ປະກັນການຈ້າງງານແມ່ນລະບົບປະກັນສັງຄົມທີ່ປ້ອງກັນການຫວ່າງງານ, ອຳນວຍຄວາມສະດວກໃຫ້ແກ່ວຽກເຮັດງານທຳ, ພັດທະນາ ແລະ ປັບປຸງທັກສະດ້ານວິຊາຊີບຂອງຄົນງານ, ສະໜັບສະໜູນຄວາມໝັ້ນຄົງຂອງຊີວິດການເປັນຢູ່ ແລະ ການຟື້ນຟູການອອກແຮງງານຂອງຜູ້ອອກແຮງງານ. ນາຍຈ້າງແລະຄົນງານປະກອບສ່ວນຈໍານວນທີ່ແນ່ນອນຂອງຄ່າຕອບແທນປະຈໍາເດືອນຂອງເຂົາເຈົ້າເປັນຄ່າປະກັນໄພການຈ້າງງານ. ຜູ້ອອກແຮງງານມີສິດໄດ້ຮັບການຝຶກອົບຮົມວິຊາຊີບ ແລະໄດ້ຮັບເງິນຊ່ວຍເຫຼືອຖ້າເຂົາເຈົ້າຕົກເປັນວຽກ, ໃນຂະນະທີ່ນາຍຈ້າງໄດ້ຮັບການຊ່ວຍເຫຼືອໃນການຮັກສາການຈ້າງງານ ແລະຄ່າໃຊ້ຈ່າຍໃນການສຶກສາ ແລະການຝຶກອົບຮົມ.
ຖ້າພະນັກງານທີ່ສູນເສຍວຽກ, ການປະກັນຈ້າງງານຈະຈັດຫາສະຫວັດດີການບາງຊ່ວງເວລາ ເພື່ອຊ່ວຍພວກເຂົາສາມາດຜ່ານອຸປະສັກທີ່ບໍ່ໝັ້ນຄົງດ້ານການເງີນແລະສ້າງໂອກາດໃນການໄດ້ຮັບງານຄືນອີກຄັ້ງໜຶ່ງ.
ບຸກຄົນຜູ້ທີ່ມີຄຸນສົມບັດຄົບຖ້ວນດັ່ງລຸ່ມນີ້ອາດອາດສາມາດຂໍເອົາເງີນອູດໜູນຫຼັງເລີກຈ້າງງານໄດ້
ບໍ່ວ່າທ່ານຈະສະໝັກຮັບປະກັນໄພການຈ້າງງານແຕກຕ່າງກັນໄປຕາມສະຖານະທີ່ຢູ່ອາໄສຂອງເຈົ້າ.
ການຈັດປະເພດ | ໄລຍະຂອງປະກັນໄພ | |||||
---|---|---|---|---|---|---|
1 ຫຼື ຕ່ຳກວ່າ | 1-3 ປີ | 3-5 ປີ | 5-10 ປີ | 10 ປີຂື້ນໄປ | ||
ອາຍຸປະຈຸບັນໃນເວລາປ່ຽນວຽກ | ອາຍຸ 50 ປີ ຫຼື ຕ່ຳກວ່າ | 120 ມື້ | 150 ມື້ | 180 ມື້ | 210 ມື້ | 240 ມື້ |
ອາຍຸ 50 ປີຂື້ນໄປ | 120 ມື້ | 180 ມື້ | 210 ມື້ | 240 ມື້ | 270 ມື້ |
ຮັບສະມຊິກດ້ວຍຄວາມສະໝັກໃຈ(ສາມາດສະໝັກເຂົ້າເປັນສະມາຊີກໄດ້ ຂື້ນກັບຄວາມຕ້ອງການຂອງຕົນເອງ]
ເຈົ້າຂອງກິດຈະການສ່ວນບຸກຄົນ ຫຼື ເຈົ້າຂອງທຸລະກິດແຕ່ພຽງຜູ້ດຽວທີ່ຈ້າງແຮງງານໜ້ອຍກວ່າ 50 ຄົນທີ່ ① ມີໃບຢັ້ງຢືນການລົງທະບຽນທຸລະກິດ ຫຼື ② ບັດຕົວເລກທີ່ເປັນເອກະລັກໃນທຸລະກິດຂອງການດໍາເນີນງານຂອງສູນດູແລເດັກ, ສູນດູແລເດັກສ່ວນຕົວ, ຫຼື ສູນເບິ່ງແຍງຜູ້ສູງອາຍຸໃນໄລຍະຍາວ.
ຂະແໜງການ | ອັນດັບ1 | ອັນດັບ2 | ອັນດັບ3 | ອັນດັບ4 | ອັນດັບ5 | ອັນດັບ6 | ອັນດັບ7 |
---|---|---|---|---|---|---|---|
ຄ່າຈ້າງຂັ້ນພື້ນຖານ | 1,820,000 | 2,080,000 | 2,340,000 | 2,600,000 | 2,860,000 | 3,120,000 | 3,380,000 |
ເບ້ຍປະກັນປະຈຳເດືອນ | 40,950 | 46,850 | 52,650 | 58,500 | 64,350 | 70,200 | 76,050 |
ເງິນອຸດໜູນສຳລັບຜູ້ຊອກຫາວຽກ | 1,092,000 | 1,248,000 | 1,404,000 | 1,560,000 | 1,716,000 | 1,872,000 | 2,028,000 |
ຂະແໜງການ | ໄລຍະເວລານະໂຍບາຍ (ໄລຍະປະກັນ) | |||
---|---|---|---|---|
1-3 ປີ | 3-5 ປີ | 5-10 ປີ | າຍກວ່າ 10 ປີ | |
ຈຳນວນວັນທີຈ່າຍ | 120ວັນ | 150ວັນ | 180ວັນ | 210ວັນ |