ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ສະຖາບັນປິ່ນປົວພະຍາດ

  • Home
  • ສຸຂະພາບ ແລະ ການເບິ່ງແຍງສຸຂະພາບ
  • ສະຖາບັນປິ່ນປົວພະຍາດ

ສະຖາບັນປິ່ນປົວພະຍາດ

01ປະເພດຂອງສະຖາບັນການແພດ

ການແບ່ງປະເພດຂອງສະຖາບັນປິ່ນປົວພະຍາດແມ່ນອີງໃສ່ຂະໜາດ, ລະດັບຂັ້ນຕອນການໃຊ້, ປະເພດແລະຂະໜາດໃນການປິ່ນປົວ. ສຳລັບເຊື້ອພະຍາດທີ່ບໍ່ຮ້າຍແຮງເຊັ່ນວ່າ: ໄອ, ບັນຫາລະບົບຍ່ອຍອາຫານ, ທ່ານຈະຕ້ອງໄດ້ໄປຫາຄລີນິກເພື່ອໃຫ້ໄດ້ຮັບການປິ່ນປົວ. ຖ້າທ່ານຍັງບໍທັນດີແທ້ຫຼື ທ່ານຕ້ອງການໃຫ້ມີການກວດພະຍາດລະອຽດ,ໃຫ້ໄປທີ່ໂຮງໝໍທົ່ວໄປ,ແລະໃຫ້ໄດ້ຮັບການປິ່ນປົວ.

의료기관 유형 표 : 요양급여 단계, 1단계, 2단계를 포함한 표입니다.
ເງີນອຸດໜູນຟື້ນຟູ ຂັ້ນຕອນທີ່ 1 ຂັ້ນຕອນທີ່ 2
ສອດຄ່ອງກັບສະຖາ ບັນປິ່ນປົວພະຍາດ ຫ້ອງການ,ສູນປິ່ນປົວພະຍາດສາທາລະນະຂອງທ່ານໝໍທົ່ວໄປ ຄລີນິກ, ໂຮງໝໍທົ່ວໄປ ໂຮງໝໍທົ່ວໄປລະດັບສູງ
ການປິ່ນປົວພະຍາດ ຫ້ອງປິ່ນປົວຄົນເຈັບເຂດນອກ,ການສັກຢາວັກຊິນ,ການບໍລິຫານສຸຂະພາບ ການກວດຮ່າງກາຍ, ນອນໂຮງໝໍ ການກວດພະຍາດຢ່າງລະອຽດ, ການໃຊ້ຢາປິ່ນປົວພະຍາດ ສໍາລັບໂລກຫຼືພະຍາດ, ການບໍລິຫານສຸຂະພາບ
ສະຖາບັນປິ່ ນປົວພະຍາດ ສູນປິ່ນປົວພະຍາດສາທາລະນະ,ຄລີນິກປິ່ນປົວພະຍາດຕາເວັນອອກ,ປາປົວພາຍໃນ,ປິ່ນປົວເດັກ,ຢາປິ່ນປົວຄອບຄົວ,ສູນກວດສຸຂະພາບ ໂຮງໝໍທົ່ວໄປທີ່ີທ່າ ນໝໍກວດພິເສດ ໂຮງໝໍຂອງມະຫາວິທະ ຍາໄລແລະອື່ນໆ.
  • ເມື່ອທ່ານໃຊ້ໂຮງໝໍທົ່ວໄປລະດັບສູງ, ເປັນຫຼັກການທີ່ທ່ານຈະໄດ້ຮັບຜົນປະໂຫຍດການປະກັນສຸຂະພາບ ໂດຍການສົ່ງຈົດໝາຍຮ້ອງຂໍ ການປິ່ນປົວພະຍາດຈາກທ່ານໝໍທີ່ຮັບຜິດຊອບປິ່່ນປົວຂັ້ນຕອນທີ 1. ສະເພາະແຕ່ຄົນເຈັບສຸກເສີນ, ເກີດລູກ, ເຈັບແຂ້ວ, ການບຳບັດ, ຢາປິ່ນປົວຄອບຄົວ, ແລະ ການປິ່ນປົວ hemophiliac, ທ່ານສາມາດ ໄດ້ຮັບຜົນປະໂຫຍດການປະກັນໄພໃນການປິ່ນປົວຂັ້ນຕອນທີ 1 ທີ່ໂຮງໝໍທົ່ວໄປລະບັບສູງໄດ້ໂດຍບໍ່ຕ້ອງສົ່ງຈົດໝາຍຮ້ອງຂໍການປິ່ນປົວ.
  • ມີຄລີນິກການປິ່ນປົວພະຍາດຕາເວັນອອກຈຳນວນຫຼາຍໃນປະເທດເກົາຫຼີ. ຄລີນິກເຫຼົ່ານີ້້ໃຫ້ບໍລິການປິ່ນປົວພະຍາດຫຼາຍປະເພດ, ລວມທັງການຝັງເຂັມ, ການປະດັບmoxaແລະຢາພື້ນເມືອງ.

02ພະຍາດ ແລະ ຂະແໜງການປີ່ນປົວ

ໂຮງໝໍ ຫຼື ຄລີນິກ
병원 또는 의원 표 : 진료 과목, 주요 진료 분야를 포함한 표입니다.
ຄລີນິກ ປະເພດການປິ່ນປົວ
ຢາປົວພະຍາດພາຍໃນ ການປິ່ນປົວໂດຍບໍ່ຈໍາເປັນຕ້ອງໃຊ້ການຜ່າຕັດເອົາອະໄວຍະວະພາຍໃນຮ່າງກາຍ ປິ່ນປົວພະຍາດລະບົບຍ່ອຍອາຫານ (ຄໍ,ທ້ອງ,ແລະອື່ນໆ),ພະຍາດມະເລັງປອດ,ແລະພະຍາດກ່ຽວກັບຫົວໃຈ, ເສັ້ນເລືອດ,ພະຍາດເບົາຫວານແລະອື່ນໆ.
ການປິ່ນປົວພະຍາດເດັກ ກ່ຽວຂ້ອງກັບການດູແລແລະການປິ່ນປົວເດັກເກີດໃໝ່ແລະເດັກນ້ອຍອາຍຸຕໍ່າກ່ວາ 18 ປີ: ການດູແລເດັກເກີດກ່ອນກໍານົດ,ການປິ່ນປົວພະຍາດເດັກ,ໂລກແພ້ຢາ/ ອາຫານແລະອື່ນໆ.
ການປະສູດແລະການສີບພັນ ກ່ຽວຂ້ອງກັບການຖືພາແລະການເກີດລູກ,ແລະການປິ່ນປົວພະຍາດທີ່ມີຜົນຕໍ່ອະໄວຍະວະສືບພັນຂອງແມ່ຍິງ
ການປິ່ນປົວພະຍາດສໍາລັ ບສຸຂະພາບຈິດ ປິ່ນປົວພະຍາດທີ່ສະແດງໃຫ້ເຫັນມີອາການເປັນໂລກຈິດ
ປິ່ນປົວລະບົບປະສາດ ປິ່ນປົວພະຍາດທີ່ກ່ຽວຂ້ອງກັບລະບົບປະສາດເຊັ່່ນວ່າໂລກຫຼອດເລືອດສະໝອງ,ພະຍາດບ້າໝູ,ພະຍາດສະໝອງເຊື່ອມ,ອາການປວດປະສາດແລະອື່ນໆ.
ຢາຄອບຄົວ ໃຫ້ການບໍລິການສຸຂະພາບທີ່ຄົບວົງຈອນໃຫ້ແກ່ປະຊາຊົນໂດຍບໍ່ຈຳແນກອາຍຸ,ເພດ,ໃຫ້ຄວາມສຳຄັນກັບຫົວໜ່ວຍຄອບຄົວໂດຍສະເພາະ
ພະຍາດຜິວໜ້ງ ປິ່ນປົວພະຍາດທີ່ກ່ຽວຂ້ອງກັບຜິວໜັງເຊັ່ນວ່າສິວ,ຜົມລົ່ນ, ຜື່ນ, ແລະ ອື່ນໆ
ການຜ່າຕັດທົ່ວໄປ ການປິ່ນປົວພະຍາດທີ່ຈຳເປັນຕ້ອງດຳເນີນການເຊັ່ນໄສ້ຕິ່ງອັກເສບ,ການຕິດເຊື້້ອພະຍາດ,ມີຄວາມຜິດປົກະຕິລະບົບຍ່ອຍອາຫານ.
ການຜ່າຕັດກະດູກແລະຂໍ່ ປິ່ນປົວຄວາມຜິດປົກກະຕິຂອງລະບົບໂຄງກະດູກແລະກ່ຽວຂ້ອງກັບກ້າມຊິ້ນໂດຍການໃຊ້ມືແລະເຄື່ອງມື.
ຜ່າຕັດປະລາສະຕິກ ດຳເນີນການປັບເປືອກຕາແລະແຜໄຟໄໝ້ໃນການປັບປຸງຮັກສາຮູບຮ່າງແລະການເຮັດວຽກຂອງຮ່າງກາຍ
ການໃຊ້ຢາບໍາບັດ ການປິ່ນປົວພະຍາດທີ່ກ່ຽວຂ້ອງກັບກ້າມຊິ້ນ,ກະດູກ,ແລະລະບົບປະສາດໂດຍແພດທີ່ຊ່ຽວຊານໃນການບໍາບັດພ້ອມກັບການບໍາບັດໂລກໄປພ້ອມກັບຮ່າງກາຍ.
ເຊື້ອພະຍາດໃນຊ່ອງຄອດ ປິ່ນປົວກ່ຽວກັບຄວາມຜິດປົກກະຕິຂອງລະບົບຖ່າຍເທ (ຍ່ຽວ) ບໍ່ສະດວກລວມເຖິງໝາກໄຂ່ຫຼັງແລະພົກຍ່ຽວແລະແລະອະໄວຍະວະສືບພັນເຊັ່ນອະໄວຍະວະເພດແລະໝາກໄຂ່ຫໍາ.
ພະຍາດຕາ ປິ່ນປົວພະຍາດກ່ຽວຂ້ອງກັບສາຍຕາແລະເສັ້ນປະສາດເຊັ່ນວ່າຕໍ້ກະຈົກຕາ,ຕໍ້ຫົນແລະການແກ້ໄຂສາຍຕາສັ້ນ.
ພະຍາດຫູ,ດັງແລະຄໍ ປິ່ນປົວພະຍາດກ່ຽວກັບຫູ,ດັງແລະຄໍ
ພະຍາດແຂ້ວ ປິ່ນປົວແຂ້ວທີ່ຊຸດໂຊມ,ແລະຍືດແຂ້ວ,ໃສ່ແຂ້ວປອມແລະດັດແຂ້ວ.
ການປິ່ນປົວສຸກເສີນ ການປິ່ນປົວກ່ຽວກັບການປົ່ງມະຕິພະຍາດແລະການປິ່ນປົວຄົນເຈັບເວລາສຸກເສີນ
ຄລີນິກຝັງເຂັມ ຫຼື ຄຣີກນີກຢາພື້ນເມືອງ
한방병원 또는 한의원 표 : 진료 과목, 주요 진료 분야를 포함한 표입니다.
ຄລີນິກ ປະເພດການປິ່ນປົວ
ພະແນກການໃຊ້ົຢາປິ່ນປົວພາຍໃນ, ການສືບພັນ, ການປິ່ນປົວເດັກ, ແລະອື່ນໆ (8 ພະເພດເຊື້ອພະຍາດ ທີ່ປິ່ນປົວ ແບບຕາເວັນອອກ) ການປິ່ນປົວກ່ຽວກັບການຝັງເຂັມ,ຢາພື້ນເມືອງແລະການປິ່ນປົວປະເພດອື່ນໆທີ່ມີຕົ້ນກໍາເນີດໃນອາຊີ.

03ວິທີໃຊ້ບໍລິການສະຖາບັນການແພດ

(1)ວິທີໃຊ້ສະຖາບັນການແພດພື້ນຖານ

  • 도표

(2)ວິທີໃຊ້ສະຖາບັນການແພດປະເພດທີ່ສອງ

  • 도표

04ການຮັບມືກັບສະຖານະການສຸກເສີນ

  • ໃນເວລາເຈັບເປັນຮີບດ່ວນ ທີ່ບໍ່ຮ້າຍແຮງ, ທ່ານ ສາມາດໄປຊື້ຢາແກ້ຫຫວັດ, ຢາຊ່ວຍຍ່ອຍອາຫານ ຢູ່ຕາມຮ້ານຂາຍຢາ ທີ່ໃກ້ເຮືອນຂອງທ່ານ.
  • ຖ້າທ່ານໂຫາເບີ☎119, ລົດຮັບສົ່ງຄົນເຈັບ ຈະມາຫາ ແລະ ພາທ່ານໄປຫາໂຮງໝໍທີ່ຢູ່ໃກ້ທີ່ສຸດ. ທ່ານຈະໄດ້ຮັບການ ປິ່ນປົວຢູ່ໃນຫ້ອງ ສຸກເສີນ. ຖ້າທ່ານຈຳເປັນຕ້ອງໄດ້ຮັບການປິ່ນປົວໃນໂຮງໝໍສໍາລັບຜ່າຕັດຫຼືກວດພະຍາດ, ທ່ານຈະຕ້ອງໄດ້ລໍຖ້າ ເພື່ອຈະໄດ້ຫ້ອງນອນ ຂອງໂຮງໝໍ.
  • ເມື່ອໄດ້ຫ້ອງແລ້ວ, ທ່ານຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນການປິ່ນປົວໃນໂຮງໝໍ.
ຂໍ້ມູນທີ່ເປັນປະໂຫຍດ!
ເວລາໄປຊື້ຢາຢູ່ຮ້ານ ຫຼື ກວດສຸຂະພາບຢູ່ໂຮງໝໍ ຕ້ອງຖືບັດປະກັນສຸຂະພາບ ແລະ ບັດປະຊາຊົນ ໄປນຳທຸກຄັ້ງ.
  • ໂທຫາ ☎119 ໃນກໍລະນີເຈັບເປັນຮ້າຍແຮງສຸກເສີນ
  • ສຸນໃຫ້ຄຳປຶກສາສຸຂະພາບ ແລະ ສະຫວັດດີການ ☎129 (ເມື່ອໃຊ້ໂທລະສັບມືຖື, ກົດເລກລະຫັດພື້ນທີ່+ 129)

05ຮ້ານຂາຍຢາ ແລະ ຢາ

ສຳລັບ ການຊື້ຢາກິນນັ້ນ ຕ້ອງໄດ້ມີໃບສັ່ງຈາກແພດ ຢູ່ໃນໂຮງໝໍ ຈຶ່ງສາມາດຊື້ໄດ້ຢູ່ຕາມຮ້ານຂາຍຢາທົ່ວໄປ, ແຕ່ກໍ່ມີ ບາງຢາ ທີ່ເຮົາສາມາດຊື້ໄດ້ຢູ່ຕາມຮ່ານຂາຍຢາທົ່ວໄປ ໂດຍບໍ່ຈຳເປັນ ຕ້ອງມີໃບສັ່ງຈາກແພດ. ຢາທົ່ວໄປ ທີ່ພວກເຮົາ ສາມາດຊື້ໄດ້ ໂດຍບໍ່ຈຳເປັນຕ້ອງມີໃບສັ່ງຈາກແພດ, ປະກອບມີ ຢາດີຫວັດ, ຢາຊ່ວຍຍ່ອຍອາຫານ(ຢາດີກະເພາະ), ຢາຫຼຸດໄຂ້, ຢາແກ້ປວດ, ຢາທາບາດແຜ, ຢາຫ້າມຮາກແລະ ອື່ນໆ. ສ່ວນອຸປະກອນການຢາ ທີ່ບໍ່ນອນໃນບັນຊີການຢາຫ້າມ ຕົວຢ່າງ: ຢາດັດກິ່ນ, ໂຊຟີ, ນ້ຳຫວານບຳລຸສຸຂະພາບ, ຖົງຢາງອານາໄມ ເຫຼົ່ານີ້ ແມ່ນສາມາດຊອກຊື້ໄດ້ຢູ່ຕາມຮ້ານສະດວກ ຊື້ ແລະ ຮ້ານຄ້າຍ່ອຍຕ່າງໆໄດ້. ສ່ວນຢາດີຫວັດ, ຢາດີກະເພາະ(ຍ່ອຍອາຫານ), ຢາແກ້ປວດ ແລະ ຢາອື່ນໆ 13 ລາຍການ ທີ່ນອກໃນບັນຊີຢາບໍ່ອັນຕະລາຍນັ້ນ ສາມາດຊອກຊື້ໄດ້ຢູ່ຕາມຮ້ານສະດວກຊື້ ແຫ່ງຕ່າງໆ ຕະຫຼອດ 24 ຊົ່ວໂມງ.

ຂໍ້ມູນທີ່ເປັນປະໂຫຍດ!
ຊຸດຢາປະຖົມພະຍາບານ

ພວກເຮົາຈຳເປັນຕ້ອງເກັບຮັກສາຢາປະຖົມພະຍາບານຢູ່ບ້ານເພື່ອກະກຽມໄວ້ສໍາລັບຍາມມີການເຈັບປ່ວຍຫຼືໄດ້ຮັບບາດເຈັບຢາບາງຊະນິດສາມາດຊື້ໄດ້ຢູ່ຮ້ານສະດວກຊື້ຢ່າງງ່າຍດາຍແຕ່ເຮົາຈໍາເປັນຕ້ອງມີຊຸດພື້ນຖານທີ່ກະກຽມໄວ້ສໍາລັບສະຖານະການສຸກເສີນເມື່ອຮ້ານສະດວກຊື້ປິດບໍລິການສໍາລັບຄົນທີ່ຢູ່ໄປຈາກໂຮງໝໍເປັນສິ່ງສໍາຄັນຫຼາຍທີ່ຈະມີຢາປະຖົມພະຍາບານປະຈຳຢູ່ເຮືອນຊຸດຢາປະຖົມພະຍາບານພື້ນຖານຄວນມີດັ່ງຕໍ່ໄປນີ້.

  • ຢາຕ້ານເຊື້້ອ: ຢາລົດໄຂ້
  • ຢາແກ້ປວດ: ຢາບັນເທົາຫຼືຫຼຸດຜ່ອນການເຈັບປວດ
  • ຢາແກ້ລະບົບຍ່ອຍອາຫານ: ຊ່ວຍຍ່ອຍອາຫານ
  • ຢາດີຖອກທ້ອງ: ແກ້ຖອກທ້ອງ
  • ຢາຢອດຕາ: ບັນເທົາອາການແສບແລະເຈັບຕາ
  • ຢາຂ້າເຊື້ອ: ຢັບຢັ້ງການຈະເລີນເຕີບໂຕແລະການແຜ່ເຊື້ອພະຍາດທີ່ເຮັດໃຫ້ເກີດເຊື້ອໂລກ
  • ວາສະລິນ: ບັນເທົາອາການແຜໄຟໄໝ້
  • ຢາຂີ້ເຜິ້ງ: ບັນເທົາອາການຄັນ
  • ຢາແກ້ປວດຊະນິດເປັນນໍ້າ: ສໍາລັບແມງໄມ້ກັດຫຼືອາການຄັນ
  • ແຜ່ນຕິດບັນເທົາອາການເຈັບ: ໃຊ້ຕິດຢູ່ບ່ອນກ້າມເນື້ອທີ່ເຈັບ
  • ຜ້າພັນບາດແຜ: ໃຊ້ຮໍາ/ພັນບ່ອນທີ່ເປັນບາດແຜເພື່ອປ້ອງກັນການຕິດເຊື້ອພະຍາດ
  • ຊຸດປະຖົມພະຍາບານ: ກ່ອງຜ້າພັນ,ສໍາລີ,ມິດແຊມ,ເຄື່ອງວັດອຸນະພູມ,ຜ້າພັນບາດຂ້າເຊື້ອ ແລະ ພລາດສະເຕີ
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.