ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ເທດສະການ ແລະ ວນັ ພກັ

  • Home
  • ພາກສະເໜກີ ່ ຽວກບັ ສາທາລ ະນະລດັ ເກາົ ຫຼ
  • ເທດສະການ ແລະ ວນັ ພກັ

ເທດສະການ ແລະ ວນັ ພກັ

01ງານບຸນຕ່າງໆ

ມີຫຼາກຫຼາຍເທດສະການ ແລະງານຕາມລະດູການໃນປະເທດເກົາຫຼີ. ເກົາຫຼີໃຊ້ທັງປະຕິທິນສຸລິຍະຄະຕິ ແລະຈັນທະຄະຕິ. ໂດຍປົກກະຕິແລ້ວ ການຈັດງານຕ່າງໆແມ່ນເອົາຕາມປະຕິທິນຈັນທະຄະຕິ.

  • 세배
    < ການກາບຄາລະວະສົມມາ >
  • 떡국
    < ຊຸບເຄັກເຂົ້າ >
  • 송편
    < ຊົ່ງຜອນ (ເຂົ້າໜົມຕ໋ອກ >
ຊອນນານ (ປີໃໝ່ທາງຈັນທະຄະຕິ)
  • ຄວາມໝາຍ: ວັນທຳອິດຂອງປີໃໝ່ທາງຈັນທະຄະຕິ.
  • ອາຫານ: ຊຸບເຄັກເຂົ້າ, ລູກຊີ້ນ
  • ລັກສະນະພິເສດ: ນຸ່ງເສື້ອຜ້າໃໝ(ເຊໂອບິມ), ການໄປສະແດງຄວາມເຄົາລົບຜູ້ໃຫຍ່ໃນວັນປີໃໝ່, ການໄປຢ້ຽມສຸສານບັນພະບູລຸດ ແລະ ການຫຼິ້ນເກມຍຸດ
  • ກ່ອນວັນໃໝ່, ວັນໃໝ່ ແລະ ຫຼັງວັນໃໝ່(ວັນທີ 31 ທັນວາ, ວັນທີ 1 ມັງກອນ ແລະວັນທີ 2 ມັງກອນ ຕາມປະຕິທິນຈັນທະຄະຕິ) ແມ່ນວັນພັກລັດຖະການ.
ຊູຊອກ(ວັນທີ 15 ສິງຫາຂອງປະຕິທິນຈັນທະຄະຕິ)
  • ຄວາມໝາຍ: ເທດສະການເກັບກ່ຽວ
  • ອາຫານ: ພືດພັນ ແລະໝາກໄມ້ຂອງປີ ແລະ ຊອງພີອອນ
  • ລັກສະນະພິເສດ: ການຈັດງານລະລຶກເຖິງບັນພະບູລຸດ, ການໄປຢ້ຽມຂຸມຝັງສົບບັນພະບູລຸດ, ຊົມພະຈັນເຕັມດວງ, ສະໝຸກສະໜານກັບການເຕັ້ນລໍາແບບວົງກົມຂອງເກົາຫຼີ
  • ຊູຊອກ ແລະວັນກ່ອນ ແລະຫຼັງວັນຊູຊອກ (ວັນທີ 14 ສິງຫາ, ວັນທີ 15 ສິງຫາ ແລະວັນທີ 16 ສິງຫາ ຕາມປະຕິທິນຈັນທະຄະຕິ) ແມ່ນວັນພັກລັດຖະການ.

02ວັນພັກລັດຖະການ

ວັນທີ 1 ມັງກອນ :
ວັນທຳອິດຂອງປີໃໝ່ທາງສຸລິຍະຄະຕິ.
ຊາມອີນຈອນ (ວັນເດີນຂະບວນປະກາດອິດສະຫຼະພາບຊາມິນ ວັນທີ 1 ມີນາ) :
ໃນວັນນີ້ເມື່ອປີ 1919, ມີການເດີນຂະບວນປະກາດອິດສະຫຼະພາບໃນທົ່ວປະເທດຈາກລັດທິລ່າເມືອງຂຶ້ນຂອງຍີ່ປຸ່ນ.
ຊອກກາທານຊິນອິນ (ວັນປະສູດຂອງພະພຸດທະເຈົ້າ ວັນທີ 8 ເມສາ ຕາມປະຕິທິນຈັນທະຄະຕິ) :
ນີ້ແມ່ນວັນສະຫຼອງວັນປະສູດຂອງພະພຸດທະເຈົ້າ.
ໂອຣີນີນານ (ວັນເດັກ ວັນທີ 5 ພຶດສະພາ) :
ນີ້ແມ່ນວັນອຸດທິແດ່ຄວາມສຸກ ແລະສະຫວັດດີພາບຂອງເດັກນ້ອຍທຸກຄົນ.
ຮວນຊຸງອິນ (ວັນນັກຮົບເກົ່າ ວັນທີ 6 ມິຖູນາ) :
ນີ້ແມ່ນວັນຍົກຍ້ອງວິລະບູລຸດແຫ່ງຊາດ ລວມທັງຜູ້ເສຍຊີວິດໃນສົງຄາມເກົາຫຼີ.
ກວາງບຸກຈອນ (ວັນປະກາດອິດເອກະລາດ ວັນທີ 15 ສິງຫາ) :
ໃນວັນນີ້ເມື່ອປີ 1945, ເກົາຫຼີປະກາດອິດສະຫຼະພາບຈາກລັດທິລ່າເມືອງຂຶ້ນຂອງຍີ່ປຸ່ນ.
  • 현충일 기념 묘역 참배
    < ການເຂົ້າຂ່ຳນັບສຸສານ ໃນວັນຮ່ອນຊຸ່ງອີນ >
ແກຊອນເຈອອນ (ວັນກໍ່ຕັ້ງປະເທດ ວັນທີ 3 ຕຸລາ) :
ວັນນີ້ແມ່ນວັນກໍ່ຕັ້ງປະເທດເກົາຫຼີ ເຊິ່ງໃນພາສາເກົາຫຼີ ແກຊອນເຈອອນ ໝາຍຄວາມວ່າ "ວັນທີ່ທ້ອງຟ້າເປີດ".
ວັນຮານກູນ (ວັນທີ 9 ຕຸລາ) :
ວັນພັກເພື່ອສະເຫຼີມສະຫຼອງການປະກາດໃຊ້ຮັນກືນ (ຕົວອັກສອນເກົາຫຼີ) ໂດຍກະສັດເຊຈົງ ແລະ ເພື່ອຈັດເສີມການຄົ້ນຄວ້າວິໄຈ ແລະການເຜີຍແຜ່ຕົວອັກສອນຮານກູນ.
ຊອງທານຈອນ (ວັນຄຣິສມາສ ວັນທີ 25 ທັນວາ) :
ແມ່ນວັນກຳເນີດຂື້ນໃໝ່ຂອງພະເຢຊູຄຣິສ.
ທຸກໆວັນອາທິດ
ວັນພັກຊົດເຊີຍ :
ໝາຍເຖີງ ວັນປ່ອນບັດເລືອກຕັ້ງຜູ້ແທນ, ວັນພັກທາງການ ທີ່ກົງກັບບຸນເທດສະການ ໂດຍລັດຖະບານ ຈະມີກຳນົດໃຫ້ພັກຊົດເຊີຍ.
  • 한글을 창제한 세종대왕 동상
    < ແຂວງກັງຮົວ/ ຮູບປັ້ນມະຫາເຈົ້າຊີວິດເຊຈົງ >
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.