນ (ຟຣີສຳລັບນັກສຶກສາຕ່າງປະເທດ (D-2) ແລະການຝຶກອົບຮົມປະຈໍາ (D-4))

06ການອະນຸຍາດເຂົ້າເມືອງຄືນໃໝ່

(1)ບຸກຄົນເປົ້າໝາຍ

  • ຊາວຕ່າງຊາດທີ່ລົງທະບຽນໄວ້ເຊິ່ງຕ້ອງການພັກເຊົາໃນເກົາຫຼີຫຼາຍກວ່າ 91 ວັນ
  • ຊາວຕ່າງຊາດທີ່ໄດ້ຮັບຍົກເວັ້ນຈາກການຈົດທະບຽນຄົນຕ່າງດ້າວ; ພະນັກງານສະຖານທູດຕ່າງປະເທດ ແລະອົງການຈັດຕັ້ງສາກົນທີ່ປະຈໍາການໃນເກົາຫຼີ, ນັກການທູດ ແລະບຸກຄົນອື່ນຜູ້ທີ່ມີສິດທິພິເສດຄ້າຍຄືກັນ ແລະດຳລົງຕໍາແໜ່ງເປັນກົງສູນຕາມຂໍ້ຕົກລົງກັບລັດຖະບານເກົາຫຼີ, ແລະຄອບຄົວຂອງເຂົາເຈົ້າ.

(2)ໄລຍະເວລາ

  • ໄລຍະເວລາສູງສຸດສຳລັບການກັບເຂົ້າເມືອງພຽງຄັ້ງດຽວ: 1 ປີ
  • ໄລຍະເວລາສຸງສຸດສຳລັບການກັບເຂົ້າເມືອງຫຼາຍຄັ້ງ(ຫຼາຍກວ່າ 2 ຄັ້ງ): 2 ປີ

(3)ຂໍ້ຍົກເວັ້ນ ແລະການຍົກເວັ້ນຈາກການຂໍອະນຸຍາດ ເຂົ້າເມືອງຄືນໃໝ່

  • ໃນກໍລະນີ A1~A3 ແລະຄົນຕ່າງຊາດທີ່ໄດ້ຈົດທະບຽນ (ດ້ວຍທຸກຄຸນສົມບັດການພັກເຊົາ) ມີຈຸດປະສົງກັບຄືນເຂົ້າປະເທດພາຍໃນ 1 ປີນັບແຕ່ອອກຈາກປະເທດໄປ, ບຸກຄົນນັ້ນຈະໄດ້ຮັບການຍົກເວັ້ນການຂໍອະນຸຍາດກັບຄືນເຂົ້າປະເທດ. (ຖ້າເວລາພັກເຊົາທີ່ຍັງເຫຼືອນ້ອຍກວ່າ 1 ປີ, ບຸກຄົນນັ້ນຈະໄດ້ຮັບການຍົກເວັ້ນພາຍໃນຂອບເຂດໄລຍະພັກເຊົາ).
  • ສຳລັບຜູ້ຖືວີຊາ F-5 (ການຢູ່ອາໄສຖາວອນ), ບຸກຄົນນັ້ນຈະໄດ້ຮັບການຍົກເວັ້ນການຂໍອະນຸຍາດກັບຄືນເຂົ້າປະເທດພາຍໃນ 2 ປີ ນັບແຕ່ມື້ອອກຈາກປະເທດໄປ.

(4)ເອກະສານທີ່ຈຳເປັນ

  • ຄຳຮ້ອງສະໝັກ
  • ໜັງສືຜ່ານແດນ ແລະ ບັດທະບຽນຄົນຕ່າງດ້າວ (ໃນກໍລະນີມີການຈົດທະບຽນ)
  • ຄ່າທຳນຽມ - ຄັ້ງດຽວ: 30,000 ວອນ, ຫຼາຍຄັ້ງ: 50,000 ວອນ

(5)ການຕໍ່ອາຍຸການອະນຸຍາດກັບເຂົ້າປະເທດ

ຄົນຕ່າງຊາດ ທີ່ໄດ້ອອກຈາກປະເທດເກົາຫຼີໄປ ໂດຍໄດ້ຮັບອະນຸຍາດ ໃຫ້ກັບຄືນປະເທດເກົາຫຼີໄດ້ອີກນັ້ນ ໃນກໍລະນີ ຜູ້ກ່ຽວ ບໍ່ສາມາດກັບຄືນເຂົ້າເກົາຫຼີໄດ້ ພາຍໃນວັນເວລາທີ່ກຳນົດໃຫ້ ຫຼື ໄລຍະເວລາທີ່ຍົກເວັ້ນໃຫ້ ຍ້ອນເຫດຜົນສ່ວນຕົວ, ຜູ້ກ່ຽວ ສາມາດ ເຂົ້າໄປຕໍ່ອາຍຸ ການເຂົ້າ ປະເທດເກົາຫຼີ ຄືນໃໝ່ ຢູ່ສະຖານທູດເກົາຫຼີ ຫຼື ກົງສຸນເກົາຫຼີ ທີ່ປະຈຳຢູ່ໃນປະເທດຂອງຕົນ. ຖ້າຜູ້ກ່ຽວ ບໍ່ເດີນທາງເຂົ້າປະເທດ ເກົາຫຼີ ພາຍໃນວັນເວລາທີ່ກຳນົດໃຫ້, ສິດທິການພັກເຊົາ(ທີ່ໄດ້ຮັບໃນເວລາຢູ່ເກົາຫຼີ) ຈະຖືກສະລະສິດ.

07ພັນທະໃນການແຈ້ງຂື້ນທະບຽນຄົນຕ່າງດ້າວ Point!

ສຳລັບ ຄົນຕ່າງປະເທດ ທີ່ໄດ້ລົງທະບຽນແລ້ວນັ້ນ ຖ້າເກີດມີກໍລະນີດັ່ງຕໍ່ໄປນີ້, ຕ້ອງໄດ້ແຈ້ງບ່ອນພັກເຊົາ ຫຼື ບ່ອນເຮັດວຽກ ໃຫ້ແກ່ອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ(ທັງສຳນັກງານໃຫຍ່ ຫຼື ຫ້ອງການສາຂາກໍ່ໄດ້) ພາຍໃນ ວັນເວລາ 15 ວັນ ນັບແຕ່ມື້ເກີດບັນຫາ ເປັນຕົ້ນໄປ. ຖ້າໃຜລະເມີດກົດລະບຽບດັ່ງກ່າວນີ້ ຈະຖືກປັບໄໝຄ່າລ່ວງລະເມີດ ແລະ ຄ່າທຳນຽມ ຕາມລະບຽບກົດໝາຍ ຊຶ່ງຈະມີຜົນສະທ້ອນຕໍ່ການພັກເຊົາໃນເກົາຫຼີ ສະນັ້ນ, ແຕ່ລະຄົນ ຕ້ອງໄດ້ລະມັດລະວັງເປັນພິເສດ.

(1)ກໍລະນີ ທີ່ຕ້ອງໄດ້ແຈງ້

ຄົນຕ່າງປະເທດ ທີ່ໄດ້ຈົດທະບຽນໃນປະເທດເກົາຫຼີແລ້ວນັ້ນ ຈະຕ້ອງໄດ້ແຈ້ງຂໍ້ມູນການປ່ຽນແປງຕໍ່ໄປນີ້ ໃຫ້ແກ່ອົງການກວດຄົນເຂົ້າເມືອງ ແລະ ບໍລິການຄົນຕ່າງປະເທດ(ສຳນັກງານໃຫຍ່ ຫຼື ຫ້ອງການສາຂາ) ທີ່ມີສິດອຳນາດ ໃນການຄຸ້ມຄອງຂອບເຂດບ່ອນພັກເຊົາ ຫຼື ຫ້ອງການເຮັດວຽກຂອງທ່ານ ພາຍໃນ 15 ວັນ ນັບຈາກວັນທີ່ມີການປ່ຽນແປງເປັນຕົ້ນໄປ.

  • ກໍລະນີ ຕົນເອງ ມີການປ່ຽນຊື່, ເພດ, ວັນເດືອນປີເກີດ ແລະ ສັນຊາດ
  • ກໍລະນີ ມີການປ່ຽນເລກທີ່, ວັນທີ່ອອກໃຫ້ ແລະ ວັນທີ່ໝົດອາຍຸຂອງປື້ມຜ່ານແດນ
  • ກໍລະນີ ຜູ້ຖືວີຊາປະເພດ D-1, D-2, D-4 ແລະ D-9 ມີການຍົກຍ້າຍບ່ອນເຮັດວຽກ ຫຼື ອົງການຈັດຕັ້ງ(ລວມທັງ ກໍລະນີອົງການຈັດຕັ້ງທີ່ຕົນເອງສັງກັດ ມີການການປ່ຽນຊື່) ຫຼືການເພິ່ມອົງກອນໃໝ່ໃດໜຶ່ງ.
  • ກໍລະນີ ຜູ້ຖືວິຊາປະເພດ D-10 ທີ່ມີການປ່ຽນວັນທີ່ເຂົ້າຮຽນ ຫຼື ປ່ຽນສະຖາບັນຝຶກອົບຮົມ (ລວມທັງກໍລະນີ ສະຖາບັນທີ່ຕົນສັງກັດ ມີການປ່ຽນຊື່ເອີ້ນ)
  • ກໍລະນີ ຜູ້ທີ່ຖືວິຊາພັກເຊົາ ປະເພດ H-2 ທີ່ໄດ້ເຂົ້າເຮັດວຽກ ນຳບຸກຄົນ ຫຼື ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ກ່ອນແລ້ວ, ບ່ອນເຮັດວຽກ ດັ່ງກ່າວ ຈຶ່ງມີການປ່ຽນຊື່ເອີ້ນ.
  • ກໍລະນີ ມີການຍົກຍ້າຍເຮືອນ ໄປຢູ່ບ່ອນໃໝ່

(2)ເອກະສານທີ່ຈໍາເປັນ

  • ໃບຄຳຮ້ອງຂໍແຈ້ງ
  • ປື້ມຜ່ານແດນ ແລະ ບັດຕ່າງດ້າວ
  • ເອກະສານພິສູດບ່ອນພັກເຊົາທີ່ຕົນເອງຍົກຍ້າຍໄປຢູ່(ໃນກໍລະນີມີການຍົກຍ້າຍບ່ອນຢູ່, ຕ້ອງມີໃບຢັ້ງຢືນທີ່ຢູ່)
ຂໍ້ມູນທີ່ເປັນປະໂຫຍດ!
ສູນກັກກັນ(ພຶດ ແລະ ສັດ) ແມ່ນຫຍັງ?

ໝາຍເຖີງການກວດກາຄຸນະພາບຂອງພຶດຜັກ, ແມງໄມ້ ແລະ ສັດທີ່ເປັນພະຍາດຕິດແປກຂອງຕ່າງປະເທດ ຢູ່ຕາມສະໜາມ ບິນ ແລະ ດ່ານກວດຄົນເຂົ້າເມືອງ ຕາມທ່າເຮືອຕ່າງໆ ກ່ອນຈະນຳເຂົ້າມາໃນປະເທດເກົາຫຼີ ເພື່ອປ້ອງກັນພະຍາດຕິດແປດ ທີ່ອາດຈະຕິດມານຳພຶດ ແລະ ສັດດັ່ງກ່າວ. ໃນກໍລະນີ ຜູ້ໂດຍສານໃດ ຫາກນຳເຂົ້າ ພຶດ ຫຼື ສັດ ທີ່ຫ້າມນຳເຂົ້າ ເຂົ້າມາປະເທດເກົາຫຼີ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ ຈະຖືກປັບໃໝ ແລະ ຈຳກັດການເຂົ້າປະເທດເກົາຫຼີ.

  • ກໍລະນີ ຜູ້ໂດຍສານໃດ ຫາກຖືຊິ້ນສ່ວນພຶດ ຫຼື ສັດ ເຂົ້າມາປະເທດເກົາຫຼີ, ຕ້ອງໄດ້ລະບຸໃນໃບແຈ້ງເຂົ້າປະເທດ ແລະ ແຈ້ງຕໍ່ເຈົ້າໜ້າທີ່ກັກກັນພຶດ ແລະ ສັດ ທີ່ປະຈຳຢູ່ສະໜາມບິນ ຫຼື ທ່າເຮືອ
ການກວດສັດ ແລະ ຊີ້ນສັດ
  • ຜະລິດຕະພັນຊິ້ນສັດ ທີ່ຫ້າມຖືເຂົ້າມາໃນເກົາຫຼີ(ບຸກຄົນໃດ ຫາກຖືຜະລິດຕະພັນຊີ້ນ ທີ່ນອນໃນບັນຊີຕ້ອງຫ້າມ ເຂົ້າມາ ໃນປະເທດເກົາຫຼີ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ ອາດຈະຖືກປັບໃໝສູງສຸດ ເຖິງ 10 ລ້ານ ວອນ, ຖ້າຜູ້ລະເມີດ ເປັນຄົນຕ່າງ ປະເທດ ແມ່ນຈະຖືກຫ້າມເຂົ້າປະເທດເກົາຫຼີ ຫຼື ຈຳກັດເວລາພັກເຊົາ ໃນເກົາຫຼີ ກໍ່ເປັນໄປໄດ້.
    1. 1ຊີ້ນ ແລະ ຜະລິດຕະພັນປຸງແຕ່ງ: ຊີ້ນງົວ, ໝູ, ໄກ່, ເປັດ, ໄສ້ກອກ, ແຮມ, ຊີ້ນແຫ້ງ, ຊີ້ນຕົ້ມ, ແລະອື່ນໆ.
    2. 2ນົມສຳເລັດຮູບ: ນົມງົວ, ເນີຍອ່ອນ, ເນີຍແຂງ
    3. 3ໄຂ່ ແລະ ໄຂ້ສຳເລັດຮູບ : ໄຂ່ໄກ່, ໄຂ່ນົກ, ໄຂ່ຂາວ, ໄຂ່ສີ
    4. 4ຫົວອາຫານສັດລ້ຽງ, ອາຫານຫວ່າງ, ອາຫານບຳລຸງ
ຕົວຢ່າງ ສິນຄ້າ ທີ່ບໍ່ອະນຸຍາດ ຖືເຂົ້າປະເທດເກົາຫຼີ
  • 소시지
    < ໄສ້ອົ່ວ >
  • 햄
    < ແຮມ >
  • 육포
    < ຊິ້ນສຳເລັດຮູບ >
  • 힘줄
    < ເສັ້ນຊີ້ນແຫ້ງ >
  • 순대
    < ໄສ້ອົ່ວເລືອດ >
  • 장조림
    < ເຄື່ອງໃນສັດ >
  • 닭발
    < ຕີນໄກ່ >
  • 말린고기
    < ຊີ້ນແຫ້ງ >
  • 만두
    < ຊະລາເປົາ >
ການກັກກັນພຶດ ແລະ ໝາກໄມ້
  • ລາຍການໝາກກໄມ້ ທີ່ຫ້າມຖືນຳເຂົ້າປະເທດເກົາຫຼີ
    1. 1ໝາກມ່ວງ, ໄມ້ກ້ວຍ, ໝາກໂປ້ມ, ໝາກສາລີ້, ໝາກກ້ຽງ, ໝາກພຸດ, ໝາກອາໂວກາໂດ, ຖົ່ວຂຽວ, ໝາກແຕງ, ໝາກເລັ່ນ ແລະ ໝາກໄມ້ອື່ນໆ
    2. 2ມັນດ້າງ, ມັນຝຣັ່ງ, ຫົວຜັກກາດ ແລະ ມັກໃຕ້ດິນ, ໝາກນົວ ທີ່ມີເປືອກຕິດຢູ່ນຳ
    3. 3ດິນ, ພຶດ ທີ່ມີດິນຕິດຢູ່, ແມງໄມ້ທີ່ຍັງມີຊີວິດ, ພັນຫຍ້າ ແລະ ອື່ນໆ
  • 망고
    < ໝາກມ່ວງ >
  • 라임
    < ໝາກພຸດ >
  • 사과, 귤
    < ໝາກໂປ້ມ, ໝາກກ້ຽງ >
  • 오렌지
    < ໝາກກ້ຽງ >
  • 바나나
    < ໝາກກ້ວຍ >
  • 풋콩, 토마토, 고추
    < ຖົ່ວຂຽວ, ໝາກເລັ່ນ, ໝາກເຜັດ >
  • 고구마, 감자
    < ມັນດ້າງ, ມັນຝຣັ່ງ >
  • 흙부착 식물
    < ພຶດ ທີ່ຍັງມີດິນຕິດຢູ່ >
  • 살아있는 곤충
    < ແມງໄມ້ທີ່ຍັງມີຊີວິດ >
ຂໍ້​ຄວນ​ລະ​ວັງ​ກ່ຽວ​ກັບ​ການ​ບັນ​ທຸກ​ພືດ ​ແລະ​ ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ​ ແລະ ​ນໍາ​ມາ​ທາງ​ໄປ​ສະ​ນີ/ການຈັດສົ່ງ

ພືດສໍາລັບການປູກຝັງ ຫຼື ຂະຫຍາຍພັນ ເຊັ່ນ: ແກ່ນ (ແກ່ນ), ເບ້ຍ (ລວມທັງການຕໍ່ກິ່ງ/ການຕັດ), ແລະ ເພາະປູກ, ຕ້ອງຍື່ນໃບຢັ້ງຢືນການອະນາໄມພືດ (ການກັກກັນພືດ) ທີ່ອອກໂດຍປະເທດສົ່ງອອກ. ຖ້າທ່ານບໍ່ມີໃບຢັ້ງຢືນການກັກກັນພືດ, ຫ້າມນໍາເຂົ້າ (ມີຜົນສັກສິດຕັ້ງແຕ່ເດືອນກັນຍາ 2019).

  • ສຳລັບລາຍລະອຽດຂອງການກວດກາພຶດ ແລະ ສັດນັ້ນ ສາມາດເຂົ້າເບີ່ງໃນເວັບໄຊ້ຂອງອົງການກັກກັນພຶດ ແລະ ສັດ ຕາມເວັບໄຊ້ (www.qia.go.kr) ຫຼື ໂທຫາເບີ(054-912-1000 ຫຼື 032-740-2661,2077).
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.