ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1577-4206
한국생활안내 정보더하기 사이트로 이동

ວັດທະນະທຳໃນການຄອງເຮືອນ

  • Home
  • ວັດທະນະທໍາ ແລະ ຊີວິດຂອງຄົນເກົາຫຼີ
  • ວັດທະນະທຳໃນການຄອງເຮືອນ

ວັດທະນະທຳໃນການຄອງເຮືອນ

01ປະເພດທີ່ຢູ່ອາໄສ

ໃນປະເທດເກົາຫຼີ ທີ່ຢູ່ອາໄສໄດ້ແກ່ເຮືອນດ່ຽວ, ອາພາດເມັ້ນ, ສະຕູດີໂອ (ໃນພາສາເກົາຫຼີເອີ້ນວ່າ “ອ໋ອບຟິດໂທ”), ເຮືອນ Multiplex, ເຮືອນທີ່ມີີຫຼາຍຄອບຄົວອາໄສຢູ່ນຳກັນ, ແລະ ອື່ນໆ. ໃນປະຈຸບັນປະຊາຊົນເກົາຫຼີ ທີ່ອາໄສຢູ່ໃນຕົວເມືອງ ມັກຢູ່ໃນທີ່ຢູ່ອາໄສທີ່ມີຫຼາຍ ຫ້ອງເຊັ່ນ: ອາພາດເມັ້ນ ເພື່ອຄວາມສະດວກສະບາຍກ່ວາ. ຄົນເກົາຫຼີ ໃຫ້ຄວາມສຳຄັນໃນ ການເປັນ ເຈົ້າຂອງບ້ານຂອງຕົນເອງ. ລາຄາ ເຮືອນໃນປະເທດເກົາຫຼີ ແພງຫຼາຍ ແລະ ເຮືອນໃນເມືອງຫຼວງ ກໍ່ແພງກ່ວາໃນ ເຂດຊົນນະບົດຫຼາຍ.

02ການຊື້ເຮືອນ ແລະ ສັນຍາເຊົ່າເຮືອນ

(1)ການຊື້ເຮືອນ

ເມື່ອທ່ານຊື້ເຮືອນ ທ່ານຕ້ອງເບິ່ງຕຳແໜ່ງການຕັ້ງເຮືອນ, ທິດທາງ, ຄວາມສະດວກໃນການເຂົ້າເຖິງເຮືອນ, ສະພາບແວດລ້ອມ ອ້ອມຂ້າງ ແລະ ອື່ນໆ. ເມື່ອທ່ານຕັດສິນໃຈຊື້ເຮືອນ ທ່ານຕ້ອງເກັບສຳເນົາໃບຢັ້ງຢືນ ສັງຫາລິມະຊັບເພື່ອກວດ ສອບຄວາມ ເປັນເຈົ້າຂອງ, ປະກອບເຂົ້າ ໃນການເອົາໄປຊວດຈຳເງິນກູ້ຕ່າງໆ ແລະ ອື່ນໆ ເພື່ອຫຼີກລ້ຽງບໍ່ໃຫ້ທ່ານເສຍ ຜົນປະໂຫຍດ ແລະ ສຸດທ້າຍ ເມື່ອທ່ານເຊັນສັນຍາຊື້ເຮືອນ ຕ້ອງຮັບປະກັນວ່າທ່ານປະກອບຂໍ້ມູນທີ່ຈຳເປັນທັງໝົດໃສ່ໃນສັນຍາ ເພື່ອບໍ່ໃຫ້ທ່ານ ເສຍປຽບ.

(2)ການເຊົ່າແບບເໝົາ

ການເຊົ່າເຮືອນໃນປະເທດເກົາຫຼີ ຈະແຕກຕ່າງຈາກປະເທດອື່ນ ໂດຍຕ້ອງຈ່າຍຍເງິນມັດຈໍາໃຫ້ເຈົ້າຂອງເຮືອນ ເພື່ອເປັນການມັດຈໍາລະ ຫວ່າງຊ່ວງທີ່ເຂົ້າພັກ. ເມື່ອສັນຍາຄົບກຳນົດ ກໍ່ຈະໄດ້ຮັບເງິນມັດຈໍາທັງໝົດຄືນ ສາມາດເຊົ່າເຮືອນໄດ້ທັງຫຼັງ ຫຼື ເຊົ່າພຽງບາງສ່ວນກໍ່ໄດ້ (ເຊົ່າ 1 ຊັ້ນ, 1-2 ຫ້ອງ ແລະ ອື່ນໆ). ຖ້າຕ້ອງການເຊົ່າທັງຫຼັງ ເງິນມັດຈຳຈະແມ່ນປະມານ 40 – 80% ຂອງມູນຄ່າເຮືອນ. ສັນຍາເຊົ່າ ເຮືອນ ປົກກະຕິຈະແມ່ນໃນໄລຍະ 2 ປີ (1 ປີສຳລັບເຮືອນອ໋ອບຟິດໂທ) ແລະ ຕາມກົດໝາຍ ເຈົ້າຂອງເຮືອນເຊົ່າບໍ່ສາມາດ ຢຸດສັນຍາ ກ່ອນຄົບ 2 ປີ ຫາກຜຼ້ເຊົ່າບໍ່ຍິນຍອມ (ຜູ້ເຊົ່າໄດ້ຮັບການຄຸ້ມຄອງໂດຍກົດໝາຍ). ນອກຈາກນີ້ ອີກຄວາມໝາຍໜຶ່ງແມ່ນ ຜູ້ເຊົ່າສາມາດອາໄສຢູ່ໃນເຮືອນເປັນເວລາ 2 ປີໄດ້ ເຖິງແມ່ນວ່າສັນຍາເຊົ່າພຽງ 1 ປີກໍ່ຕາມ.

(3)ຍັນຈອນເຊ (ລະບົບມັດຈໍາແບບເຄິ່ງໜຶ່ງ)

ເນື່ອງຈາກພາວະການຖົດຖອຍໃນຕະຫຼາດທີ່ຢູ່ອາໄສ ແລະ ແນວໂນ້ມອັດຕາດອກເບ້ຍຕໍ່າ ທີ່ຍັງຄົງສະພາບຕໍ່ໄປ ເມື່ອບໍ່ນານມານີ້ ກນເຊົ່າ ເຮືອນໃນປະເທດເກົາຫຼີ ໄດ້ປ່ຽນລະບົບການເຊົ່າຈາກຢຽນເຊ (ລະບົບການມັດຈໍໍາ) ທີ່ໄຊ້ກັນມາກ່ອນໜ້ານັ້ນ ໃຫ້ເປັນລະບົບການໜຶ່ງໃນ ແບບຢຽນເຊ (ລະບົບການມັດຈໍາເຄິ່ງໜຶ່ງ) ເຊິ່ງຈະລວມເຖິງເງິນມັດຈໍາກັບຄ່າເຊົ່າລາຍເດືອນ ເພື່ອເປັນຫຼັກຄໍ້າປະ ກັນໃຫ້ແກ່ເຈົ້່າ ຂອງເຮືອນ ໂດຍໃນປະຈຸບັນ ເຮືອນສາມຫຼັງໃນສິບຫຼັງ ໄດ້ໃຫ້ເຊົ່າພາຍໃຕ້ລະບົບການມັດຈໍາເຄິ່ງໜຶ່ງ ໂດຍຜູ້ເຊົ່າຄິດໄລ່ຄ່າເຊົ່າລາຍ ເດືອນທີ່ເພີ່ມຂຶ້ນ ທຽບເທົ່າກັບຄ່າມັດຈໍາທີ່ເພີ່ມຂຶ້ນ (200% ຂອງອັດດອກເບ້ຍເງິນນຝາກທະນາຄານ) ຕົວຢ່າງເຊັ່ນ ສົມມຸດວ່າພາຍ ໃຕ້ອັດຕາດອກເບ້ຍ ທີ່ສູງກ່ວາ ເງິນມັດຈຳຈະເພີ່ມຂຶ້ນຈາກ 300 ລ້ານວອນເປັນ 400 ລ້ານວອນຕະລອດສອງປີ ໂດຍຜູ້ເຊົ່າແບ່ງ 100 ລ້ານວອນທີ່ເພີ່ມຂຶ້ນນີ້ ເປັນຄ່າເຊົ່າລາຍເດືອນ 400,000 ວອນເຖິງ 600,000 ວອນ ແລະ ເງິນມັດຈຳ 300 ລ້ານວອນ ແລະ ຄ່າເຊົ່າລາຍເດືອນ 400,000 ເຖິງ 600,000 ວອນ.

ປະກັນໄພ ກ່ຽວກັບການສົ່ງຄືນເງີນມັດຈຳ ທີ່ເຊົ່າເຮືອນ ແບບມອບເໝົາ

ເພື່ອຮັບປະກັນການສົ່ງເງີນມັດຈຳການເຊົ່າເຮືອນແບບມອບເໝົາ ນັ້ນຄືນ, ຜູ້ເຊົ່າເຮືອນ ສາມາດເລືອກຊື້ ‘ປະກັນໄພການ ສົ່ງຄືນເງີນມັດຈຳເຮືອນ’ ຂອງລັດວິສາຫະກິດປະກັນໄພເຮືອນໃນຕົວເມືອງ(HUG,www.khug.or.kr)

(4)ເຊົ່າລາຍເດືອນ

ທ່ານສາມາດເຊົ່າທີ່ພັກອາໄສເປັນລາຍເດືອນໄດ້ ໂດຍຍັງຕ້ອງຈ່າຍຄ່າມັດຈໍາເລັກໜ້ອຍ ເຊິ່ງນ້ອຍກ່ວາຄ່າເຊົ່າ ຂໍ້ດີ ກໍ່ຄືສາມາດຕໍ່ລອງ ຄ່າມັດ ຈໍາໄດ້ ໂດຍຂຶ້ນກັບໄລຍະເວລາທີ່ເຊົ່າ ຫາກສາມາດຈ່າຍເງິນຄ່າເຊົ່າໄດ້ສູງຂຶ້ນ ເງິນມັດຈຳກໍ່ຈະໜ້ອຍລົງ ປົກກະຕິແລ້ວເງື່ອນໄຂ ຂອງວອນເຊນັ້ນ ຂຶ້ນກັບຂະໜາດ, ຈໍານວນຫ້ອງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ບໍ່ວ່າຈະແມ່ນການເຊົ່າເໝົາຕາມສັນຍາ ຫຼື ເຊົ່າແບບລາຍເດືອນກໍ່ຕາມ, ສໍາລັບເຮືອນແບບ Multiplex ແລະອ໋ອບຟິດໂທຫຼາຍແຫ່ງນັ້ນມັກຈະມີເຄື່ອງ ໃຊ້ໃນເືອນໃຫ້ຢູ່ແລ້ວເຊັ່ນຕູ້ ເຢັນແລະຈັກ ຊັກຜ້າ ແລະ ອື່ນໆ ເປັນຕົ້ນ.

ການເຊົ່າເຮືອນແບບຈ່າຍເໝົາ

ມັກມີເຈົ້າຂອງເຮືອນຫຼາຍຄົນທີ່ຕ້ອງການໃຫ້ຊາວຕ່າງປະເທດ ຫຼື ຄອບຄົວຫຼາຍວັດທະນາທຳ ທີ່ອາໄສຢູ່ໃນປະເທດເກົາຫຼີ ຈ່າຍເງິນເປັນ ກ້ອນສຳລັບຄ່າເຊົ່າ 1-3 ປີ (ຢູ່ເຂດເຈຈູ ມັກຈ່າຍຄ່າເຊົ່າເປັນລາຍປີ ເປັນເງິນກ້ອນ)

(5)ຫໍພັກ

ເປັນທີ່ພັກທີ່ຈັດໂດຍຍບໍລິສັດຫຼື ໂຮງຮຽນ ສໍາລັບຜູ້ເຂົ້າຝຶກອົບຮົມເຕັກໂນໂລຊີການລົງທຶນຂອງຕ່າງປະເທດ (D-3], ແລະ ຄົນງານທີ່ ເຂົ້າ ມາເຮັດວຽກໃນປະເທດເກົາຫຼີ ຜ່ານລະບົບການອະນຸຍາດການຈ້າງງານ ເຊິ່ງມີວີຊ້າອະນຸຍາດໃຫ້ເຮັດວຽກທີ່ບໍ່ຖືເປັນອາຊີບ (E-9],ເຊິ່ງບາງ ບໍລິສັດກໍ່ອາດຈັດຫໍພັກໃຫ້ ແຕ່ບາງບໍລິສັດກໍ່ອາດບໍ່ຈັດໃຫ້.

(6)ສິ່ງທີ່ຈະຕ້ອງໄດ້ກວດເບີ່ງໃຫ້ດີ ໃນເວລາເຊົ່າເຮືອນ

ການຊອກຫາຫ້ອງ ຫຼື ເຮືອນທີ່ຈະພັກຢູ່ໃນປະເທດເກົາຫຼີນັ້ນ ມີຫຼາຍໆວິທີດ້ວຍກັນ. ວິທີທຳອິດ ເຮົາ ອາດເບິ່ງຈາກໃບໂຄສະນາເຊົ່າເຮືອນ ທີ່ຕິດຕາມແຄມທາງ ເຂົ້າໄປຫາເຈົ້າຂອງເຮືອນໂດຍກົງ ແຕ່ໂດຍທົ່ວໄປແລ້ວ ຄົນສ່ວນຫຼາຍ ມັກຈະເຂົ້າໄປຫາບໍລິສັດສັງຫາລິມະຊັບ. ຖ້າເຮົານຳໃຊ້ບໍລິສັດນາຍໜ້າດ້ານອະສັງຫາລິມາຊັບ, ບໍລິສັດ ຈະກວດກາເບີ່ງບັນດາຂໍ້ຜູກມັດຕ່າງໆ ແທນທ່ານ, ພ້ອມທັງ ຊ່ວຍກະກຽມສັນຍາເຊົ່າເຮືອນໃຫ້ພ້ອມ ຊຶ່ງເຮັດໃຫ້ເຮົາ ສາມາດຊອກເຮືອນໄດ້ຢ່າງປອດໄພ. ຖ້າເຮົານຳໃຊ້ບໍລິສັດ ນາຍໜ້າ ດ້ານສັງ ຫາລິມະຊັບ, ເຮົາຕ້ອງໄດ້ຈ່າຍຄ່າທຳນຽມນາຍໜ້າ ຕາມລະບຽບການ ເພາະສະນັ້ນ, ກ່ອນຈະຮ້ອງຂໍບໍລິສັດນາຍໜ້າໃດ ຊອກເຮືອນໃຫ້, ຕ້ອງໄດ້ກວດເບີ່ງຄ່າທຳນຽມ ທາງອິນເຕີເນັດກ່ອນ.

  • ປະຈຸບັນ, ຄ່າທຳນຽມນາຍໜ້າອະສັງຫາລິມະຊັບ ແມ່ນອີງຕາມມູນຄ່າການປ່ຽນໂອນ. ຖ້ານາຍໜ້າຮຽກເອົາຄ່າບໍລິການ ເປັນນາຍໜ້າສູງເກີນໄປ, ທ່ານຄວນລາຍງານການກະທຳທີ່ຜິດກົດໝາຍດັ່ງກ່າວຂອງນາຍໜ້າຫາສູນຮັບຜິດຊອບກ່ຽວກັບທີ່ດິນທີ່ຫ້ອງການເມືອງ, ແຂວງ ແລະ ອື່ນໆທີ່ກ່ຽວຂ້ອ

(7)ສັນຍາ

ຄູ່ສັນຍາ

ທ່ານຕ້ອງເຮັດສັນຍາເຊົ່າກັບເຈົ້າຂອງເຮືອນຕົວຈິງ ໃນສັນຍາຈະຕ້ອງລະບຸໄລຍະເວລາການເຊົ່າ, ເງິນມັດຈຳ, ຄ່າເຊົ່າລາຍເດືອນອື່ນໆ. ເຖິງຢ່າງໃດກໍ່ຕາມ ບາງຄົນອາດຈະເຮັດສັນຍາກັບຜູ້ເຊົ່າກ່ອນໜ້າ ແລະ ຈ່າຍເງິນມັດຈໍາໃຫ້ພວກເຂົາແທນການ ເຮັດສັນຍາໂດຍ ກົງກັບເຈົ້າຂອງ, ໃນກໍລະນີນີ້ ຫາກເຈົ້າຂອງເຮືອນບໍ່ເຫັນດີກັບສັນຍາ ກໍ່ບໍ່ສາມາດໄດ້ຮັບເງິນມັດຈຳຄືນ. ເພາະສະນັ້ນ, ຕ້ອງໄດ້ກວດເບີ່ງບັດປະຈໍາຕົວຂອງເຈົ້າຂອງເຮືອນ ແລະ ເອກະສານສໍາຄັນຂອງເຈົ້າຂອງເຮືອນ ຫຼື ຂອງບຸກຄົນທີ່ໄດ້ ຮັບມອບໝາຍ (ເຊັ່ນ ໃບຮັບຮອງຂອງຜູ້ມີກາປະທັບ ແລະ ໜັງສືມອບສິດເປັນຕົ້ນ) ໃຫ້ດີກ່ອນເຮັດສັນຍາ ໂດຍສາມາດກວດສອບບັດປະ ຈໍາຕົວຂອງ ເຈົ້າ ຂອງເຮືອນໄດ້ຈາກສຳເນົາທະບຽນອະສັງຫາລິມະຊັບ ເຊິ່ງສາມາດກວດຜ່ານທາງອິນນເຕີເນັດໄດ້ຢ່າງງ່າຍດາຍ ແລະ ຈະເປັນສິ່ງທີ່ ດີຫຼາຍທີ່ຈະກວດສອບໜັງສືຈົດທະບຽນອະສັງຫາລິມະຊັບ ໃຫ້ຮອບຄອບກ່ອນການຈ່າຍເງິນ ລະຫວ່າງການຈ່າຍເງິນ ແລະ ເມື່ອຈ່າຍເງິນແລ້ວ.

ການຈົດທະບຽນເຮືອນ

ກ່ອນຈະເຊັນສັນຍາ, ສິ່ງສຳຄັນ ຕ້ອງໄດ້ກວດເບິ່ງວ່າ ເຮືອນຫຼັງດັ່ງກ່າວ ມີບັນຫາຜິດປົກກະຕິ ຫຼືບໍ່. ຢູ່ໃນສະມຸດບັນຊີຈົດທະບຽນນັ້ນ ຈະມີການລະບຸ ຊື່ຂອງເຈົ້າຂອງເຮືອນ, ທີ່ຢູ່, ເນື້ອທີ່ເຮືອນ ລວມທັງໜີ້ສິນຂອງເຈົ້າຂອງເຮືອນ ຊຶ່ງສາມາດກວດເບີ່ງໄດ້. ສຳເນົາການ ຈົດທະບຽນນີ້, ເຮົາ ສາມາດຫາຮູ້ໄດ້ທາງອິນເຕີເນັດ ໂດຍຜ່ານເວັບໄຊ້ (www.iros.go.kr, ສະຖານທີ່ລົງທະບຽນ ທາງອີນເຕີ ເນັດຂອງສານສູງ) ຊຶ່ງ ທ່ານ ບໍ່ຈຳເປັນຕ້ອງໄປທີ່ສຳນັກງານທະບຽນ. ໃນກໍລະນີ ທ່ານ ບໍ່ຮູ້ວິທີເຂົ້າໄປໃນອິນເຕີເນັດນັ້ນ, ສອບຖາມໝູ່ ເພື່ອນທີ່ເປັນເກົາຫຼີ ເພື່ອແນະນຳໃຫ້ກໍ່ໄດ້.

ວິທີຊຳລະຄ່າມັດຈຳ

ຕາມກົດໝາຍແລ້ວ ມູນຄ່າມັດຈຳ ແມ່ນບໍ່ໄດ້ກຳນົດໄວ້ຢູ່ໃນກົດໝາຍ, ແຕ່ໂດຍທົ່ວໂປແລ້ວ ແມ່ນ 10% ຂອງມູນຄ່າທັງໝົດ. ຕົວຢ່າງວ່າ ເງິນມັດຈໍາທັງໝົດແມ່ນ 2 ລ້ານວອນ, ຄ່າມັດຈຳ ຈະແມ່ນ 2 ແສນວອນ. ສ່່ວນເຫຼືອ 1,8 ລ້ານວອນນັ້ນ ຈຶ່ງມາຕົກລົງກັນຊຳລະ ສ່ວນໃດສ່ວນໜຶ່ງ ພາຍຫຼັງເຂົ້າມາຢູ່ເຮືອນແລ້ວ. ແລະ ຈຳນວນທີ່ເຫຼືອ ແມ່ນຊຳລະໃນມື້ຍ້າຍເຂົ້າເຮືອນກໍ່ໄດ້. ສ່ວນຫຼາຍແລ້ວ ຜູ້ເຊົ່າ ຈະຊຳລະຄ່າມັດຈຳ ເປັນຄັ້ງດຽວເລີຍ ໃນມື້ຍ້າຍເຂົ້າມາຢູ່ເຮືອນ. ສິ່ງສຳຄັນ ຕ້ອງເກັບໃບຮັບເງີນໄວ້ໃຫ້ດີ.

ລາຍລະອຽດຕ່າງໆໃນສັນຍາເຊົ່າ
  • ທີ່ຢູ່ຂອງເຮືອນເຊົ່າ (ທີ່ຢູ່ໃນສັນຍາຄວນຕົງກັນກັບທີ່ຈົດທະບຽນ)
  • ການຈ່າຍເງິນຕາມສັນຍາ (ເງິນມັດຈຳ ແລະ ຄ່າເຊົ່າລາຍເດືອນ)
  • ວັນທີ ທີ່ຄົບກໍານົດການວາງເງິນດາວ ແລະ ຍອດທີ່ເຫຼືອ (ຄວນຈ່າຍ 10% ຂອງຄ່າມັດຈຳມັດສໍາລັບເປັນເງິນດາວ)
  • ຂໍ້ຕົກລົງ ແລະ ເງື່ອນໄຂຕ່າງໆ
  • ລາຍເຊັນ ຫຼື ຮອຍຈໍ້າໂປ້ ຂອງເຈົ້າຂອງເຮືອນເຊົ່າ ແລະ ຜູ້ໃຫ້ເຊົ່າ

(8)ການຍົກເລີກສັນຍາ ແລະ ການຄືນເງິນມັດຈໍາ

ບາງຄັ້ງທ່ານບໍ່ສາມາດຍ້າຍໄປຢູ່ບ່ອນອື່ນໄດ້ກ່ອນສັນຍາເຊົ່າເຮືອນເກົ່າ ຊິ້ນສຸດ. ໃນກໍລະນີນີ້ ເຈົ້າຂອງເຮືອນສາມາດຫັກຫຼຸດຈໍາ ນວນຕາມຄ່າເຊົ່າລາຍ ເດືອນຈົນເຖິງວັນຄົບກໍານົດໄດ້ຈາກເງິນມັດຈຳທັງໝົດ ແລ້ວຄືນເງິນທີ່ເຫຼືອໃຫ້ທ່ານ. ຍົກຕົວຢ່າງວ່າ: ທ່ານ ເຊົ່າຫ້ອງໜຶ່ງຢູ່ ໂດຍມັດຈໍາເງີນ 2 ລ້ານວອນ ແລະ ຄ່າເຊົ່າລາຍເດືອນແມ່ນ 150,000 ວອນ, ແຕ່ທ່ານ ຕ້ອງການຍ້າຍອອກ່ອນໝົດສັນຍາ 3 ເດືອນ. ໃນກໍລະນີແບບນີ້, ຖ້າມີຜູ້ມາເຊົ່າຕໍ່ຈາກທ່ານ ໃນທັນທີນັ້ນ ແມ່ນບໍ່ມີບັນຫາຫຍັງ, ແຕ່ຖ້າ ບໍ່ມີຜູ້ມາເຊົ່າຕໍ່ ເຈົ້າຂອງເຮືອນຈະຕັດເງີນຄ່າເຊົ່າທີ່ເຫຼືອ 3 ເດືອນ ທີ່ຕົກເປັນເງີນ 450,000 ວອນ(150,000 ວອນ x 3 ເດືອນ) ຈາກເງີນມັດຈຳແລ້ວ ຈຶ່ງຄືນຈຳນນວນເງີນມັດຈຳທີ່ເຫຼືອ 1,550,000 ວອນ ໃຫ້ທ່ານເທົ່ານັ້ນ ກໍ່ບໍ່ຖືວ່າ ຜິດກົດໝາຍ. ແຕ່ວ່າ, ໃນກໍລະນີ ທ່ານ ໄດ້ແຈ້ງລ່ວງໜ້າ ໜຶ່ງເດືອນ ໃຫ້ເຈົ້າຂອງເຮືອນຊາບວ່າ ຊິຍົກຍ້າຍອອກໄປແລ້ວ ກໍ່ຕາມ, ແຕ່ເຈົ້າຂອງເຮືອນ ບໍ່ຍອມສົ່ງຄືນເງີນມັດຈຳ ໂດຍອ້າງວ່າ ຍັງບໍ່ທັນມີຜູ້ມາເຊົ່າຕໍ່ນັ້ນ ຖືວ່າຜິດກົດໝາຍ. ຖ້າພົບກໍລະນີແບບນີ້, ທ່ານ ສາມາດ ຍື່ນຄຳຮ້ອງຟ້ອງທາງແພ່ງ ໄປຍັງສານ ເພື່ອຂໍເງີນຄືນໄດ້. ແຕ່ວ່າ ຂັ້ນຕອນການຮ້ອງຟ້ອງ ມີຄວາມສັບສົນຫຼາຍ, ສະນັ້ນ ຖ້າພົບກໍລະນີ ດັ່ງກ່າວ, ຢາກແນະນຳໃຫ້ທ່ານ ໄປປືກສາກັບອົງການໃຫ້ຄຳປືກສາທາງກົດໝາຍ(www.klac.or.kr,ອົງການບໍລິການຊ່ວຍເຫຼືອ ໃຫ້ຄຳປືກສາທາງກົດໝາຍ)

ສິ່ງທີ່ຄວນເອົາໃຈໃສ່ ກ່ອນສັນຍາຈະໝົດອາຍຸ ໜຶ່ງເດືອນ

ຢ່າງໜ້ອຍໜຶ່ງເດືອນກ່ອນສັນຍາຊິ້ນສຸດ ທ່ານຕ້ອງແຈ້ງໃຫ້ເຈົ້າຂອງເຮືອນຊາບວ່າທ່ານຕ້ອງການຍ້າຍອອກໃນວັນຄົບກຳນົດ ຫຼື ຕ້ອງ ການຢູ່ຕໍ່. ຖ້າທ່ານບໍ່ແຈ້ງໃຫ້ເຈົ້າຂອງຊາບ ສັນຍາເຊົ່າກໍ່ຈະຕໍ່ແບບອັດໂຕໂນມັດເລີຍ, ແລະ ທ່ານອາດຈະເສຍໂອກາດທີ່ຈະຍ້າຍ ອອກ ຕາມເວລາທີ່ ຕ້ອງການໄດ້ ມີຫຼາຍຄົນທີ່ລືມບໍ່ແຈ້ງລ່ວງໜ້າ ຈົນເຮັດໃຫ້ມີຂໍ້ຜິດພາດຂຶ້ນເຊັ່ນນີ້.

ຂໍ້ດີ ແລະ ຂໍ້ເສຍຂອງການຊອກເຊົ່າເຮືອນໂດຍກົງ
ສິ່ງທີ່ຄວນຮູ້ ເມື່ອຕ້ອງເຂົ້າໄປກ່ຽວຂ້ອງກັບທຸລະກໍາກົງຢ່າງຫລີກລ້ຽງບໍ່ໄດ້

ມີຄອບຄົວທີ່ມີວັດທະນະທຳທີ່ແຕກຕ່າງຫຼາຍຄອບຄົວ ທີ່ມັກໃຊ້ບໍລິການທຸລະກຳອະສັງຫາລິມາຊັບ ເພື່ອປະຢັດຄ່າໃຊ້ຈ່າຍ. ເຖິງແມ່ນ ວ່າທຸລະກໍາຕົງດັ່ງກ່າວຈະປະຢັດຄ່າໃຊ້ຈ່າຍໄດ້ກໍ່ຈິງຢູ່ ແຕ່ກໍ່ຍັງມີຄວາມສ່ຽງຫຼາຍຢ່າງ ແລະ ໂດຍທົ່ວໄປແລ້ວ ບຸກຄົນທີ່ປ່ອຍ ຊັບສິນ ເພື່ອ ຂາຍຈະຕ້ອງເປີດເຜີຍຂໍ້ມູນສ່ວນຕົວ ລວມທັງທີ່ຢູ່ ແລະ ເລກໂທລະສັບ ເຊິ່ງເປັນທີ່ຊາບດີວ່າ ສໍາລັບຜູ້ຍິງທີ່ ຢູ່ຕົວຄົນດຽວນັ້ນ ການບໍ່ ເປີດ ເຜີຍຂໍ້ມູນໜ້າຈະເປັນການດີທີ່ສຸດ ເມື່ອຕ້ອງການເຮັດທຸລະກິດໂດຍຜ່ານນາຍໜ້າອະສັງຫາລິມາຊັບນັ້ນ ນາຍໜ້າຄົນດັ່ງກ່າວ ຖືກບັງ ຄັບ ໃຫ້ຕ້ອງກວດສອບຄວາມເສຍຫາຍຂອງບ້ານ ແລະ ອະທິບາຍເລື່ອງດັ່ງກ່າວໃຫ້ກັບລູກຄ້າເປົ້າໝາຍທີ່ຈະເປັນຜູ້ເຊົ່າໃຫ້ຊາບ ເຊິ່ງ ການກວດ ສອບດັ່ງກ່າວ ກໍ່ເພື່ອໃຫ້ແນ່ໃຈວ່າຈະບໍ່ມີບັນຫາໃດໆ ກັບອຸປະກອນຫຼືວັດຖຸຕ່າງໆໃນບ້ານ ແລະ ເຖິງແມ່ນວ່າຈະມີການຂໍ ເຊົ່າໂດຍກົງກໍ່ ຕາມ ແຕ່ທ່ານກໍ່ຕ້ອງຈ່າຍຄ່າອອກແບບສັນຍາເປັນເງິນປະມານ 100,000 ວອນເກົາຫຼີໃຫ້ກັບນາຍໜ້າ ເຊິ່ງສ່ວນນີ້ຍັງ ບໍ່ໄດ້ຖືວ່າເປັນຄ່າ ນາຍໜ້າເທື່ອ ແຕ່ເປັນພຽງຄ່າ “ບໍລິການໃນການຮ່າງສັນຍາ” ເທົ່ານັ້ນ ດັ່ງນັ້ນນາຍໜ້າຄົນດັ່ງກ່າວ ກໍ່ຍັງບໍ່ທັນຕ້ອງ ຮັບຜິດຊອບໃດໆຕໍ່ທ່ານ ທັງນັ້ນ.

ການຊື້ ຫຼື ເຊົ່າເຮືອນຜ່ານນາຍໜ້າສັງຫາລິມະຊັບ ແບບປອດໄພ

ເຖິງແມ່ນວ່າໃນປີ 2009 ຈະມີຄາເຟ້ທີ່ເປີດໃຫ້ບໍລິການໃຫ້ບຸກຄົນເຮັດສັນຍາການເຊົ່ຫຼືຊື້ອະສັງຫາລິມາຊັບໂດຍກົງພຽງແຕ່ 50 ແຫ່ງ ແຕ່ ໃນປະຈຸບັນມີຄາເຟ້ດັ່ງກ່າວຫຼາຍກ່ວາ 100 ແຫ່ງ ແລະ ມີສະມາຊິກ 1.1 ລ້ານຄົນ. ຈຳນວນຂອງຄາເຟ້ເພີ່ມຫຼາຍຂຶ້ນເປັນສອງເທົ່າ ໃນຊ່ວງ ລະຫວ່າງອະສັງຫາລິມາຊັບຕົກຕໍ່າ. ອຸດສາຫະກຳອະສັງຫາລິມາຊັບປະເມີນວ່າມີການສະເໜີໃຫ້ເຊົ່າຫຼືຂາຍອະສັງຫາລິມາຊັບ ຫຼາຍກ່ວາ 100,000 ແຫ່ງຕໍ່ເດືອນ ເຊິ່ງມີການກະຈາຍຂໍ້ມູນຜ່ານທາງອິນເຕີເນັດ ລວມເຖິງຄາເຟ້ ແລະ ເວັບໄຊທ໌ທີ່ເປີດໃຫ້ບຸກຄົນ ເຮັດສັນຍາການ ເຊົ່າຫຼື ຊື້ອະສັງຫາລິມາຊັບໂດຍກົງ. ການເຮັດສັນຍາໂດຍການຈ່າຍຄ່າມັດຈໍາ ແລະ ຈ່າຍຄ່າເຊົ່າລາຍເດືອນ ໂດຍກົງ ກຳລັງເປັນທີ່ນິຍົມ ເນື່ອງ ຈາກວ່າໃນປະຈຸບັນມີແຫຼ່ງຂໍ້ມູນຫຼາຍພໍກ່ຽວກັບການສະເໜີໃຫ້ເຊົ່າຫຼືຂາຍອະສັງຫາລິມາຊັບ ທີ່ສາມາດຫາໄດ້ ຈາກອິນເຕີເນັດ. ໃນອະດີດ ອະສັງຫາລິມາຊັບທີ່ມີການ ສະເໜີໃຫ້ເຊົ່າຫຼືຂາບທີ່ຖືກປະກາດໃວ້ໃນຕະ ຫຼາດເຊົ່າຫຼືຂາຍອະສັງຫາລິມາ ຊັບໂດຍກົງ ຈະມີພຽງແຕ່ຫ້ອງ ແບບສະຕູດີໂອ (ຫ້ອງດ່ຽວ) ແລະ ອ໋ອບຟິດໂທ ຜູ້ໃຊ້ສ່ວນໃຫຍ່ຈະເປັນນັກສຶກສາ ຫຼື ຄົນເຮັດວຽກຫ້ອງ ການທີ່ຢູ່ຄົນດຽວ. ແຕ່ຢ່າງໃດ ກໍຕາມ ໃນປະຈຸບັນນີ້ ອະສັງຫາລິມາຊັບທີ່ມີການສະເໜີໃຫ້ເຊົ່າ ຫຼື ຂາຍແບບຕິດຕໍ່ໂດຍກົງກໍ່ຂະ ຫຍາຍໄປເປັນເຮືອນສໍາລັບຫຼາຍຄອບຄົວ ທີ່ມີ 2-3 ຫ້ອງ ບ້ານດ່ຽວ ແລະ ອາພາດເມັ້ນໃຫ້ເຊົ່າ ຫຼື ມີທັງອ໋ອບຟິດໂທ ທີ່ພັກອາໄສໃນເມືອງ ສູນການຄ້າ ແລະ ຫ້ອງການ. ເຖິງແມ່ນ ວ່າການເຊົ່າຫຼືຊື້ອະສັງຫາລິມາຊັບໂດຍກົງອາດຈະສະດວກສະບາຍ ແລະ ມີຄ່າໃຊ້ຈ່າຍຫຼຸດລົງ ແຕ່ອາດເປັນເລື່ອງສ່ຽງສໍາລັບບຸກຄົນທີ່ບໍ່ ມີປະສົບການທາງສັງຄົມ ຫຼື ບໍ່ມີປະສົບການດ້ານການເຮັດສັນຍາຕ່າງໆ. ດັ່ງນັ້ນ ຈຶ່ງແນະນຳໃຫ້ໃຊ້ປະໂຫຍດຈາກບໍລິສັດນາຍໜ້າ ທີ່ໄດ້ ຮັບອະນຸຍາດເນື່ອງຈາກຮູບແບບ ຄວາມເສຍຫາຍຈະຄ່ອຍໆເພີ່ມຂຶ້ນ ຕົວຢ່າງເຊັ່ນ: ເຮືອນທີ່ມີການເປີດປະມູນ ຖືກນຳໄປຈັດໃຫ້ເປັນອະ ສັງຫາລິມາຊັບ ທີ່ເປີດໃຫ້ເຊົ່າແບບຕິດຕໍ່ໂດຍກົງ ແລະ ຜູ້ເຊົ່າບາງລາຍກໍ່ເຮັດການສໍ້ສົນ ໂດຍການເຮັດສັນຍາສໍາລອງ (ສັນຍາຊ້ອນ) ໂດຍ ສະເພາະການເຮັດສັນຍາກົງແບບໃຫ້ເຊົ່າລາຍເດືອນ ແລະ ມີເງິນມັດຈຳ ເຊິ່ງເປັນການເຮັດທຸລະກໍາໂດຍກົງລະຫວ່າງຜູ້ເຊົ່າຫຼືຜູ້ຊື້ ແລະ ຜູ້ໃຫ້ເຊົ່າ ຫຼື ຜູ້ຂາຍໂດຍບໍ່ຜ່ານນາຍໜ້າທີ່ໄດ້ຮັບອະນຸ ຍາດ ດັ່ງນັ້ນບຸກຄົນຄົນໜຶ່ງອາດໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍຫາກເຂົາ ບໍ່ໄດ້ ກວດສອບເງື່ອນໄຂ ແລະ ຂັ້ນຕອນຢ່າງລະອຽດ ຖີ່ຖ້ວນ.ຜູ້ທີ່ຕົກເປັນເຫຍື່ອສ່ວນໃຫຍ່ແມ່ນຜູ້ທີ່ບໍ່ຄຸ້ນເຄີຍກັບສັງຄົມ ແລະ ຄົນທີ່ບໍ່ຮູ້ ເລື່ອງອະສັງຫາລິມາຊັບເລີຍ , ບຸກຄົນທີ່ຄຸ້ນກັບຕະຫຼາດ ການຄ້າແລກປ່ຽນເສລີທາງອິນເຕີເນັດ ແຕ່ບໍ່ມີຄວາມຮູ້ດ້ານອະສັງຫາລິມາຊັບມັກ ຈະຄົ້ນຫາອະສັງຫາລິມາຊັບທີ່ມີການສະເໜີໃຫ້ເຊົ່າ ຫຼື ຊື້ທີ່ມີລາຄາຖືກ ແລະ ຈະເຮັດສັນຍາໂດຍກົງ. ເຊິ່ງສົ່ງຜົນໃຫ້ເຂົາເຮັດສັນຍາກັບ ບຸກຄົນທີ່ອ້າງຕົວວ່າເປັນເຈົ້າຂອງອະສັງຫາລິມາຊັບ ຫຼືປະສົບກັບຄວາມຫຍຸ້ງຍາກໃນການກວດສອບວ່າຕ້ອງມີການສ້ອມແປງອະສັງຫາລິ ມາຊັບຫຼືບໍ່ ໃນເວລາທີ່ຍ້າຍອອກຕາມພາຍຫຼັງ. ນອກຈາກນີ້ ຍັງມີຫຼາຍຄົນທີ່ເຮັດສັນຍາໂດຍບໍ່ຮູ້ລາຄາເຊົ່າຕົວຈິງຂອງຕະຫຼາດ ດັ່ງນັ້ນພວກ ເຂົາຈຶ່ງອາດເຮັດສັນຍາທີ່ຕ້ອງຈ່າຍລາ ຄາສູງກ່ວາລາຄາຕະຫຼາດ. ດັ່ງນັ້ນ ສິ່ງທີ່ປອດໄພທີ່ສຸດຄືການຕ້ອງໃຊ້ປະໂຫຍດຈາກບໍລິສັດນາຍໜ້າ ທີ່ໄດ້ຮັບອະນຸຍາດ, ໃນກໍລະນີນີ້ ເຖິງແມ່ນວ່າມີຄົນຕົກເປັນເຫຍື່ອຂອງການເຮັດສັນຍາຊ້ອນ ເຂົາກໍ່ອາດຈະໄດ້ຮັບການຄຸ້ມຄອງຈາກການ ປະກັນປົກປ້ອງການສໍ້ສົນ. ນອນຈາກນີ້ ການເຮັດສັນຍາຜ່ານບໍລິສັດນາຍໜ້າ ທີ່ໄດ້ຮັບອະນຸຍາດຍັງມີຂໍ້ໄດ້ປຽບອີກຫຼາຍຂໍ້ ຕ້ອງຈື່ໃວ້ວ່າ ເຖິງແມ່ນວ່າການເຮັດ ສັນຍາເຊົ່າຫຼືຊື້ໂດຍກົງ ອາດຈະເປັນການຊ່ວຍບໍ່ໃຫ້ເສຍຄ່ານາຍໜ້າ ແຕ່ອາດຈະໃຊ້ເວລາ ແລະ ຕ້ອງເສຍເງິນຫຼາຍ ກ່ວາຕາມພາຍຫຼັງ ເນື່ອງຈາກວ່າບໍ່ໄດ້ເປັນໄປຕາມທີ່ຕ້ອງການ.

03ການຊ່ວຍເຫຼືອທີ່ຢູ່ອາໄສ

ພາຍໃຕ້ໂຄງການຊ່ວຍເຫຼືອດ້ານທີ່ພັກອາໄສພິເສດ, ຄອບຄົວຫຼາຍວັດທະນະທໍາ ຈະໄດ້ຮັບສິດທິພິເສດ ໃນການໃຊ້ທີ່ຢູ່ອາໄສພິເສດ ໂດຍບໍ່ຕ້ອງມີການແຂ່ງຂັນກັບຜູ້ສະໝັກທົ່ວໄປ.

(1)ເງື່ອນໄຂຜູ້ສະໝັກ

  • ຕາມມາດຕາ 2 ຂອງກົດໝາຍວ່າດ້ວຍການຊ່ວຍເຫຼືອຄອບຄົວຫຼາຍວັດທະນະທໍາ, ສະມາຊິກໃນຄອບຄົວຫຼາຍວັດທະນະທໍາ ຈະຕ້ອງ ອາໄສຢູ່ໃນບ່ອນຢູ່ດຽວກັນກັບຄູ່ສົມລົດຂອງພວກເຂົາເປັນເວລາ 3 ປີຂຶ້ນໄປ.
  • ຜູ້ສະໝັກ ເຊັ່ນດຽວກັບສະມາຊິກອື່ນໃນຄົວເຮືອນບໍ່ຄວນແມ່ນເຈົ້າຂອງເຮືອນ.
  • ຜູ້ສະໝັກຈຳເປັນຕ້ອງເປີດບັນຊີທະນາຄານ ເພື່ອສັ່ງຈອງອາພັດເມັນ. ຕ້ອງຜ່ານຫົກເດືອນນັບຈາກການເປີດບັນຊີທະນາຄານ, ແລະ ຕ້ອງມີການຊຳລະເງິນລາຍເດືອນຫຼາຍກວ່າຫົກຄັ້ງໃນວັນທີທີ່ກຳນົດໄວ້.

(2)ວິທີການສະໝັກ

  • ສະໝັກຫາຜູ້ສະໜອງອາພັດເມັນທີ່ກ່ຽວຂ້ອງໃນວັນທີທີ່ມີການຈອງຊື້.
  • ການແຈ້ງການການຈອງຊື້ຈະປະກົດໃນໜັງສືພິມລາຍວັນ, ເວັບໄຊທ໌ຂອງອົງການຈັດຕັ້ງປົກຄອງຕົນເອງໃນທ້ອງຖິ່ນ ແລະເທິງwww.www.applyhome.co.kr.comອີກດ້ວຍ.
ສັນຍາຈັບຈອງເຮືອນ?

ສັນຍາຈັບຈອງເຮືອນ ແມ່ນລະບົບການຈອງເຮືອນລ່ວງໜ້າ ໂດຍສະແດງຄວາມສາມາດທ້ອນເງີນ ຕາມກຳນົດເວລາໃດໜຶ່ງ ໃຫ້ແກ່ເຈົ້າຂອງເຮືອນ, ຊຶ່ງຖ້າໃຜມີເງື່ອນໄຂພຽງພໍ ຈະສາມາດຈັບຈອງເຮືອນໄດ້. ເຮືອນແບ່ງຂາຍ ແບ່ງອອກເປັນ ສາມ ປະເພດໃຫຍ່ຄື: ເຮືອນປະຊາຊົນ, ເຮືອນເອກະຊົນ ແລະ ເຮືອນຂະໜາດກາງປະຊາຊົນ, ຊຶ່ງຜູ້ຕ້ອງການຊື້ ຕ້ອງໄດ້ສະ ໝັກເຂົ້າລະບົບການທ້ອນເງີນ(ເງີນຝາກທີ່ທ້ອນໄດ້ແລ້ວ, ຄວາມສາມາດທີ່ຈະທ້ອນໄດ້, ຄວາມສາມາດ ທີ່ຈະຈ່າຍຜ່ອນ, ການທ້ອນເງີນສະເພາະຊື້ເຮືອນ). ເງື່ອນໄຂການຄັດເລືອກ ແມ່ນຈະໄດ້ພິຈາລະນາເບີ່ງຈຳນວນວັນເວລາ ທີ່ຜູ້ຊື້ ຈະສາມາດ ຊຳລະຄ່າເຮືອນ, ຈຳນວນຄັ້ງທີ່ຈະຊຳລະໃຫ້ຄົບ, ຈຳນວນເງີນທີ່ທ້ອນໄດ້, ໂດຍຜົນການປະເມີນແຕ່ລະເງື່ອນໄຂທີ່ກ່າວມານີ້ ຜູ້ໃດໄດ້ຄະແນນສູງ, ຜູ້ນັ້ນ ຈະຖືກຄັດເລືອກເປັນຜູ້ຈັບຈອງເຮືອນ.

04ລະບົບໄຟຟ້າ

(1)ແຮງດັນໄຟຟ້າ 220 ໂວນ

ເຮືອນສ່ວນຫຼາຍໃນປະເທດເກົາຫຼີ ຈະໃຊ້ແຮງດັນໄຟຟ້າ 220 ໂວນ ແລະ ຖ້າຫາກເຄື່ອງໃຊ້ໄຟຟ້າຂອງທ່ານເປັນ 110 ໂວນ ທ່ານຈຳເປັນ ຕ້ອງມີໝໍ້ແປງໄຟຈາກ 220 ໂວນເປັນ 110 ໂວນ

  • 트랜스
    < ໝໍ້ແປງໄຟ >
  • ເບີໂທຕິດຕໍ່ໜ່ວຍງານໄຟຟ້າໃນປະເທດເກົາຫຼີ ☎123(www.kepco.co.kr)

(2)ສະວິດໄຟຟ້າ

ເຮືອນທຸກຫຼັງຈະມີເບກເກີ້ວົງຈອນຮົ່ວລົງດິນ ເພື່ອປ້ອງກັນຄວາມສ່ຽງຈາກກະແສໄຟຟ້າຮົ່ວ ໃນເວລາທີ່ມີກະແສໄຟຟ້າໄຫຼເຂົ້າແຮງ ເກນໄປ ຫຼື ມີບັນຫາກັບທາງເດີນກະແສໄຟຟ້າ ເບກເກີ້ດັ່ງກ່າວກໍ່ຈະຕັດວົງຈອນໄຟຟ້ານັ້ນໃຫ້ໂດຍອັດຕະໂນມັດ ແລະ ຖ້າມັນບໍ່ສາມາດ ເຮັດວຽກ ໄດ້ຢ່າງຖືກຕ້ອງ ກໍ່ອາດຈະພາໃຫ້ເກີດອັນຕະລາຍຂຶ້້ນມາໄດ້ ດັ່ງນັ້ນກ່ອນຈະຍ້າຍເຂົ້າ ແລະ ເພື່ອໃຫ້ແນ່ໃຈວ່າມັນສາມາດ ເຮັດວຽກໄດ້ ຮຽບຮ້ອຍດີ ທ່ານຄວນຈະກວດສອບຢ່າງອບຄອບເສຍກ່ອນ ໂດຍການລອງກົດປຸ່ມທົດສອບເທົ່ານັ້ນເອງ (ປົກກະຕິແມ່ນ ປຸ່ມສີແດງ). ເວ ລາກົດປຸ່ມດັ່ງກ່າວ ລະດັບສະວິກຄວນຫຍັບລົງມາ ຖ້າມັນບໍ່ຫຍັບລົງ ສະແດງວ່າເບກເກີ້ນັ້ນເພ.

  • 누전차단기
    < ສະວິດໄຟຟ້າ >

05ການໃຊ້ນໍ້າປະປາ

ໃນລະດູໜາວ ອາດມີຄວາມສ່ຽງໃນທໍ່ນໍ້າປະປາເຮັດໃຫ້ນໍ້າກ້າມ. ຂ້າງລຸ່ມນີ້ແມ່ນບາງຄຳແນະນໍາ ທີ່ສາມາດຊ່ວຍປ້ອງກັນ ບັນຫາດັ່ງກ່າວໄດ້:

  • ກວດກາເບິ່ງວ່ານໍ້າປະປາຮົ່ວໃນອຸປະກອນທີ່ປົກປ້ອງມິດເຕີ້ນໍ້າຫຼືບໍ່ ແລະ ມິດເຕີ້ນໍ້າຖືກຫຸ້ມຫໍ່ດ້ວຍວັດຖຸກັນຄວາມຮ້ອນດີແລ້ວຫຼືຍັງ (ເຊັ່ນ ຫຸ້ມດ້ວຍສະຕາຍໂລໂຟມ). ຖ້າທຸກຢ່າງຍັງເຮັດວຽກບໍ່ຖືກຕ້ອງ ທ່ານຈະຕ້ອງແຈ້ງບັນຫາດັ່ງກ່າວໃຫ້ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າມາ ແກ້ບັນຫາທັນທີ. 한다.
  • ຖ້າຫາກປະກົດວ່າມີມິດເຕີ້ນໍ້າ ທີ່ທ່ານສາມາດເບິ່ງເຫັນໄດ້ ເຊັ່ນດຽວກັບທີ່ມັກພົບໃນອາພາດເມັ້ນ ແລະ ຕຶກທາວເຮົ້າທົ່ວໄປ ໃຫ້ປ້ອງກັນ ມິດເຕີ້ໃວ້ດ້ວຍການຫຸ້ມສ່ວນເທິງດ້ວຍໄວນິດ ແລະ ໃຫ້ທ່ານເປີດວາວໃວ້ ເພື່ອໃຫ້ນໍ້າປະລິມາໜ້ອຍສາມາດໄຫຼຜ່ານໄປໄດ້ ໂດຍສະເພາະ ແມ່ນເວລາທ່ານບໍ່ຢູ່ບ້ານເປັນເວລາດົນໆ ຫຼືໃນຊ່ວງກາງຄືນທີ່ອຸນນະພູມຂ້ອງຂ້າງຕໍ່າຫຼາຍ.
  • ຖ້າມິດເຕີ້ນໍ້າກາຍເປັນນໍ້າແຂງຂຶ້ນມາ ໃຫ້ລະລາຍນໍ້າແຂງດັ່ງກ່າວດ້ວຍນໍ້າອຸ່ນໆ ເສຍກ່ອນ ຈາກນັ້ນກໍ່ຕາມດ້ວຍນໍ້າທີ່ຮ້ອນຂຶ້ນ ເພື່ອປ້ອງ ກັນບໍ່ໃຫ້ສ່ວນທີ່ເປັນແກ້ວຂອງມິດເຕີ້ແຕກລ້າວນັ້ນເອງ.

06ການໃຊ້ແກັສ

(1)ການໃຊ້ແກັດຫຸ້ງເຂົ້າ(LPG, ທໍ່ແກັດຕົວເມືອງ)

ກ່ອນຈະໃຊ້ແກັດ ຕ້ອງໄດ້ເປີດຫົວກອກທໍ່ແກັດກ່ອນ ແລະ ພາຍຫຼັງ ໃຊ້ແລ້ວ ຕ້ອງໄດ້ປິດຫົວກອກໄວ້ສະເໝີ. ການໃຊ້ແກັດ LPG ຫຼື ທໍ່ແກັດຕົວເມືອງ ຕ້ອງໄດ້ກວດກາຄວາມປອດໄພສະເໝີ. ການທົດສອບວ່າທໍ່ສົ່ງແກັດ ມີການຮົ່ວໄຫຼອອກຫຼືບໍ່ນັ້ນ, ຕ້ອງເອົານ້ຳຢາງ ລ້າງຈານ ປະສົມນ້ຳ ແບບ 1:1 ແລ້ວ ມາເອົາທາໃສ່ທໍ່ແກັດ ຖ້າບໍ່ເຫັນມີຟອດຟູຂື້ນ ສະແດງວ່າ ທໍ່ແກັດນັ້ນ ບໍ່ມີປ່ອງຮົ່ວ, ແຕ່ເມື່ອທາໃສ່ ແລ້ວເຫັນຟອດຟູຂື້ນມາ ສະແດງວ່າ ທໍ່ແກັດນັ້ນ ມີບ່ອນຮົ່ວໄຫຼແລ້ວ ຕ້ອງຟ້າວສ້ອມແປງ ໂດຍໄວ. ສຳລັບ ເຮືອນທີ່ໃຊ້ແກັດຕົວເມືອງນັ້ນ ທຸກໆ 6 ເດືອນໃດ ຈະມີໜ່ວຍງານມາກວດເບີ່ງຄວາມປອດໄພ(ສ່ວນການກວດເບີ່ງປະລິມານນຳໃຊ້ ແມ່ນຈະມາທຸກເດືອນ). ໃນເວລານີ້ ຖ້າເປັນໄປໄດ້, ຢ່າຟ້າວອອກໄປເທື່ອ, ຕ້ອງຢູ່ເຮືອນກ່ອນ ເພື່ອໃຫ້ເຂົາເຈົ້າ ສາມາດກວດສອບເບີ່ງໄດ້. ຖ້າເຮົານຳໃຊ້ແກັດບໍ່ຖືກຕ້ອງກັບວິທີ, ມັນອາດຈະເກີດ ອຸປະຕິເຫດທີ່ຮ້າຍແຮງ ຂຶ້ນໄດ້ ໂດຍສະເພາະໃຊ້ເຕົາແກັສໃນເຮືອນຄົວບໍ່ຖືກວິທີ ດັ່ງນັ້ນທ່ານຄວນລະມັດລະວັງກ່ຽວກັບເລື່ອງນີ້ ໂດຍທີ່ທ່ານຕ້ອງຮັບປະກັນວ່າພາຍຫຼັງທີ່ເຊົາໃຊ້ ທ່ານຕ້ອງດັບໄຟໃນເຕົາໃຫ້ຮຽບຮ້ອຍ, ທ່ານຕ້ອງສ້າງນິໃສໃຫ້ປິດວາວນິລະໄພທຸກຄັ້ງທີ ໃຊ້ເຕົາແລ້ວ.

  • 취사용 가스 사용의 예
    < ຕົວຢ່າງແກັສຫຸງຕົ້ມ >

(2)ແກັສທຳມະຊາດ

ແກັສທຳມະຊາດ ແມ່ນແກັສ ທີ່ນໍາມາໃຊ້ກັບເຕົາແກັສແບບກະປ໋ອງພັກພາໄດ້ ເຊິ່ງຖ້າວາງກະປ່ອງບໍ່ຖືກວິທີ ໄຟກໍ່ອາດຈະບໍ່ອອກໄດ້ ແລະ ທ່ານອາດຈະໄດ້ກິ່ນແກດສ໌໌ຮົ່ວແທນ ແລະ ຖ້າທ່ານຕ້ອງການຖິ້ມກະປ໋ອງແກັສທຳມະຊາດທີ່ໃຊ້ໝົດແລ້ວນັ້ນ ທ່ານຄວນເຈາະຮູກະປ໋ອງ ດ້ວຍຕະປູ ຫຼື ເຫຼັກເສຍກ່ອນ ໂດຍເຈາະໃຫ້ເປັນຮູເພື່ອໃຫ້ອາກາດຖ່າຍເທ ກ່ອນຈຶ່ງຖິ້ມລົງຖັງຂີ້ເຫຍື່ອລີໄຊໂຄ້.

  • 부탄가스버너
    < ເຕົາແກັສທຳມະຊາດ >
  • 부탄가스
    < ກະປ໋ອງແກັສທຳມະຊາດ >

(3)ການປ້ອງກັນອຸປະຕິເຫດຈາກ ແກັສ

ອຸປະຕິເຫດທີ່ກ່ຽວກັບແກັສສ່ວນໃຫຍ່ນັ້ນ ແມ່ນຍ້ອນຈາກແກັສຮົ່ວ ເນື່ອງມາຈາກການຂາດຄວາມເອົາໃຈໃສ່ຕໍ່ອຸປະຕິເຫດຕ່າງໆ ທີ່ ກ່ຽວກັບແກັສນັ້ນເອງ ເຊິ່ງອຸປະຕິເຫດທີ່ເກີດຂຶ້ນມັກຈະມາຈາກການເກີດການສຳລັກ ແລະ ເກີດການລະເບີດຂຶ້ນ ດັ່ງນັ້ນຖ້າກວດກາ ແລ້ວພົບວ່າມີແກັສຮົ່ວ ກໍ່ຄວນປະຕິບັດດັ່ງນີ້ທັນທີ:

  • ປິດຫົວກອກແກັດ.
  • ເປີດປ່ອງຢ້ຽມ ແລະ ປະຕູ ເພື່ອໃຫ້ອາກາດຖ່າຍເທ.
  • ປິດອຸປະກອນໄຟຟ້າທຸກຊະນິດ ເນື່ອງຈາກຖ້າມີປະກາຍໄຟພຽງເລັກນ້ອຍກໍ່ສາມາດເຮັດໃຫ້ແກັສລະເບີດໄດ້.
  • ຕິດຕໍ່ກັບຜູ້ທີ່ຂາຍແກັສໃຫ້ທ່ານ ເພື່ອໃຫ້ເຂົາມາກວດສອບຄວາມປອດໄພໃຫ້.
  • 가스 새는 것을 확인할 수 있는 비누 거품 바르기
    < ໃຊ້ຟອດສະບູ ເພື່ອກວດເບິ່ງການຮົ່ວໄຫຼຂອງແກັສ >

07ເຄື່ອງເຮັດຫ້ອງອຸ່ນ

ເຄື່ອງເຮັດຫ້ອງອຸ່ນ ຖືວ່າ ໄດ້ຕິດຕັ້ງທົ່ວທຸກເຮືອນ ໃນຂອບເຂດຕ່າງໆໃນຕົວເມືອງ ໝາຍຄວາມວ່າ ເພີ່ນຕິດຕັ້ງລະບົບທໍ້ນ້ຳອຸ່ນອ້ອມຮອບ ພື້ນ ຊັ້ນໃຕ້ດິນ ໂດຍເວລາເຮົາເປີດສະວິດແກັດແລ້ວ ມັນຈະຕົ້ມນ້ຳແລ່ນໄປມາໃສ່ໃນພື້ນເຮືອນ ໂດຍຈະເຮັດໃຫ້ພື້ນອຸ່ນ.

(1)ໝໍ້ຕົ້ມນ້ຳອຸ່ນພື້ນ

ໂດຍທົ່ວໄປແລ້ວ ຈະປະກອບມີໝໍ້ຕົ້ມ ທີ່ໃຊ້ເຊື້ອໄຟເປັນຖ່ານຫີນ ນໍ້າມັນແກັສແອວພີຈີ ຫຼື ແກັສແອວເອັນຈີຊີຕີ້ກໍ່ໄດ້, ສໍາລັບຖ່ານຫີນ ລາຄາ ຈະຖືກ ແຕ່ຄວນຕ້ອງກວດສອບທຸກໆ ສາມ ຫຼື ສີ່ຊົ່ວໂມງ ເພື່ອຮັກສາໄຟເອົາໃວ້, ໃນຂະນະທີ່ນໍ້າມັນ ແລະ ແອວພີ ຈີນັ້ນມີລາຄາແພງອີກຄັ້ງກໍ່ຕ້ອງມີການເຕີມທຸກໆຫຼາຍອາທິດ, ສ່ວນແກັສແອວເອັນຈີນັ້ນຈະຖືກ ແລະ ຮັບປະກັນໄດ້ເຖິງ ຄວາມ ຕໍ່ເນື່ອງ ແລະ ຄວາມສະໝໍ່າສະເໝີໄດ້ຕະຫຼອດທັງທໍ່ ເຊິ່ງສາມາດໃຊ້ໄດ້ທັງເພື່ອຫຸງຕົ້ມ ແລະ ເຮັດຄວາມຮ້ອນພາຍໃນ ທົ່ວເຮືອນ ບໍລິເວນ ທີ່ມີທໍ່ແກັສ ແອວເອັນຈີຊີຕີ້ເດີນຜ່ານກໍ່ມັກຈະມີລາຄາແພງ. ເຖິງຢ່າງໃດກໍ່ຕາມກໍ່ຖືວ່າຄຸ້ມຄ່າພໍສົມ ຄວນເມື່ອພິຈາລະນາຈາກ ການທີ່ທ່ານ ສາມາດປະຢັດຄ່າເຊື້ອເພີີງ ເພື່ອການເຮັດຄວາມສະອາດໄດ້ໃນໄລຍະຍາວ. ເວລາເຊົ່າເຮືອນ, ຕ້ອງໄດ້ກວດກາເບີ່ງວ່າ ເຮືອນຫຼັງດັ່ງກ່າວ ມີລະບົບແກັດຕິດຕັ້ງໃສ່ແລ້ວບໍ່. ສຳລັບ, ເຮືອນ ທີ່ໄດ້ຕິດຕັ້ງລະບົບທໍ່ແກັດແລ້ວ ຄ່າເຮືອນ ອາດຈະແພງກວ່າ, ແຕ່ວ່າ ລະບົບນີ້ ສາມາດປະຢັດຄ່າທຳຫ້ອງອຸຸຸ່ນໄດ້ ໂດຍເບີ່ງໄປອີກມຸມໜຶ່ງແລ້ວ ມັນກໍມີຜົນກຳໄລກວ່າເຮືອນທີ່ບໍ່ມີການຕິດຕັ້ງ.

(2)ຮີດເຕີ້ໄຟຟ້າ ແລະ ຜ້າຫົ່ມໄຟຟ້າ

ເຄື່ອງທຳຄວາມຮ້ອນ ແລະ ເບາະໄຟຟ້າ ແມ່ນໃຊ້ເພື່ອສ້າງຄວາມອົບອຸ່ນ ແຕ່ມັນອາດຈະເຮັດໃຫ້ບິນໄຟຟ້າຂອງທ່ານແພງເກີນໄປ ແລະ ອາດ ຈະກະຈາຍຄື້ນແມ່ເຫຼັກໄຟຟ້າອອກມາຫຼາຍເກີນໄປໄດ້ ດັ່ງນັ້ນຄວນແນ່ໃຈວ່າທ່ານໃຊ້ຢ່າງເໝາະສົມ ນອກຈາກນີ້ ທ່ານຄວນລະ ມັດລະວັງ ບໍ່ໃຊ້ມັນຫຼາຍຈົນເກີນໄປ ເນື່ອງຈາກວ່າອາດເກີດອັນຕະລາຍໄດ້ ເພາະວ່າມັນອາດຈະຮ້ອນຈົນເກີດໄຟກໍ່ເປັນໄດ້.

(3)ແກັສອຸ່ນຫ້ອງ

ສ່ວນຫຼາຍເພີ່ນໃຊ້ແກັສຮີດເຕີ້ໃນອາຄານໃຫຍ່ ແຕ່ຕ້ອງເປັນບ່ອນທີ່ມີອາກາດຖ່າຍເທພໍສົມຄວນ ແລະ ຖ້າທ່ານເຜີນອນຫຼັບໄປໃນຂະນະ ທີ່ມັນເຮັດວຽກຢູ່ ກໍ່ອາດຈະພາໃຫ້ຂາດອົກຊີແຊນໄດ້ ເຊິ່ງຖືວ່າເປັນອຸປະຕິເຫດທີ່ຮ້າຍແຮງ ດັ່ງນັ້ນຈຶ່ງຈໍາເປັນຕ້ອງໃຊ້ໃນບໍລິເວນທີ່ມີອາ ກາດຖ່າເທອີ່ຫຼີເທົ່ານັ້ນ.

08ໂທລະຄົມມະນາຄົມ

(1)ໂທລະສັບທົ່ວໄປ

ທ່ານສາມາດໂທເບີ 100 (KT), 106 (SK broadband) ໄດ້ຈາກທຸກທີ່ໃນປະເທດ ເພື່ອຂໍຕິດຕັ້ງໂທລະສັບ ໂດຍຍົກໂທລະສັບຂອງ ທ່ານຂຶ້ນມາກົດໂທໝາຍເລກດັ່ງກ່າວ ຈາກນັ້ນທ່ານຈະໄດ້ຮັບການຕໍ່ສາຍໃຫ້ລົມກັບສູນການໂທທີ່ເບິ່ງແຍງເລື່ອງຕ່າງໆ ສໍາລັບການຈ່າຍ ຄ່າໂທລະສັບນັ້ນ ກໍ່ສະດວກທ່ານສາມາດເລືອກໃຊ້ການຕັດເງິນໃນບັນຊີແບບອັດຕະໂນມັດ ເຊິ່ງຈະຕັດບັນຊີດ້ວຍຄ່າທຳນຽມ ບໍລິການ ຈາກ ບັນຊີທະນາຄານຂອງສະມາຊິກເປັນປະຈໍາທຸກເດືອນ ຫຼື ທ່ານສາມາດເຂົ້າເບິ່ງເວັບໄຊທ໌ຂອງຈີໂຣ (www.giro.or.kr, ☎1577-5500) ກໍ່ໄດ້ ແລະ ວິທີທີ່ກ່າວມານັ້ນ ທ່ານກໍ່ບໍ່ຈໍາເປັນຕ້ອງໄປທະນາ ຄານດ້ວຍຕົວເອງເລີຍ.

  • SK broadband : ກົດໂທເບີ 106 ໂດຍບໍ່ຈໍາເປັນຕ້ອງມີເບີຕໍ່ ເພື່ອຂໍຄໍາແນະນໍາເປັນພາສາເກົາຫຼີ ແລະ ຖ້າທ່ານຕ້ອງການລົມເປັນພາ ສາອື່ນ ກໍ່ຈະມີພາສາອັງກິດ ແລະ ຈີນໃຫ້ເລືອກ.
  • KT : ກົດໂທເບີ 100 ໂດຍບໍ່ເປັນຕ້ອງໃຊ້ເບີຕໍ່ ເພື່ອຂໍຄໍາແນະນໍາເປັນພາສາເກົາຫຼີ ຫຼື ທ່ານສາມາດເອີ້ນສາຍສູນ ບໍລິການຊາວຕ່າງ ຊາດທີ່ເບີ 1588-8448 ໂດຍມີພາສາອັງກິດ, ຈີນ ແລະ ຍີ່ປຸ່ນໃຫ້ເລືອກ.

(2)ໂທລະສັບມືຖື (ຄົນເກົາຫຼີມັກເອີ້ນວ່າ ແຮນດືໂຟນ)

ໃນປະເທດຈະຂາຍໂທລະສັບມືຖືບໍ່ແພງ ແລະ ຄິດໄລ່ການເສຍຄ່າໂທເປັນລາຍເດືອນໃຫ້ຄົນທີ່ບໍ່ແມ່ນສັນຊາດເກົາຫຼີ. ທ່ານສາມາດໃຊ້ເງິນ ສົດຊື້ໂທລະສັບມືຖືໄດ້ຢ່າງງ່າຍດາຍ ໂດຍທ່ານຕ້ອງລົງທະບຽນບັດເພື່ອຂໍໝາຍເລກເບີໂທສຳລັບທ່ານໂດຍສະເພາະເລີຍ.

ຜູ້ໃຫ້ບໍລິການໂທລະສັບມືຖືລາຍສໍາຄັນ

ຖ້າທ່ານບໍ່ມີບັດລົງທະບຽນ ທ່ານຕ້ອງໄດ້ໃຊ້ບໍລິການແບບຈ່າຍກ່ອນ (pre-paid) ເຊິ່ງເອີ້ນກັນວ່າ “ບັດໂທລະສັບ” ("card phone). ເຊິ່ງການບໍລິການນີ້ຈະບໍ່ມີຄ່າທໍານຽມສະມັກ ແລະ ຈະຄິດຄ່າບໍລິການຕ່າງຈາກລະຄາປົກກະຕິ ເຊິ່ງແພງກ່ວາຄ່າບໍລິການ ຂອງໂທລະສັບມື ຖືທົ່ວໄປເຫູັກໜ້ອຍ ແລະ ທ່ານສາມາດເຕີມເງິນຄ່າໂທລະສັບແບບ pre-paid ຂອງທ່ານດ້ວຍຈໍານວນເງິນ ທີ່ແຕກຕ່າງ ອອກໄປເລີ່ມຕົ້ນທີ 10,000 ວອນ. ບັດດັ່ງກ່າວສາມາດຊື້ໄດ້ໄກ້ໆ ໂຮງງານທີ່ມີພະນັກງານຊາວຕ່າງຊາດຫຼາຍ, ຕະຫຼາດອາຫານຕ່າງປະເທດ, ຫ້ອງການໄປສະນີ (ມີການຂາຍແຕກຕ່າງກັນໄປຕາມພາກພື້ນ. ກະລຸນາປຶກສາ ☎1588-1300), ຫຼືຈະຊື້ທີ່ຮ້ານຂາຍຂອງຕົວແທນການສື່ສານກໍ່ໄດ້.

ຂໍ້ມູນທີ່ເປັນປະໂຫຍດ!
ໂທລະສັບບໂຄສະນາ / ຂໍ້ຄວາມໂຄສະນາ

ທ່ານຈະໄດ້ຮັບໂທລະສັບ ແລະ ຂໍ້ຄວາມໂຄສະນາຫຼາຍຄັ້ງ ຖ້າທ່ານໃຊ້ໂທລະສັບມືຖື, ເຖິງຢ່າງໃດກໍ່ຕາມທ່ານຄວນຈະວາງເສີຍໆໃວ້ ນອກ ຈາກວ່າເປັນຂໍ້ຄວາມສຳຄັນແທ້ໆ ແລະ ທ່ານຄວນລະວັງບໍ່ຕ້ອງໂທກັບໄປເພາະຄວາມຢາກຮູ້ຢາກເຫັນຂອງທ່ານດ້ວຍ ເນື່ອງຈາກ ວ່າມັນ ອາດຈະເຮັດໃຫ້ເສຍເງິນຈໍານວນຫຼາຍ ຈາກຄ່າບໍລິການທີ່ຄິດແພງເກີນຄວາມຈິງໄດ້ ໂດຍສະເພາະທ່ານຈະຕ້ອງລະວັງ ບໍ່ໄປໂຕ້ ຕອບກັບຂໍ້ ຄວາມໂຄສະນາທາງທຸລະກິດ ທີ່ອາດຈະນຳໄປສູ່ສື່ທີ່ລາມົກອານາຈານໄດ້.

ລະຫັດເຂດ

ໃນປະເທດເກົາຫຼີ ມີລະຫັດເຂດ 17 ແຫ່ງ ສຳລັບແຕ່ລະແຂວງ. ເວລາໂທລະສັບໄປຫາເບີປາຍທາງ ທີ່ເປັນເບີຕັ້ງໂຕະ ຕ້ອງໄດ້ກົດລະ ຫັດເຂດໃສ່ທາງໜ້າກ່ອນ ຄືກັບການໂທຢູ່ປະເທດລາວເຮົາ. ທ່ານຄວນກົດໝາຍເລກລະຫັດເຂດຂອງປາຍທາງ ທີ່ທ່ານໂທຫາ ກ່ອນ ໝາຍເລກເບີໂທ ລະສັບ. ທ່ານບໍ່ຈໍາເປັນຕ້ອງກົດລະຫັດເຂດຖ້າທ່ານໂທຫາພາຍໃນເຂດດຽວກັນ.

지역번호 표 : 지역, 번호를 포함한 표입니다.
ເຂດ ໝາຍເລກ ເຂດ ໝາຍເລກ ເຂດ ໝາຍເລກ ເຂດ ໝາຍເລກ
ກຸງໂຊລ 02 ເມືອງແທຈອນ 042 ເມືອງຊຸງບັກ 043 ເມືອງເຄື່ອງນໍາ 055
ເມືອງປູຊານ 051 ເມືອງອຸນຊານ 052 ເມືອງຊຸງມັນ 041 ເກາະເຊຈູ 064
ເມືອງແດກູ 053 ເມືອງເຊຈອງ 044 ເມືອງຈອນບັກ 063
ເມືອງອິນຊອນ 032 ເມືອງເຄືອງຈິ 031 ເມືອງຈ໊ອນນໍາ 061
ເມືອງກວາງຈູ 062 ເມືອງຄັງວອນ 033 ເມືອງເຄືອງບົກ 054

(3)ໂທລະສັບສາທາລະນະ

ສໍາລັບການໃຊ້ໂທລະສັບສາທາລະນະ ທ່ານຕ້ອງໃຊ້ຫຼຽນ ຫຼື ບັດຈ່າຍເງິນລ່ວງໜ້າ. ຖ້າທ່ານເລືອກເຂດເວລາໄດ້ດີ ທ່ານກໍ່ສາມາດປະຢັດ ຄ່າໂທທາງໄກໄປຕ່າງປະເທດໄດ້. ຄ່າບໍລິການຄ່າໂທລະສັບ ແມ່ນ 70 ວອນ ຕໍ່ 180 ວິນາທີ, ແລະ ຄ່າໂທທາງໄກແມ່ນ 70 ວອນຕໍ່ 38 ວິນາທີ.

  • 공중전화(카드전화)
    < ໂທລະສັບສາທາລະນະ (ທີ່ໃຊ້ບັດໂທລະສັບ) >
  • 공중전화(IC카드 및 동전 이용)
    < ໂທລະສັບສາທາລະນະ (ທີ່ໃຊ້ບັດ IC ແລະ ຫຼຽນເງີນ) >

(4)ໂທລະສັບສຸກເສີນ / ໂທລະສັບເກັບເງິນປາຍທາງ

ໂທລະສັບສາທາລະນະ ຈະມີປຸ່ມກົດໂທເບີສຸກເສີນສີແດງ ເຊິ່ງທ່ານສາມາດໃຊ້ແຈ້ງຕໍາຫຼວດ, ດັບເພີງໄດ້ ໂດຍການກົດປຸ່ມດັ່ງກ່າວ ຈາກນັ້ນ ກໍ່ຕາມດ້ວຍໝາຍເລກບໍລິການ ໂດຍບໍ່ຈໍາເປັນຕ້ອງໃຊ້ຫຼຽນ ຫຼື ບັດໂທລະສັບເລີຍ. ຄວນຈື່ໝາຍເລກສຸກເສີນຕໍ່ໄປນີ້ໃວ້ ເປັນຂໍ້ມູນ:

ແຈ້ງຕໍາຫຼວດ: ກົດປຸ່ມສຸກເສີນ +112, ແຈ້ງດັບເພີງ: ກົດປຸ່ມສຸກເສີນ +119

ເມື່ອທ່ານຕ້ອງການໂທໝາຍເລກອື່ນ ແລະ ທ່ານບໍ່ມີເງິນໂທ ທ່ານລອງໃຊ້ບໍລິການເກັບເງິນປາຍທາງ ເຊິ່ງຄ່າບໍລິການດັ່ງກ່າວຈາກຄິດ ຈາກຜູ້ ຮັບສາຍ ໂດຍມີລາຄາແພງກ່ວາປົກກະຕິເລັກນ້ອຍ ສໍາລັບການໃຊ້ບໍລິການດັ່ງກ່າວພາຍໃນປະເທດນັ້ນໃຫ້ກົດປຸ່ມສຸກເສີນ + 1541 + ໝາຍເລກໂທລະສັບປາຍທາງ#'

  • 긴급통화 버튼

(5)ການໂທໄປຕ່າງປະເທດ

ເພື່ອທີ່ຈະໂທລະສັບ ໄປຕ່າງປະເທດ ໂດຍໃຊ້ໂທລະສັບສາທາລະນະ, ຂໍແນະນໍາໃຫ້ທ່ານຊື້ບັດໂທທາງອິນເຕີເນັດ, ຫຼື ຊື້ຈາກຮ້ານຂາຍ ເຄື່ອງສໍາລັບຊາວຕ່າງຊາດ ຫຼື ຮ້ານສະດວກຊື້ທົ່ວໄປກໍ່ໄດ້.

  • 공중전화(카드전화)
ຂໍ້ມູນທີ່ມີປະໂຫຍດ!
ວິທີໂທໄປຕ່າງປະເທດ ແບບຖືກຕ້ອງ

ຄ່າໂທລະສັບສາຍສາກົນ ຫຼື ໂທລະຫວ່າງປະເທດ ແມ່ນຂຂ້ອນຂ້າງສູງຫຼາຍກ່ວາໂທພາຍໃນປະເທດ. ທ່ານສາມາດປະຢັດ ເງິນໂດຍ ການໂທ ລະຫວ່າງປະເທດໃນໂມງທີ່ປະຢັດ ເຊິ່ງປົກກະຕິແມ່ນຍາມແລງ ແລະ ວັນພັກ. ຂໍແນະນໍາໃຫ້ກວດ ເບິ່ງຄ່າບໍລິການກ່ອນຈຶ່ງໂທ ເນື່ອງຈາກ ອັດຕາຄ່າບໍລິການແຕກຕ່າງກັນສໍາລັບແຕ່ລະປະເທດ ແລະ ຜູ້ໃຫ້ບໍລິການແຕ່ລະບໍລິສັດ. ໃນທຸກມື້ນີ້, ທ່ານ ສາມາດໂທໄປ ຕ່າງປະເທດ ໄດ້ໃນລາຄາຖືກ ໂດຍນໍາໃຊ້ບໍລິການໂທຜ່ານອິນເຕີເນັດ ຫຼືບັດໂທລະສັບໂທໄປຕ່າງປະເທດ.

국제전화 국제번호 : 국가, 국가번호를 포함한 표입니다.
ປະເທດ ລະຫັດປະເທດ ປະເທດ ລະຫັດປະເທດ ປະເທດ ລະຫັດປະເທດ ປະເທດ ລະຫັດປະເທດ
ຈີເຣຍ 234 ຫວຽດນາມ 84 ອີຣັກ 964 ກີກິດສະຖານ 996
ເນປານ 977 ບາຊິວ 55 ອີຣ່ານ 98 ໄທ 66
ເຢຍລະມັນ 49 ຊູດານ 249 ເອຢິບ 20 ຕູລະກີ 90
ສປປ ລາວ 856 ສີລັງກາ 94 ອິນເດຍ 91 ປາກິດສະຖານ 92
ລັດເຊຍ 7 ຊິເຣຍ 963 ອິນໂດເນເຊຍ 62 ເປຣູ 51
ມາເລເຊຍ 60 ສິງກາໂປ 65 ຍີ່ປຸ່ນ 81 ຟີລິບປິນ 63
ແມ໋ກຊິໂກ 52 ອາເຈັນຕີນ້າ 54 ຈີນ 86 ອົດສະຕາລີ 61
ມົງໂກເລຍ 976 ແອງໂກລາ 244 ຊິລີ 56 ຫ້ອງກົງ 852
ອາເມລິກາ, ການາດາ 1 ເອກົວດໍ 593 ກາຊັກສະຖານ 7
ມຽນມ້າ 95 ອັງກິດ 44 ກຳປູເຈຍ 855
ບັງກາລາເດັດ 880 ອຸຍເບກິດສະຖານ 998 ໂຄລົມເບຍ 57

(6)ໂທລະພາບເຄເບີ້ນ (Cable TV)ແລະ ອິນເຕີເນັດ

ໃນປະເທດເກົາຫຼີ ມີຮູບແບບກະຈາຍສັນຍານຊະນິດຕ່າງໆຢ່າງຫຼວງຫຼາຍ ທີ່ໃຫ້ບໍລິການສັນຍານທົ່ວໄປ, ສັນຍານໂທລະພາບເຄເບີ້ນ, ການກະຈາຍສັນຍານໃນພາກພື້ນ, ສັນຍານທາງດາວທຽມ (Sky Life), ເຊັ່ນດຽວກັນກັບການກະຈາຍສັນຍານພາກພື້ນດິນ (KBS, MBC, and SBS). ວ່າງໝໍ່ໆ ມານີ້ ໂທລະພາບທີ່ຈ່າຍຜ່ານອິນເຕີເນັດ ກາຍເປັນທີ່ນິຍົມຫຼາຍ. ບາງບໍລິສັດສັນຍານໂທລະພາບເຄເບີ້ນ ໃນພາກ ພື້ນ ຫຼື IPTV ໄດ້ໃຫ້ບໍລິການແບບພ້ວງກັນກັບອິນເຕີເນັດຄວາມໄວສູງ. ດັ່ງນັ້ນຖ້າທ່ານສະມັກໃຊ້ບໍລິການທັງ ສອງໄປພ້ອມໆ ກັນ ທ່ານກໍ່ຈະໄດ້ບໍລິການໂດຍລວມທີ່ລາຄາຖືກກ່ວາປົກກະຕິ. ຖ້າທ່ານສົນໃຈທີ່ຈະໃຊ້ສະເພາະອິນເຕີເນັດພຽງຢ່າງດຽວ ໃຫ້ທ່ານປຽບທຽບການບໍລິການ ແລະ ລາຄາທີ່ສະເໜີໂດຍຜູ້ໃຫ້ບໍລິການ ສື່ສານ ແຕ່ລະລາຍຢ່າງຮອບຄອບ, ຖ້າທ່ານບໍ່ສາມາດຈ່າຍຄ່າອິນເຕີເນັດສ່ວນຕົວຢູ່ເຮືອນໄດ້ ທ່ານກໍ່ສາມາດມີຫ້ອງ ພີຊີ (PC room) ໃກ້ບ້ານ ທ່ານເປັນທາງເລືອກທີ່ປະຢັດ ເຊິ່ງເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ແລະ ລາຄາຈະຢູ່ທີ່ 1.500 ເຖິງ 2.000 ວອນຕໍ່ຊົ່ວໂມງ ເຊິ່ງຂຶ້ນ ກັບເຂດທີ່ມັນຕັ້ງຢູ່.

09ການກຳຈັດຂີ້ເຫຍື້ອປະຈຳວັນ

ຂີ້ເຫຍື່ອແມ່ນຈະຖືກແຍກອອກເປັນແຕ່ລະປະເພດ ແລະ ມີມື້ ແລະ ເວລາເກັບສະເພາະ. ສິ່ງສໍາຄັນຄື ທ່ານຄວນແຍກແລະບັນຈຸຂີ້ ເຫຍື່ອ ຂອງທ່ານແຕ່ລະປະເພດອີງຕາມຄູ່ມືໃນເມືອງຂອງທ່ານ. ປົກກະຕິແລ້ວຈະເກັບຂີ້ເຫຍື່ອໃນຕອນເຊົ້າ ເຊິ່ງທ່ານຄວນເອົາຂີ້ເຫຍື່ອຂອງ ທ່ານ ອອກມາໄວ້ໜ້າບ້ານຫຼັງ 10 ໂມງກາງຄືນໃນຄືນກ່ອນລົດເກັບຂີ້ເຫຍື່ອຈະມາເອົາ.

(1)ຂີ້ເຫຍື່ອທົ່ວໄປ

ຂີ້ເຫຍື່ອທົ່ວໄປ ທີ່ບໍ່ແມ່ນສິ່ງເສດເຫຼືອອາຫານ ແລະ ສິ່ງທີ່ນຳມາໃຊ້ຄືນໄດ້ນັ້ນ ແມ່ນໃຫ້ຈັດແບ່ງໃສ່ຖົງຢາງຂີ້ເຫຍື້ອ ແຍກເປັນແຕ່ ລະຊະນິດແລ້ວ ຈຶ່ງຖີ້ມ.

ຂໍ້ມູນທີ່ມີປະໂຫຍດ!
ຖົງຂີ້ເຫຍື່ອມາດຕະຖານ

ທ່ານສາມາດຊື້ຖົງໃສ່ຂີ້ເຫຍື່ອທີ່ເປັນມາດຕະຖານຢູ່ຮ້ານຊຸບເປີມາເກັດໃກ້ບ້ານທ່ານ ຫຼື ຮ້ານຂາຍຍ່ອຍທີ່ຫຼຸດລາຄາ. ສີຂອງຖົງຂີ້ເຫຍື່ອ ທົ່ວໄປ ແລະ ອາຫານເສດເຫຼືອມີສີແຕກຕ່າງກັນໃນແຕ່ລະເມືອງ, ສະນັ້ນທ່ານຕ້ອງໄດ້ຖາມກ່ຽວກັບການນຳໃຊ້ຖົງແຕ່ລະສີກ່ອນຈຶ່ງຊື້. ຖົງສໍາລັບໃສຂີ້ເຫຍື່ອທົ່ວໄປມີຂະໜາດທີ່ແຕກຕ່າງກັນ: 1, 2, 5, 10, 20, 30, 50, 60, 75, ແລະ 100 ລິດ; ຂະໜາດກໍ່ຂຶ້ນກັບເຂດທີ່ ຂາຍ. ປົກກະຕິ ໃນຄົວເຮືອນທົ່ວໄປຈະຂະໜາດ 10 ຫຼື 20 ລິດ. ຖົງໃສ່ເສດອາຫານແມ່ນຂະໜາດ 2 ເຖິງ 5 ລິດ ເນື່ອງຈາກມັນເໝາະ ສົມກັບຂີ້ເຫຍື່ອທີ່ຕ້ອງຖືກຖິ້ມພາຍໃນ 2-3 ມື້. ບາງໝູ່ບ້ານກໍ່ໃຊ້ຖັງ ເພື່ອເກັບເສດອາຫານ. ໃຫ້ທ່ານຖາມເພື່ອນບ້ານ ເພື່ອລາຍລະອຽດ ຕື່ມ.

  • 쓰레기봉투

(2)ເສດອາຫານ

ຂຶ້ນກັບແຕ່ລະຂົງເຂດທີ່ທ່ານອາໄສຢູ່, ທ່ານຄວນຄັດແຍກສິ່ງເສດເຫຼືອ ແລະ ຖິ່ມໃສ່ຖົງສໍາລັບໃສ່ຂີ້ເຫຍື່ອຈາກເສດອາຫານ ຫຼື ຖິ້ມລົງຖັງ ສະເພາະ. ໃນແຕ່ລະຂົງເຂດ ກໍ່ມີລະບົບ RFID ແລະ ລະບົບທໍາລາຍເສດອາຫານໂດຍຂຶ້ນກັບແຕ່ລະທ້ອງຖິ່ນ.

(3)ຂີ້ເຫຍື່ອທີ່ໝູນໃຊ້ຄືນໄດ້

ສຳລັບຂີ້ເຫຍື້ອ ທີ່ສາມາດໝູນໃຊ້ຄືນໄດ້ ປະກອບມີ: ເຈ້ຍ, ແກ້ວ, ເຫຼັກ, ກະປ່ອງ, ຖົງຢາງ, ເຈ້ຍຫໍ່(ປະເພດທີ່ມີ ມີຮູບສາມແຈໝາຍ ໃສ່ວ່າ ໝູນໃຊ້ຄືນໄດ້ ເຊັ່ນ: PP, OTHER, LDPE ແລະ ອື່ນໆ ທີ່ມີເຄື່ອງໝາຍ) ຢາງພຣາສະຕິກ (ຕຸກນ້ຳອັດ ລົມ,ຕຸກຢາງ ບັນພອດ(EPS), ວັດສະດຸຫຸ້ມຫໍ່(ໂຟມສະຕິໂຣ), ກ່ອງ(ຕຸກນ້ຳຫວານ, ຕຸກສະບູ) ແລະ ອື່ນໆ, ຊຶ່ງເຫຼົ່ານີ້ ລ້ວນແລ້ວແຕ່ແມ່ນ ຂີ້ເຫຍື່ອທີ່ເກັບມາໝູນໃຊ້ຄືນໄໝ່ໄດ້ ສະນັ້ນ ຕ້ອງປະໃວ້ໃຫ້ແຫ້ງ ແລະ ທຸບໃຫ້ແປ ກ່ອນຈຶ່ງຖິ້ມ. 

(4)ຂີ້ເຫຍື້ອຂະໜາດໃຫຍ່

ເພື່ອທີ່ຈະຖິ້ມຂີ້ເຫຍື່ອຂະໜາດໃຫຍ່ ເຊັ່ນເຟີນີເຈີ ຫຼື ເຄື່ອງໃຊ້ໄຟຟ້າທີ່ເພແລ້ວ ທ່ານຈະຕ້ອງໄປຊື້ສະຕິກເກີ້ຈາກສູນຊຸມຊົນຂອງທ່ານ ເພື່ອ ເອົາມາຕິດໃສ່ຂີ້ເຫຍື່ອດັ່ງກ່າວ ຈາກນັ້ນທ່ານຈຶ່ງສາມາດເອົາຂີ້ເຫຍື່ອນັ້ນມາວາງຖິ້ມໃວ້ໜ້າບ້ານ ເພື່ອໃຫ້ທາງພະນັກງານອະນາໄມ ມາເກັບ ເອົາໄປ, ສໍາລັບລາຄາຂອງສະຕິກເກີ້ ຈະແຕກຕ່າງກັນອອກໄປຕາມປະເພດ ແລະ ຂະໜາດຂອງຂີ້ເຫຍື່ອ ເຊິ່ງຮ້ານຄ້າຍ່ອຍ ບາງຮ້ານ ກໍ່ໄດ້ ຮັບອະນຸຍາດໃຫ້ຂາຍສະຕິກເກີ້ນີ້ເຊັ່ນກັນ ຂຶ້ນກັບນະໂຍບາຍຂອງແຕ່ລະຂົງເຂດ. ໃນຂະນະທີ່ອາພັດເມັນບາງບ່ອນ ຈະສາມາດຈັດການ ກັບຂີ້ເຫຍື່ອດັ່ງກ່າວແທນທ່ານໄດ້ ຖ້າທ່ານຈ່າຍຄ່າບໍລິການໃຫ້ເຂົາເຈົ້າ.

ການແຈ້ງຖິ້ມຂີ້ເຫຍື່ອຜ່ານອິນເຕີເນັດ

ທ່ານສາມາດຊື້ສະຕິກເກີ້ຜ່ານອິນເຕີເນັດ (ຕາມເວັບໄຊທ໌ຂອງສໍານັກງານ ເຂດດັ່ງກ່າວ).

ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.