ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ການບໍລິໂພກ ແລະ ການດຳລົງຊີວິດແບບປະຢັດ

  • Home
  • ວັດທະນະທໍາ ແລະ ຊີວິດຂອງຄົນເກົາຫຼີ
  • ການບໍລິໂພກ ແລະ ການດຳລົງຊີວິດແບບປະຢັດ

ການບໍລິໂພກ ແລະ ການດຳລົງຊີວິດແບບປະຢັດ

01ລາຍຮັບລາຍຈ່າຍໃນເຮືອນ

(1)ລາຍຮັບລາຍຈ່າຍໃນເຮືອນ

ຄ່າໃຊ້ຈ່າຍພາຍໃນຄົວເຮືອນ (ງົບປະມານພາຍໃນຄົວເຮືອນ) ແມ່ນລາຍຮັບ ແລະ ລາຍຈ່າຍ ເພື່ອບໍລິຫານຄອບຄົວ ໃນແຕ່ລະວັນ, ເຊິ່ງຂຶ້ນຢູ່ກັບການຈັດສັນງົບປະມານຂອງທ່ານເອງ, ຄ່າໃຊ້ຈ່າຍພາຍໃນຄົວເຮືອນອາດຈະສະແດງໃຫ້ເຫັນເຖິງການຂາດດຸນຫຼື ເກີນດຸນ, ເຖິງແມ່ນວ່າທ່ານຈະມີລາຍຮັບໜ້ອຍກໍ່ຕາມ.

(2)ປະເພດເງີນ

ປະເພດເງີນ ໃນປະເທດເກົາຫຼີ ປະກອບມີ ເງີນສອງປະເພດຄື ເງີນຫຼຽນ(10 ວອນ, 50 ວອນ, 100 ວອນ, 500 ວອນ) ແລະ ເງີນເຈ້ຍ ແບ້ງ 1,000 ວອນ; 5,000 ວອນ; 10,000 ວອນ ແລະ ໃບ 50,000 ວອນ. ນອກຈາກນີ້ ກໍ່ຍັງມີການນຳໃຊ້ແຊັກເງີນ 100,000 ວອນ ຫຼືຫຼາຍກວ່ານັ້ນ ອີກດ້ວຍ.

  • ເງິນຫຼຽນ
  • 10원
    < 10 ວອນ >
  • 50원
    < 50 ວອນ >
  • 100원
    < 100 ວອນ >
  • 500원
    < 500 ວອນ >
  • ເງິນເຈ້ຍ
  • 1,000원
    < 1,000 ວອນ >
  • 5,000원
    < 5,000 ວອນ >
  • 10,000원
    < 10,000 ວອນ >
  • 50,000원
    < 50,000 ວອນ >
  • 100,000원권 수표
    < 100,000 ວອນ >
  • ເຊັກມູນຄ່າ 100,000 ວອນຈາກທະຄານ ແມ່ນມີການໃຊ້ຢ່າງກວ້າງຂວາງ, ແລະກໍ່ຍັງສາມາດໃຊ້ແທນເງິນສົດໄດ້ອີກດ້ວຍ. ໃນການໃຊ້ເຊັກນັ້ນ, ທ່ານຕ້ອງໄດ້ໃຊ້ຄວບຄູ່ກັບບັດປະຈຳຕົວຂອງທ່ານ, ພ້ອມທັງເຊັນຮັບຮອງໄວ້ຢູ່ດ້ານຫຼັງຂອງໃບເຊັກ.

ທ່ານຄົງກຳລັງຄິດວ່າທ່ານຈະສາມາດໃຊ້ເຮັດຫຍັງໄດ້ແນ່ກັບເງິນຈຳນວນ 1,000; 5,000; 10,000; ແລະ 50,000 ວອນ ເມື່ອທານພິຈາລະນາຊື້ບາງສິ່ງບາງຢ່າງດ້ວຍການປຽບທຽບມູນຄ່າເງິນໃນປະເທດເກົາຫຼີກັບມູນຄ່າເງິນໃນປະເທດຂອງທ່ານເອງ

02ການຊື້ ແລະ ນຳໃຊ້ເຄື່ອງ

ຖ້າພວກເຮົາໄປຊື້ເຄື່ອງໂດຍບໍ່ມີການວາງແຜນ, ພວກເຮົາມີແນວໂນ້ມທີ່ຈະຊື້ຂອງທີ່ບໍ່ຈຳເປັນກັບມາ. ພວກເຮົາຈະປະສົບກັບບັນຫາຖ້າພວກເຮົາຫາກມີການໃຊ້ຈ່າຍສິ້ນເປືອງກວ່າລາຍຮັບ; ສະນັ້ນ, ຕ້ອງໝັ້ນໃຈວ່າໄດ້ມີການວາງແຜນຢ່າງຄັກແນ່ກອນການຊື້.

(1)ກຳນົດລາຍການ

ກ່ອນຈະຊື້ເຄື່ອງໃດໜຶ່ງ ຕ້ອງໄດ້ກຳນົດລາຍການວ່າ ເຮົາຈະຊື້ຫຍັງ ໂດຍຈົດໄວ້ກ່ອນ.

(2)ກຳນົດສະຖານທີ່ຈະໄປຊື້

ຕ້ອງໄດ້ກຳນົດສະະຖານທີ່ ທີ່ຈະໄປຊື້ ແລະ ມູນຄ່າທີ່ຈະໃຊ້ຈ່າຍ

ຮ້ານສະດວກຊື້

ຮ້ານສະດວກຊື້ແມ່ນເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ແລະຂາຍສິນຄ້າຫຼາກຫຼາຍຊະນິດລວມທັງປະເພດອາຫານອີກດ້ວຍ. ເນື່ອງຈາກຮ້ານຂາຍເຄື່ອງປະເພດນີ້ມີລັກສະນະນ້ອຍ, ສະນັ້ນ ເຮັດໃຫ້ເກີດຄວາມສະດວກໃນການຊອກຫາສິນຄ້າທີ່ພວກເຮົາຕ້ອງການ. ມັນຍັງສະດວກເມື່ອພວກເຮົາຕ້ອງການທີ່ຈະຊື້ສິນຄ່າພຽງສອງສາມຊະນິດ.

ຕະຫຼາດພື້ນເມືອງ(ບໍລິການ 5 ວັນ)

ຄົນຂາຍປະເພດອາຫານ, ເຄື່ອງນຸ່ງຫົ່ມ, ແລະ ເຄື່ອງອຸປະໂພກບໍລິໂພກທົ່ວໄປຈະມາໂຮມຕົວກັນຢູ່ທີ່ຕະຫຼາດນີ້້. ພວກເຂົາຈະຂາຍເຄື່ອງໃນລາຄາຖືກແລະສາມາດຕ່ອງລອງລາຄາກັນໄດ້ຕາມປະລິມານທີ່ຕ້ອງການຊື້. ໃນຕະຫຼາດປະເພດນີ້ເຮັດໃຫ້ພວກເຮົາສາມາດເຫັນໄດ້ເຖິງຊີວິດການເປັນຢູ່ຂອງຄົນເກົາຫຼີໂດຍແທ້.

ຮ້ານຄ້າໃນບ້ານ

ຮ້ານຂາຍເຄື່ອງທ້ອງຖິ່ນຈະຂາຍປະເພດເຂົ້າໜົມ, ຜັກ, ຊີ້ນ, ເຄື່ອງດື່ມ, ແລະສາມາດເຫັນໄດ້ງ່າຍເນື່ອງຈາກມີຫຼາຍໃນເຂດໃກ້ບ້ານ.

ຮ້ານສັບພະສິນຄ້າ

ຮ້ານຊັບພະສິນຄ້າ ຈະມີສິນຄ້າຫຼາກຫຼາຍຊະນິດ ເຊັ່ນ: ເຄື່ອງນຸ່ງຫົ່ມ, ອາຫານ, ເຄື່ອງໃຊ້ໄຟຟ້າ, ເຄື່ອງສຳອາງ ແລະ ປະເພດເຄື່ອງປະ ດັບ ແລະ ອື່ນໆທ ທີ່ຫຼາກຫຼາຍ, ພ້ອມທັງ ຍັງມີອຸປະກອນອຳນວຍຄວາມສະດວກ ແລະ ການບໍລິການທີ່ດີ ທັງສິນຄ້າມີຄຸນນະ ພາບອີກ ດ້ວຍ ສະນັ້ນ ລາຄາຂ້ອນຂ້າງແພງກວ່າຢູ່ຕະຫຼາດ. ແຕ່ຮ້ານສັບພະສິນຄ້າ ມັກຈະກິດຈະກຳເປີດສ່ວນຫຼຸດລາຄາພິເສດ, ຊຶ່ງ ທ່ານ ສາມາດເລືອກໄປຊື້ ໃນເວລາທີ່ຮ້ານ ຈັດກິດຈະກຳສ່ວນຫຼຸດພິເສດນັ້ນ ຈຶ່ງຊື້ໄດ້ໃນ ລາຄາຖືກ.

ຮ້ານສະດວກຊື້ຂະໜາດໃຫຍ່

ຄືກັບຫ້າງຊັບພະສິນຄ້າ, ມີສິນຄ້າຫຼາຍປະເພດໃຫ້ເລືອກລວມທັງອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ແລະ ເຄື່ອງອຸປະໂພກບໍລິໂພກອື່ນໆ. ຄຸນະພາບຂອງຜະລິດຕະພັນຖືວ່າຢູ່ໃນລະດັບສູງ, ແລະສິ່ງອຳນວຍຄວາມສະດວກອື່ນໆພ້ອມທັງການບໍລິການກໍ່ຖືວ່າຢູ່ໃນລະດັບດີເຊັນກັນ.

ການຊື້ສິນຄ້າທາງ TV

ການສັ່ງຊື້ສິນຄ້າຜ່ານທາງໂທລະສັບຫຼືອິນເຕີເນັດພາຍຫຼັງເບິ່ງການໂຄສະນາທາງໂທລະພາບກໍ່ສາມາດເຮັດໄດ້, ແລະ ສິນຄ້າກໍ່ມີໃຫ້ ເລືອກຢ່າງຫຼາກຫຼາຍເຊັ່ນ: ປະເພດເຄື່ອງນຸ່ງຫົ່ມ, ເຄື່ອງກິນຢູ່, ເຄື່ອງສຳອາງ, ເຄື່ອງໃຊ້ໄຟຟ້າ, ປະກັນໄພ, ແລະອື່ນໆ. ການຊື້ສິນຄ້າຜ່ານທາງໂທລະພາບຖືວ່າເປັນທາງເລືອກທີ່ສະດວກຫຼາຍ, ແຕ່ຕ້ອງໄດ້ຫຼີກລ້ຽງກ່ຽວກັບແຮງກະຕຸ້ນໃນການຊື້ສິ່ງຂອງທີ່ບໍ່ຈຳເປັນໃຫ້ໄດ້.

ສູນການຄ້າອອນລາຍ

ໂດຍຜ່ານສູນການຄ້າອອນລາຍພວກເຮົາສາມາດສັ່ງເຄື່ອງໄດ້, ແລະສາມາດຊື້ເຄື່ອງໄດ້ຫຼາຍໆປະເພດ. ແຕ່ວ່າ ມີບາງກໍລະນີ, ຄຸນລັກສະ ນະສີສັນ ແລະ ຂະໜາດຂອງສິນຄ້າຕົວຈິງ ອາດຈະແຕກຕ່າງ ຈາກຮູບພາບທີ່ໂຄສະນາຜ່ານອີນເຕີເນັດ, ສະນັ້ນ ຕ້ອງໄດ້ສັງເກດເບີ່ງໃຫ້ ຄັກແນ່ ພ້ອມທັງສອບຖາມຜູ້ຂາຍໃຫ້ດີ ກ່ອນຈະຕັດສິນໃຈຊື້.

(3)ວິທີຊຳລະສະສາງ

ທ່ານ ສາມາດຊໍາລະສະສາງສິນຄ້າ ທີ່ຕ້ອງການຊື້ ດ້ວຍເງິນສົດ, ໃບເຊັກ, ບັດເຄຣດິດ, ບັດເດບິດ ແລະ ບັດຂອງຂວັນ.

  • 신용카드
    < ບັດເຄຣດິດ >
  • 상품권
    < ບັດຂອງຂວັນ >

(4)ການຊື້ເຄື່ອງ

ໃຫ້ສົມທຽບລາຄາ ແລະຄຸນນະພາບສິນຄ້າ, ຈາກນັ້ນ ໃຫ້ກວດເບິ່ງວັນໝົດອາຍຸຂອງຜະລິດຕະພັນອາຫານ. ພວກເຮົາຈຳເປັນຕ້ອງກວດບເບິ່ງວ່າ ລາຄາສິນຄ້ານັ້ນຍຸຕິທໍາຫຼືບໍ່. ຮັບປະກັນວ່າທ່ານຕ້ອງເອົາ ແລະຮັກສາໃບບິນໄວ້ ຫຼັງຈາກການຊື້, ເພາະວ່າທ່ານຈຳເປັນຕ້ອງສະແດງມັນສຳລັບການປ່ຽນສິນຄ້າ ຫຼືການສົ່ງເງິນຄືນ.

(5)ກ່ອນໃຊ້ສິນຄ້າ

  • ຮັກສາໃບຄໍ້າປະກັນໄວ້: ເກັບເອົາໃບຄໍ້າປະກັນສິນຄ້າ ແລະຮັກສາພວກມັນໄວ້ໃນບ່ອນທີ່ແນ່ນອນ.
  • ອ່ານປື້ມຄູ່ມືຜູ້ໃຊ້: ອ່ານປື້ມຄູ່ມືເພື່ອຮັບປະກັນໃຫ້ທ່ານໃຊ້ຜະລິດຕະພັນຢ່າງຖືກຕ້ອງ.
  • ກວດເບິ່ງໍ້ຂໍ້ຄວນເອົາໃຈໃສ່ ແລະຄໍາແນະນໍາ: ກວດເບິ່ງຂໍ້ຄວນເອົາໃຈໃສ່ ແລະຄຳແນະນໍາສຳລັບຄວາມປອດໄພ ແລະສຸຂະພາບ.
  • 품질보관서와 사용설명서
    < ໃບຄໍ້າປະກັນ ແລະ ຄູ່ມືນຳໃຊ້ >

(6)ຂໍ້ຄວນລະວັງ ໃນເວລາຄືນສິນຄ້າ ແລະ ຂໍເງີນຄືນ

  • ຢ່າໃຊ້ ຫຼືເຮັດໃຫ້ສິນຄ້າເສຍຫາຍ, ແລະຮັກສາສິນຄ້າທີ່ຊື້ໄປແລ້ວນັ້ນ ໃຫ້ຢູ່ໃນສະພາບດີ.
  • ຜູ້ຂາຍສ່ວນໃຫຍ່ກຳນົດໃຫ້ທ່ານສົ່ງສິນຄ້າຄືນພາຍໃນ 7 ວັນ ຫຼື 14 ວັນ ເພື່ອຮັບເອົາການສົ່ງເງິນຄືນ, ສະນັ້ນ ໃຫ້ຂໍຄວາມຊ່ວຍເຫຼືອນໍາຄົນໃນຄອບຄົບ ຫຼືເພື່ອນບ້ານໃນທັນທີ.
  • ຖ້າທ່ານພົບກັບຄວາມຫຍຸ້ງຍາກໃນການຂໍເອົາການສົ່ງເງິນຄືນ ຫຼືປະສົບກັບຄວາມເສຍຫາຍອື່ນໃນທຸລະກໍາຂອງຜູ້ບໍລິໂພກ, ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກອົງການປົກປ້ອງຜູ້ບໍລິໂພກແຫ່ງເກົາຫຼີ ຫຼືໜ່ວຍງານທີ່ກ່ຽວຂ້ອງກັບຜູ້ບໍລິໂພກ.
ອົງການປົກປ້ອງຜູ້ບໍລິໂພກແຫ່ງເກົາຫຼີ : ☎ 1372, www.kca.go.kr
ອົງການຜູ້ບໍລິໂພກແຫ່ງເກົາຫຼີ : ☎ 02-739-5441, www.consumerskorea.org

03ການທ້ອນເງີນ ແລະ ນຳໃຊ້ທະນາຄານ

(1)) ຄວາມຈຳເປັນຂອງການອອມເງິນ

ການປະຢັດແມ່ນມີຄວາມຈໍາເປັນເພື່ອທີ່ຈະສາມາດເປັນເຈົ້າຊັບສົມບັດ, ການກຽມພ້ອມສໍາລັບໄພພິບັດທີ່ບໍ່ໄດ້ຄາດຄິດ ແລະ ເງິນກະສຽນ ວຽກໃນອະນາຄົດ, ຊື້ເຮືອນ, ຈ່າຍຄ່າຮຽນຂອງລູກທ່ານ, ແລະ ອື່ນໆ.ູ ການອອມເງິນແມ່ນເລີ່ມຕົ້ນໄດ້ໂດຍການເປີດບັນຊີທະນາຄານ.

(2)ປະເພດການອອມເງິນ

  • ຝາກປະຫຍັດ: ເຮົາສາມາດຝາກແລະຖອນໄດ້ຕະຫຼອດເວລາ ແຕ່ມີອັດຕາດອກເບ້ຍຕ່ຳ.
  • ຝາກມີກຳນົດ: ເຮົາສາມາດຝາກເງິນຈຳນວນຫຼວງຫຼາຍໄດ້ໃນໄລຍະຍາວ ແລະຈະໄດ້ຮັບອັດຕາດອກເບ້ຍທີ່ສູງ.
  • ຝາກປະຈຳ: ເຮົາຈະຕ້ອງໄດ້ຝາກເງິນໃນອັດຕາທີ່ເທົ່າກັນໃນແຕ່ລະເດືອນ ແລະ ຖອນເງິນເປັນຈຳນວນຫຼາຍອອກໄດ້ພາຍຫຼັງສິ້ນສູດສັນຍາການຝາກ, ເຊິ່ງການຝາກແມ່ນໄດ້ຮັບດອກເບ້ຍໃນອັດຕາທີ່ສູງ.
  • ຝາກອິດສະຫຼະ: ເປັນວິທີໃໝ່ໃນການອອມເງິນ ແລະດອກເບ້ຍກໍ່ສູງສຳລັບການອອມເງິນໃນໄລຍະຍາວແລະມີຈຸດມຸ້ງໝາຍທີ່ຈະເຮັດອັດຕາອອກເບ້ຍພິເສດເພື່ອການອອມສຳລັບຄອບຄົວ.

(3)ການນຳໃຊ້ທະນາຄານ

ວິທີເປີດບັນຊີ(ສ້າງປື້ມບັນຊີ)
  • ເອກະສານທີ່ຕ້ອງກະກຽມ: ບັດປະຈຳຕົວ, (ປື້ມຜ່ານແດນ, ໜັງສືຢັ້ງຢືນຄົນຕ່າງດ້າວ, ໃບຢັ້ງຢືນທີ່ຢູ່, ແລະອື່ນໆ) ພ້ອມຈໍ້າກາ ແລະ ຈຳນວນເງິນທີ່ຕ້ອງການນຳໄປຝາກ
  • ຄຳແນະນຳ
    1. 1ເມື່ອໄປຮອດທະນາຄານ ແມ່ນໃຫ້ກົດບັດຄິວ ແລະ ລໍຖ້າຈົນກວ່າຈະຖືກເອີ້ນ
    2. 2ຍ່າງໄປທີ່ໂຕະທີ່ເຫັນໝາຍເລກຄິວຂອງທ່ານສະແດງຂຶ້ນ
    3. 3ແຈ້ງຈຸດປະສົງໃນການມາທະນາຄານໃຫ້ກັບພະນັກງານ(ເປີດບັນຊີ, ໂອນເງິນຫຼືຝາກເງິນ). ຖ້າຕ້ອງການບັດເດບິດກໍ່ສາມາດຖາມເພື່ອໃຫ້ພະນັກງານອອກບັດໃຫ້ພ້ອມ.
      • ບັດເງິນສົດ: ບັດເດບິດ ສາມາດຝາກ ຫຼື ຖອນເງິນ ຜ່ານຕູ້ATM ໄດ້ ໂດຍບໍ່ຈຳເປັນຕ້ອງມີປື້ມບັນຊີກໍ່ໄດ້.
    4. 4ຕື່ມຮ່າງເອກະສານໃຫ້ຄົບຖ້ວນຕາມຄຳແນະນຳ ແລະສົ່ງໃຫ້ພະນັກງານທະນາຄານ.
    5. 5ຮັກສາປື້ມບັນຊີເງິນຝາກ ແລະ ບັດເດບິດຂອງທ່ານໄວ້ ໃນບ່ອນທີ່ປອດໄພ.
      • ຫ້າມເປີດເຜີຍລະຫັດກົດເງີນຂອງທ່ານໃຫ້ບຸກຄົນອື່ນຮັບຮູ້.
ເວລາເຮັດວຽກຂອງທະນາຄານ
  • ວັນຈັນ ເຖິງວັນສຸກ : 09:00-16:00
  • ນອກໂມງເຮັດວຽກຂອງທະນາຄານແລ້ວ : ທ່ານ ສາມາດເລືອກໃຊ້ຕູ້ ATM ຢູ່ໜ້າທະນາຄານໄດ້ ໄດ້ຕະຫຼອດ 365 ວັນ.
ການຝາກ ແລະ ຖອນເງິນ ຜ່ານທະນາຄານ
  • ຂຽນໃບຝາກ ຫຼື ຖອນເງິນແລ້ວ ນຳໄປຢື່ນໃຫ້ພະນັກງານທະນາຄານ. ເຮົາບໍ່ຈຳເປັນຕ້ອງໃຊ້ລະຫັດເພື່ອເຮັດການຝາກເງິນ, ແຕ່ເຮົາຈະຖືກຖາມເຖິງລະຫັດຫຼືລົງລາຍເຊັນ ເພື່ອໃຊ້ໃນການຖອນເງິນ.
  • ທ່ານສາມາດຝາກຫຼືຖອນເງິນຜ່ານຕູ້ATM ດ້ວຍປຶ້ນບັນຊີທະນາຄານຫຼີບັດກົດເງິນສົດ. ທ່ານຈຳເປັນຕ້ອງໃສ່ລະຫັດ ເພື່ອດຳເນີນການເຄື່ອນໄຫວ. ຖ້າທ່ານໃສ່ລະຫັດຜິດ 3 ຄັ້ງຕິດຕໍ່ກັນທ່ານຈະບໍ່ສາມາດດຳເນີນການເຄື່ອນໄຫວໄດ້ (ກວດສອບການເຄື່ອນໄຫວບັນຊີ, ຝາກເງິນ, ຖອນເງິນ) ແລະທ່ານຍັງຈະຕ້ອງໄດ້ເສຍຄ່າໃຊ້ຈ່າຍເພີ່ມຖ້າທ່ານໃຊ້ບໍລິການນອກໂມງເຮັດວຽກຂອງທະນາຄານ, ຫຼືນຳໃຊ້ການເຄື່ອນໄຫວໂດຍຜ່ານ ATM ຂອງທະນາຄານອື່ນ.
  • 현금자동입출금기(ATM)
    < ຕູ້ຝາກ ແລະ ຖອນເງີນອັດຕະໂນມັດ(ຕູ້ ATM) >
ລະບົບທະນາຄານທາງອິນເຕີເນັດ
  • ລະບົບທະນາຄານອິນເຕີເນັດໝາຍເຖິງການໃຊ້ບໍລິການຂອງທະນາຄານໂດຍຜ່ານລະບົບອິນເຕີເນັດ.
  • ໂດຍຜ່ານລະບົບທະນາຄານທາງອິນເຕີເນັດ, ເຮົາສາມາດກວດຍອດເງິນໃນບັນຊີ, ກວດປະຫວັດການເຄື່ອນໄຫວການຝາກ ແລະຖອນ, ລວມທັງການໂອນເງິນເງິນໂດຍນຳໃຊ້ບັນຊີທະນາຄານຂອງເຮົາເອງໄດ້.
  • ທ່ານ ຕ້ອງໄດ້ບັນທຶກໃບຮັບຮອງກ່ຽວກັບການຊຳລະເງີນ ໄວ້ໃນຄອມພິວເຕີຂອງທ່ານ. ແລະ ຕ້ອງໄດ້ເກັບຮັກສາໃບເກັບລະຫັດລັບ (secret card), OPT(one time password)ໄວ້.ຂໍ້ມູນອື່ນໆ ທີ່ບໍ່ເຂົ້າໃຈສາມາດສອບຖາມ ພະນັກງານທະນາ ຄານໄດ້.
ຂໍ້ມູນທີ່ມີປະໂຫຍດ!
ໂມບາຍແບັງຄິງ

ແມ່ນລະບົບການດຳເນີນວຽກທະນາຄານ ໂດຍຜ່ານໂທລະສັບມືຖື ຫຼື ລະບົບອຸປະກອນສື່ສານຕ່າງ, ຊຶ່ງຕ່າງຈາກ ລະບົບອິນເຕີ ເນັດ ແບັງຄິງ ເພາະໃນເວລາເຄື່ອນໄຫວໄປໃສ ກໍ່ສາມາດດຳເນີນການໄດ້ ໂດຍບໍ່ຈຳແຈກສະຖານທີ່.

ວິທີການຊຳລະຄ່ານ້ຳຄ່າໄຟ
  • ການຊຳລະໂດຍຕົງ
    ວິທີນີ້ ແມ່ນທ່ານຕ້ອງໄດ້ເຂົ້າໄປທະນາຄານດ້ວຍຕົວເອງ, ໃນທຸກມື້ນີ້, ມີຫຼາຍທະນາຄານ ບໍ່ໄດ້ຊ່ວຍວຽກການຊຳລະຄ່ານ້ຳຄ່າໄຟ. ໃນກໍລະນີແບບນີ້, ທ່ານ ສາມາດເລືອກໄປໃຊ້ຕູ້ຊຳລະເງີນອັດຕະໂນມັດ ທີ່ຕິດຕັ້ງຢູ່ໃນທະນາຄານ. ຖ້າທ່ານນຳໃຊ້ຕູ້ຊຳລະເງີນ ອັດຕະໂນມັດ, ທ່ານ ຕ້ອງໄດ້ມີປື້ມບັນຊີຂອງທະນາຄານດັ່ງກ່າວ.
    • ※ ເພີ່ມເຕີມ: ຢູ່ຫ້ອງການໄປສະນີ ກໍ່ມີລະບົບການຮັບຊຳລະຄ່ານ້ຳຄ່າໄຟເຊັ່ນດຽວກັນ, ໃນກໍລະນີ ທ່ານ ບໍ່ຖືປື້ມ ບັນຊີທະນາຄານ ໄປນຳນັ້ນ, ສາມາດໄປຊຳລະຢູ່ໄປສະນີກໍ່ໄດ້
  • ລະບົບຕັດເງີນອັດຕະໂນມັດ
    ທ່ານສາມາດກຳນົດການຈ່າຍຕ່າງໆໂດຍຕົງຈາກບັນຊີເງິນຝາກຂອງທ່ານໂດຍບໍ່ຕ້ອງເສຍເວລາກັບມັນເລີຍ ໂດຍທ່ານພຽງແຕ່ກຳນົດວັນໃຫ້ກັບໃບເກັບເງິນວ່າຈະໃຫ້ຕັດເງິນຈາກບັນຊີຂອງທ່ານເຊິ່ງທ່ານສາມາດໃຊ້ບໍລິການນີ້ໄດ້ໂດຍຕົງຈາກທະນະຄານຂອງທ່ານຫຼື ຕິດຕໍ່ໄປຫາຜູ້ໃຫ້ບໍລິການ. ທ່ານຕ້ອງໄດ້ຈື່ໄວ້ສະເໝີເຖິງມື້ທີ່ບັນຊີຂອງທ່ານຈະຖືກຕັດເງິນ ແລະຕ້ອງໝັ້ນໃຈວ່າມີເງິນພຽງພໍໃນບັນຊີ.
ການໂອນເງິນ
  • ຕ້ອງມີບັນຊີທະນາຄານພາຍໃນປະເທດສຳລັບຄອບຄົວຂອງທ່ານ.
  • ກະກຽມຂໍ້ມູນຕໍ່ໄປນີ້ໃຫ້ຖືກຕ້ອງ: ຊື່ຂອງຜູ້ຮັບ, ທີ່ຢູ່, ເບີໂທລະສັບ, ຊື່ທະນາຄານ, ແລະເລກບັນຊີຂອງຜູ້ທີ່ຈະຮັບເງິນ, ຫຼັງຈາກນັ້ນໃຫ້ທ່ານໄປທີ່ໜ່ວຍງານບໍລິການແລກປ່ຽນເງິນຕາຢູ່ທະນາຄານຂອງທ່ານ ແລະສະແດງບັດປະຈຳຕົວ ໃຫ້ກັບພະນັກງານທະນາຄານ.
  • ເກັບຮັກສາໃບຢັ້ງຢືນການໂອນເງິນໄວ້.
ຂໍ້ມູນທີ່ເປັນປະໂຫຍດ!
ການໂອນເງິນທີ່ປອດໄພ

ທ່ານສາມາດໂອນເງິນໃຫ້ມີຄວາມປອດໄພໂດຍຜ່ານຕົວແທນທະນາຄານສາທາລະນະ ເຊັ່ນຫ້ອງການໄປສະນີ. ມີຄົນຈຳນວນຫຼວງຫຼາຍທີ່ໃຊ້ບໍລິການຈາກຜູ້ໃຫ້ບໍລິການສ່ວນຕົວ (ນາຍໜ້າ) ຫຼາຍກວ່າທີ່ຈະໃຊ້ບໍລິການການໂອນເງິນຂອງທະນາຄານ. ລະບົບການບໍລິການຂອງພວກເຂົາມີລັກສະນະງ່າຍກວ່າ, ວ່ອງໄວກວ່າ, ແຕ່ກໍ່ຕ້ອງຮັບຄວາມສຽງເອົາເອງ ໃນກໍລະນີທີ່ນາຍໜ້າຫາກໂຕນໜີໄປພ້ອມກັບເງິນທີ່ຖືກໂອນໂດຍບໍ່ມີການຮອງຮັບ. ໃນກໍລະນີເກີດອຸບັດຕິເຫດໃດໜຶ່ງ, ທ່ານບໍ່ມີທາງທີ່ຈະໄດ້ຮັບເງິນຂອງທ່ານຄືນ. ດັ່ງນັ້ນຈິ່ງບໍ່ຂໍແນະນຳໃຫ້ທ່ານໃຊ້ບໍລິການຈາກຜູ້ໃຫ້ບໍລິການເຫຼົ່ານີ້ແຕ່ຢ່າງໃດ.

ຂໍ້ມູນທີ່ເປັນປະໂຫຍດ!
ການເວົ້າຕົວະຍົວະ

ການເວົ້າຕົວະຍົວະ ແມ່ນການປະພຶດໃນລັກສະນະຫຼອກລວງ ໂດຍການສົ່ງຂໍ້ມູນທີ່ບໍ່ເປັນຄວາມຈິງໄປຫາລູກຄ້າຂອງທຸລະກິດ ໂດຍຜ່ານທ່າງໂທລະສັບຫຼືຂໍ້ຄວາມສັ້ນ, ແລະຕົວະໃຫ້ລູກຄ້າຫຼົງເຊື່ອ ແລະສົ່ງເງິນສົດຫຼືຝາກເງິນເຂົ້າບັນຊີໃຫ້.

ການຫຼອກລວງໂດຍອ້າງວ່າເປັນໝູ່ຢູ່ໃນລະບົບສົນທະນາ

ຜູ້ຫຼອກລວງຈະຊອກຫາຊື່ ແລະລະຫັດຂອງບຸກຄົນອື່ນ ໂດຍການໃຊ້ຂ້ໍມູນດັ່ງກ່າວເພື່ອເຂົ້າໃນລະບົບ ເພື່ອໃຫ້ທາງພີ່ນ້ອງຫຼື ເພື່ອນຂອງບຸກຄົນນັ້ນລົງທະບຽນໃຊ້ງານໃນລະບົບສົນທະນາ ແລະສະເໜີໃຫ້ໂອນເງິນມາໃຫ້ດ່ວນ ໂດຍອ້າງວ່າ “ມີຄວາມຈຳເປັນ” ຍ້ອນເກີດອຸບັດຕິເຫດຕາມທ້ອງຖະໜົນຫຼືອຸບັດຕິເຫດອື່ນໆ ໂດຍການລົມກັນໜຶ່ງຕໍ່ໜຶ່ງຫຼື ເຮັດແຈ້ງການປອມ. ຖ້າຜູ້ເຄາະຮ້າຍຫຼົງເຊື່ອ ແລະ ໂອນໃຫ້, ຜູ້ຫຼອກລວງກໍ່ຈະໄດ້ເງິນໄປຢ່າງງ່າຍດາຍ.

ການຫຼອກລວງໂດຍການສົ່ງຂໍ້ຄວາມດ່ວນທີ່ບໍ່ແມ່ນຄວາມຈິງ ຈາກບໍລິການປຶກສາທາງດ້ານການເງິນ, ໂດຍການແນະນຳໃຫ້ຜູ້ເຄາະຮ້າຍເຂົ້າທີ່ເວັບໄຊທ໌ປອມ

ຜູ້ຫຼອກລວງຈະສົ່ງຂໍ້ຄວາມໂດຍຈະເຫັນຊື່ເປັນໜ່ວຍງານທາງການເງິນຫຼືຜູ້ໃຫ້ບໍລິການປຶກສາທາງ ດ້ານ ການເງິນເພື່ອດຶງດູງໃຫ້ຜູ້ເຄາະຮ້າຍເຂົ້າໄປໃນເວັບໄຊທ໌ປອມ ແລະ ເມື່ອເຂົ້າໄປແລ້ວຜູ້ເຄາະຮ້າຍຈະຖືກຂໍໃຫ້ປ້ອນຂໍ້ມູນສ່ວນຕົວທາງດ້ານການເງິນ, ເພື່ອທີ່ຜູ້ຫຼອກລວງຈະໃຊ້ຂໍ້ມູນດັ່ງກ່າວໄປໃຊ້ໃນການກູ້ເງິນ.

ການຫຼອກລວງເພື່ອການຂໍຂໍ້ມູນກ່ຽວກັບລະບົບບໍລິການທະນາຄານທາງໄກ ໂດຍຜ່ານທາງໂທລະສັບ

ຜູ້ຫຼອກລວງຈະສຳຫຼວດເບີ່ງພົນລະເມືອງອາວຸໂສທີ່ມີອາຍຸ ແຕ່ 50 ຫາ 70 ປີທີ່ຍັງມີການໃຊ້ລະບົບບໍລິການທະນາຄານທາງໄກຫຼືມີການຊັກຊວນໃຫ້ຜູ້ສູງອາຍຸເຫຼົ່ານັ້ນໃຊ້ລະບົບດັ່ງກ່າວ ແລະຈາກນັ້ນຜູ້ຫຼອກລວງກໍ່ຈະໄດ້ຂໍ້ມູນກ່ຽວການນຳໃຊ້ລະບົບທະນາຄານທາງໄກນັ້ນມາ (ໝາຍເລກທະບຽນທີ່ຢູ່, ລະຫັດ PIN ສຳລັບໃຊ້ໃນການໂອນເງິນ, ລະຫັດ PIN ສຳລັບບັນຊີທະນາຄານ, ໝາຍເລກບັດປະກັນສັງຄົມພ້ອມລະຫັດປ້ອງກັນຄວາມປອດໄພ) ພາຍໃຕ້ຂໍ້ຄວາມອ້າງອີງໃນການປ້ອງກັນກ່ຽວກັບການຖືກກັກຂອງບັດ, ການຮົ່ວໄຫຼຂອງຂໍ້ມູນຫຼືກ່ຽວຂ້ອງກັບການກໍ່ອາດຊະຍາກຳ. ຈາກນັ້ນພວກຫຼອກລວງຈະໂອນເງິນຈາກບັນຊີຂອງຜູ້ຖືກເຄາະຮ້າຍ ໄປຍັງບັນຊີຂອງພວກເຂົາເອງ.

ການຫຼອກລວງໂດຍອ້າງວ່າມີການລັກພາໂຕຫຼືມີອຸບັດຕິເຫດເກີດຂຶ້ນກັບເດັກນ້ອຍ

ການຫຼອກລວງໃນລັກສະນະນີ້, ຜູ້ຫຼອກລວງເຊິ່ງໄດ້ຮູ້ເຖິງເບີໂທລະສັບຂອງເດັກ ແລະ ເບີໂທພໍ່ແມ່ຂອງເຂົາແລ້ວພວກເຂົາຈະເຮັດການປອມເບີໂທ ເບີ່ງໃຫ້ມີຄວາມໜ້າເຊື່ອຖື ແລະ ແຈ້ງວ່າເດັກນ້ອຍເກີດອຸບັດຕິເຫດ ຫຼືຖືກລັກພາໂຕ ເພື່ອທີ່ຈະໄດ້ເອົາເງິນຈາກຜູ້ທີ່ເປັນພໍ່ແມ່ຂອງເດັກ. ຜູ້ຫຼອກລວງອາດຈະຕົວະວ່າເດັກນ້ອຍຖືກລັກພາໂຕໃນຕອນທີ່ກຳລັງໄປໂຮງຮຽນ, ລູກຊາຍທີ່ກຳລັງບັນຈຸກຳລັງໃນກອງທະຫານຖືກອຸບັດຕິເຫດ, ຫຼືລູກທີ່ຮຽນຢູ່ຕ່າງປະເທດຖືກອຸບັດຕິເຫດຫຼືຖືກລັກພາໂຕ.

ການຫຼອກລວງໂດຍໃຫ້ຜູ້ຖືກເຄາະຮ້າຍໂອນເງິນໃຫ້ຜ່ານຕູ້ ATM

ຜູ້ຫຼອກລວງຈະຕິດຕໍ່ຫາຜູ້ຖືກເຄາະຮ້າຍໂດຍອ້າງວ່າເປັນພະນັກງານຈາກອົງການສືບສວນສອບສວນ, ແລະຈະແຈ້ງໃຫ້ຜູ້ເຄາະຮ້າຍໄປໂອນເງິນຢູ່ຕູ້ATM ດ້ວຍຂໍ້ອ້າງທີ່ວ່າໄດ້ມີສ່ວນຮ່ວມກ່ຽວກັບອາດຊະຍາກຳ (ອຸບັດຕິເຫດ) ແລະຊັກຊວນໃຫ້ຜູ້ຖືກເຄາະຮ້າຍສົ່ງເງິນໃຫ້ໂດຍການໂອນເງິນໄປຫາບັນຊີຂອງພວກເຂົາ.

ການຫຼອກລວງຈາກບັດກູ້ຢືມເງິນ ໂດຍARS ພາຍຫຼັງໄດ້ຂໍ້ມູນຂອງບັດ ເຄຣດິດ

ຜູ້ຫຼອກລວງຈະໃຊ້ຂໍ້ມູນໃນບັດເຄຣດິດຂອງຜູ້ຖືກເຄາະຮ້າຍ (ເລກບັດເຄຣດິດ, ລະຫັດ PIN ແລະ ເລກ CVC) ພາຍໃຕ້ຂໍ້ຄວາມອ້າງອີງໃນການປ້ອງກັນກ່ຽວກັບການຖືກກັກຂອງບັດ, ການຮົ່ວໄຫຼຂອງຂໍ້ມູນຫຼືກ່ຽວຂ້ອງກັບການກໍ່ອາດຊະຍາກຳ. ຜູ້ຫຼອກລວງຈະໃຊ້ບັດກູ້ຢືມຂອງຜູ້ຖືກເຄາະຮ້າຍ ໂດຍການນຳໃຊ້ARS, ໃນຂະນະດຽວກັນກໍ່ຕິດຕໍ່ຫາຜູ້ຖືກເຄາະຮ້າຍ ໂດ້ຍອ້າງວ່າຕົນເອງຫຼົງໂອນເຂົ້າບັນຊີຂອງຜູ້ເຄາະຮ້າຍ ຈິ່ງຂໍໃຫ້ຜູ້ຖືກເຄາະຮ້າຍໂອນເງິນກັບໃຫ້ພວກເຂົາ.

ສຳລັບການແຈ້ງຄວາມຕໍ່ການກະທຳຜິດປະເພດນີ້ຫຼືການກະທຳຜິດທີ່ຄ້າຍຄືກັນ

ກະລຸນາ ໂທແຈ້ງຕຳຫຼວດຕາມເບີດັ່ງນີ້ (☎112), KISA (☎118) ຫຼືສູນໃຫ້ຄຳປຶກສາທາງດ້ານການເງິນ (☎1332)

ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.